ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນໃຫ້ກຳລັງປ້ອງກັນເຄື່ອນທີ່ ຮັບປະກັນໃຫ້ສັງຄົມມີຄວາມປອດໄພຮອບດ້ານ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນໃຫ້ກຳລັງປ້ອງກັນເຄື່ອນທີ່ ຮັບປະກັນໃຫ້ສັງຄົມມີຄວາມປອດໄພຮອບດ້ານ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນໃຫ້ກຳລັງປ້ອງກັນເຄື່ອນທີ່ ຮັບປະກັນໃຫ້ສັງຄົມມີຄວາມປອດໄພຮອບດ້ານ
ໃນໂອກາດສະຫາຍ ພົຕ ສຸລິນະ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານວິຊາສະເພາະປ້ອງກັນເຄື່ອນທີ່ປະຈຳປີ 2025 ແລະ ວາງທິດທາງປີ 2026 ຈັດຂຶ້ນໃນວັນທີ 11 ມີນາຜ່ານມາ ທີ່ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ສະຫາຍໄດ້ໃຫ້ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ນາຍ ແລະ ພົນຕຳຫຼວດທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ນໍາເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນແຜນການ, ແຜນງານ, ໂຄງການລະອຽດ ເຂົ້າໃນໜ້າທີ່ວຽກງານວິຊາສະເພາະຂອງຕົນໃນປີ 2026 ນີ້ໃຫ້ມີຜົນສໍາເລັດຫຼາຍຂຶ້ນກວ່າເກົ່າ.
ຮອງລດຖະມນຕ ກະຊວງ ປກສ ເນນໃຫກຳລງປອງກນເຄອນທ ຮບປະກນໃຫສງຄມມຄວາມປອດໄພຮອບດານ - image 1
 

 

ໃນໄລຍະຜ່ານມາ, ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ຕັ້ງໜ້າສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ ໂດຍຈັດຕັ້ງຜັນຂະຫຍາຍຄໍາສັ່ງເລກທີ 1470/ປກສ ແລະ ຈັດຕັ້ງປະຕິບັດ 1 ໂຄງການ 3 ກິດຈະກຳ ຂອງກອງບັນຊາປ້ອງກັນເຄື່ອນທີ່ວາງອອກຢ່າງເຂັ້ມງວດ. ພ້ອມນັ້ນ, ປະສານສົມທົບກັບອົງການກ່ຽວຂ້ອງຂັ້ນສູນກາງ-ທ້ອງຖິ່ນ ໃນການແກ້ໄຂບັນຫາດັ່ງກ່າວ ເປັນຕົ້ນ ການແກ້ໄຂບັນຫາຢາເສບຕິດ, ລັກຊັບ, ຊີງຊັບ, ປຸ້ນຈີ້, ການຄ້າມະນຸດ, ອຸບັດເຫດຕາມທ້ອງຖະໜົນ, ການຄຸ້ມຄອງນໍາໃຊ້ສື່ອອນລາຍ, ການຄຸ້ມຄອງ ໂຄງການຂອງບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະ ບານ, ອົງການຈັດຕັ້ງສັງຄົມພົນລະເຮືອນ ເຫັນວ່າຍັງເປັນຊ່ອງວ່າງເຮັດໃຫ້ອິດທິກຳລັງປໍລະປັກ ແລະ ກຸ່ມ ຄົນບໍ່ດີສວຍໃຊ້ການໂຄສະນາ ທັບຖົມໂຈມຕີ, ໃສ່ຮ້າຍປ້າຍສີ ແນວທາງນະໂຍບາຍຂອງພັກ-ລັດ ເພື່ອສ້າງຄວາມສັບສົນໃນສັງຄົມ. ບັນຫາດັ່ງກ່າວນັ້ນ, ຮຽກຮ້ອງໃຫ້ບັນດາສະຫາຍ ເອົາໃຈໃສ່ສືບຕໍ່ຄົ້ນຄວ້າ, ຕີລາຄາຢ່າງພາວະວິໃສ ເພື່ອເປັນບ່ອນອີງພື້ນຖານໃຫ້ການນໍາພາ-ຊີ້ນຳກົມກອງ, ຂົງເຂດວຽກງານທີ່ນອນໃນຄວາມຮັບຜິດຊອບ ພ້ອມທັງຍົກສູງສະຕິລະວັງຕົວໃຫ້ສູງຂຶ້ນກວ່າເກົ່າ, ເດັດດ່ຽວສະກັດກັ້ນ ແລະ ທັບມ້າງບັນຫາໜໍ່ແໜງຄວາມບໍ່ສະຫງົບ, ເດັດຂາດບໍ່ໃຫ້ມີເຫດການວຸ້ນວາຍເກີດຂຶ້ນໃນຂອບເຂດທົ່ວປະເທດ. ແຕ່ເຖິງຢ່າງ ໃດກໍຕາມ ກຳລັງປ້ອງກັນເຄື່ອນທີ່ໄດ້ສືບຕໍ່ລົງແກ້ໄຂປະກົດການຫຍໍ້ທໍ້ ໃນນະຄອນຫຼວງວຽງຈັນ, ຢູ່ບັນດາແຂວງ ສົມທົບກັບກຳລັງອ້ອມຂ້າງ ເຮັດໃຫ້ສະພາບການຄ້າຂາຍຢາເສບຕິດ, ລັກຊັບ, ຊີງຊັບ, ປຸ້ນຈີ້ຫຼຸດໜ້ອຍຖອຍລົງ; ເປັນເຈົ້າການປ້ອງກັນກອງປະຊຸມລະດັບພາກພື້ນ-ສາກົນ, ກອງປະຊຸມສໍາຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ງານບຸນປະເພນີໃຫ້ມີຄວາມສະຫງົບປອດໄພຮ້ອຍສ່ວນຮ້ອຍ.

ຮອງລດຖະມນຕ ກະຊວງ ປກສ ເນນໃຫກຳລງປອງກນເຄອນທ ຮບປະກນໃຫສງຄມມຄວາມປອດໄພຮອບດານ - image 2
 

ໂອກາດນີ້, ສະຫາຍໄດ້ເນັ້ນໜັກໃຫ້ເພີ່ມທະວີການສຶກສາອົບຮົມ, ການເມືອງນໍາພາແນວຄິດ ໂດຍແນໃສ່ທາດແທ້ມູນເຊື້ອປະຕິວັດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ມີຄຸນສົມບັດ, ມີນໍ້າໃຈເສຍສະ ຫຼະຮັບໃຊ້ປະຊາຊົນໃຫ້ສູງຂຶ້ນຢູ່ສະເໜີ ເປັນກໍາລັງຂອງພັກ, ຂອງປະຊາຊົນຢ່າງແທ້ຈິງ ຕິດພັນກັບການປັບ ປຸງ ຍົກລະດັບຄວາມອາດສາມາດນໍາໃຊ້ເຄື່ອງມື, ອຸປະກອນທີ່ທັນສະໄໝໃຫ້ເໝາະສົມກັບເງື່ອນໄຂປັດຈຸບັນ; ເອົາໃຈໃສ່ຊີ້ນໍາວຽກງານກຽມພ້ອມສູ້ຮົບດ້ວຍການສືບຕໍ່ກໍ່ສ້າງ, ປັບປຸງກໍາລັງ, ລະບົບສູນບັນຊາ, ພາຫະນະ, ວຽກງານຮັບປະກັນ, ແຜນການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ; ເອົາໃຈໃສ່ສ້າງ-ປັບປຸງນິຕິກຳທີ່ກ່ຽວ ຂ້ອງກັບກົມກອງ, ລະບຽບການ, ກົນໄກກວດກາ-ຄຸ້ມຄອງການປະຕິບັດໜ້າທີ່ຂອງພະນັກງານແຕ່ລະຂັ້ນໃຫ້ຮັດກຸມ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຕາມແຜນການທີ່ໄດ້ກຳນົດໄວ້ນັ້ນ ໃຫ້ກາຍເປັນຂະບວນການທົ່ວສັງຄົມຢ່າງແທ້ຈິງ ຮັບປະກັນເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພຮອບດ້ານ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄຳສັ່ງຕ່າງໆ ທີ່ຄະນະພັກກະຊວງວາງອອກໃຫ້ມີຜົນສໍາເລັດສູງຂຶ້ນ.

ຂ່າວ: ສັນຕິສຸກ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊກອງ ສະຫຼອງວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

ເຊກອງ ສະຫຼອງວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

ແຂວງເຊກອງ ຈັດພິທີສະເຫຼີມສະຫຼອງສົນທິສັນຍາວ່າດ້ວຍເດັກ (ວັນເດັກໂລກ) 20 ພະຈິກ ແລະ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ເມືອງດາກຈຶງ ໂດຍມີທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານ ຄະນະກໍາມະການປົກຄອງແຂວງ, ປະ ທານຄະນະກໍາມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ, ທ່ານ ເພັງນາ ຈັນທະພອນ ເລຂາຄະນະບໍລິຫານງານພັກເມືອງດາກຈຶງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກະຊວງການເງິນ ກວດພົບແຮ່ກົ່ວກຽມສົ່ງອອກໄປ​ຈີນສູງກວ່າແຈ້ງພາສີ 10.04%

ກະຊວງການເງິນ ກວດພົບແຮ່ກົ່ວກຽມສົ່ງອອກໄປ​ຈີນສູງກວ່າແຈ້ງພາສີ 10.04%

ເຈົ້າຫນ້າທີ່ເລັ່ງສອບສວນ ເຖິງຄວາມບໍ່ຖຶກຕ້ອງທາງດ້ານເອກະສານຈາກບໍລິສັດບໍ່ແຮ່ແຫ່ງໜຶ່ງ ທີ່ຢື່ນແຈ້ງເສຍພາສີຕໍ່ເຈົ້າຫນ້າທີ່ປະຈໍາດ່ານສາກົນທ່າບົກ-ທ່ານາແລ້ງ, ສະຖານີວຽງຈັນໃຕ້, ນະຄອນຫຼວຽງຈັນ ເພື່ອສົ່ງອອກແຮ່ກົ່ວໄປຍັງຕ່າງປະເທດ.
ສະພາປະຊາຊົນແຂວງວຽງຈັນ ພິຈາລະນາ ຫຼາຍບັນຫາສຳຄັນຂອງແຂວງ

ສະພາປະຊາຊົນແຂວງວຽງຈັນ ພິຈາລະນາ ຫຼາຍບັນຫາສຳຄັນຂອງແຂວງ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ V ໄດ້​ເປີດ​ຂຶ້ນ​ໃນ​ວັນ​ທີ 25 ພະ​ຈິກ​ນີ້ ທີ່ ແຂວງວຽງ​ຈັນ, ໂດຍການ​ເປັນ​ປະ​ທານ​ຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີທ່ານ ພູວົງ ບຸນຊູປະທານຄະນະກຳມະການປົກຄອງແຂວງ, ມີສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 10, ສະມາຊິກສະພາປະຊາຊົນແຂວງວຽງ​ຈັນແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄຳມ່ວນ ສະຫຼຸບ ວຽກງານກໍ່ສ້າງຮາກຖານການເມືອງ

ຄຳມ່ວນ ສະຫຼຸບ ວຽກງານກໍ່ສ້າງຮາກຖານການເມືອງ

ແຂວງຄຳມ່ວນ ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄລຍະ 2021-2025, ພ້ອມວາງທິດທາງແຜນການ 5 ປີ 2026-2030, ໃນວັນທີ 25 ພະຈິກນີ້ ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງ, ມີປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ການນຳແຂວງ, ພະແນກການແລະພາກ​ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ

ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ

ວັນທີ 24 ພະຈິກຜ່ານມາ, ສະຫະພັນແມ່ຍິງເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2026 ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ເສດຈໍາປາ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຄະນະບໍລິຫານສະຫະພັນແມ່ຍິງເມືອງ, ປະທານຮາກຖານ, ຄະນະໜ່ວຍ ແມ່ຍິງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກນີ້, ພາຍໃຕ້ຄຳຂວັນ "ຕັ້ງໜ້າກໍ່ສ້າງເຫງົ້າພະລັງແຮງທົ່ວປວງຊົນຮອບດ້ານ ໃຫ້ກາຍເປັນທ່າສະໜາມສົງຄາມປະຊາຊົນ ທີ່ໜັກແໜ້ນ-ເຂັ້ມແຂງ, ເປັນກຳລັງພື້ນຖານເຮັດໜ້າທີ່ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຂອງຕົນ, ຕອບຕ້ານ, ທັບມ້າງກົນອຸບາຍມ້າງເພຂອງອິດທິກຳ ລັງປໍລະປັກ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນດາໜໍ່ແໜງ ທີ່ຈະສົ່ງຜົນກະທົບຕໍ່ສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ" ໂດຍການເປັນປະທານຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງປະທານຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ, ປະທານຄະນະກຳມະການ ປກຊ-ປກສ ນະຄອນຫຼວງ ແລະ ແຂວງ, ພ້ອມດ້ວຍກອງບັນຊາການທະຫານ ແລະ ກອງບັນຊາການ ປກສ ແຂວງ-ນະຄອນຫຼວງ ເຂົ້າຮ່ວມ.
ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນເດືອນພະຈິກ 2026 ແມ່ນບາດກ້າວອັນສໍາຄັນຂອງປະເທດຊາດ ແລະ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ສປປ ລາວ ຕະຫຼອດຫຼາຍທົດສະວັດໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.
ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ທ່ານ ອຸດົມສິນ ສີສະນົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ໄດ້ລາຍງານວຽກງານການສຶກສາ ພ້ອມສະເໜີແຜນຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3 ແລະ ກະກຽມປັບປຸງລະບົບການສຶກສາໃໝ່ ຄາດວ່າຈະເລີ່ມໃນສົກຮຽນ 2027-2028 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 24 ພະຈິກຜ່ານມາ.
ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ທ່ານນາງ ມາໄລວຽງ ວົງຈັນດີ ຮອງຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ໃນນາມ ປະທານ ອະນຸກຳມະການຖະແຫຼງຂ່າວ (SCI) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 24 ພະຈິກນີ້ວ່າ: ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມອາຊຽນ-ຊີໂອຊີໄອ ຄັ້ງທີ 61 (61st ASEAN-COCI Meeting) ໃນຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ ເພາະເປັນການຍົກສູງບົດບາດຂອງ ລາວໃນເວທີ ພາກພື້ນ, ທັງເປັນໂອກາດອັນດີໃນການແລກປ່ຽນບົດຮຽນ ແລະ ສົ່ງເສີມວຽກງານ ຖະແຫຼງຂ່າວ - ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ເຊື່ອມໂຍງກັນຫຼາຍຂຶ້ນ.
ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ໄດ້​ເປີດຂຶ້ນໃນວັນທີ 25 ພະຈິກນີ້, ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ມີທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງ, ມີການນໍາແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ14, ສະມາຊິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຊີນເຂົ້າຮ່ວມ.
ເພີ່ມເຕີມ