![]() |
ໃນພິທີ, ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານໃຫ້ຮູ້ວ່າ: ໃນການເຂົ້າຮ່ວມງານມະຫະກຳກິລາຊີເກມຄັ້ງນີ້, ສປປ ລາວ ຈະສົ່ງທີມນັກກິລາລາວທັງໝົດ 39 ປະເພດກິລາ, ໃນນັ້ນ 19 ປະເພດກິລາ ໄດ້ນໍາໃຊ້ງົບປະມານຂອງລັດຖະບານ ແລະ 20 ປະເພດກິລາ ແມ່ນກຸ້ມຕົນເອງຮອບດ້ານ. ຊຶ່ງຄະນະກິລາທີມຊາດ ໄດ້ເຂົ້າສູນຝຶກຊ້ອມກະກຽມໃນເວລາ 120 ວັນ ແລະ ໄດ້ກຳນົດ 4 ຈຸດໃຫຍ່ ຄື: ສະຖາບັນກິລາ-ກາຍຍະກໍາ, ເຂດມະຫາວິທະຍາໄລແຫ່ງຊາດ, ສູນບູໂດເຊັນເຕີ ແລະ ສະໜາມກິລາແຫ່ງຊາດ (ຫຼັກ 16); ນັບມາຮອດປັດຈຸບັນ ທີມນັກກິລາລາວ ມີພ້ອມ ແລະ ຄາດໝາຍຈະສູ້ຊົນໃຫ້ໄດ້ 3-5 ຫຼຽນຄໍາ.
ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ໂອລ້ລົມເນັ້ນໃຫ້ທີມນັກກິລາທຸກຄົນໃຫ້ເອົາໃຈໃສ່ປະຕິບັດຕາມກົດລະບຽບກະຕິກາ ທີ່ຄູຝຶກວາງແຜນໄວ້, ທຸກຄົນຕ້ອງຮູ້ໄດ້, ຮູ້ເສຍ ແລະ ຮູ້ໃຫ້ອະໄພ ເຄົາລົບກົດກະຕິກາການແຂ່ງຂັນ ມີໄມຕິຈິດມິດຕະພາບ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ພ້ອມທັງເປັນທູດປະຊາຊົນ ໂຄສະນາເຜີຍແຜ່ວັດທະນະທໍາລາວ ສູ່ບັນດານັກກິລາຈາກປະເທດຕ່າງໆ ແລະ ພ້ອມກັນສູ້ຊົນຍາດຫຼຽນລາງວັນ ຕາມທີ່ຄະນະນໍາ ໄດ້ຕັ້ງເປົ້າໝາຍໄວ້ ສ້າງກຽດຊື່ສຽງໃຫ້ແກ່ຕົນ, ຄອບຄົວ ແລະ ປະເທດຊາດ.
![]() |
ໃນພິທີດັ່ງກ່າວ ກໍຍັງມີພິທີມອບ-ຮັບ ການສະໜັບສະໜູນ ຈາກບໍລິສັດຫຸ້ນສ່ວນ ໂດເນັກ ກຣຸບ (DONEX Group) ຈາກ ສສ ຫວຽດນາມ ໃຫ້ການອຸປະຖໍາຊຸດກິລາ ລວມມູນຄ່າ96,804 ໂດລາ ຫຼື ປະມານ 2 ຕື້ກວ່າກີບ; ບໍລິສັດ ເບຍລາວ ຈໍາກັດ ອຸປະຖໍາເປັນເງິນລາງວັນຫຼຽນຄໍາ ແລະ ຜະລິດຕະພັນເຄື່ອງດື່ມ ມູນຄ່າ 304,600,000 ກີບ ແລະ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໃຫ້ການອຸປະຖໍາເງິນຫຼຽນລາງວັນ ມູນຄ່າ 905,000,000 ກີບ.
![]() |
ພາບ-ຂ່າວ: ສົງການ



ຄໍາເຫັນ