ຮ່າໂນ້ຍ ໃນຮອບ 8 ປີ ຈຶ່ງໄດ້ຕ່າວຄືນ

ຮ່າໂນ້ຍ ໃນຮອບ 8 ປີ ຈຶ່ງໄດ້ຕ່າວຄືນ
ໂດຍ:ໄຊ ຕະວິຍານ
ສຽງເພງ ຮ່າໂນ້ຍ-ວຽງຈັນ (ເຮົາຮັກແພງກັນ ເຮົາສາມັກຄີ ສາມັກຄີ...)ກາຍເປັນເພງອໍາມະຕະ ທີ່ມີຄວາມໝາຍຢ່າງເລິກເຊິ່ງ ພັນລະນາເຖິງຄວາມສາມມັກຄີແບບພິເສດ-ການຮ່ວມມືຢ່າງຮອບດ້ານລະຫວ່າງ ລາວ-ຫວຽດນາມ ໄດ້ດັງກ້ອງກັງວານ ໃນເວລາຈັດກິດຈະກໍາ ມ່ວນຊື່ນລື່ນເລີງ ໃນໝູ່ພະນັກງານການນໍາລາວເຮົາໄປຝຶກອົບຮົບຍົກລະດັບໄລຍະສັ້ນ,ນັກສຶກສາລາວທຸກລະດັບທີ່ໄປຮຽນໃນສາຂາວິຊາອາຊີບຕ່າງໆຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ໃນຮອບ 8 ປີ ທີ່ໄດ້ຕ່າວຄືນ ນະຄອນຫຼວງຮ່າໂນ້ຍ ສັງເກດເຫັນວ່າ ມີການປ່ຽນແປງໃໝ່ຫຼາຍດ້ານໄປສູ່ການພັດທະນາທີ່ດີຂຶ້ນຢ່າງປະຈັກຕາ. ເມື່ອເຮົາຂີ່ລົດອອກຈາກສະໝາມບິນໂນ້ຍບາຍ ຜ່ານຂົວແມ່ນໍາແດງ ມາຫາໃຈກາງຕົວເມືອງຮ່າໂນ້ຍປະມານ 60 ກິໂລແມັດ ແນມເບິ່ງສອງຝາກຂ້າງທາງຈະເຫັນການປັບປຸ່ງປ່ຽນແປງທັດສະນີຍະພາບຂອງນະຄອນຫຼວງຮ່າໂນ້ຍຢ່າງສວຍງາມ,ມີການປູກຕົ້ນໄມ້ ຕາມຄູກາງທາງ,ສອງຟາກຂ້າງທາງ ຕາມທິດສີຂຽວ ຍືນຍົງ ຮັກສາສິ່ງແວດລ້ອມໄດ້ດີ.ສໍານັກງານອົງການສະໄໝກ່ອນຍັງປົກປັກຮັກສາ ອະນຸລັກໄດ້ເປັນຢ່າງດີ.ບໍລິສັດ,ຮ້ານຄ້າ,ເຮືອນຊານບ້ານຊ່ອງຂອງປະຊົນທີ່ຊຸດໂຊມທີ່ເຄີຍເຫັນໃນໄລຍະຜ່ານມາ ແມ່ນໄດ້ຮັບການກໍ່ສ້າງເປັນຕຶກສູງຫຼາຍແຫ່ງ ມີຄວາມຫຼາກຫຼາຍ ແລະ ທັນສະໄໝຂຶ້ນຢ່າງສວຍງາມ,ຖະນົນຫົນທາງແຄບ,ທາງດ່ວນ,ຂົວຫຼາຍແຫ່ງໄດ້ຮັບການປັບປຸງກໍ່ສ້າງຢ່າງກວ້າງຂວາງຮອງຮັບການສັນຈອນຂອງປະຊາຊົນທີ່ໜາແໜ້ນ,ສະແດງໃຫ້ເຫັນວ່າ:ການນໍາພັກ-ລັດ ຫວຽດນາມ,ເຈົ້າຄອງນະຄອນຮ່າໂນ້ຍ ມີວິໄສທັດ ມຸ່ງໝັ້ນປະຕິຮູບໃນການປັບປຸງຕົວເມືອງໃຫ້ໄປສູ່ຄວາມເປັນລະບຽບຮຽບຮ້ອຍ ທັນສະໄໝ ສ້າງສາທາລະນຸປະໂພກອໍານວຍຄວາມສະດວກໃຫ້ກັບປະຊາຊົນ ສ້າງນະຄອນຫຼວງໄປສູ່ຄວາມທັນສະໄໝຂຶ້ນເປັນກ້າວໆ.
ເມື່ອເວົ້າເຖິງພາຫະນະ ກ່ອນໜ້ານີ້ຢູ່ນະຄອນຫຼວງຮ່າໂນ້ຍ ລົດຖີບຈໍານວນຫຼາຍ ຈະເປັນພາຫະນະຕົ້ນຕໍທີ່ປະຊາຊົນຊົມໃຊ້ ລອງລົງມາແມ່ນລົດຈັກ ແລະ ລົດໃຫຍ່ມີຈໍານວນໜ້ອຍ.ແຕ່ປັດຈຸບັນໃນນະຄອນຫຼວງ ລົດຖີບເກືອບວ່າບໍ່ເຫັນເລີຍ,ລົດຈັກ ແລະ ລົດໃຫຍ່ເພີ່ມຂຶ້ນຫຼາຍເທົ່າ ສະແດງວ່າ ປະຊາຊົນຫວຽດນາມ ມີລາຍຮັບເພີ່ມຂຶ້ນ ຊີວິດການເປັນຢູ່ດີຂຶ້ນ. ຕາມສະຖິຕິໃນເດືອນພະຈິກ ປີ 2022 ຮ່າໂນ້ຍ ມີຈໍານວນພາຫະນະທັງໝົດ 7.784,657ຄັນ,ໃນນີ້,ມີລົດໃຫຍ່1.056,423 ຄັນ,ລົດຈັກ 6.545.317 ຄັນ ແລະ ລົດຈັກໄຟຟ້າ 182.917 ຄັນ.
ປັດຈຸບັນ,ນະຄອນຫຼວງຮ່າໂນ້ຍ ມີປະຊາກອນທັງໝົດ 11 ລ້ານກວ່າຄົນ(ຜູ້ມີສໍາມະໂນຄົວ)ຄວາມໜາແໜ້ນຂອງພົນລະເມືອງສະເລ່ຍ 2.398ຄົນຕໍ່/ກມ2; ໃນເດືອນສິງຫາປີ 2023 ນີ້,ນະຄອນຫຼວງຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 15 ປີ ຂອງການສ້າງຕັ້ງເປັນເຂດປົກຄອງຕົນເອງ.ສະພາບເສດຖະກິດ ຂອງນະຄອນຮ່າໂນ້ຍ ແມ່ນມີຄວາມເຕີບໂຕເປັນລໍາດັບ.ຕາມສະຖິຕິໃນສົກ 2011-2022 (GRDP)ເພີ່ມຂຶ້ນສະເລ່ຍ 6,67% ໃນນີ້ ການບໍລິການເພີ່ມຂຶ້ນ 6,77 % ອຸດສະຫະກໍາ-ກໍ່ສ້າງ ເພີ່ມຂຶ້ນ 8,19%,ກະສິກໍາເພີ່ມຂຶ້ນ 2,87%; ອັດຕາເຕີບໂຕສະເລ່ຍ 5,24%. ລາຍຮັບຂອງປະຊາຊົນ ໃນປີ 2023 ນີ້ ໄດ້  291 ລ້ານດົງຕໍ່ຄົນຕໍ່ປີ. ເພີ່ມຂຶ້ນ 180 ກວ່າລ້ານດົງຕໍ່ຄົນຕໍ່ປີ ທຽບໃສ່ ປີ 2011.ປີ 2022 ຍອດມູນຄ່າການສົ່ງອອກ ແລະ ນໍາເຂົ້າ ບັນລຸ 58 ຕື້ ໂດລາ,ອັດຕາເງິນເຟີ້ ສາມາດຄວບຄຸມໄດ້ໃນລະດັບດີ.ນະຄອນຮ່າໂນ້ຍ ນອກຈາກເອົາໃຈໃສ່ພັດທະນາດ້ານການຜະລິດກະສິກໍາ.ອຸດສະຫະກໍາ-ປຸ່ງແຕ່ງ,ການຜະລິດ,ພັດທະນາເຕັກໂນໂລຊີລະດັບສູງແລ້ວ ຍັງໄດ້ຖືສໍາຄັນຍົກລະດັບຫັດຖະກໍາຈັກສານ ເປັນສິນຄ້າໃຊ້ສອຍພາຍໃນປະເທດ ແລະ ເປັນສິນຄ້າສົ່ງອອກ. ປັດຈຸບັນທົ່ວນະຄອນຮ່າໂນ້ຍມີບ້ານເຮັດອາຊີບຫັດຖະກໍາ 1.350 ບ້ານ,ໃນນີ້ ມີ 313 ບ້ານທີ່ໄດ້ຮັບຮອງເປັນບ້ານຫັດຖະກໍາທີ່ສົມບູນແບບ.
ດ້ານການທ່ອງທ່ຽວກໍມີການພັດທະນາຄ່ຽງຄູ່ກັນໄປກັບຂະແໜງການອື່ນໆ ໃນປີ 2022 ຜ່ານມາ,ຈໍານວນນັກທ່ອງທ່ຽວມີທັງໝົດ 18,7 ລ້ານເທື່ອຄົນ,ໃນນັ້ນມີນັກທ່ອງທ່ຽວສາກົນ 1,5 ລ້ານເທື່ອຄົນ,ຄາດວ່າໝົດປີ 2023 ຈະດຶງດູດນັກທ່ອງທ່ຽວເຂົ້າມາທັງໝົດ 22 ລ້ານຄົນ.ການທ່ອງທ່ຽວຮ່າໂນ້ຍກາຍເປັນຂະແໜງເສດຖະກິດທີ່ສໍາຄັນ ຖືກຈັດຢູ່ໃນ 10 ນະຄອນທີ່ມີການຂະຫຍາຍຕົວທາງດ້ານການທ່ອງທ່ຽວໄວທີ່ສຸດໃນໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026

ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ທັນວາ ຜ່ານມາວ່າ: ທ່ານ ຍໍ ຮັນກູ ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມທຸກວິທີທາງເພື່ອຮັກສາການສົ່ງອອກປະຈຳປີຂອງ ສ ເກົາຫຼີ ໃຫ້ສູງກວ່າ 700 ຕື້ໂດລາເປັນປີທີສອງຕິດຕໍ່ກັນໃນປີ 2026, ເຖິງວ່າຈະມີຄວາມບໍ່ແນ່ນອນດ້ານການຄ້າທົ່ວໂລກກໍຕາມ.
ທ່ານ ໂດໂນ ທຣຳ ລົງນາມໃນຄຳສັ່ງຖອນ ອາເມຣິກາ ອອກຈາກ 66 ອົງການຈັດຕັ້ງສາກົນ

ທ່ານ ໂດໂນ ທຣຳ ລົງນາມໃນຄຳສັ່ງຖອນ ອາເມຣິກາ ອອກຈາກ 66 ອົງການຈັດຕັ້ງສາກົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ມັງກອນ ຜ່ານມາວ່າ: ທຳນຽບຂາວ ຂອງສະຫະລັດ ອາເມຣິກາ ໄດ້ປະກາດໃນວັນທີ 7 ມັງກອນ ຜ່ານມາວ່າ, ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ລົງນາມໃນຄຳສັ່ງບໍລິຫານທີ່ຖອນສະຫະລັດ ອາເມຣິກາ ອອກຈາກການເປັນສະມາຊິກຂອງອົງການຈັດຕັ້ງສາກົນ ຈຳນວນ 66 ແຫ່ງ ໃນນີ້ລວມມີອົງການຈັດຕັ້ງທີ່ຂຶ້ນກັບສະຫະປະຊາຊາດ 31 ແຫ່ງ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບສະຫະປະຊາຊາດ 35 ແຫ່ງ.
ປີ 2025 ຈີນມ້າງ​ຄະ​ດີ​ຫຼອກ​ລວງ ​ໄດ້​ທັງ​ໝົດ 258.000 ຄະ​ດີ

ປີ 2025 ຈີນມ້າງ​ຄະ​ດີ​ຫຼອກ​ລວງ ​ໄດ້​ທັງ​ໝົດ 258.000 ຄະ​ດີ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ກະ​ຊວງ​ປ້ອງ​ກັນ​ຄວາມ​ປະ​ຫງົບ​ຈີນ​ໄດ້ຖະ​ແຫຼງ​ໃຫ້​ຮູ້​ວ່າ​, ປີ 2025 ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ປະ​ເທດ​ຈີນ​ໄດ້​ປາບ​ປາມ​ອາ​ຊະ​ຍາ​ກຳ​ຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ ແລະ​ ອອນ​ລາຍ​ຕາມ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ, ເຮັດ​ໃຫ້​ການ​ເກີດ​ອາ​ຊະ​ຍາ​ກຳ​ດັ່ງ​ກ່າວ​ຫຼຸ​ດ​ລົງ ໂດຍ​ສາ​ມາດ​ມ້າງ​ຄະ​ດີ​ທີ່​ກ່ຽວ​ຂ້ອງ​ໄດ້​ທັງ​ໝົດ 258.000 ຄະ​ດີ, ຮ່ວມ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຕັດ​ສາຍ​ຫຼອກ​ລວງ 3 ຕື້ 600 ລ້ານ​ເທື່ອ, ຂໍ້​ຄວາມ​ສັ້ນ 3 ຕື້ 300 ລ້ານ​ຂໍ້ຄວາມ, ຊ່ວຍ​ຢຸດ​ການ​ໂອນ​ເງິນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຫຼອກ​ລວງ​ໄດ້ 21 ລ້ານ 7 ແສນ 7 ພັນ​ຢວນ. ​ພາກ​ສ່ວນ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ສຶກ​ສາ​ອົບ​ຮົມ ​ແລະ​ ຕັກ​ເຕືອນ​ຕໍ່​ໜ້າ​ລວມ​ທັງ​ໝົດ 6 ລ້ານ 7 ແສນ 4 ໝື່ນ 7 ພັນ​ເທື່ອ​ຄົນ.
ນາຍົກຫວຽດນາມ ເນັ້ນ ເພື່ອເຕີບໂຕ 2 ໂຕເລກ ຕ້ອງຫັນປ່ຽນໂຄງປະກອບເສດຖະກິດ ແລະ ກຳນົດຮູບແບບການເຕີບໂຕໃໝ່

ນາຍົກຫວຽດນາມ ເນັ້ນ ເພື່ອເຕີບໂຕ 2 ໂຕເລກ ຕ້ອງຫັນປ່ຽນໂຄງປະກອບເສດຖະກິດ ແລະ ກຳນົດຮູບແບບການເຕີບໂຕໃໝ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 8 ມັງກອນ ຜ່ານມາ, ກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍໜ້າທີ່ປີ 2026 ຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດຂຶ້ນແບບທາງໄກ, ເຊື່ອມຕໍ່ຈາກສູນກາງໄປເຖິງ 34 ແຂວງ, ນະຄອນຂຶ້ນກັບສູນກາງ. ເຂົ້າຮ່ວມກອງປະຊຸມມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ທ່ານ ເລືອງເກື່ອງ ປະທານປະເທດ; ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ພ້ອມດ້ວຍການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.
Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Siemens ແລະ Nvidia ໄດ້ປະກາດການຮ່ວມມືດ້ານປັນຍາປະດິດ (AI) ເພື່ອພັດທະນາວິທີແກ້ໄຂ AI ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳ. ໂດຍມີເປົ້າໝາຍຍົກລະດັບຂະບວນການຕັ້ງແຕ່ການອອກແບບ ແລະ ການຜະລິດ ຈົນເຖິງລະບົບຕ່ອງໂສ້ການສະໜອງໂດຍຜ່ານການພັດທະນາລະບົບປະຕິບັດການອຸດສາຫະກຳທີ່ຂັບເຄື່ອນດ້ວຍ AI.
ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ທ່ານ ວິຈິດຕາ ເຮຣາດ ລັດຖະມົນຕີກະຊວງການຕ່າງປະເທດ, ການຈ້າງງານໃນຕ່າງປະເທດ ແລະ ການທ່ອງທ່ຽວຂອງສີລັງກາ ໄດ້ເປີດເຜີຍໃນກອງປະຊຸມຂ່າວ ຫວ່າງມໍ່ໆມານີ້ວ່າ, ສີລັງກາ ມີຈຳນວນນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນສູງສຸດແບບບໍ່ເຄີຍມີມາກ່ອນ ໃນປີ 2025, ໃນຂະນະທີ່ລາຍຮັບຈາກການທ່ອງທ່ຽວປະຈຳປີກໍທຳລາຍສະຖິຕິໃໝ່ເຊັ່ນດຽວກັນ, ເຖິງວ່າຈະປະເຊີນກັບອຸປະສັກຈາກພາຍຸໄຊໂຄລນ Ditwah ກໍຕາມ.
ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ອິນເດຍກຳລັງນຳໃຊ້ປັນຍາປະດິດ (AI) ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງແຮງງານຂອງຕົນ ທ່າມກາງຄວາມກັງວົນທົ່ວໂລກວ່າເຕັກໂນໂລຊີດັ່ງກ່າວອາດຈະເຂົ້າມາທົດແທນວຽກເຮັດງານທຳຈຳນວນຫຼາຍ. ໂດຍລັດຖະບານອິນເດຍໄດ້ເປີດໂຄງການພັດທະນາທັກສະດ້ານ AI ແຫ່ງຊາດຂະໜາດໃຫຍ່ ຊຶ່ງມີຈຸດປະສົງເພື່ອຝຶກອົບຮົມຊາວໜຸ່ມໃຫ້ໄດ້ 1 ລ້ານຄົນພາຍໃນ 1 ປີ.
Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Samsung Electronics ຊຶ່ງເປັນບໍລິສັດເອເລັກໂຕຣນິກຊັ້ນນໍາຂອງໂລກຈາກ ສ ເກົາຫຼີ ຄາດຄະເນວ່າ, ບັນຫາການຂາດແຄນຊິບໜ່ວຍຄວາມຈໍາຈະເຮັດໃຫ້ລາຄາສິນຄ້າໃນອຸດສາຫະກໍາເອເລັກໂຕຣນິກເພີ່ມສູງຂຶ້ນ ຊຶ່ງອາດຈະລວມທັງສິນຄ້າຂອງ Samsung ດ້ວຍ, ເຖິງແມ່ນວ່າ Samsung ເບິ່ງຄືວ່າມີຂໍ້ໄດ້ປຽບຫຼາຍກວ່າຄູ່ແຂ່ງຂອງຕົນ ເພາະວ່າເປັນຜູ້ຜະລິດຊິບໜ່ວຍຄວາມຈຳທີ່ໃຫຍ່ທີ່ສຸດໃນໂລກ.
ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ຂ່າວສານຊີອາໄອລາຍງານວ່າ: ຕາມ​ນັກ​ຂ່າວ​ໄດ້​ຮັບ​ຊາບ​ຂໍ້​ມູນ​ຈາກກອ​ງ​ປະ​ຊຸມ​ວຽກ​ງານ​​ໄປ​ສະ​ນີ​ທົ່ວ​ປະ​ເທດ​ປີ 2026 ທີ່​ກົມ​​ໄປ​ສະ​ນີ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ມັງ​ກອນ ຜ່ານມາ​ນີ້​​ວ່າ:
ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ເນື່ອງໃນໂອກາດປີໃໝ່ 2026, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບ ໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ ປີ 2025, ອາຍຸການລັດຖະບານ 2021 – 2025 ແລະ ໜ້າທີ່ ປີ 2026.
ເພີ່ມເຕີມ