![]() |
ທ່ານນາງບຸນມາລີສີລິດາວົງກ່າວວ່າ: ການເຄື່ອນໄຫວຄັ້ງນີ້ມີຈຸດປະສົງເພື່ອເກັບກຳຜົນສຳເລັດການຈັດຕັ້ງຜັນຂະຫຍາຍແນວທາງແລະແຜນນະໂຍບາຍຂອງພັກ, ໂດຍສະເພາະການຜັນຂະຫຍາຍມະຕິXII ຂອງພັກ, ລວມທັງຜົນສຳເລັດຈາກການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງແລະອົງຄະນະພັກເມືອງ, ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງແລະບັນດາເມືອງໃນໄລຍະຜ່ານມາ.
ພ້ອມນີ້, ກໍໄດ້ແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາຢູ່ທ້ອງຖິ່ນ, ເພື່ອພ້ອມກັນປັບປຸງບາງວຽກທີ່ຍັງມີຂໍ້ຄົງຄ້າງ, ການສ້າງສາຂາໃນການຮັບ-ສົ່ງຂໍ້ມູນ, ບົດຂ່າວເພື່ອລົງໂຄສະນາເຜີຍແຜ່ໃນວາລະສານຂອງກົມໂຄສະນາແລະສື່ອອນລາຍຕ່າງໆຂອງຄະນະໂຄສະນາອົບຮົມສູນກາງພັກ.
ຈາກນັ້ນ, ກໍໄດ້ລົງເຄື່ອນໄຫວສຳພາດບັນດາຄອບຄົວຕົວແບບໃນການປູກ, ການລ້ຽງຢູ່ເມືອງລະມາມແລະເມືອງທ່າແຕງເພື່ອຈະນໍາເອົາຜົນງານ, ບົດຮຽນດັ່ງກ່າວໄປເຜີຍແຜ່ສ້າງແຮງຈູງໃຈໃຫ້ກັບຫຼາຍຄອບຄົວນຳເອົາໄປເປັນແບບຢ່າງທີ່ດີໃນການຜະລິດໃຫ້ຫລາຍຂຶ້ນ.
ຂ່າວ:ພຸດທະສອນ

ຄໍາເຫັນ