ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນຕໍ່ກອງປະຊຸມ ຊຶ່ງທ່ານໄດ້ກ່າວວ່າ: ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນໄດ້ຖືກພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 25 ມິຖຸນາ 2025 ດ້ວຍຄະແນນສຽງເຫັນດີເກືອບ 92% ຊຶ່ງໃນກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າຄືນບັນດາຄໍາເຫັນຂອງສະມາຊິກສະພາແຫ່ງຊາດ ທີ່ໄດ້ຍົກຂຶ້ນ ແລະ ຄະນະຮັບຜິດຊອບ ໄດ້ຄົ້ນຄວ້າປັບປຸງເພື່ອຮັບປະກັນໃຫ້ກົດໝາຍສະບັບນີ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ພ້ອມນັ້ນ, ທ່ານຍັງເນັ້ນໜັກຕື່ມອີກວ່າ: ຖ້າຍັງມີບັນຫາໃດທີ່ເນື້ອໃນກົດໝາຍກໍານົດແລ້ວແຕ່ຍັງບໍ່ທັນສອດຄ່ອງ, ບໍ່ທັນຈະແຈ້ງ ແລະ ບໍ່ທັນແທດເຖິງ ໃຫ້ຍົກຂຶ້ນມາປຶກສາຫາລືກັນຢ່າງລະອຽດ.
(ຂ່າວ: ກຸກກິກ ບຸດດາໄຊ)
ຄໍາເຫັນ