ຫ້ອງການ ສວສສຊສະຫຼຸບການເຄື່ອນໄຫວວຽກງານປີ2023 ແລະ ທິດທາງ2024

ຫ້ອງການ ສວສສຊສະຫຼຸບການເຄື່ອນໄຫວວຽກງານປີ2023 ແລະ ທິດທາງ2024
ຫ້ອງການສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ(ສວສສຊ)ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປີ 2023 ແລະ ທິດທາງແຜນການປີ 2024ໃນວັນທີ 17 ມັງກອນນີ້ ທີ່ສວສສຊ, ໂດຍການເປັນປະທານ ຂອງທ່ານ ພອນ ວິພົນຮຽນ ວ່າການແທນຫົວໜ້າຫ້ອງກາ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ເຂົ້າຮ່ວມມີບັນດາພະນັກງານຫຼັກແຫຼ່ງ, ທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ ຄົ້ນຄວ້າ ສູນ ແລະ ພະນັກງານ-ລັດຖະກອນ ພາຍໃນ.
ກອງປະຊຸມຄັ້ງນີ້, ເພື່ອເປັນການສະຫຼຸບຕີລາຄາໃນການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນໃນໄລຍະ 1 ປີ ຜ່ານມາ ແລະ ທິດທາງແຜນວຽກຈຸດສຸມໃນຊຸມປີຕໍ່ໜ້າ ທັງເປັນການຖອດຖອນບົນຮຽນບັນດາວຽກງານຕ່າງໆຂອງ ຫ້ອງການ ສວສສຊ ຊຶ່ງໃນນັ້ນໄດ້ຍົກໃຫ້ເຫັນບັນດາວຽກງານ ພົ້ນເດັ່ນບາງດ້ານຄື: ຫ້ອງການ ຊຶ່ງເປັນເສນາທິການໃຫ້ແກ່ ສວສສຊ ເປັນຕົ້ນແມ່ນການສະໜອງງົບປະມານການຄົ້ນຄວ້າ, ໂຄງການຕ່າງໆຂອງ ບັນດາສະຖາບັນຄົ້ນຄວ້າ, ຫ້ອງການ, ກົມ ແລະ ສູນ ໃຫ້ໄດ້ຕາມແຜນການໃນການຈັດຕັ້ງປະຕິບັດວຽກງານຕ່າງໆຢ່າງມີປະສິດທິພາບ ແລະ ປະສິດທິດຜົນ, ຮັບປະກັນບໍ່ໃຫ້ງົບປະມານຕົກຫຼົ່ນ; ເປັນສູນກາງໃນການປະສານງານວຽກງານເອກະສານຕ່າງໆ ທັງພາຍໃນ ແລະ ພາຍນອກ ໃນການຈັດຕັ້ງຜັນຂະຫຍາຍຄຳເຫັນທິດຊີ້ນໍາ ຂອງຄະນະນໍາຫ້ອງການ ສວສສຊ ໃຫ້ທັນຕາມ ກຳນົດເວລາ, ໄດ້ປັບປຸງພັດທະນາລະບົບການຈໍລະຈອນເອກະສານໃຫ້ທັນສະໄໝຂຶ້ນ ຫຼື ນຳໃຊ້ລະບົບ E-Office ເຂົ້າມາຊ່ວຍຍົກລະດັບລະບົບຫ້ອງການໃຫ້ມີຄວາມທັນສະໄໝຂຶ້ນ. ນອກຈາກນີ້, ຍັງເປັນໃຈກາງໃນການປະສານງານພົວພັນວຽກງານກັບຕ່າງປະເທດ ໂດຍສະເພາະແມ່ນຄູ່ຮ່ວມພັດທະນາ ຂອງ ສວສສຊ ທີ່ມີ MOU ຢູ່ແລ້ວ ແລະ ກຳລັງຈະສ້າງ MOU ຮ່ວມກັນ ເພື່ອເພີ່ມຄວາມຮ່ວມມືໃນການຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມ ແລະ ຮ່ວມມືດ້ານການສຶກສາວິຊາສະເພາະຕ່າງໆ, ເປັນເຈົ້າການໃນການສ້າງແຜນການເຄື່ອນໄຫວ, ຕິດຕາມການນໍາ, ຮັບໃຊ້ການນໍາຢ່າງໃກ້ຊິດຕິດແທດ ແລະ ຊ່ວຍການນໍາໃນການກວດແກ້ເອກະສານ, ຄົ້ນຄວ້າພິຈາລະນາບັນດາເອກະສານຕ່າງໆ ແລະ ຮັກສາຄວາມລັບ, ຄວາມປອດໄພໃຫ້ແກ່ການນໍາ, ສ້ອມແປງ, ບຳລຸງຮັກສາພາຫະນະ, ອຸປະກອນເຄື່ອງໃຊ້ໄຟຟ້າ, ເຟີນີເຈີ, ພາຍໃນ ສວສສຊ ໃຫ້ສາມາດນໍາໃຊ້ໄດ້ເປັນປົກກະຕິຢູ່ຕະຫຼອດເວລາ.ເພື່ອເປັນການປຸກລະດົມສະມາຊິກພັກ, ພະນັກງານ-ລັດຖະກອນ, ນັກປັນຍາຊົນ ຂອງຫ້ອງການ ສວສສຊ ເຂົ້າສູ່ຂະບວນການແຂ່ງຂັນ - ຍ້ອງຍໍ ຮັກຊາດ ແລະ ພັດທະນາ ເປັນຂະບວນການຢ່າງຟົດຟື້ນ ປະກົດຜົນເປັນຈິງ, ເຊີດຊູນໍ້າໃຈຮັກຊາດ, ຍອມເສຍສະຫຼະສະຕິປັນຍາ, ເຫື່ອແຮງ, ຫົວຄິດປະດິດສ້າງ, ອົດທົນ, ຄວາມຈົ່ງຮັກພັກດີ, ເສີມຂະຫຍາຍສິດເປັນເຈົ້າ; ເພື່ອເປັນການຈັດຕັ້ງ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເສີມຂະຫຍາຍ ມູນເຊື້ອປະຕິວັດຂອງຊາດ, ເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນລາວບັນດາເຜົ່າ, ຍູ້ແຮງຂະບວນການ ຜັນຂະຫຍາຍເນື້ອໃນ ດຳລັດວ່າດ້ວຍການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໃຫ້ປະກົດຜົນເປັນຈິງ  ໂດຍສະເພາະແມ່ນສູ້ຊົນປະຕິບັດຄາດໝາຍ, ມະຕິຂອງກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ I ຂອງອົງຄະນະພັກ ສວສສຊ, ແຜນພັດທະນາ ວຽກງານຄົ້ນຄວ້າວິທະຍາສາດ 5 ປີ ຄັ້ງທີ 1 ຂອງສວສສຊ ແລະ ຄາດໝາຍກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ I ຂອງໜ່ວຍພັກ ຫ້ອງການ ສວສສຊ ໃຫ້ປະກົດຜົນເປັນຈິງ ແລະ ເຂົ້າສູ່ລວງເລີກ.
ຕອນທ້າຍ ທ່ານປະທານກອງປະຊຸມ, ໄດ້ເນັ້ນຄືນໃຫ້ບັນດາພະແນກ ພາຍໃນ ຫ້ອງການ ສວສສຊ ຕ້ອງເພີ່ມຄວາມຮັບຜິດຊອບສູງ, ເປັນເຈົ້າການໃນການປະຕິບັດໜ້າທີ່ຈົນສຸດຄວາມສາມາດ ສ້າງຜົນສຳເລັດອັນໃໝ່ໃຫ້ຍິ່ງໃຫຍ່ກວ່າເດີມ, ສ້າງໃບໜ້າອັນໃໝ່ໃຫ້ ແກ່ຫ້ອງການ ສວສສຊ ໃຫ້ສົມກັບທີ່ເປັນເສນາທິການຂອງ ສວສສຊ.
                (ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ