6 ເດືອນຕົ້ນປີ 2024, ການຄໍ້າປະກັນສະບຽງອາຫານ: ນະຄອນຫຼວງວຽງຈັນ ສາມາດຜະລິດໄດ້ພຽງພໍ

ຫົກເດືອນຕົ້ນປີນີ້ ການຄໍ້າປະກັນສະບຽງອາຫານ ນວ ຜະລິດໄດ້ພຽງພໍ

ຫົກເດືອນຕົ້ນປີນີ້ ການຄໍ້າປະກັນສະບຽງອາຫານ ນວ ຜະລິດໄດ້ພຽງພໍ
ໂດຍ: ແສງຈັນ 6 ເດືອນຕົ້ນປີ 2024, ການຄໍ້າປະກັນສະບຽງອາຫານ: ນະຄອນຫຼວງວຽງຈັນ ສາມາດຜະລິດໄດ້ພຽງພໍ: ເຂົ້າ (ຄາດຄະເນນາປີ ແລະ ນາແຊງ) ສາມາດຜະລິດໄດ້ 276.901 ໂຕນ, ຜະລິດໄຂ່ໄດ້ 11.631 ໂຕນ ປາ ແລະ ສັດນໍ້າ 15.311 ໂຕ, ພືດຜັກກິນໃບບາງຊະນິດແມ່ນພຽງພໍ. ສ່ວນພືດຜັກປະເພດຫົວແມ່ນຍັງບໍ່ພຽງພໍ ເຊັ່ນ ຫົວຜັກບົ່ວໃຫຍ່, ຫົວຜັກທຽມ, ຫົວຜັກບົ່ວແດງ, ມັນຝຣັ່ງ, ກາລົດ, ກະລໍ່າປີ ແລະ ພືດຜັກກິນໃບບາງຊະນິດ ແມ່ນພຽງພໍບາງລະດູການ.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ, ໄດ້ສະເໜີໃນກອງປະຊຸມສະໄໝສາມັນເທື່ອທີ 7 ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ວ່າ: ນວ ມີເນື້ອທີ່ທັງໝົດ 392.000 ເຮັກຕາ ໃນນັ້ນ: ມີເນື້ອທີ່ປົກຫຸ້ມປ່າໄມ້ 109.659 ເຮັກຕາ ກວມເອົາ 29,3% ແລະ ດິນກະສິກຳ 178.818 ເຮັກຕາ ກວມເອົາ 45% ຂອງເນື້ອທີ່ທັງໝົດ (ດິນນາ 111.823 ເຮັກຕາ, ພືດອາຍຸສັ້ນ 45.093 ເຮັກຕາ, ພືດອາຍຸຍາວ 18.770 ເຮັກຕາ ແລະ ທົ່ງຫຍ້າລ້ຽງສັດ 3.132 ເຮັກຕາ), ໂດຍສະເພາະການຊຸກຍູ້ສົ່ງເສີມແມ່ນໄດ້ເນັ້ນໃສ່ພືດຫຼັກທີ່ເປັນສະບຽງ ແລະ ສົ່ງອອກ ເຊັ່ນ: ເຂົ້າ, ພືດຜັກ, ສາລີ, ມັນຕົ້ນ, ໝາກກ້ວຍ, ໝາກມີ້, ໝາກໂມ, ໄຂ່ໄກ່, ໝູ, ປານິນລ້ຽງໃສ່ກະຊັງ. ສິນຄ້າອຸດສາຫະກຳປຸງແຕ່ງປະເພດສະບຽງອາຫານ ເພື່ອຮັບປະກັນການສະໜອງສະບຽງອາຫານ ໃຫ້ແກ່ສັງຄົມໃຫ້ພຽງພໍ ໃນນະຄອນຫຼວງວຽງຈັນ, ມີສ່ວນແຮໄວ້ ແລະ ເປັນສິນຄ້າສົ່ງອອກ.

ສິນຄ້າອຸດສາຫະກຳປຸງແຕ່ງສະບຽງອາຫານ: ນໍ້າດື່ມບໍລິສຸດ, ນໍ້າປາແດກ, ລູກຊີ້ນ, ໃສ່ອົ້ວ, ໝູຝອຍ, ແຈ່ວພັນປາ, ນໍ້າອັດລົມ, ສິນຄ້າກະສິກຳ: ການຜະລິດເປັນສິນຄ້າແມ່ນໄດ້ປະຕິບັດຕາມ 10ໂຄງການຄື: ໂຄງການຜະລິດງົວຊີ້ນ; ໂຄງການປູກເຂົ້າອິນຊີ (OA) ແລະ ເຂົ້າທີ່ດີ (GAP), ໂຄງການປູກເຂົ້າຈ້າວເປັນສິນຄ້າປ້ອນໂຮງງານ ອຸດສາຫະກຳປຸງແຕ່ງ, ໂຄງການປູກພືດຜັກອິນຊີ (OA) ແລະ ພືດຜັກທີ່ດີ (GAP), ໂຄງການປູກສາລີ ອາຫານສັດເປັນສິນຄ້າ, ໂຄງການປູກມັນຕົ້ນ ແລະ ອອ້ຍ ເປັນສິນຄ້າ, ໂຄງການປູກໝາກໄມ້ຄຸນນະພາບຕາມມາດຕະຖານ GAP ເປັນສິນຄ້າພາຍໃນ ແລະ ສົ່ງອອກ, ໂຄງການລ້ຽງໝູເປັນສິນຄ້າ, ໂຄງການລ້ຽງສັດປີກເປັນສິນຄ້າ, ໂຄງການລ້ຽງປາ ແລະ ສັດນໍ້າ; ພົ້ນເດັ່ນດ້ານປູກຝັງ ແມ່ນການປູກມັນຕົ້ນໄດ້ 3.517 ເຮັກຕາ, ການປູກເຂົ້າທີ່ດີ (GAP) ປະຕິບັດໄດ້ 4.012ໂຕນ, ການປູກພືດຜັກອິນຊີ(OA) ຜົນຜະລິດໄດ້ 2.390ໂຕນ, ການປູກກ້ວຍເປັນສິນຄ້າ ແມ່ນສືບຕໍ່ ບົວລະບັດຮັກສາສວນກ້ວຍທີ່ປູກຜ່ານມາໃນເນື້ອທີ່ 3.163 ເຮັກຕາ ເທົ່າກັບ 98% ຂອງເນື້ອທີ່ແຜນການ (3.225 ເຮັກຕາ), ຜົນຜະລິດ 126.520ໂຕນ; ການປູກສາລີປະຕິບັດໄດ້ 1.733 ໂຕນ. ສ່ວນການປູກເຂົ້າອິນຊີ(OA) ແມ່ນຈະປະຕິບັດໃນລະດູຝົນ. ພົ້ນເດັ່ນດ້ານການລ້ຽງສັດມີ: ການລ້ຽງໄກ່ພັນໄຂ່ ຊຶ່ງສາມາດຕອບສະໜອງພາຍໃນ ນວ ໄດ້ຢ່າງພຽງພໍ ແລະ ສົ່ງອອກໄປຕ່າງແຂວງໄດ້ 908ໂຕນ ລວມມູນຄ່າ 27 ຕື້ກີບ; ການລ້ຽງປານິນໃນກະຊັງ ສະໜອງຄວາມຕ້ອງການປານິນ ໃຫ້ ນວ ໄດ້ຢ່າງພຽງພໍ ແລະ ສົ່ງອອກໄປຕ່າງແຂວງໄດ້ 13 ໂຕນ/ມື້ ເທົ່າກັບ 2.340 ໂຕນໃນ 6 ເດືອນ ລວມມູນຄ່າ 93 ຕື້ກີບ; ຜະລິດຕະພັນກະສິກຳສົ່ງອອກໄປຕ່າງແຂວງ ແລະ ຕ່າງປະເທດ ຄື: ດ້ານປູກຝັງໄດ້ສົ່ງອອກ ທັງໝົດ 50.016 ໂຕນ ລວມເປັນມູນຄ່າ 23.351.420 ໂດລາ; ດ້ານການລ້ຽງສັດ ໄດ້ສົ່ງງົວຈໍາ ນວນ 273 ໂຕ ໄປຕ່າງແຂວງ ລວມມູນຄ່າ 204.500 ໂດລາ; ດ້ານປ່າໄມ້ໄດ້ສົ່ງຜະລິດຕະພັນໄມ້ສຳເລັດຮູບ ແລະ ເຄື່ອງປ່າຂອງດົງ ລວມມູນຄ່າ 857.754 ໂດລາ, ມູນຄ່າທັງໝົດ 24.413.674 ໂດລາ, ການນໍາເຂົ້າດ້ານປູກຝັງ 103.776 ໂຕນ ມູນຄ່າ 49.073.985 ໂດລາ, ການນໍາເຂົ້າແນວພັນສັດ-ປາ ຈຳນວນ 2.232.500 ໂຕ, ຜະລິດຕະພັນສັດ ແລະ ສັດນໍ້າ ຈໍານວນ 542 ໂຕນ ລວມມູນຄ່າ 4.560.000 ໂດລາ, ດຸ່ນດ່ຽງການນໍາເຂົ້າ-ສົ່ງອອກ ພາກກະສິກຳ ເຫັນວ່າມູນຄ່າການນໍາເຂົ້າຍັງສູງກວ່າການສົ່ງອອກຢູ່ 29,2 ລ້ານກວ່າໂດລາ.

ສິນຄ້າອຸດສາຫະກຳປຸງແຕ່ງ: ສໍາເລັດການຈົດທະບຽນເຄື່ອງໝາຍການຄ້າ ຍີ່ຫຍໍ້ຊີ້ນງົວ ນວ ແລະ ສຳເລັດຮ່າງຄໍາແນະນໍາວ່າດ້ວຍການນໍາໃຊ້ເຄື່ອງໝາຍການຄ້າຜະລິດຕະພັນຊີ້ນງົວ ນວ, ສືບຕໍ່ຊຸກຍູ້ຕິດ ຕາມການຜະລິດຂອງໂຮງງານຜະລິດນໍ້າດື່ມອາເມຊິງເອັມມະເຣດ ໃນການຜະລິດນໍ້າດື່ມແຮ່ທາດ ສໍາລັບແຜນການສົ່ງອອກ 179.712 ເຮັກໂຕລິດຕໍ່ປີ ແມ່ນສົ່ງອອກໄປຕ່າງປະເທດ ໄທ ແລະ ຈີນ ນອກຈາກນີ້, ກໍໄດ້ເອົາໃຈໃສ່ການຜະລິດເປັນສິນຄ້າເພື່ອສົ່ງອອກ, ໂຮງງານຜະລິດອາຫານ ແລະ ເຄື່ອງດື່ມ ມີຈໍານວນ 681 ຫົວໜ່ວຍ. ນອກຈາກນີ້ ຍັງໄດ້ລົງຊຸກຍູ້ສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ປະເພດສິນຄ້າອຸດສາຫະກຳປຸງແຕ່ງ ຈໍານວນ 18 ລາຍການ, ອົງການປົກຄອງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຄໍ້າປະກັນສະບຽງອາຫານເພື່ອສະໜອງໃຫ້ພຽງພໍຈໍານວນ 8 ລາຍການ, ສາມາດຂຶ້ນແຜນດຸ່ນດ່ຽງສິນຄ້າສະບຽງອາຫານພາຍໃນນະຄອນຫຼວງວຽງຈັນ ຊຶ່ງໄດ້ກຳນົດຂອບເຂດພື້ນທີ່ປູກ ແລະ ສ້າງແຜນຜົນຜະລິດ ເຊັ່ນ: ເຂົ້າກິນ, ຜັກບົ່ວ, ຫອມປ້ອມ, ຫອມລາບ, ໝາກເຂືອ, ໝາກແຕງ, ໝາກເພັດ, ຜັກບົ້ງ; ທົ່ວນະຄອນຫຼວງວຽງຈັນມີກຸ່ມການຜະລິດດ້ານກະສິກຳ ຈໍານວນ 143 ກຸ່ມ, ມີສະຫະກອນ 8 ສະຫະກອນໃນນີ້ໂຄງການຜະລິດເປັນສິນຄ້າ (ເງິນກູ້ຢືມຈາກທະນາຄານໂລກ) ໄດ້ຊຸກຍູ້ສົ່ງເສີມ ຕ່ອງໂສ້ການຜະລິດ ແລະ ການຕະຫຼາດ ສາມາດສ້າງສາຍສຳພັນການຮ່ວມມື ລະຫວ່າງຜູ້ຜະລິດ ແລະ ຜູ້ປະກອບການໂຮງສີເຂົ້າໄດ້ 6 ຫົວໜ່ວຍ ແລະ 1 ຫົວໜ່ວຍແມ່ນຜູ້ປະກອບການເກັບຊື້ຜັກ, ຊຸກຍູ້ກຸ່ມການຜະລິດຊາວກະສິກອນ ໃນການສະໜັບສະໜູນລະບົບການຕະຫຼາດ, ການພັດທະນາແຜນການທຸລະກິດ ເພື່ອຮັບຮອງ NOL ຈາກ ທະນາ ຄານໂລກ 7 ຫົວໜ່ວຍ ສາມາດປະຕິບັດໄດ້ 4 ຫົວໜ່ວຍ ມູນຄ່າ: 176.750 ໂດລາ ແລະ ຍັງສືບຕໍ່ 3 ຫົວໜ່ວຍໃຫ້ສໍາເລັດ, ສໍາເລັດການຈັບຄູ່ລົງນາມເຊັນສັນຍາຮ່ວມມືການຊື້-ຂາຍ ເຂົ້າ ແລະ ຜັກ ລະຫວ່າງຜູ້ປະກອບການທຸລະກິດກັບກຸ່ມການຜະລິດເຂົ້າເປັນສິນຄ້າ, ແນວພັນເຂົ້າ ແລະ ກຸ່ມຜະລິດຜັກ ເປັນສິນຄ້າ ຈໍານວນ 54 ສັນຍາ ໃນນີ້: ຜູ້ປະກອບການໂຮງສີເຂົ້າກັບ ກຸ່ມການຜະລິດເຂົ້າ ແລະ ແນວພັນເຂົ້າ ຈໍານວນ 49 ສັນຍາ ແລະ ຜູ້ປະກອບການເກັບຊື້ຜັກກັບກຸ່ມຜະລິດຜັກ ຈຳນວນ 5 ສັນຍາ; ຫົວໜ່ວຍທຸລະກິດຜະລິດສິນຄ້າໃຫ້ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ທົ່ວ ນວ ແລະ ຂັ້ນເມືອງ ມາຮອດທ້າຍປີ 2023 ສາມາດຊຸກຍູ້ໄດ້ 68 ຫົວໜ່ວຍ ຈຳນວນ 289 ຜະລິດຕະພັນສິນຄ້າ ໃນຈໍານວນ 61 ບ້ານໃນ 9 ເມືອງ ໂດຍແຍກອອກເປັນປະເພດຜະລິດຕະພັນ ຄື: ຜະລິດຕະພັນສິນຄ້າປະເພດ ອາຫານ ແລະ ເຄື່ອງດື່ມ ມີຈໍານວນ 23 ຫົວໜ່ວຍ, 60 ຜະລິດຕະພັນ.

ອັນພົ້ນເດັ່ນໃນການສົ່ງອອກເປີດຕະຫຼາດໃໝ່ ມີ 1 ຫົວໜ່ວຍ ໂຮງສີເຂົ້າ ນາງ ບຸນຮຽງ ສາມາດສົ່ງເຂົ້າສານໄປ ປະເທດຝຣັ່ງ ຈໍານວນ 75 ໂຕນ ມູນຄ່າ 75.000 ໂດດາ ແລະ ປະເທດເບນຊິກ ຈຳນວນ 250 ໂຕນ ມູນຄ່າ 145.000 ໂດລາ ແລະ ມີແຜນສົ່ງເຂົ້າອອກໄປປະເທດ ອາເມຣິກາ ຈໍານວນ 900ໂຕນ ແລະ ວຽກງານອື່ນໆ. ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າ: ຕົວເລກການສົ່ງອອກສະບຽງອາຫານ 6 ເດືອນຕົ້ນປີ 2024 ມີມູນຄ່າ 3.540.245 ໂດລາ, ສົ່ງອອກໄປປະເທດ: ຈີນ, ໄທ, ເຢຍລະມັນ, ເບນຊິກ, ເກົາຫຼີ, ຝຣັ່ງ; ຕົວເລກການນໍາເຂົ້າສະບຽງອາຫານ 6 ເດືອນຕົ້ນປີ 2024 ມີມູນຄ່າ 7.842.664,64 ໂດລາ, ນໍາເຂົ້າຈາກປະເທດ: ໄທ, ຈີນ, ຍີ່ປຸ່ນ, ອາເມຣິການ, ເກົາຫຼີ, ອົດສະຕຣາລີ, ອິນເດຍ, ມາເລເຊຍ, ໄຕ້ຫວັນ, ຝຣັ່ງ, ມຽນມາ, ການາດາ ແລະ ນິວຊີແລນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ