ທ່ານ ຄໍາຫຼ້າ ຜີວວັນນາ ໄດ້ຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 98/ຄປຈ.ຊຍ, ລົງວັນທີ 17 ທັນວາ 2025 ວ່າດ່ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ປະຈໍາເຂດເລືອກຕັ້ງເມືອງໄຊຍະບູລີ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V. ຄະນະປະຈໍາສະພາປະຊາຊົນແຂວງ ຕົກລົງ ແຕ່ງຕັ້ງປະທານ, ຮອງປະທານ ແລະ ຄະນະກໍາມະການເລືອກຕັ້ງຂັ້ນເມືອງ. ຈາກນັ້ນ, ທ່ານ ພອນພິລຸນ ປີ່ນທິບ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານ ມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 659/ຄພມ.ຊຍ, ລົງວັນທີ ¬19 ທັນວາ 2025 ວ່າດ້ວຍການຮັບຮອງເອົາຜົນການຄົ້ນຄວ້າບຸກຄະລາກອນເຂົ້າໃນໂຄງປະກອບຜູ້ເປັນປະທານ, ຮອງປະທານ ແລະ ຄະນະກຳມະການຕາແສງໃນ 6 ເຂດພາຍໃນເມືອງໄຊຍະບູລີ.
ຕອນທ້າຍກອງປະຊຸມ, ທ່ານປະທານກໍ່ໄດ້ມີຄໍາເຫັນເຈາະຈີ້ມ ແລະ ບັນດາທ່ານຜູ້ເຂົ້າຮ່ວມກໍໄດ້ປະກອບຄໍາຄິດເຫັນເຊີ່ງກັນ ແລະ ກັນຕື່ມອີກ.
(ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ)
ຕອນທ້າຍກອງປະຊຸມ, ທ່ານປະທານກໍ່ໄດ້ມີຄໍາເຫັນເຈາະຈີ້ມ ແລະ ບັນດາທ່ານຜູ້ເຂົ້າຮ່ວມກໍໄດ້ປະກອບຄໍາຄິດເຫັນເຊີ່ງກັນ ແລະ ກັນຕື່ມອີກ.
(ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ)
ຄໍາເຫັນ