![]() |
ການເຄື່ອນໄຫວໃນຄັ້ງນີ້, ໄດ້ຂຶ້ນຍົນບິນ ສຳຫຼວດເບິ່ງຄວາມເສຍຫາຍແຕ່ລະຈຸດພາຍໃນເຂດເມືອງໄຊ ແລະ ເມືອງນາໝໍ້ ເຫັນວ່າແຕ່ລະຈຸດ ແມ່ນໄດ້ຮັບຜົນກະທົບຫຼາຍບ່ອນ ເປັນຕົ້ນລະບົບເສັ້ນທາງຄົມມະນາຄົມ ຖືກຕັດຂາດຫຼາຍເສັ້ນລະຫວ່າງບ້ານຕໍ່ບ້ານ,ເມືອງຕໍ່ເມືອງ, ໂຮງໝໍ, ໂຮງຮຽນ, ລະບົບໄຟຟ້າ, ນ້ຳປະປາ, ອິນເຕີເນັດ ຊຶ່ງເຮັດໃຫ້ປະຊາຊົນມີຄວາມເດືອດຮອດ, ໄດ້ຮັບຜົນເສຍຫາຍ ພື່ນທີ່ ແລະ ຜົນລະປູກກະສິກຳຫຼາຍບ່ອນໄດ້ຮັບຜົນເສຍຫາຍ ຈາກດິນເຈື່ອນ ນ້ຳໄຫຼຊຸພັດເອົາດິນ, ຂີ້ຕົມ ເຂົ້າມາໃນເຮືອນ ເຮັດໃຫ້ອຸປະກອນນຳໃຊ້ພາຍໃນເຮືອນ ໄດ້ຮັບຄວາມເສຍຫາຍ. ພ້ອມກັນນີ້, ໄດ້ຕິດຕາມພື້ນທີ່ຕົວຈິງເຫັນວ່າ ມີຄວາມເສຍຫາຍ ເຊັ່ນ: ໂຮງຮຽນ ມັດທະຍົມສົມບູນເມືອງນາໝໍ້, ໂຮງໝໍເມືອງນາໝໍ້ ແລະ ເຂດຕະຫຼາດເມືອງນາໝໍ້, ສ້າງນ້ຳມັນ ເລກ 3 ກອງທັບ ໄດ້ຮັບຜົນກະທົບຈາກນ້ຳຊຸດິນເຈືອນລົງມາ ໄດ້ຮັບຜົນເສຍຫາຍ ຢ່າງໜັກໜ່ວງ, ຫ້ອງຮຽນເປືອນ ມີຂີ້ຕົມບໍ່ສາມາດເປີດການຮຽນ-ການສອນໄດ້ ພ້ອມນັ້ນ, ປຶ້ມຕຳລາຮຽນໄດ້ຮັບຄວາມເສຍຫາຍ ບໍ່ສາມາດນຳໃຊ້ໄດ້ ແຕ່ພະນັກງານ ຄູ-ອາຈານ, ພະນັກງານ-ນັກຮົບ ກອງບັນຊາການທະຫານເມືອງ, ພະນັກງານແພດໝໍ ແລະ ປະຊາຊົນພາຍໃນເມືອງ ໄດ້ສົບທົບກັນອະນາໄມ ສ້ອມແປງ ເຂດທີ່ໄດ້ຮັບຜົນກະທົບໃຫ້ສຳເລັດ ພ້ອມທັງໃຫ້ທັນຕໍ່ການເຂົ້າຮຽນໃໝ່ ແລະ ໂຮງໝໍໃຫ້ກັບມາບໍລິການປະຊາຊົນ.
![]() |
ໂອກາດນີ້, ທ່ານ ພົນຕີ ກົງທອງ ສຸຂະວົງ ຍັງໄດ້ມອບເງິນ ໃຫ້ໂຮງຮຽນ, ໂຮງໝໍເມືອງ, ກອງບັນຊາການທະຫານເມືອງ, ອຳນາດການປົກຄອງເມືອງ ແລະ ກອງບັນຊາການການທະຫານແຂວງຈຳນວນ 250,000,000 ກີບ ເພື່ອສ້າງຂວັນກຳລັງ ແລະ ກຳລັງໃຈໃຫ້ຄູ-ອາຈານ, ພະນັກງານ-ນັກຮົບ, ແພດ-ໝໍ ທີ່ກຳລັງປະຕິບັດໜ້າທີ່ ຊ່ວຍຟື້ນຟູ ເຂດທີ່ໄດ້ຮັບຜົນກະທົບໃຫ້ກັບມາໃຊ້ງານໄດ້ປົກກະຕິ ໂດຍສະເພາະແມ່ນໂຮງຮຽນໃຫ້ທັນເປີດຕາມກຳນົດເວລາ.
![]() |
ພາບ+ຂ່າວ: ບຸນເກີດ


ຄໍາເຫັນ