ຫ້ອງການເຕັກໂນໂລຊີ ແລະ ການສື່ສານ ເມືອງຫົງສາ ເປີດຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະໃໝ່

ຫ້ອງການເຕັກໂນໂລຊີ ແລະ ການສື່ສານ ເມືອງຫົງສາ ເປີດຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະໃໝ່
ເພື່ອແນໃສ່ເຮັດໃຫ້ການເປີດຂະບວນແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາໃນໄລຍະໃໝ່ນີ້ເປັນຂະບວນຟົດຟື້ນ-ຕໍ່ເນື່ອງ ແລະ ຊອກໃຫ້ເຫັນບຸກຄົນທີ່ດີເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນແຕ່ລະໄລຍະ ທັງຮັບປະກັນໃຫ້ໄດ້ຕາມ 4 ຄາດໝາຍລວມຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ຖືກກົດໜາຍ. ດັ່ງນັ້ນ, ຫ້ອງການເຕັກໂນໂລຊີ ແລະ ການສື່ສານເມືອງຫົງສາ ແຂວງໄຊຍະບູລີ ໄດ້ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນໄລຍະໃໝ່ຂຶ້ນ ຫວ່າງບໍ່ດົນມານີ້ ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງ. ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ຜູ້ຊີ້ນຳວຽກງານເສດຖະກິດເມືອງ, ມີທ່ານ ນາງ ຄຳພັນ ຈັນທະລັງມາ ຫົວໜ້າຫ້ອງການເຕັກໂນໂລຊີ ແລະ ການສື່ສານເມືອງ ແລະ ເຂົ້າຮ່ວມມີຮອງຫ້ອງການ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ ແລະ ຫົວໜ້າ-ຮອງຫົວໜ້າໜ່ວຍງານສູນບໍລິການທາງດ້ານໂທລະຄົມເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ນາງ ຄຳພັນ ຈັນທະລັງມາ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງຫ້ອງການ ໃນໄລຍະ 5 ປີຜ່ານມາ ແລະ ພ້ອມທັງຜ່ານແຜນການແຂ່ງຂັນຮັກຊາດ ແລະ ພັດທະນາຮອດປີ 2025 ຊຶ່ງທ່ານໄດ້ກ່າວໃຫ້ຮູ້ວ່າ: ຫ້ອງການເຕັກໂນໂລຊີ ແລະ ການສື່ສານເມືອງຫົງສາ ປະກອບມີ 1 ບໍລິສັດ ແລະ 2 ສູນບໍລິການທີ່ຂຶ້ນກັບຄື: ບໍລິສັດໄປສະນີ, ສູນບໍລິການລາວໂທລະຄົມ ແລະ ສູນອີທີແອວ. ມີພະນັກງານ ທັງໝົດ 21 ທ່ານ ຍິງ 8 ທ່ານ. ໃນນີ້ ມີຄະນະຫ້ອງການ 2 ທ່ານ ຍິງ 1 ທ່ານ, ມີ 5 ໜ່ວຍງານໄດ້ຈັດແບ່ງຄົບຕາມຕຳ ແໜ່ງງານ. ມີພະນັກງານ-ລັດຖະກອນທີ່ເປັນສະມາຊິກພັກທັງໝົດ 15 ສະຫາຍ ຍິງ 5 ສະຫາຍ, ສຳຮອງ 1 ສະຫາຍ, ມີ 1 ໜ່ວຍພັກຮາກຖານ. ຜ່ານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງພະນັກງານໄລຍະຜ່ານມາ ມີ​ຜົນ​ງານດີເດັ່ນ​ສະ​ແດງ​ອອກຄື: ໄດ້ຮັບການຍ້ອງຍໍປະເພດຫຼຽນກາແຮງງານ ຈຳນວນ 2 ທ່ານ, ປະເພດຍ້ອງຍໍລັດຖະບານ ຈໍານວນ 2 ທ່ານ ແລະ ໃນຊຸມປີຕໍ່ໜ້າພະນັກງານ-ລັດຖະກອນ ໄດ້ຂຶ້ນຂໍ້ແຂ່ງຂັນກຳນົດໄວ້ 8 ຂໍ້ ຈະສູ້ຊົນໃຫ້ໄດ້ 85% ຂຶ້ນໄປ, ໜ່ວຍງານ ຂຶ້ນໄວ້ 9 ຂໍ້ ຈະສູ້ຊົນໃຫ້ໄດ້ 86% ຂຶ້ນໄປ, ຄະນະພັກ, ໜ່ວຍພັກ ແລະ ຫ້ອງການຂຶ້ນໄວ້ 11 ຂໍ້ ແລະ ສືບຕໍ່ຮັກສາມູນເຊື້ອໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄວ້ໃຫ້ໝັ້ນຄົງ.
ຕອນທ້າຍ ຍັງໄດ້ເປັນກຽດຮັບຟັງການມີຄໍາເຫັນ ແລະ ໂອ້ລົມຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ຄະນະປະທານຂອງກອງປະຊຸມຕື່ມອີກ.
ຂ່າວ: ກິດຕິສັກ ບົວໄລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ