ຫັດຖະກໍາສອງເອື້ອຍນ້ອງ ບ້ານຫ້ວຍຫູນໃຕ້ ໄດ້ກາຍເປັນຕົວແທນ

ຫັດຖະກໍາສອງເອື້ອຍນ້ອງ ບ້ານຫ້ວຍຫູນໃຕ້ ໄດ້ກາຍເປັນຕົວແທນ ຂອງຊາວບ້ານ

ຫັດຖະກໍາສອງເອື້ອຍນ້ອງ ບ້ານຫ້ວຍຫູນໃຕ້ ໄດ້ກາຍເປັນຕົວແທນ ຂອງຊາວບ້ານ
ໂດຍ: ແສງຈັນ ເພື່ອເປັນການສົ່ງເສີມວຽກງານຫັດຖະກໍາ ໃຫ້ເປັນສິນຄ້າ ສ້າງລາຍຮັບເຂົ້າຄອບຄົວ ປັບປຸງຊີວິດການເປັນຢູ່ພາຍໃນຄອບຄົວນັບມື້ດີຂຶ້ນ,

 ປະຊາຊົນລາວບັນດາເຜົ່າ ຈຶ່ງມີຄວາມດຸໝັ່ນໃນການອອກແຮງງານ ເພີ່ມການຜະລິດ ຊົມໃຊ້ພາຍໃນ ແລະ ສົ່ງອອກ.

ຮ້ານຫັດຖະກໍາສອງເອື້ອຍນ້ອງ ບ້ານຫ້ວຍຫູນໃຕ້ ເມືອງເລົ່າງາມ ແຂວງສາລະວັນ ໃຫ້ສໍາພາດຕໍ່ຜູ້ຂຽນໃນງານຜະລິດຕະພັນລາວ 2024 ທີ່ສູນການຄ້າລາວ-ໄອເຕັກ ວ່າ: ການຕໍ່າແຜ່ນແພຂອງເຜົ່າກະຕູ ໄດ້ນໍາໃຊ້ວັດຖຸດິບຈາກທຳມະຊາດ ເປັນຕົ້ນແມ່ນການຍ້ອມສີທີ່ໄດ້ຈາກທຳມະຊາດ, ການສາວເສັ້ນໄຍປໍກ້ວຍມາຕໍ່າແບບປະສົມປະສານ ເຊັ່ນ: ເສັ້ນດ້າຍ, ເສັ້ນໄໝ, ເສັ້ນຝ້າຍ, ໝາກປັດ, ມາຕົບແຕ່ງເປັນຜະລິດຕະພັນສໍາເລັດຮູບ ທີ່ເປັນເອກະລັກຂອງຊົນເຜົ່າກະຕູ ຊຶ່ງມີລວດລາຍອັນສວຍງາມ, ປານີດເປັນທີ່ນິຍົມ ຍອມຮັບຈາກພາຍໃນປະເທດ ແລະ ຊາວຕ່າງປະເທດທີ່ມາທ່ອງທ່ຽວ ຊົມຊື້ຜະລິດຕະພັນດັ່ງກ່າວ ນໍາໄປເປັນເຄື່ອງທີ່ລະນຶກ, ເຄື່ອງຕ້ອນ ຂອງຝາກ. ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການຂອງຍີ່ປຸ່ນ ໄດ້ມີການຝຶກອົບຮົມໃຫ້ຄວາມຮູ້ເຕັກນິກວິທີການຕໍ່າ ແລະ ລວຍລາຍຕ່າງໆ ທີ່ເປັນເອກະລັກຂອງເຜົ່າ. ໄດ້ແກ່ຜ້າປູໂຕະ, ຜ້າບ່ຽງ, ຜ້າກະຕ່ຽວ, ສິ້ນລາຍໝາກປັດ, ຜ້າຮອງຈານ-ຮອງຈອກ, ແຫວນ, ສາຍແຂນ ອອກແບບດ້ວຍສີມືທີ່ປານີດ (ພິເສດ ສາຍແຂນ ແລະ ແຫວນ ແມ່ນໄດ້ຄວາມຮູ້ການປະດິດຈາກຄົນຝຣັ່ງ) ແລະ ຜະລິດຕະພັນອື່ນໆ. ຫັດຖະກໍາຜ້າຝ້າຍເຜົ່າກະຕູ ເລີ່ມເປັນທີ່ນິຍົມ ແລະ ໄດ້ຮັບກາໝາຍໂອດັອບ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ປີ 2013.

ແຕ່ກ່ອນ ຜະລິດຕະພັນ ມີແຕ່ຜະລິດອອກ ເພື່ອຊົມໃຊ້ພາຍໃນຄອບຄົວ, ນໍາໃຊ້ໃນພິທີກໍາຕ່າງໆ ເຊັ່ນ: ທົດແທນຄ່າດອງ (ແຕ່ງງານ), ຊ່ວຍເຫຼືອຊຶ່ງກັນ ແລະ ກັນ. ພາຍຫຼັງພັກ, ລັດຖະບານ ໄດ້ມີນະໂຍບາຍໃຫ້ປວງຊົນ ເຮັດການຜະລິດໃຫ້ຫຼາຍ ແລະ ກາຍເປັນສິນຄ້າ ບວກກັບການແນະນໍາ, ຊຸກຍູ້ ແລະ ຝຶກອົບຮົມ ຈາກຜູ້ສະ ໜັບສະໜູນ ທັງພາຍໃນ ແລະ ຕ່າງປະເທດ ຜະລິດຕະພັນຂອງຊົນເຜົ່າກະຕູ ຈຶ່ງໄດ້ຜະລິດອອກຂາຍສູ່ສາຍຕາຂອງສັງຄົມ. ຍ້ອນແນວນັ້ນ ບັນດາແຂກຕ່າງປະເທດ ເຂົ້າມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຈຶ່ງໄດ້ພົບເຫັນຜ້າແພ ຂອງຊົນເຜົ່າກະຕູ ເປັນທີ່ແປກຕາ ແລະ ມີຄວາມສົນໃຈ ຈຶ່ງໄດ້ຊື້ໄປຊົມໃຊ້ ຈາກການທີ່ຊື້ 1 ຜືນ ກ້າວໄປເຖິງ 2, 3 ຜືນ ແລະ ຫຼາຍໆຜືນ. ຈາກນັ້ນ ຜະລິດຕະພັນດັ່ງກ່າວ ຈຶ່ງສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ ຂອງສະມາຊິກພາຍໃນຄອບຄົວ ກິນດີ-ຢູ່ດີ, ມີສຸຂະພາບແຂງແຮງ. ສະນັ້ນ ຫັດຖະກໍາສອງເອື້ອຍນ້ອງ ບ້ານຫ້ວຍຫູນໃຕ້ ຈຶ່ງກາຍເປັນຕົວແທນ ຂອງຊາວບ້ານ ຂາຍໄດ້ທັງອັອຟລາຍ ແລະ ແບບອອນລາຍ (ຂາຍສົ່ງ-ຂາຍຍ່ອຍ) ຂາຍທັງພາຍໃນ ແລະ ສົ່ງຂາຍອອກໄປຕ່າງປະເທດ ໄດ້ແກ່: ຍີ່ປຸ່ນ, ຝຣັ່ງ, ເຢຍລະມັນ ແລະ ອາເມຣິກາ. ຜະລິດຕະພັນດັ່ງກ່າວ ເຮັດດ້ວຍຝ້າຍ, ຍ້ອມສີທໍາມະຊາດ ຈາກເປືອກຕົ້ນໝາກມີ້, ເປືອກຕົ້ນມ່ວງ, ເປືອກຕົ້ນໄມ້ດູ່ ແລະ ເປືອກຕົ້ນໄມ້ນາໆຊະນິດ. ຄຽງຄູ່ກັນ ກໍໄດ້ປະດັບດ້ວຍໝາກຕຸ້ມ - ໝາກປັດ (ຊື້ຈາກປະເທດຫວຽດນາມ). ແຕ່ກ່ອນ ຫັດຖະກໍາຜ້າຝ້າຍ ແມ່ນບໍ່ໄດ້ມີການປະດັບເອ້ຍ້ອງ, ແຕ່ຍ້ອນຢາກໃຫ້ ບັນດາຜູ້ຊົມໃຊ້ໄດ້ມີທາງເລືອກທີ່ແຕກຕ່າງ ຈຶ່ງປະດິດ, ຄິດຄົ້ນ, ການອອກແບບດ້ວຍລວດລາຍຕ່າງໆ.

ການຜະລິດ ຖ້າຫາກວ່າ ມີການສັ່ງຈ່ອງ ຕາມແບບຂອງລູກຄ້າ ຈໍານວນສະມາຊິກພາຍໃນບ້ານ ແມ່ນມີຄວາມສາມາດຜະລິດໄດ້ ແລະ ເນື່ອງຈາກວ່າ ຮ້ານຫັດຖະກໍາສອງເອື້ອຍນ້ອງ ຂາຍເຄື່ອງທາງອອນລາຍ ຈຶ່ງເປັນທີ່ຮູ້ຈັກກັບຄົນຝຣັ່ງ (ເວົ້າພາສາລາວ), ເຂົາເຈົ້າທັງໄດ້ສະໜັບສະໜູນຊ່ວຍຊາວບ້ານ, ແລກປ່ຽນບົດຮຽນ ພ້ອມທັງຮຽນຮູ້ ວິຖີຊີວິດຂອງເຜົ່າກະຕູ, ຮຽນຮູ້ການຜະລິດ, ການຍ້ອມຝ້າຍ, ວິທີຕໍ່າຫູກແອວ. ການຂາຍເຄື່ອງໃນລະດູຝົນ ແມ່ນບໍ່ຄ່ອຍດີປານໃດ, ໄລຍະລະດູແລ້ງ ຜະລິດຕະພັນໄດ້ຂາຍດີ, ສົ່ງຂາຍພາຍໃນປະເທດ ໄດ້ແກ່: ແຂວງສະຫວັນນະເຂດ, ຫຼວງພະບາງ, ໂຮງແຮມ, ຮ້ານກາເຟ ຄື: ຜ້າຮອງຈານ, ຮອງຈອກ, ຜ້າປູໂຕະ ຫຼື ກຸ່ມຕັດຫຍິບ ຊື້ໄປຕໍ່ຍອດ ເຮັດລາຍກະເປົາຖື, ກະເປົາພາຍ ແລະ ປະດັບເອ້ຕ່າງໆ. ສ່ວນລາຍໄດ້ຈາການຂາຍ ແມ່ນນໍາໃຊ້ເຂົ້າພາຍໃນຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ພາຍໃນຄອບຄົວນັບມື້ດີຂຶ້ນເປັນກ້າວໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ