ຫົກເດືອນຕົ້ນປີນີ້ ຈີນໄເປີດເສັ້ນທາງການບິນຂົນສົ່ງສິນຄ້າສາກົນໃໝ່ 117 ເສັ້ນທາງ
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 2 ກໍລະກົດ ຜ່ານມານີ້, ສະມາຄົມຈໍລະຈອນ ແລະ ຈັດຊື້ສິນຄ້າຈີນໄດ້ເປີດເຜີຍກ່ຽວກັບສະພາບການທີ່ກ່ຽວຂ້ອງກັບເສັ້ນທາງການບິນຂົນສົ່ງສິນຄ້າທີ່ເປີດໃໝ່ໃນ 6 ເດືອນຕົ້ນປີນີ້ວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຈີນໄດ້ເປີດເສັ້ນທາງການບິນຂົນສົ່ງສິນຄ້າສາກົນເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນເສັ້ນທາງການບິນລະຫວ່າງຈີນກັບບັນດາປະເທດໃນອາຊີ ແລະ ເອີຣົບ.
ອີງຕາມສະຖິຕິ, ນັບມາຮອດວັນທີ 30 ມິຖຸນາ ຜ່ານມາ, ຈີນໄດ້ເປີດເສັ້ນທາງການບິນຂົນສົ່ງສິນຄ້າສາກົນໃໝ່ 117 ເສັ້ນທາງ, ໄດ້ເພີ່ມຖ້ຽວບິນໄປ-ກັບຕໍ່ອາທິດຫຼາຍກວ່າ 233 ຖ້ຽວ.
ສິນຄ້າທີ່ຂົນສົ່ງຜ່ານເສັ້ນທາງການບິນດັ່ງກ່າວສ່ວນຫຼາຍແມ່ນສິນຄ້າໃນການທຸລະກິດເອເລັກໂຕຣນິກຂ້າມຊາດ, ຜະລິດຕະພັນເອເລັກໂຕຣນິກ, ຊິ້ນສ່ວນລົດ ແລະ ສິນຄ້າສົດຕ່າງໆ.
ຄໍາເຫັນ