ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ

ຫ້າມນໍາເຂົ້າສິນຄ້າກະສິກຳ ທີ່ສາມາດຜະລິດໄດ້ພາຍໃນ ສົ່ງເສີມການຜະລິດ ສ້າງຄວາມເປັນເຈົ້າ

ຫ້າມນໍາເຂົ້າສິນຄ້າກະສິກຳ ທີ່ສາມາດຜະລິດໄດ້ພາຍໃນ ສົ່ງເສີມການຜະລິດ ສ້າງຄວາມເປັນເຈົ້າ
ໂດຍ: ສ.ບຸດປະຊາ ລັດຖະບານ ເວົ້າລວມ, ເວົ້າສະເພາະ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ

ທີ່ກ່ຽວຂ້ອງກັບພາລະບົດບາດຂອງຕົນ ໂດຍໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ສະເໜີລັດຖະບານ ເພື່ອເກືອດຫ້າມສິນຄ້າກະສິກຳ ທີ່ສາມາດຜະລິດໄດ້ພາຍໃນ ໂດຍເລັ່ງໃສ່ການຊຸກຍູ້ສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ການຜະລິດສິນຄ້າເພື່ອການສົ່ງອອກ ຊຶ່ງໃນນີ້ ມີ 5 ປະເພດສິນຄ້າ ທີ່ເກືອດຫ້າມນໍາເຂົ້າຜ່ານດ່ານປະເພນີ ແລະ ດ່ານທ້ອງຖິ່ນ ແຕ່ອະນຸຍາດໃຫ້ນໍາເຂົ້າໄດ້ ຜ່ານດ່ານສາກົນທີ່ມີດ່ານກັກກັນພືດ-ສັດເທົ່ານັ້ນ.
ໂດຍເລັ່ງໃສ່ວຽກງານດັ່ງກ່າວດ້ວຍຄວາມເອົາໃຈໃສ່, ທ່ານ ບຸນຈັນ ກົມບຸນຍາສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ໃນໂອກາດໃຫ້ສຳພາດ ເມື່ອຕົ້ນເດືອນພະຈິກນີ້ວ່າ: ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເອົາໃຈໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ກ່ຽວຂ້ອງກັບພາລະບົດບາດຂອງຕົນ ໂດຍເລັ່ງໃສ່ການຊຸກຍູ້ສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ການຜະລິດເປັນສິນຄ້າ ເພື່ອສົ່ງອອກ ກໍຄືການຈັດຕັ້ງປະຕິບັດວຽກຂອງຄະນະສະເພາະກິດ ວ່າດ້ວຍການແກ້ໄຂບັນຫາເຄັ່ງຮ້ອນ ດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023; ກະຊວງກະສິກຳ ແລະ ປ່າໄມ້ ແມ່ນໄດ້ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດ ພ້ອມດຽວກັນກໍໄດ້ເກັບກຳຂໍ້ມູນດ້ານການຜະລິດ ແລະ ການດຸ່ນດ່ຽງສະບຽງອາຫານ ໂດຍສະເພາະແມ່ນ ເຂົ້າ, ຊີ້ນ, ປາ, ໄຂ່ ແລະ ພືດຜັກ ແມ່ນສາມາດຫຼຸດຜ່ອນການນໍາເຂົ້າໄດ້.
ລັດຖະບານ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 1115/ຫສນຍ, ລົງວັນທີ 7 ມິຖຸນາ 2024 ເຫັນດີໃຫ້ກະຊວງກະສິກຳ ແລະ ປ່າໄມ້ ປະຕິບັດມາດຕະການເກືອດຫ້າມການນໍາເຂົ້າສິນຄ້າກະສິກຳ ທີ່ສາມາດຜະລິດໄດ້ພາຍໃນ ຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ແຕ່ອະນຸຍາດໃຫ້ນໍາເຂົ້າໄດ້ ຜ່ານດ່ານສາກົນທີ່ມີດ່ານກັກກັນພືດ-ສັດເທົ່ານັ້ນ. ດັ່ງນັ້ນ, ເພື່ອຈັດຕັ້ງປະຕິບັດ ແຈ້ງການສະບັບດັ່ງກ່າວ ກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 3171/ກປ, ລົງວັນທີ 20 ມິຖຸນາ 2024 ໂດຍແຈ້ງການເຖິງຫົວໜ້າກົມ, ສະຖາບັນ, ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ເພື່ອເພີ່ມທະວີປະຕິບັດມາດຕະການເກືອດຫ້າມດັ່ງກ່າວ ຊຶ່ງມີເນື້ອໃນສຳຄັນແມ່ນ ມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ປະສານສົມທົບກັບພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເຮັດທົດລອງເກືອດຫ້າມການນໍາເຂົ້າສິນຄ້າກະສິກຳທີ່ສາມາດຜະລິດໄດ້ພາຍໃນ ຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ແຕ່ອະນຸຍາດໃຫ້ນໍາເຂົ້າສະເພາະດ່ານສາກົນ ທີ່ມີລະບົບກວດກາກັກກັນພືດ-ສັດເທົ່ານັ້ນ ຊຶ່ງປະກອບມີ: 1. ເຂົ້າສານ ແລະ ເຂົ້າເປືອກທຸກຊະນິດ;2. ປະເພດຊີ້ນ: ຊີ້ນໝູ, ຊີ້ນງົວ, ຊີ້ນແບ້, ຊີ້ນເປັດ, ຊີ້ນໄກ່, ຊີ້ນຫ່ານ, ຊິ້ນສ່ວນ ແລະ ເຄື່ອງໃນສັດທຸກປະເພດ, ລວມທັງສັດມີຊີວິດຄື: ງົວ, ໝູ, ແບ້, ໄກ່ພັນຊີ້ນ, ໄກ່ສຸດໄຂ່, ໄກ່ລາດ, ໄກ່ສາມສາຍພັນ, ເປັດ, ຫ່ານ;3. ໄຂ່ໄກ່;4. ປະເພດປາ: ປານໍ້າຈືດ ແລະ ຜະລິດຕະພັນປານໍ້າຈືດທຸກຊະນິດ ລວມທັງປາແດກ; ແລະ 5. ພືດຜັກ: ພືດກິນໃບ (ຜັກກາດທຸກປະເພດ, ຜັກກະລໍ່າປີ, ຜັກສະຫຼັດ, ຜັກຫົມ, ຜັກຫອມປ້ອມ, ຜັກຊີ, ຜັກບົ້ງ, ຜັກບົ່ວໃບ, ຫອມລາບ, ຫອມເປ, ຫອມແພວ, ບົວລະພາ, ໃບຂີ້ຫູດ), ພືດກິນຫົວ (ຫົວຂີງ, ຫົວຂ່າ, ຫົວສີໄຄ, ເຜືອກ, ມັນດ້າງ, ມັນເພົາ, ມັນຕົ້ນ, ມັນສາຄູ, ຖົ່ວດິນ), ພືດກິນໝາກ (ໝາກເຂືອ, ຖົ່ວຝັກຍາວ, ຖົ່ວເບີ, ຖົ່ວແຂກ, ໝາກແຕງ, ໝາກອຶ, ໝາກນໍ້າ, ໝາກໂຕ່ນ, ໝາກເຜັດນ້ອຍ, ສາລີແອ້ ຫຼື ສາລີອ່ອນ, ໝາກໂມ, ໝາກບວບ, ໝາກແຄ້ງ, ຖົ່ວພູ).
ພ້ອມດຽວກັນ, ກໍໄດ້ມອບໃຫ້ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ແກ້ໄຂຜົນກະທົບທີ່ຈະຕາມມາຂອງການປະຕິບັດມາດຕະການດັ່ງກ່າວ ພ້ອມທັງຮັບມືບໍ່ໃຫ້ມີຜົນກະທົບຕໍ່ລາຄາສິນຄ້າ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ນອກຈາກນັ້ນ, ທ້ອງຖິ່ນ ຕ້ອງສ້າງກົນໄກການຊຸກຍູ້ສົ່ງເສີມການຜະລິດກະສິກຳ ເພື່ອສ້າງຄວາມເປັນເຈົ້າການຂອງທ້ອງຖິ່ນໃຫ້ຫຼາຍຂຶ້ນ. ຄຽງຄູ່ກັນນັ້ນ, ກໍມອບໃຫ້ບັນດາກົມ, ສະຖາບັນ, ສູນ, ພະແນກກະສິກຳ ແລະ ປ່າໄມ້ ເປັນເຈົ້າການ ຈັດຕັ້ງຜັນຂະຫຍາຍ, ຊູກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດແຈ້ງການສະບັບນີ້ ຢ່າງເຂັ້ມງວດ ແລະ ລາຍງານຄວາມຄືບໜ້າໃຫ້ການນໍາກະຊວງກະສິກຳ ແລະ ປ່າໄມ້ຮັບຊາບ ເປັນແຕ່ລະໄລຍະ.
ການເກືອດຫ້າມດັ່ງກ່າວນັ້ນ, ແມ່ນບໍ່ພຽງແຕ່ຊຸກຍູ້ສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງເສີມໃຫ້ຊົມໃຊ້ສິນຄ້າກະສິກຳພາຍໃນ ເພື່ອສ້າງຄວາມເປັນເຈົ້າການຂອງພວກເຮົາ ທັງດ້ານການຜະລິດ ແລະ ການຊົມໃຊ້ພາຍໃນ; ພ້ອມນີ້, ກໍຍັງເປັນການຫຼຸດຜ່ອນຄວາມຕ້ອງການສິນຄ້າພາຍນອກ ທີ່ເປັນຜົນສືບເນື່ອງໃຫ້ແກ່ການຫຼຸດຜ່ອນຄວາມຕ້ອງການເງິນຕາຕ່າງປະເທດ ເພື່ອຊໍາລະສະສາງການນໍາເຂົ້າສິນຄ້າ ປະກອບສ່ວນແກ້ໄຂບັນຫາດ້ານການເງິນ. ໃນອີກດ້ານໜຶ່ງ, ກໍຖືວ່າເປັນການປົກປ້ອງການປູກຝັງ-ລ້ຽງສັດ ແລະ ການປະມົງ ເພາະການນໍາສິນຄ້າກະສິກຳຜ່ານດ່ານສາກົນທີ່ມີດ່ານກັກກັນພືດ-ສັດ ແມ່ນຈະເພີ່ມຄວາມເຂັ້ມແຂງໃນການຕ້ານພະຍາດຕ່າງໆ ທີ່ມີຜົນກະທົບບໍ່ດີຕໍ່ພືດ-ສັດ ອາດເກີດຂຶ້ນຈາກການບໍ່ຜ່ານດ່ານກັກກັນ ແລ້ວເຂົາມາສູ່ປະເທດເຮົາ; ພ້ອມນີ້, ກໍຍັງເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ຄູ່ຄ້າຂອງປະເທດເຮົາ ເພື່ອຮັບປະກັນວ່າສິນຄ້າກະສິກຳຂອງ ສປປ ລາວ ມີຄວາມປອດໄພ, ມີການຢັ້ງຢືນສຸຂານາໄມ ຕາມມາດຕະຖານ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 26-28 ຕຸລານີ້, ທ່ານ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະ ນາອົບຮົມ, ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ ll ຂອງກອງທັບປະຊາຊົນລາວ ໃຫ້ສູນເສຍອົງຄະ 598, ສູນ 18 ແລະ ສູນ 19 ຢູ່ແຂວງຫຼວງພະບາງ, ມີທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ພ້ອມດ້ວຍຄະນະບັນຊາບັນດາສູນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສໍາພາດຕໍ່ບໍລິສັດຮູບເງົາ ແລະ ວິທະຍາສາດສູນກາງຫວຽດນາມ ເນື່ອງໃນໂອກາດປີສາມັກຄີ ລາວ-ຫວຽດນາມ, ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງ ເມືອງມໍຣະດົກໂລກ ປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນຕອນຄໍ່າວັນທີ 27 ຕຸລາຜ່ານມາ, ໂດຍມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີການນໍາແຂວງ, ຕະຫຼອດຮອດມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຫວ່າງມໍ່ໆມານີ້, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊີ້ນຳວຽກງານ ຢູ່ໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230kV ມະຫາໄຊ ຂອງບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T) ຢູ່ ເມືອງມະຫາໄຊ ແຂວງຄຳມ່ວນ. ໂດຍມີ ທ່ານ ເຊຍ ມິນ (Xie Min) ຮອງຜູ້ອຳນວຍການໃຫຍ່ ບໍລິສັດ EDL-T ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມຕ້ອນຮັບ ແລະ ນຳສະເໜີ.
ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານຮ່ວມພັດທະນາ (JDB) ຄອງແຊັມ (ຊະນະເລີດ) ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ). ພິທີມອບລາງວັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 27 ຕຸລານີ້. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ມີທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026, ມີການນໍາຂັ້ນ ນວ, ຂັ້ນເມືອງ, ອະດີດການນໍາ, ນັກສີພາຍ, ນັກທຸລະກິດ, ມວນຊົນຊາວ ນວ, ແຂກຖືກເຊີນເຂົ້າຮ່ວມ.
ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ພິທີໄຫຼເຮືອໄຟ 13 ລໍາ ແລະ ປ່ອຍກະໂທງສາຍ 2,569 ດວງ ຈັດຂຶ້ນຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່ ໃນຕອນຄ່ຳວັນທີ 26 ຕຸລາ 2026 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ 2026 ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນໍາສູນກາງ, ການນຳແຂວງ ແລະ ປະຊາຊົນທັງພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງຟົດຟື້ນ.
ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

​ການແຂ່ງຂັນຊ່ວງເຮືອ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 26 ຕຸລາ 2026, ພາຍຫຼັງທີ່ມີການແຂ່ງຂັນມາເປັນເວລາ 3 ວັນ (24-26 ຕຸລາ 2026) ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 39 ລໍາ ແບ່ງອອກເປັນ 5 ປະເພດການແຂ່ງຂັນຄື: ເຮືອຂຸດເຈາະປະເພນີ (ຊາຍ) 30-35 ສີພາຍ ມີ 7 ລໍາ, ເຮືອຂຸດເຈາະປະເພນີ (ຍິງ) 30-35 ສີພາຍ 7 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 30-35 ສີພາຍ 8 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 50-55 ສີພາຍ 6 ລໍາ ແລະ ເຮືອມິດຕະພາບ ທ່າແຂກ-ນະຄອນພະນົມ 11 ລໍາ. ໃນນີ້ມີເຮືອທ່າແຂກ 7 ລໍາ ແລະ ເຮືອຈາກນະຄອນພະນົມ 4 ລໍາ ຊີງຂັນລາງວັນ 5 ໜ່ວຍ ພ້ອມເງິນລາງວັນລວມ 500 ລ້ານກວ່າກີບ.
ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ວັນທີ 26 ຕຸລາຜ່ານມາ, ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນ ຊ່ວງເຮືອປະເພດຍິງ ເນື່ອງໃນໂອກາດບຸນປະເພນີອອກພັນສາປະວໍຣະນາ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາແຂວງ, ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ.
ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຄະນະບໍລິຫານງານພັກແຂວງຈຳປາສັກ ແລະສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈະ​ຮ່ວມ​ມື​ກັນເພື່ອສ້າງກົນໄກທາງດ້ານນິຕິກຳສຳລັບການຮ່ວມມື, ຍົກສູງປະສິດທິຜົນການຈັດຕັ້ງປະຕິບັດໜ້າວຽກ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງຂັ້ນຮາກຖານ ຜ່ານການສຶກສາອົບຮົມດ້ານການເມືອງ-ແນວຄິດ, ການປູກຈິດສຳນຶກຮັກຊາດ, ຮັກອາຊີບ, ຮັກສາສິ່ງແວດລ້ອມ ແລະ ຂະຫຍາຍການຈັດຕັ້ງຊາວໜຸ່ມເຂົ້າສູ່ຂະແໜງການຜະລິດ, ໂຮງຈັກ, ໂຮງງານ ແລະ ເຂດເສດຖະກິດ.
ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

​ ເຈົ້າໜ້າທີ່ຕຳຫຼວດຈາລະຈອນ ເມືອງຈັນທະບູລີ ເອົາໃຈໃສ່ຈັດສັນລະບຽບການສັນຈອນໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈຳປີ 2026 ໂດຍໄດ້ຮັບການຮ່ວມມືເປັນຢ່າງດີຈາກປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ພ້ອມທັງວາງກຳລັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ 49 ສະຫາຍ ປະຈຳການຢູ່ 15 ຈຸດ ພາຍໃນ ແລະ 2 ປ້ອມພາຍນອກເຂດຮັບຜິດຊອບ ເພື່ອອໍານວຍຄວາມສະດວກ ແລະ ຫຼຸດຜ່ອນຄວາມແອອັດ.
ເພີ່ມເຕີມ