ແຫ່ຊ້າງຮຽງເກີຍ ຢູ່ນະຄອນ ຫຼວງພະບາງປີນີ້ຈັດຂຶ້ນຢ່າງຄຶກຄື້ນ

ແຫ່ຊ້າງຮຽງເກີຍ ຢູ່ນະຄອນ ຫຼວງພະບາງປີນີ້ຈັດຂຶ້ນຢ່າງຄຶກຄື້ນ

ແຫ່ຊ້າງຮຽງເກີຍ ຢູ່ນະຄອນ ຫຼວງພະບາງປີນີ້ຈັດຂຶ້ນຢ່າງຄຶກຄື້ນ
ວັນທີ່ 13 ເມສານີ້ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ແຂວງຫຼວງພະບາງໄດ້ຈັດພິທີແຫ່ຊ້າງຮຽງເກີຍ ຊຶ່ງເປັນພິທີກັມ ຄອບລາ ຫຼື ບອກກ່າວການປ່ຽນສັກກະຣາຊ ປີເກົ່າ ໄປສູ່ສັກກະຣາຊ ຫຼື ສັງກາດປີໃໝ່ ຕາມຄວາມເຊື່ອຖື ທີ່ຊາວຫຼວງພະບາງສືບທອດກັນມາແຕ່ບູຮານນະການ.ພິທີແຫ່ຊ້າງຮຽງເກີຍນີ້, ຖືເປັນພິທີສ່ຽງ-ທວາຍວ່າ: ໃນປີນັ້ນ, ເປັນປີທີ່ດິນຟ້າອາກາດ, ສະພາບການບ້ານເມືອງ ຈະອຳນວຍຄວາມສະດວກ ຫຼື ຫຍຸ້ງຍາກຫຍັງແດ່ ເກີດຂຶ້ນກັບບ້ານເມືອງ ແລະບັນດາພົນລະເມືອງ ເພື່ອຈະອາໄສດິນຟ້າອາກາດໃນການເຮັດກະສິກຳ, ກະກຽມຮັບມືກັບເຫດການອາດຈະເກີດຂຶ້ນ (ໃຫ້ມີສະຕິລະວັງຕົວ).
ແຫຊາງຮຽງເກຍ ຢນະຄອນ ຫວງພະບາງປນຈດຂນຢາງຄກຄນ - image 1
 

ຄວາມໝາຍຄຳວ່າຊ້າງຮຽງເກີຍ:ແມ່ນໄດ້ມີການເລົ່າຂານຕໍ່ກັນມາວ່າ: ສະໄໝກ່ອນແມ່ນການແອບຊ້າງ ກ່ອນເຂົ້າສູ່ສະໜາມຮົບ ເພາະ “ຊ້າງ” ເປັນສັດໃຫຍ່ຄູ່ບ້ານ ຄູ່ເມືອງລາວ, ໃນປາງສົງຄາມ ຄົນສ່ວນໃຫຍ່ແມ່ນນໍາໄຊ້ຊ້າງເປັນພາຫະນະສູ້ຮົບ, ໂດຍມີຄຳເວົ້າບາງຕອນ ໃນພິທີຮຽງເກີຍນັ້ນວ່າ: ສັງກາດ, ສັງຂານໃໝ່, ເຈົ້າຜູ້ໃຫຍ່, ທ້າຍປີ, ທ້າຍເດືອນ, ເຈົ້າມຶງ ໃສ່ເສື້ອສີແຫລ້ ໃຫ້ມຶງຈຳ ເຈົ້າມຶງໃສ່ເສື້ອສີດຳ ໃຫ້ມຶງຈື່, ຈື່ຢ່າລັງ ສັ່ງຢ່າລືມ ຈື່ໃສ່ປຸມພາໄວ້, ຈື່ໃສ່ໄສ້ພານອນ ໃຫ້ເຈົ້າອວ່າຍໜ້າມາສູ່ ໃຫ້ເຈົ້າໝັ້ນຍືນແສນປີ ຄ້ຳບ້ານໝູນເມືອງ ນີ້ແລ.ເວລາອອກສູ້ຮົບນັ້ນ ເຈົ້າຢ່າໄດ້ງວກຊ້າຍ-ງວກຂວາ ໃຫ້ໄປໜ້າຕິກໆ ຄັນໄດ້ຍິນສຽງຄົນຮ້ອງໂຮ່ແຊວ ຢູ່ທາງໜ້າແມ່ນສັດຕູ. ຄຳວ່າ: “ຮຽງ” ໝາຍເຖິງທຽບ, ຕິດ, ແປະ ຍັບເຂົ້າໃສ່ກັນ ແລະຄຳວ່າ “ເກີຍ” ແມ່ນຄຳສັບທີໄດ້ມາຈາກພາສາກືມມຸ ທີໝາຍເຖິງ ລະບຽງ, ເຊຍ ຫຼື ຊານ ຂອງເຮືອນທີຍົກໃຫ້ສູງຂຶ້ນ.

ສຳລັບພິທີຊ້າງຮຽງເກີຍ ຈະມີພຶດພັນທັນຍາຫານຫຼາຍຢ່າງ ໃຫ້ຊ້າງກິນ ເພື່ອສ່ຽງທວາຍການກິນຂອງຊ້າງ ເຊັ່ນ: ຫຍ້າ, ກ້ວຍ, ອ້ອຍ, ຖົ່ວ, ງາ, ເຫຼົ້າ, ເຂົ້າຕົ້ມ, ເຂົ້າໝົມ, ເຂົ້າໂຄບ, ເຂົ້າຂຽບ ແລະອື່ນໆ ຕາມຄວາມເຊື່ອ. ຖ້າປີໃດຊ້າງກິນຫຍ້າ, ກິນກ້ວຍ, ກິນອ້ອຍ ກໍຈະພະຍາກອນວ່າ: ປີນັ້ນ ດິນຟ້າອາກາດ ສະພາບການບ້ານເມືອງ ຈະສະຫງົບສຸກ, ຮົ່ມເຢັນ ນໍ້າຟ້າ-ນ້ຳຝົນກໍຈະອຸດົມສົມບູນ. ຖ້າປີນັ້ນຊ້າງກິນເຫຼົ້າ ກໍຈະພະຍາກອນວ່າ: ບ້ານເມືອງຈະມີອຸປະສັກເຫຼົ່ານີ້ເປັນຕົ້ນ.

ແຫຊາງຮຽງເກຍ ຢນະຄອນ ຫວງພະບາງປນຈດຂນຢາງຄກຄນ - image 2
 

ໃນປີນີ້, ໄດ້ມີຂະບວນແຫ່ເລີ້ມຈາກໜ້າຫ້ອງວ່າການແຂວງ ບໍລິເວນສານນໍ້າພຸ ໃຈກາງນະຄອນ ຫຼວງພະບາງ, ມີຊ້າງເຂົ້າຮ່ວມຂະບວນແຫ່ຈຳນວນ 5 ເຊືອກ ຫຼື ໂຕ, ນຳພາຂະບວນໂດຍ ທ່ານ ບຸນເຫຼືອ ສີນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ພ້ອມດ້ວຍການນຳຂອງແຂວງ, ນະຄອນ ຫຼວງພະບາງ, ໂດຍມີການນໍາຊ້າງມາຮຽງເກີຍຢູ່ວັດໃໝ່ ສຸວັນນະພູມມາຣາມ ພ້ອມທັງຈັດພິທີສູ່ຂວັນຊ້າງ ແລະແຫ່ຂະບວນໄປສືບຕໍ່ທຳພິທີ ຢູ່ລານເກີຍຊ້າງວັດຊຽງທອງ ຕື່ມອີກ. ຕະຫຼອດໄລຍະຂະບວນແຫ່ ມີມວນຊົນ, ແຂກທັງພາຍໃນ ແລະຕ່າງປະເທດ ຮ່ວມຊົມຢ່າງຫຼວງຫຼາຍ.

(ແຫຼ່ງຂ່າວ: ແຂວງຫຼວງພະບາງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ