ໂຮມຊຸມນຸມສະເຫຼີມສະຫຼອງ 40 ປີ ວັນສ້າງຕັ້ງແຂວງບໍລິຄໍາໄຊ

ໂຮມຊຸມນຸມສະເຫຼີມສະຫຼອງ 40 ປີ ວັນສ້າງຕັ້ງແຂວງບໍລິຄໍາໄຊ
ແຂວງບໍລິຄຳໄຊໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ 40 ປີວັນສ້າງຕັ້ງແຂວງຂຶ້ນໃນວັນທີ 6 ມີນານີ້ ທີ່ເດີ່ນອະນຸສອນສະຖານທ່ານ ສີສົມພອນ ລໍວັນໄຊ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານນາງ ສີໃສ ລືເດດມູນສອນ ກຳ ມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ,
ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນໍາຂັ້ນສູນກາງ, ຂັ້ນແຂວງ, ແຂກຖຶກເຊີນພາຍໃນ-ຕ່າງປະເທດທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ກອງແກ້ວ ໄຊສົມຄາມ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດສາດອັນລະອິດລະອ້ຽວແຫ່ງການຕໍ່ສູ້ຂອງປະຊາ ຊົນບັນດາເຜົ່າຊາວແຂວງບໍລິຄໍາໄຊນັບແຕ່ວັນທີ 6 ມີນາ 1984 ມື້ສ້າງຕັ້ງແຂວງບໍລິຄຳໄຊຈົນເຖິງປັດຈຸບັນ. ຕະຫຼອດໄລຍະ 40 ປີຜ່ານມາ. ສາມາດເວົ້າໄດ້ວ່າ “ ມີອະດີດຈຶ່ງມີປັດຈຸບັນ, ມີມື້ນັ້ນຈຶ່ງມີມື້ນີ້ ແລະ ມື້ຕໍ່ໆໄປ ”. ຈາກພື້ນຖານປັດໄຈດັ່ງກ່າວນັ້ນ ການນໍາແຕ່ລະຮຸ່ນ, ແຕ່ລະສະໄໝໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກນາໆປະການເຮັດໃຫ້ແຂວງບັນລຸໄດ້ຜົນສຳເລັດທີ່ໜ້າພາກພູມໃຈ ເຮັດໃຫ້ໂສມໜ້າໃໝ່ຂອງແຂວງມີການປ່ຽນແປງດີຂຶ້ນເປັນກ້າວໆມາ. ພົ້ນເດັ່ນແມ່ນການສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບການແກ້ໄຂຄວາມບໍ່ສະຫງົບຕາມທິດຊີ້ນໍາທີ່ວ່າ: 1+2+3+4; 6 ທາງເວັ້ນ, 7 ທາງອອກ, ແກ້ໄຂ 4 ເຖື່ອນ 9 ຫົວຂໍ້ວິທະຍາສາດ, ພິເສດແມ່ນແກ້ໄຂການດຳລົງຊີວິດເລື່ອນລອຍຂອງປະຊາຊົນ ຊຶ່ງໄດ້ກາຍເປັນບົດຮຽນໃຫ້ແກ່ບ່ອນອື່ນໆ. ຜົນສຳເລັດດັ່ງກ່າວໄດ້ມີບຸກຄົນ, ກົມກອງລວມໜູ່ໄດ້ຮັບການຍ້ອງຍໍຈາກສູນກາງຫຼາຍລະດັບ, ແຂວງໄດ້ຮັບຫຼຽນໄຊອິດສະຫຼະ 1 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ I ສາມໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ II ສອງໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ III ໜຶ່ງໜ່ວຍ ແລະ ຫຼຽນໄຊແຮງງານຊັ້ນ I ໜຶ່ງໜ່ວຍ ແລະ ຊັ້ນ II ສາມໜ່ວຍຢ່າງສົມກຽດ; ໄດ້ປະກາດເປັນແຂວງຈົບມັດທະຍົມຕອນຕົ້ນໃນປີ 2018 ແລະ ປະກາດເປັນແຂວງຢຸດຕິການຖ່າຍຊະຊາຍເປັນແຂວງທໍາອິດຂອງປະເທດໃນປີ 2020.
    ໃນປີ 2023 ເຖິງແມ່ນວ່າສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງສັບສົນຈາກສະພາບດັ່ງກ່າວຢູ່ພາຍໃນປະເທດກໍຄືແຂວງບໍລິຄໍາໄຊ ຍັງສືບຕໍ່ປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກໃນຫຼາຍດ້ານ. ແຕ່ເຖິງຢ່າງໃດກໍຕາມ ຄະນະພັກ-ອົງການປົກຄອງທຸກຂັ້ນໄດ້ເອົາໃຈໃສ່ນໍາພາ-ຊີ້ນຳການພັດທະນາເສດຖະກິດ ຕິດພັນກັບການພັດທະນາສັງຄົມ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຖືເອົາການຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດາຮອບດ້ານ; ສຸມໃສ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາແກ້ໄຂຄວາມທຸກຍາກເປັນໃຈກາງພື້ນ ຖານໂຄງລ່າງໄດ້ຮັບການພັດທະນາ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຈັງຫວະການເຕີບໂຕຂອງ GPP ໂດຍສະເລ່ຍແລ້ວ 5,27% ຕໍ່ປີ ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 11.004 ຕື້ກີບ, ສະເລ່ຍລາຍຮັບຕໍ່ຄົນ 33 ລ້ານ ຫຼື ເທົ່າກັບ 1.631 ໂດລາ; ການລົງທຶນຂອງລັດກວມ 13,6% ຂອງ GPP; ລາຍຮັບເຂົ້າງົບປະມານ ປະຕິບັດໄດ້ລື່ນແຜນ 29,91%; ສະເລ່ຍເຂົ້າກິນ 418 ກິໂລຕໍ່ຄົນ, ການຜະລິດພືດເປັນສິນຄ້າປະຕິບັດໄດ້ລື່ນແຜນ 68,19%; ການຜະລິດຊີ້ນ-ປາ-ໄຂ່ເພື່ອບໍລິໂພກ ປະຕິບັດໄດ້ 58,53 ກິໂລຕໍ່ຄົນ/ປີ ເທົ່າກັບ 95,95% ຂອງແຜນ ການປີ, ບ້ານມີເສັ້ນທາງເຂົ້າເຖິງກວມ 100% ໃນທົ່ວແຂວງ, ປະຊາຊົນຊົມໄຊ້ໄຟຟ້າຖາວອນ ກວມ 99,25% ຂອງຄອບຄົວ ແລະ 100% ຂອງຈໍານວນບ້ານທັງໝົດ; ທົ່ວແຂວງມີລະບົບສັນຍານມືຖື ກວມ 99,64% ເຮັດໃຫ້ມີຄວາມສະດວກສະບາຍໃນການສື່ສານ; ການລຶບລ້າງຄວາມທຸກຍາກ ປັດຈຸບັນມີຄອບຄົວພົ້ນທຸກແລ້ວ ກວມ 96,09%, ບ້ານພົ້ນທຸກ ກວມ 92,96%;  ມີ 5 ເມືອງເປັນເມືອງພົ້ນທຸກ, ຄອບຄົວພັດທະນາ ກວມ 87,34%; ບ້ານພັດທະນາ ກວມ 79,57%, ປະກາດຮັບຮອງເອົາ 4 ບ້ານເປັນບ້ານໃຫຍ່ສີສັນຕົວເມືອງໃນຊົນນະບົດຄື: ບ້ານຜາເມືອງ ເມືອງບໍລິຄັນ, ບ້ານວຽງຄໍາ, ບ້ານທົ່ງນາມີ ເມືອງປາກກະດິງ ແລະ ບ້ານຈອມທອງ ເມືອງວຽງທອງ; ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ສາມາດບັນລຸ 6 ດ້ານ ແລະ 57 ຕົວຊີ້ວັດ ເທົ່າກັບ 86,36%. ລະບົບການສຶກສາໄດ້ຮັບການປັບປຸງຍົກລະດັບທາງດ້ານຄຸນນະພາບຂອງການຮຽນ-ການສອນ, ການຈັດຕັ້ງປະຕິບັດ 11  ຕົວຊີ້ບອກສາມາດບັນລຸ 10 ຕົວຊີ້ບອກ; ວັດທະນະທໍາ-ຮີດຄອງອັນດີງາມຂອງປະຊາຊົນບັນດາເຜົ່າໄດ້ຮັບການອະນຸລັກ ແລະ ພັດທະນາດີຂຶ້ນເທື່ອລະກ້າວ, ຄອບຄົວວັດທະນະທໍາ ກວມ 90,26%, ບ້ານວັດທະນະທໍາ ກວມ 99,64%; ສົ່ງເສີມການພັດທະນາສີມືແຮງງານ, ປົກປ້ອງ ແລະ ຄຸ້ມຄອງແຮງງານໃຫ້ມີຄວາມຍຸຕິທໍາ ແລະ ປອດໄພ, ປະຕິບັດລະບອບນະໂຍບາຍຕໍ່ພະນັກງານ-ລັດຖະກອນ, ບໍານານ, ຜູ້ເສຍອົງຄະຕາມລະ ບຽບກົດໝາຍ ແລະ ວຽກງານອື່ນໆໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນກ້າວໆ. 
ໂອກາດນີ້, ທ່ານນາງ ສີໃສ ລືເດດມູນສອນ ໄດ້ໃຫ້ກຽດມີຄຳເຫັນເນັ້ນໜັກບາງຕອນສຳຄັນເພື່ອສືບຕໍ່ນຳພາແຂວງບໍລິຄໍາໄຊໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ມີການພັດທະນາຢ່າງບໍ່ຢຸດຢັ້ງນັ້ນສິ່ງສຳຄັນຕ້ອງເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃຫ້ຮັບຮູ້ເຂົ້າໃຈເຖິງຜົນງານທີ່ເປັນມູນເຊື້ອການນໍາພາ-ຊີ້ນໍາຂອງພັກໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງລະບອບປະຊາທິປະໄຕ ປະຊາຊົນຕາມຈຸດໝາຍສັງຄົມນິຍົມ ພ້ອມກັນສືບສານມູນເຊື້ອອັນພິລະອາດຫານ 40 ປີແຂວງບໍລິຄໍາໄຊເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາແຂວງບໍລິຄໍາໄຊໃຫ້ໄດ້ຮັບການພັດທະນາໃນທຸກດ້ານຕາມຄໍາ ຂວັນທີ່ກໍານົດໄວ້ວ່າ: “ເພີ່ມທະວີບົດບາດການນໍາພາຂອງພັກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ສ້າງການຫັນປ່ຽນສູ່ການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ”; ສືບຕໍ່ຄົ້ນຄວ້າກຳແໜ້ນບັນດາແນວທາງ, ແຜນນະໂຍບາຍຂອງພັກວາງອອກໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ຄັ້ງທີ VIl ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ຂອງແຂວງບໍລິຄໍາໄຊໃຫ້ເລິກເຊິ່ງ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຊຸມປີທີ່ຍັງເຫຼືອຮອດທ້າຍສະໄໝ; ສືບຕໍ່ຍູ້ແຮງການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອຂະຫຍາຍແຫຼ່ງລາຍຮັບໃຫ້ຫຼາຍກວ່າເກົ່າ; ສືບຕໍ່ຢືດໝັ້ນໃນທິດນໍາກ່ຽວກັບການພັດທະນາແບບກົມກຽວ ແລະ ຍືນຍົງລະຫວ່າງການພັດທະນາເສດຖະກິດ ກັບການພັດທະນາວັດທະນະທໍາ-ສັງຄົມ ແນໃສ່ບັນລຸເປົ້າໝາຍເຮັດໃຫ້ປະຊາຊົນແຂວງບໍລິຄໍາໄຊມີເງື່ອນໄຂໄດ້ຮັບການ ພັດທະນາໃນທຸກດ້ານເພື່ອປົກປັກຮັກສາ ແລະ ພັດທະນາແຂວງບໍລິຄໍາໄຊໃຫ້ບັນລຸຕາມວິໄສທັດທີ່ກຳານົດໄວ້ວ່າ: “ສ້າງແຂວງບໍລິຄໍາໄຊເປັນປະຕູເສດຖະກິດ, ແຫຼ່ງຜະລິດພະລັງງານ, ບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ”; ສືບຕໍ່ເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດ 40 ປີການສ້າງຕັ້ງແຂວງບໍລິຄໍາໄຊໃຫ້ທົ່ວເຖິງທຸກ ເປົ້າໝາຍຮອດຮາກຖານ, ສືບຕໍ່ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກດ້ວຍການກໍາແໜ້ນບາດກ້າວ, ຂັ້ນຕອນ, ວິທີການຈັດຕັ້ງປະຕິບັດແຕ່ລະວຽກໃຫ້ລະອຽດ. 
ຂ່າວ: ພູວັນ, ພາບ: ແສງຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ