ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ, ເຮືອນຫຼັງທີສອງຂອງນັກສຶກສາລາວ

ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ, ເຮືອນຫຼັງທີສອງຂອງນັກສຶກສາລາວ

ໃນຖານະທີ່ເປັນນັກສຶກສາລາວ ທີ່ກໍາລັງສຶກສາຮ່ຳຮຽນຢູ່ຮ່າໂນ້ຍ, ໃນຂະນະດຽວກັນ, ປັດຈຸບັນ ສັງກັດຢູ່ພະແນກພົວພັນການຕ່າງປະເທດ ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດນາມ - ລາວ. ຂ້າພະເຈົ້າໄດ້ສຶກສາຮໍ່າຮຽນລະດັບປະລິນຍາຕີ ແລະ ປັດຈຸບັນກໍາລັງສຶກສາຕໍ່ລະດັບປະລິນຍາໂທ. ຂ້າພະເຈົ້າດໍາລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງຮ່າໂນ້ຍ ອັນແສນສວຍງາມ ແລະ ຮັ່ງມີ, ສີວິໄລ, ທັນສະໄໝ ກໍຄືນະຄອນແຫ່ງສັນຕິພາບ. ຂ້າພະເຈົ້າ ເຫັນໄດ້ເຖິງບັນດາຄຸນຄ່າພິເສດຂອງນະຄອນຫຼວງຮ່າໂນ້ຍ ມາຕະຫຼອດ.
ຮ່າໂນ້ຍ ບໍ່ພຽງແຕ່ເປັນສູນກາງທາງດ້ານການເມືອງ, ວັດທະນະທຳຂອງຫວຽດນາມເທົ່ານັ້ນ, ແຕ່ຍັງເປັນນະຄອນທີ່ໄດ້ຮັບນາມມະຍົດ ຈາກອົງການ UNESCO ເປັນ “ນະຄອນເພື່ອສັນຕິພາບ”. ສໍາລັບຂ້າພະເຈົ້າແລ້ວ, ຮ່າໂນ້ຍ ໄດ້ກາຍເປັນ “ເຮືອນຫຼັງທີສອງ” - ບ່ອນທີ່ຂ້າພະເຈົ້າໄດ້ກ້າວຜ່ານໄລຍະເວລາໃນໄວໜຸ່ມ. ສະຖານທີ່ແຫ່ງນີ້, ບໍ່ພຽງແຕ່ໄດ້ບຳລຸງສ້າງຄວາມຮູ້, ມິດຕະພາບ ແລະ ປະສົບການທີ່ໜ້າຈົດຈຳເທົ່ານັ້ນ, ແຕ່ຍັງເປັນການເສີມຂະຫຍາຍຮັດ ແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ປະຊາຊົນສອງຊາດ ລາວ-ຫວຽດນາມ. ຂ້າພະເຈົ້າ ເຫັນໄດ້ຢ່າງຈະແຈ້ງເຖິງບົດບາດຂອງນະຄອນຫຼວງແຫ່ງນີ້ ເປັນຂົວເຊື່ອມຕໍ່ເພື່ອນມິດສາກົນ. ພິເສດ ແມ່ນປະຊາຊົນລາວ ເວົ້າລວມ, ນັກສຶກສາລາວ ເວົ້າສະເພາະ.
ຂ້ອຍຍັງຈົດຈໍາຕະຫຼອດມາ, ເທື່ອທໍາອິດເມື່ອ 10 ກວ່າປີກ່ອນ ຂ້າພະເຈົ້າ ກ້າວຂາລົງສະໜາມບິນໂນ້ຍບາຍ ດ້ວຍສາຍຕາ ແລະ ຄວາມຮູ້ສຶກປະທັບໃຈ. ໃນລະຫວ່າງທາງຈາກສະໜາມບິນຫາ ເຊີນເຕີຍ ສະຖານທີ່ແຫ່ງການບຳລຸງພາສາຫວຽດນາມ ໃຫ້ແກ່ນັກສຶກສາ ແລະ ພະນັກງານລາວຫຼາຍຮຸ້ນຄົນ. ຂ້າພະເຈົ້າ ຮູ້ສຶກປະທັບໃຈກັບລະບົບການຄົມມະນາຄົມ, ໂຄງລ່າງຕົວເມືອງທີ່ທັນສະໄໝຂອງຫວຽດນາມ. ໃນໄລຍະສຶກສາຮ່ຳຮຽນຢູ່ຮ່າໂນ້ຍ, ຂ້າພະເຈົ້າ ໄດ້ຮັບຮູ້ເຖິງໄມຕີຈິດມິດຕະພາບ ແລະ ຄວາມເປີດອົກເປີດໃຈຂອງປະຊາຊົນຢູ່ທີ່ນີ້. ຖະໜົນຫົນທາງທີ່ເຕັນໄປດ້ວຍຕົ້ນໄມ້ອັນຂຽວງາມ, ໜອງຮວ່ານກຽມ “Hoan Kiem” ທີ່ແສນສະຫງົບ ຫຼື ເຂດຕົວເມືອງເກົ່າທີ່ຄຶກຄື້ນໄປດ້ວຍຜູ້ຄົນ ແລະ ຄວາມຫຼາກຫຼາຍສີສັນທາງວັດທະນະທໍາຫວຽດນາມ. ສິ່ງເຫຼົ່ານັ້ນ ລ້ວນແຕ່ເຮັດໃຫ້ ຂ້າພະເຈົ້າ ຮູ້ສຶກສະໜິດຕິດພັນ, ຄວາມແປກໃໝ່. ໃນເວລາຮຽນ, ຄູ-ອາຈານ ໄດ້ເອົາໃຈໃສ່ສິດສອນຢ່າງສຸດອົກສຸດໃຈ, ເພື່ອນມິດຄົນຫວຽດນາມ ຍາມໃດກໍ່ກຽມພ້ອມຊ່ວຍເຫຼືອດ້ວຍຄວາມເຕັມໃຈ, ສ້າງບັນຍາກາດການຮຽນທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ເຮັດໃຫ້ຂ້າພະເຈົ້າ ຮູ້ສຶກເຖິງຄວາມອົົບອຸ່ນ ຄືກັນກັບຢູ່ໃນຄອບຄົວດຽວກັນ ບໍ່ໄດ້ຮູ້ສຶກຄືກັບກໍາລັງສຶກສາຢູ່ຕ່າງປະເທດ. ສຳລັບນັກສຶກສາລາວພວກເຮົາ, ຮ່າໂນ້ຍ ບໍ່ພຽງແຕ່ເປັນສະຖານທີ່ເຝິກຝົນຄວາມຮູ້ເທົ່ານັ້ນ, ແຕ່ຍັງເປັນເຮືອນຫຼັງທີ 2 ອີກດ້ວຍ, ເປັນບ່ອນທີ່ພວກຂ້າພະເຈົ້າ ສາມາດດຳລົງຊີວິດຢ່າງປອດໄພ, ສະໜິດຕິດພັນ ແລະ ອຸດົມສົມບູນທາງດ້ານວັດທະນະທຳເກົ່າແກ່. ຈາກປະສົບການຕົວຈິງ, ເຮັດໃຫ້ຂ້າພະເຈົ້າ ເຂົ້າໃຈຕື່ມອີກວ່າ: ເປັນຫຍັງນັກສຶກສາລາວຫຼາຍລຸ້ນຄົນ ຈຶ່ງຖືຮ່າໂນ້ຍ ແມ່ນສ່ວນໜຶ່ງຂອງຊີວິດໄວໜຸ່ມ, ເປັນບ່ອນໃຫ້ເຕີບໃຫຍ່, ເປັນບ່ອນເລີ່ມຕົ້ນຂອງຄວາມຮັກແພງ ແລະ ຮູບພາບຂອງຮ່າໂນ້ຍ ຍາມໃດກໍ່ສວຍງາມໃນຄວາມຊົງຈຳທີ່ບໍ່ມີວັນລືມໄດ້.
ຮ່າໂນ້ຍ ບໍ່ພຽງແຕ່ສ້າງຄວາມປະທັບໃຈ ດ້ວຍຄວາມງົດງາມທີ່ປານີດອັນເກົ່າແກ່, ໄມຕີຈິດມິດຕະພາບຂອງປະຊາຊົນ ແລະ ທິວທັດທຳມະຊາດທີ່ແສນສະຫງົບເທົ່ານັ້ນ, ແຕ່ຍັງເປັນສູນກາງການພົວພັນຕ່າງປະເທດທີ່ສຳຄັນຂອງຫວຽດນາມ. ສະຖານທີ່ແຫ່ງນີ້, ໄດ້ກາຍເປັນສະຖານທີ່ຈັດງານທີ່ສໍາຄັນລະດັບສາກົນເຊັ່ນ: ກອງປະຊຸມ APEC ປີ 2006, ກອງປະຊຸມສຸດຍອດ ອາເມຣິກາ - ສປປ ເກົາຫຼີ ປີ 2019 ຫຼື SEA Games ຄັ້ງທີ 31 ແລະ ອື່ນໆ. ບັນດາເຫດການດັ່ງກ່າວ ໄດ້ຢັ້ງຢືນເຖິງຈຸດຢືນ ແລະ ຄວາມໜ້າເຊື່ອຖືຂອງຮ່າໂນ້ຍ ໃນເວທີສາກົນ. ເປັນນະຄອນຫຼວງທີ່ປອດໄພ, ໝັ້ນຄົງ, ອຸດົມສົມບູນໄປດ້ວຍເອກະລັກ ແຕ່ເປີດກວ້າງ, ກຽມພ້ອມຕ້ອນຮັບເພື່ອນມິດຈາກທົ່ວໂລກ. ນາມມະຍົດ “ນະຄອນເພື່ອສັນຕິພາບ” ທີ່ອົງການ UNESCO ຮອງຮັບໃນປີ 1999 ບໍ່ພຽງແຕ່ເປັນຄວາມພາກພູມໃຈຂອງຊາວນະຄອນຫຼວງຮ່າໂນ້ຍ ເທົ່ານັ້ນ, ແຕ່ຫາກຍັງເປັນການຢັ້ງຢືນເຖິງຄວາມມຸ້ງມາດປາຖະໜາສັນຕິພາບ, ການຮ່ວມມື ແລະ ການພັດທະນາ ທີ່ນະຄອນຫຼວງແຫ່ງນີ້ ພວມປົກປັກຮັກສາ ແລະ ຜັນຂະຫຍາຍຢ່າງບໍ່ຢຸດຢັ້ງ. ເອກະລັກສະເພາະອັນໜຶ່ງຂອງຮ່າໂນ້ຍ ຊຶ່ງບໍ່ມີສະຖານທີ່ໃດມີນັ້ນກໍຄື “ຮ້ານແຄມທາງ”. ພຽງມູມຖະໜົນອັນນ້ອຍໆ ທີ່ທຸກຄົນຈິນຕະນາການເຖິງແຕ່ຝຸ່ນ ແລະ ຄວັນໄຟ ແຕ່ກັບກາຍເປັນສະຖານທີ່ເຄື່ອນໄຫວກິດຈະກໍາປະຈໍາວັນສ່ວນໃຫຍ່ ຂອງປະຊາຊົນແຫ່ງນີ້, ເປັນບ່ອນທັກທາຍສະບາຍດີ, ບ່ອນເຕົ້າໂຮມ ແລະ ແລກປ່ຽນ ພາຍຫຼັງມື້ເຮັດວຽກທີ່ແສນອິດເມື່ອຍ. ນີ້ເປັນອີກໜຶ່ງຫຼັກຖານຢືນຢັນເຖິງໄມຕີຈິດ, ນ້ຳໃຈ ຕ້ອນຮັບແຂກຄົນ, ຊີວິດທີ່ແສນທຳມະດາ ແລະ ຮັກຫອມສັນຕິພາບ ຂອງປະຊົາຊົນແຫ່ງນີ້.
ສໍາລັບປະຊາຊົນລາວແລ້ວ, ຮ່າໂນ້ຍ ບໍ່ພຽງແຕ່ເປັນນະຄອນຫຼວງຂອງຫວຽດນາມ, ແຕ່ຍັງເປັນສັນຍາລັກຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ປະຊາຊົນສອງຊາດ. ໃນຫຼາຍທົດສະວັດຜ່ານມາ, ມີນັກສຶກສາລາວຫຼາຍພັນຄົນ ໄດ້ມາສຶກສາຮ່ຳຮຽນ ຢູ່ຮ່າໂນ້ຍ. ໃນນັ້ນ, ມີຫຼາຍຄົນໄດ້ກາຍເປັນພະນັກງານ-ການນໍາຫຼັກແຫຼ່ງ ທີ່ສໍາຄັນຂອງພັກ-ລັດ. 
ປັດຈຸບັນ, ມີນັກສຶກສາລາວຫຼາຍກວ່າ 1,600 ຄົນ ທີ່ກໍາລັງດໍາລົງຊີວິດ ແລະ ສຶກສາຮ່ຳຮຽນຢູ່ຕາມບັນດາສະຖາບັນ, ມະຫາວິທະຍາໄລຢູ່ຮ່າໂນ້ຍ. ຢູ່ແຫ່ງນີ້, ພວກຂ້າພະເຈົ້າ ໄດ້ຮັບຄວາມຮູ້, ຝຶກຝົນທັກສະ ແລະ ຍິ່ງໄປກວ່ານັ້ນ, ແມ່ນຮັບຮູ້ເຖິງນໍ້າໃຈມິດຕະພາບອ້າຍນ້ອງ ອັນບໍລິສຸດຜຸດຜ່ອງ ທີ່ປະຊາຊົນຫວຽດນາມ ມອບໃຫ້ປະຊາຊົນລາວ. ມື້ນີ້, ໃນນາມທີ່ກັບມາເປັນນັກສຶກລາວ ຢູ່ຮ່າໂນ້ຍ ອີກຄັ້ງ, ໃນຖານະເປັນພະນັກງານທີ່ເຮັດວຽກພົວພັນຕ່າງປະເທດ ຂອງຄະນະໂຄສະນາອົບຮົມສູນກາງພັກ, ຂ້າພະເຈົ້າ ຍິ່ງເຫັນໄດ້ແຈ້ງວ່າ: ຮ່າໂນ້ຍ ແມ່ນຂົວເຊື່ອມຕໍ່ທີ່ສໍາຄັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ - ຫວຽດນາມ. ຈາກຮ່ອງຮອຍປະຫວັດສາດສູ່ຊີວິດປະຈໍາວັນ, ນະຄອນຫຼວງຮ່າໂນ້ຍ ຍາມໃດກໍປະກອບສ່ວນເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສານພົວພັນພິເສດ ລາວ - ຫວຽດນາມ, ຫວຽດນາມ - ລາວ. ດັ່ງປະທານ ໂຮ່ຈິມິນ ໄດ້ກ່າວໄວ້ວ່າ: “ສອງຊາດລາວ - ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງ ບໍ່ເລິກປູນປານໄດ້”, ປະທານ ໄກສອນ ພົມວິຫານ ກໍໄດ້ຢືນຢັນວ່າ: “ສາຍພູອາດເຊາະເຈື່ອນ, ແມ່ນ້ຳອາດເຫືອແຫ້ງ, ແຕ່ນໍ້າໃຈມິດຕະພາບ ລາວ - ຫວຽດນາມ ຈະໝັ້ນຄົງທະນົງແກ່ນຊົ່ວກາລະນານ”.
ສໍາລັບຂ້າພະເຈົ້າແລ້ວ, ຮ່າໂນ້ຍ ບໍ່ພຽງແຕ່ເປັນສະຖານທີ່ສຶກສາຮໍ່າຮຽນເທົ່ານັ້ນ, ແຕ່ຍັງເປັນບ່ອນໃຫ້ການເຕີບໃຫຍ່, ເພື່ອຮັບຮູ້ ແລະ ເພີ່ມພູນຄູນສ້າງບັນດາຄຸນຄ່າທີ່ໝັ້ນຄົງ ໃນສາຍພົວພັນສາກົນ. ຈາກວິໄສທັດຂອງນັກສຶກສາລາວຜູ້ໜຶ່ງ, ຂ້າພະເຈົ້າເຫັນວ່າ: ຮ່າໂນ້ຍ ເປັນ “ນະຄອນເພື່ອສັນຕິພາບ” ທີ່ແທ້ຈິງ, ເປັນ “ເຮືອນຫຼັງທີສອງ” ເປັນສະຖານທີ່ ທີ່ຂ້າພະເຈົ້າ ແລະ ຊາວໜຸ່ມລາວຈໍານວນຫຼາຍ ໄດ້ກ້າວຜ່ານຊີວິດໄວໜຸ່ມຂອງຕົນ, ເປັນສະຖານທີ່ຕິດພັນກັບຢາດເຫື່ອຕະຫຼອດເສັ້ນທາງແຫ່ງການສຶກສາຮຽນຮູ້ ແລະ ການເຮັດວຽກ. ເຊື່ອວ່າ: ຮ່າໂນ້ຍ ຍັງຄົງສືບຕໍ່ເປັນສະຖານທີ່ນັດໝາຍຂອງແຂກສາກົນ ແລະ ເປັນຂົວເຊື່ອມຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດນາມ - ລາວ ໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ.
ໂດຍ: ລຸນ ມົນທອງສານ 

ຄໍາເຫັນ

ຂ່າວການຮ່ວມມື

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງແຫ່ງສະຫະພັນຣັດເຊຍໄດ້ຈັດຂຶ້ນໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ. ການພົບປະຄັ້ງນີ້ຝ່າຍລາວນໍາໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ ແລະ ຝ່າຍ ສ ຣັດເຊຍນໍາໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ ປະທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ (ສພຊ) ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ.
ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ພິທີວາງສີລາລືກໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ຢູ່ທີ່ບ້ານຄອນໄຫຼນະຄອນປາກເຊແຂວງຈຳປາສັກ ຊຶ່ງເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 1975) ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 - 13 ທັນວາ 2025).
ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

1. ໂດຍຕອບຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກປະ​ຊາ​ຊົນປະ​ຕິ​ວັດລາວ ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາຊົນລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ, ສະ​ຫາຍ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ພ້ອມດ້ວຍ ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຂອງ ​ພັກ, ລັດ​ ແຫ່ງ ສສ ຫວຽດ​ນາມ ໄດ້​ຢ້ຽມ​ຢາມ​ລັດ​ຖະ​ກິດ ​ສ​າ​ທາ​ລະ​ນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນລາວ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສະ​ຖາ​ປະ​ນາ​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ​ຄົບ​ຮອບ 50 ປີ ແລະ ເປັນ​ປະ​ທານ​ຮ່ວມ​ກອງປະຊຸມ​ພົບ​ປະ ​ປະຈໍາປີ 2026 ລະຫວ່າງ ​ສອງ​ກົມ​ການ​ເມືອງ​ ພັກ​ປະ​ຊາ​ຊົນປະ​ຕິວັດລາວ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແຕ່​ວັນ​ທີ 1 - 2 ທັນວາ 2025.
ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ  “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ພາຍໃນກອບຂອງກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ລາວ ທີ່ຈັດຂຶ້ນໃນວັນທີ 3 ທັນວາ 2025 ຊຶ່ງມີ ນາຍົກລັດຖະມົນຕີຂອງທັງສອງປະເທດ ພ້ອມດ້ວຍການນໍາຂອງບັນດາກະຊວງ, ອົງການກ່ຽວຂ້ອງເຂົ້າຮ່ວມ; ທ່ານ ຟຸ້ງ ກວາງ ຫຽບ (Phùng Quang Hiệp) ກໍາມະການຄະນະບໍລິຫານງານພັກລັດຖະບານ, ເລຂາຄະນະພັກ, ປະທານສະພາສະມາຊິກກຸ່ມບໍລິສັດເຄມີຫວຽດນາມ (Vinachem) ໄດ້ຖືກເຊີນໃຫ້ປະກອບຄໍາເຫັນໃນກອງປະຊຸມ. ການກ່າວຂອງທ່ານໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນຂອງສອງປະເທດ, ເມື່ອພິຈາລະນາຮອບດ້ານເຖິງທິດທາງການຮ່ວມມື, ຄວາມສາມາດບົ່ມຊ້ອນຂອງການພັດທະນາ ແລະ ລະດັບຄວາມຄືບໜ້າຂອງໂຄງການ ໃນຈຸດທີ່Vinachem ຜັນຂະຫຍາຍຢູ່ລາວ, ພິເສດແມ່ນໂຄງການຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ຢູ່ແຂວງຄໍາມ່ວນ.
ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກົມລົງທຶນຕ່າງປະເທດ, ກະຂວງການເງິນ ສສ ຫວຽດນາມ, ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມື ຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”ຂຶ້ນໃນວັນທີ 3 ທັນວານີ້ ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຈໍານວນປະມານ 500 ຄົນເຂົ້າຮ່ວມ.
ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ (CSG) ຮ່ວມກັບບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ແລະ ມູນນິທິຊົນນະບົດຂອງຈີນ (CFRD) ໄດ້ຈັດຕັ້ງພິທີ ມອບ-ຮັບ ຫ້ອງສະໝຸດ CSG ຈຳນວນ 5 ຫ້ອງ ແລະ ອຸປະກອນການຮຽນ-ການສອນ ໃຫ້ ໂຮງຮຽນປະຖົມສຶກສາສົມບູນ ລາວ-ຈີນ ບ້ານໜອງປີງ,ເມືອງຈັນທະບູລີ,ໂຮງຮຽນປະຖົມສຶກສາສົມບູນສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂຮງຮຽນປະຖົມສຶກສາສົມບູນບ້ານຫ້ວຍອອນ ແລະ ໂຮງຮຽນມັດທະຍົມສົມບູນ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມນາເຕີຍ ແຂວງຫຼວງນ້ຳທາ ທັງ 5 ຫ້ອງສະໝຸດດັ່ງກ່າວ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໃນຕອນເຊົ້າທີ 1 ທັນວາ 2025ນີ້ ທີ່ໂຮງຮຽນປະຖົມສົມບູນລາວ-ຈີນ,ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີ ຜູ້ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງ ຂອງ 5 ໂຮງຮຽນດັ່ງກ່າວເປັນຜູ້ຮັບ ໂດຍການມີ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທັງເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ,ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ,ທ່ານ Zhoujian ຮອງຜູ້ຈັດການຝ່າຍວາງແຜນ ບໍລິສັດ CSG, ທານ ນາງ Wei Dandan ຫົວໜ້າກອງເລຂາ ມູນນິທິພັດທະນາຊົນນະບົດຈີນ, ທ່ານ Lin Rui ຮອງຜູ້ຈັດການບໍລິສັດ CSG-LMI ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງວິສາຫະກິດຈີນ ປະຈຳຢູ່ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ໃນວັນທີ 28 ພະຈິກ 2025, ສະຖານເອກອັກຄະລັດຖະທູດລາວ ປະຈໍາ ຮົງກາຣີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ທີ່ນະຄອນຫຼວງບູດາເປັດ.
ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ວັນທີ 2 ທັນວາ 2025, ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ເລຂາທິການທີ່ໜຶ່ງ ຄະນະກຳມະການສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາ ລະນະລັດ ກູບາ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິ ວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ສະຫາຍທີ່ຮັກແພງ, ເນື່ອງໃນໂອກາດວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ, ຂ້າພະເຈົ້າຂໍຝາກຄຳອວຍພອນອັນອົບອຸ່ນທີ່ສຸດມາເຖິງສະຫາຍ.
ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານອວຍພອນ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ພະນະທ່ານປະທານປະເທດ ທີ່ນັບຖື, ຂ້າພະເຈົ້າມີຄວາມປິຕິຍິນດີ ສົ່ງຄໍາອວຍພອນອັນປະເສີດ ແລະ ຂໍຊົມເຊີຍຢ່າງສຸດໃຈມາຍັງ ພະນະທ່ານ ພ້ອມດ້ວຍ ປະຊາຊົນລາວ ທຸກທົ່ວໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ