ຫາລືກຽມແຫ່ພະໄຕປີດົກສືບສານວັດທະນະທຳ ລຳວົງສາລະວັນປະຈຳປີ 2023

ຫາລືກຽມແຫ່ພະໄຕປີດົກສືບສານວັດທະນະທຳ ລຳວົງສາລະວັນປະຈຳປີ 2023
ໃນວັນທີ 22 ພະຈິກຜ່ານມາທີ່ສະໂມສອນແຂວງສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມຈັດງານເທດສະການແຫ່ພະໄຕປີດົກສືບສານວັດທະນະທຳ ລຳວົງສາລະວັນ ປະຈຳປີ 2023 ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອປຶກສາຫາລືກະກຽມຈັດງານເທດສະການແຫ່ພະໄຕປີດົກສືບສານວັດທະນະທຳ ລຳວົງສາລະວັນຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 5-9 ທັນວາ 2023ເພື່ອເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລັດ ກໍຄືມະຕິ 25 ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນຳພາຕໍ່ວຽກງານວັດທະນະທຳໄລຍະໃໝ່, ທັງເປັນການສະແດງເຖິງວິຖີຊີວິດຂອງຊາວແຂວງສາລະວັນ, ສ້າງຈິດສຳນຶກ ແລະ ຍົກສູງຄວາມຮັບຮູ້ຂອງສັງຄົມໃຫ້ເຫັນເຖິງຄວາມສຳຄັນຕໍ່ວຽກງານມໍລະດົກ ແລະ ວັດທະນະທຳ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ເພື່ອຊຸກຍູ້, ສົ່ງເສິີມດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ທ່ານ ບຸນກ່ອງ ເກດທອງຄຳ ຮອງຫົວໜ້າພະແນກ ຖວທ ໄດ້ຜ່ານແຜນເຄື່ອນໄຫວງານດັ່ງກ່າວ ໂດຍໄດ້ມີການກະກຽມດ້ານເນື້ອໃນ, ວຽກສາສະໜາ ແລະ ປະເພນີ, ປັບປຸງ, ປະດັບປະດາ ແລະ ອະນາໄມສະຖານທີ່, ວຽກປ້ອງກັນຄວາມສະຫງົບ, ເບິ່ງແຍງສຸຂະພາບ, ການວາງສະແດງສິນຄ້າ, ງານປະກວດ, ແຂ່ງຂັນສິລະປະ-ວັນນະຄະດີ, ວຽກກ້ອນກຳລັງຂະບວນແຫ່ຕ່າງໆ ແລະ ວຽກອື່ນໆ ຊຶ່ງໄດ້ມີການແຕ່ງຕັ້ງບັນດາອະນຸກຳມະການຈັດງານ. ສຳລັບໃນວັນທີ 8 ທັນວາ 2023 ແມ່ນຈະໄດ້ມີການແຫ່ພະໄຕປີດົກ 45 ເຫຼັ້ມ, ແຫ່ໜັງສືຜູກໃບລານ 84.000 ພະທໍາມະຂັນ, ຜາສາດເຜິ້ງ 9 ຫຼັງ, ແຫ່ຕົ້ນຜ້າປ່າ 1.800 ຕົ້ນ ແລະ ຂະບວນອື່ນໆ ເພື່ອເຮັດໃຫ້ການທ່ອງທ່ຽວພາຍໃນແຂວງສາລະວັນມີບັນຍາກາດຟົດຟື້ນມ່ວນຊື່ນ ມີການບໍລິການແລກປ່ຽນຊື້-ຂາຍສິນຄ້າ, ປູກຈິດສຳນຶກຮັກສາຂະໜົບທຳນຽມອັນດີງາມຂອງຊາດຂອງທ້ອງຖິ່ນ ທັງເປັນການສ້າງຂະບວນການຕ້ອນຮັບປີທ່ອງທ່ຽວລາວ 2024 ກໍຄືຂອງແຂວງສາລະວັນ ຊຶ່ງໄດ້ຈັດຂຶ້ນມາແລ້ວ 3 ຄັ້ງນັບແຕ່ປີ 1999-2000,2012, 2018 ແລະ ໄດ້ມີການກຽມແຜນດຳເນີນງານປີທ່ອງທ່ຽວ 2024 ຊຶ່ງໄດ້ມີການກະກຽມດ້ານເນື້ອໃນ, ພັດທະນາປັບປຸງພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກການທ່ອງທ່ຽວ, ໂຄສະນາ-ປະຊາສຳພັນຜະລິດຕະພັນ, ປັບປຸງຂອດການບໍລິການທຸລະກິດທ່ອງທ່ຽວ, ສົ່ງເສີມຜະລິດຕະພັນ, ການວາງສະແດງສົ່ງເສີມດ້ານວັດທະນະທຳ, ສິລະປະການສະແດງ, ກິດຈະກຳຕ່າງໆ ແລະ ວຽກງານອື່ນໆຕື່ມອີກ.
ກິດຈະກຳທີ່ຈະຈັດຂຶ້ນໃນໄລຍະປີທ່ອງທ່ຽວລາວ 2024 ຢູ່ແຂວງສາລະວັນ ປະກອບມີ 30 ກິດຈະກຳຄື: ລະດັບຊາດ 1 ງານ, ລະດັບແຂວງ 8 ງານ, ຂັ້ນເມືອງ 6 ງານ ແລະ ຂັ້ນບ້ານ 15 ງານ ຊຶ່ງເປັນກິດຈະກຳທີ່ຕິດພັນກັບວິຖີຊີວິດ, ວັດທະນະທຳ ແລະ ຮີດຄອງປະເພນີຂອງຊາວແຂວງສາລະວັນ ກໍຄືບັນດາເມືອງ, ບ້ານເພື່ອສົ່ງເສີມວັດທະນະທຳ, ຮີດຄອງປະເພນີ ແລະ ຜະລິດຕະພັນຕ່າງໆ ໃຫ້ໄດ້ຮັບການການຊຸກຍູ້, ປົກປັກຮັກສາ ແລະ ສືບສານໃຫ້ໝັ້ນຄົງຍືນຍົງຕະຫຼອດໄປ.
ຂ່າວ-ພາບ: ວິໄລວອນ ສິີດທິໄຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ