ສໍາຫຼວດ ເກັບກໍາຂໍ້ມູນວັດຖຸທີ່ຄົ້ນພົບປະເພດຖ້ວຍທີ່ວັດສີຈອມດອຍ

ຫ້ອງການ ຖວທ ເມືອງນາແລ ລົງເກັບກໍາຂໍ້ມູນວັດຖຸທີ່ຄົ້ນພົບທີ່ວັດສີຈອມດອຍ ບ້ານວາດ

ຫ້ອງການ ຖວທ ເມືອງນາແລ ລົງເກັບກໍາຂໍ້ມູນວັດຖຸທີ່ຄົ້ນພົບທີ່ວັດສີຈອມດອຍ ບ້ານວາດ
ເມື່ອບໍ່ດົນມານີ້, ທ່ານ ອິນທອງ ດວງປະເສີດ ຫົວໜ້າຫ້ອງການຖະເເຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງນາແລ ພ້ອມດ້ວຍຄະນະ ໄດ້ລົງຊຸກຢູ້ວຽກງານ ແລະ ສໍາຫຼວດ ເກັບກໍາຂໍ້ມູນວັດຖຸທີ່ຄົ້ນພົບປະເພດຖ້ວຍທີ່ວັດສີຈອມດອຍ

 ບ້ານວາດ ມີບັນດາອົງການຈັດຕັ້ງ ຕະຫຼອດຮອດປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ຕາມການໃຫ້ຮູ້ຂອງ ສໍາມະເນນ ຄໍາແພງ ອິນທະວົງ ອາຍຸ 9 ປີ ຜູ້ທີ່ໄດ້ພົບເຫັນຖ້ວຍດິນ ໃນວັນທີ 12 ສິງຫາ 2024 ທີ່ມີລວດລາຍດອກເເຕ້ມ ສະພາບຍັງດີມີ 20 ໃບ ມີຂະໜາດ ນ້ອຍ, ກາງ, ໃຫ່ຍ. ໃນນີ້, ຍັງມີຖ້ວຍທີ່ເເຕກຈໍານວນໜຶ່ງທີ່ບໍສາມາດບົ່ງບອກຈໍານວນ, ຊະນິດ ແລະ ວັນເດືອນປີທີ່ຜະລິດໄດ້. ທັງໝົດນີ້ ຍັງຢູ່ໃນຂັ້ນຕອນການສຶກສາ, ເກັບກໍາຂໍ້ມູນທີ່ແທ້ຈິງ. ທ່ານ ອິນທອງ ດວງປະເສີດ ໄດ້ເເນະນໍາໃຫ້ອົງການຈັດຕັ້ງ ຕະຫຼອດຮອດປະຊາຊົນ ພາຍໃນບ້ານ ໃຫ້ພ້ອມກັນປົກປັກຮັກສາວັດຖຸທີ່ຄົ້ນພົບໃນຄັ້ງນີ້ໄວ້ໃຫ້ດີເພື່ອຈະນໍາມາເປັນສ່ວນໜຶ່ງໃນການວາງສະເເດງ ແລະ ສັນນິຖານ, ວິເຄາະ, ວິໄຈ ທີ່ໄປ-ທີ່ມາຂອງວັດຖຸດັ່ງກ່າວ ໃນປະເພດເຄື່ອງປັ້ນດິນເຜົາ, ລວດລາຍທີ່ເປັນເອກະລັກ ໂດຍບົ່ງບອກເຖິ່ງສີມືຂອງຄົນບູຮານ, ບັນພະບຸລຸດ, ເພື່ອນໍາມາໃຫ້ຄົນລຸ້ນໃໝ່ໄດ້ຮັບຮູ້ ແລະ ສຶກສາຮຽນຮູ້ປະຫວັດສາດໃນອານາຄົດ.

(ຂ່າວ: ອຸດົມສຸກ ວັນສະໝອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະແນກການເງິນ ແຂວງອຸດົມໄຊ ຍົກລະດັບວຽກງານການເງິນ ກ້າວສູ່ດີຈີຕອນ

ພະແນກການເງິນ ແຂວງອຸດົມໄຊ ຍົກລະດັບວຽກງານການເງິນ ກ້າວສູ່ດີຈີຕອນ

ວັນທີ 5 ພຶດສະພານີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ,ພະແນກການເງິນແຂວງ ໄດ້ເປີດຊຸດຝຶກອົບຮົມການນຳໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນພາກລັດ (LIFMIS) ແລະ ລະບົບ Smart Cash ໂດຍການເປັນປະທານຂອງທ່ານ ບຸນໃສ ພົມມະວົງ ຮອງຫົວໜ້າພະແນກ ການເງິນແຂວງອຸດົມໄຊ, ມີຫົວໜ້າຄັງເງິນແຫ່ງຊາດ ປະຈຳແຂວງ, ມີຫົວໜ້າຮອງຫົວໜ້າພະແນກການ, ອົງການ ສອງກອງບັນຊາການ ອ້ອມຂ້າງແຂວງເຂົ້າຮ່ວມ.
ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນ ໄດ້ອຸປະກອນປ້ອງກັນພະຍາດສັດໃຫຍ່

ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນ ໄດ້ອຸປະກອນປ້ອງກັນພະຍາດສັດໃຫຍ່

ໃນວັນທີ 5 ພຶດສະພານີ້, ທ່ານ ສີສະຫວາດ ຫອມດາລາ ຜູ້ປະສານງານ ແລະ ຫົວໜ້າສາຂາ ບໍລິສັດລັດ ລວມສູນຜະລິດຕະພັນ ສິນຄ້າກະສິກໍາລາວ ແລະ ຂົນສົ່ງສາກົນ ຈໍາກັດ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວວຽກງານຢູ່ແຂວງຄໍາມ່ວນ. ໃນໂອກາດນີ້, ໄດ້ເຮັດວຽກຮ່ວມກັບພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງໂດຍການຕ້ອນຮັບຂອງທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ມີບັນດາພະນັກງານວິຊາການທີ່ກ່ຽວຂ້ອງຂອງທັງສອງພາກສ່ວນເຂົ້າຮ່ວມ .
ການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ 2026-2030 ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ

ການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ 2026-2030 ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ

ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2026-2030) ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດວ່າ:
ກອງປະຊຸມຠຄັ້ງປະຖົມມະລືກ ສະພາຜູ້ພິພາກສາສານປະຊາຊົນສູງສຸດ

ກອງປະຊຸມຠຄັ້ງປະຖົມມະລືກ ສະພາຜູ້ພິພາກສາສານປະຊາຊົນສູງສຸດ

ກອງປະຊຸມຄັ້ງປະຖົມມະລືກ ຠສະພາຜູ້ພິພາກສາສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ນີ້ ທີ່ສານປະຊາຊົນສູງສຸດ, ພາຍໃຕ້ການເປັນປະທານຂອງທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຮອງປະທານ ແລະ ສະມາຊິກສະພາຜູ້ພິພາກສາເຂົ້າຮ່ວມ.
ກອງປະຊຸມໂຍທາທິການ ແລະ ຂົນສົ່ງທົ່ວປະເທດ

ກອງປະຊຸມໂຍທາທິການ ແລະ ຂົນສົ່ງທົ່ວປະເທດ

ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດ ປະຈຳປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ ໄລຍະ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທາ ແລະ ກ່າວເປີດກອງປະຊຸມ ໂດຍທ່ານ ຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ຊຶ່ງມີຮອງລັດຖະມົນຕີ ຮອງປະທານອົງການກວດກາແຫ່ງລັດ ຮອງປະທານອົງການກວດສອບແຫ່ງລັດ, ທ່ານຄະນະປົກຄອງນະຄອນຫຼວງວຽງຈັນ-ແຂວງ ແລະ ຜູ້ອໍານວຍການລັດວິສາຫະກິດ, ວິສາຫະກິດເອກະຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຄຕພ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງຕໍາແໜ່ງບໍລິຫານ

ຄຕພ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງຕໍາແໜ່ງບໍລິຫານ

ໃນວັນທີ 5 ພຶດສະພາ ນີ້, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີປະກາດການປັບປຸງກົງຈັກການຈັດຕັ້ງ ແລະ ຕໍາແໜ່ງບໍລິຫານຂັ້ນຫົວໜ້າກົມ. ໂດຍການເປັນປະທານຂອງສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ສນຊ ມີຫຼາຍຄາດໝາຍສູ້ຊົນໃນຕໍ່ໜ້າ

ສນຊ ມີຫຼາຍຄາດໝາຍສູ້ຊົນໃນຕໍ່ໜ້າ

ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ (ສນຊ) ໄດ້ຂຶ້ນສະເໜີແຜນພັດທະນາອົງການແນວລາວສ້າງຊາດ 5 ປີ (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ.
ບໍລິສັດສັດ ວັງຕັດມາຍນິງກຣຸບ ຈຳກັດ ມອບຄອມພິວເຕີ ໃຫ້ອົງການປົກຄອງແຂວງເຊກອງ

ບໍລິສັດສັດ ວັງຕັດມາຍນິງກຣຸບ ຈຳກັດ ມອບຄອມພິວເຕີ ໃຫ້ອົງການປົກຄອງແຂວງເຊກອງ

ບໍລິສັດ ວັງຕັດມາຍນິງກຣຸບ ຈຳກັດ ໄດ້ນໍາເອົາຄອມຟິວເຕີ້ ແລະ ປິນເຕີ້ ຈໍານວນ 16 ຊຸດ ລວມມູນຄ່າ 208 ລ້ານກີບ ມອບໃຫ້ອົງການປົກຄອງແຂວງເຊກອງ ເພື່ອນໍາໄປມອບຕໍ່ໃຫ້ 16 ຕາແສງໃນທົ່ວແຂວງ ນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕ່າງໆ ຂອງຕົນ.
ຜົນສໍາເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຜົນສໍາເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ V

ທ່ານ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນຂັ້ນແຂວງ ຫົວໜ້າກອງເລຂານຸການ ກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາປະຊາຊົນຂັ້ນແຂວງຄໍາມ່ວນ ຊຸດທີ V ໄດ້ຕາງໜ້າຄະນະປະຈຳສະພາປະຊາຊົນຂັ້ນແຂວງ ຖະແຫຼງຂ່າວ ມາຍັງບັນດາທ່ານ ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້-ນັກສຶກສາ, ປັນຍາຊົນ, ກໍາມະກອນ-ກະສິກອນ ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວ ບັນດາເຜົ່າ ໃນທົ່ວແຂວງຄຳມ່ວນ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຮັບຊາບທົ່ວເຖິງກັນ ໃນຕອນເຊົ້າຂອງວັນທີ 4 ພຶດສະພານີ້
ມົນລະພິດໝອກຄວັນເກີດຂຶ້ນຈາກການເຜົາສິ່ງເສດເຫຼືອກະສິກໍາ

ມົນລະພິດໝອກຄວັນເກີດຂຶ້ນຈາກການເຜົາສິ່ງເສດເຫຼືອກະສິກໍາ

ສາເຫດຕົ້ນຕໍທີ່ມົນລະພິດໝອກຄວັນເກີດຂຶ້ນແມ່ນເກີດຈາກການເຜົາສິ່ງເສດເຫຼືອຈາກກະສິກໍາ ເຮັດໃຫ້ເກີດມີຈຸດຄວາມຮ້ອນສູງ ຈັດຢູ່ໃນລະດັບອັນຕະລາຍລະດັບທີ 3, ລະດັບຮຸນແຮງສຸດ, ຕໍ່ກັບສະພາບການດັ່ງ ກ່າວ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຖືເອົາວຽກງານແກ້ໄຂມົນລະພິດ ໝອກຄວັນ ເປັນວຽກງານບຸລິມະສິດໜຶ່ງ ແລະ ໄດ້ເອົາໃຈໃສ່ແກ້ໄຂ.
ເພີ່ມເຕີມ