ຮອງນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານເພື່ອການຊຳລະສາກົນ

ຮອງນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານເພື່ອການຊຳລະສາກົນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ກັນຍາ ຜ່ານມາ, ທີ່ສຳນັກງານລັດຖະບານ ຢູ່ຮ່າໂນ້ຍ, ທ່ານ ເລມິງຄາຍ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ອໍກັສຕິນ ຄຮາສແຕນສ ຜູ້ອຳນວຍການໃຫຍ່ທະນາຄານເພື່ອການຊຳລະສາກົນ (BIS).
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ກັນຍາ ຜ່ານມາ, ທີ່ສຳນັກງານລັດຖະບານ ຢູ່ຮ່າໂນ້ຍ, ທ່ານ ເລມິງຄາຍ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ອໍກັສຕິນ ຄຮາສແຕນສ ຜູ້ອຳນວຍການໃຫຍ່ທະນາຄານເພື່ອການຊຳລະສາກົນ (BIS).
ຂ່າວລະບຸວ່າ: ກ່າວຄຳເຫັນໃນການພົບປະ, ທ່ານ ເລມິງຄາຍ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ສະໜັບສະໜູນທະນາຄານແຫ່ງລັດ ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ BIS ແນໃສ່ຍົກສູງປະສິດທິຜົນການຄຸ້ມຄອງລັດ ແລະ ຕິດຕາມກວດກາບັນດາວິຊາສະເພາະການເງິນການທະນາຄານເຕັກໂນໂລຊີສູງ, ຮັບປະກັນສະຖຽນລະພາບດ້ານການເງິນແຫ່ງຊາດ ແລະ ສາກົນ. ຫວຽດນາມ ປາຖະໜາວ່າ: BIS ຈະໃຫ້ຄວາມເອົາໃຈໃສ່, ສືບຕໍ່ຜັນຂະຫຍາຍບັນດາເວທີປາໄສ ແລະ ຂໍ້ລິເລີ່ມຂອງຕົນຢູ່ ຫວຽດນາມ ແລະ ຊ່ວຍໃຫ້ ຫວຽດນາມ ຍົກສູງປະສິດທິຜົນການຄຸ້ມຄອງລະບົບທະນາຄານ.
ທ່ານ ອໍກັສຕິນ ຄຮາສແຕນສ ຜູ້ອຳນວຍການໃຫຍ່ BIS ຢັ້ງຢືນວ່າ: BIS ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມ ທີ່ມີຕໍ່ຄວາມອາດສາມາດ ແລະ ການປະກອບສ່ວນສຳຄັນແກ່ພື້ນຖານການເງິນ ແລະ ເສດຖະກິດທົ່ວໂລກ. ໃນໄລຍະຈະມາເຖິງ, BIS ຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວໃນຂົງເຂດປ່ຽນແປງໃໝ່, ປະດິດຄິດສ້າງ ແລະ ຢັ້ງຢືນວ່າ ຈະຊ່ວຍເຫຼືອ ຫວຽດນາມ ຢ່າງສຸດຂີດໃນຂົງເຂດນີ້.

ຄໍາເຫັນ

ຂ່າວຕ່າງປະເທດ

ອາ​ຊຽນ - ຣັດ​ເຊຍ ສ້າງວິ​ໄສ​ທັດ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃໝ່

ອາ​ຊຽນ - ຣັດ​ເຊຍ ສ້າງວິ​ໄສ​ທັດ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 20 ມິຖຸນາ ຜ່ານມາວ່າ: ກອ​ງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ ອາ​ຊຽນ - ຣັດ​ເຊຍ ຄົບ​ຮອບ 35 ປີ ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 17 – 18 ມິ​ຖຸ​ນາ ຜ່ານມາ ຢູ່​ນະ​ຄອນ Kazan ສະ​ຫະ​ພັນ ຣັດ​ເຊຍ, ໄດ້​ຮັບ​ຮອງ​ເອົາ​ເອ​ກະ​ສານ​ຍຸດ​ທະ​ສາດ 4 ສະ​ບັບ, ໃນ​ນັ້ນ ມີ​ຖະ​ແຫຼງ​ການ Kazan 2026 ແລະ ແຜນ​ການ​ເຄື່ອນ​ໄຫວໄລ​ຍະ 2026 – 2030, ແນ​ໃສ່​ກຳ​ນົດ​ ແລະ ຍົກ​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ, ພະ​ລັງ​ງານ ແລະ ເສດ​ຖະ​ກິດ.
ຈີນ ກຽມຈັດຕັ້ງອົງການຮ່ວມມືດ້ານປັນຍາປະດິດໂລກ

ຈີນ ກຽມຈັດຕັ້ງອົງການຮ່ວມມືດ້ານປັນຍາປະດິດໂລກ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຂ່າວຫວ່າງມໍ່ໆມານີ້ ໂດຍໄດ້ແຈ້ງໃຫ້ຮູ້ວ່າ: ຈີນກຳລັງເລັ່ງລັດກຽມຈັດຕັ້ງອົງການຮ່ວມມືດ້ານປັນຍາປະດິດໂລກ ແລະ ຍິນດີຕ້ອນຮັບທຸກຝ່າຍເຂົ້າຮ່ວມ.
ຫວຽດນາມ ຍ້ອງ​ຍໍ​ 95 ຄອບ​ຄົວ​ກຳ​ມະ​ກອນ ລັດຖະ​ກອນ ແລະ ແຮງ​ງານ​ດີ​ເດັ່ນ

ຫວຽດນາມ ຍ້ອງ​ຍໍ​ 95 ຄອບ​ຄົວ​ກຳ​ມະ​ກອນ ລັດຖະ​ກອນ ແລະ ແຮງ​ງານ​ດີ​ເດັ່ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງ​ປະ​ຊຸມ​ຍ້ອງ​ຍໍ​ຊົມ​ເຊີຍ 95 ຄອບ​ຄົວ​ກຳ​ມະ​ກອນ, ລັດຖະ​ກອນ ແລະ ແຮງ​ງານ​ດີ​ເດັ່ນ​​ທົ່ວ​ປະ​ເທດ ໄລ​ຍະ 2021 – 2026 ໄດ້​ດຳ​ເນີນ​ໃນ​ວັນ​ທີ 20 ມິ​ຖຸ​ນາ ຜ່ານມາ ຢູ່​ນະ​ຄອນໂຮ່​ຈິ​ມິນ. ກອງ​ປະ​ຊຸມຈັດໂດຍ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຄອບ​ຄົວ ຫວຽດ​ນາມ ຄົບ​ຮອບ 25 ປີ (28/6/2001-28/6/2026).
ສືບ​ທອດ​ນ້ຳ​ໃຈ​ເພື່​ອ​ປະ​ຊາ​ຊົນ​ຈາກ​ພໍ່

ສືບ​ທອດ​ນ້ຳ​ໃຈ​ເພື່​ອ​ປະ​ຊາ​ຊົນ​ຈາກ​ພໍ່

ວັນ​ທີ 14 ​ກັນ​ຍາ​ 2021, ຢູ່ຫ້ອງວາງສະແດງຂອງອະ​ນຸ​ສອນ​ສະ​ຖານຄະນະພັກເຂດສຸຍເຕີ​ທີ່ນະ​ຄອນຢ​ວີ​ລິນແຂວງ​ສ້ານ​ຊີ່ຊຶ່ງ​ເປັນ​ບ່ອນ​ເຮັດ​ວຽກ​ໃນ​ສະ​ໄໝ​ປະ​ຕິ​ວັດ​ຂອງທ່ານສີ​ຈົ້ງ​ຊຸ່ນພໍ່​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ທ່ານ​ສີ​ຈິ້ນ​ຜິງ ​ໄດ້​ອ່ານໂຕໜັງສືແຖວໜຶ່ງທີ່ສະດຸດຕາ​ດ້ວຍ​ສຽງ​ຄ່ອຍວ່າ:“ນັ່ງຢູ່ຂ້າງປະຊາຊົນຢ່າງຊື່ຕົງ”.
ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​​ລະ​ຫວ່າງ ອາ​ເມ​ຣິ​ກາ - ອີ​ຣານ​ ມີ​ຜົນ​ບັງ​ຄັບ​ໃຊ້

ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​​ລະ​ຫວ່າງ ອາ​ເມ​ຣິ​ກາ - ອີ​ຣານ​ ມີ​ຜົນ​ບັງ​ຄັບ​ໃຊ້

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 17 ມິ​ຖຸ​ນາຜ່ານມາ, ສະຫະລັດ ອາ​ເມ​ຣິ​ກາ ແລະ ອີ​ຣານ​ ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ໂດຍ​ຜ່ານ​ຮູບ​ແບບ​ທາງ​ໄກ.
ຫວຽດນາມ - ຣັດເຊຍ ເຊື່ອມຕໍ່ການຄ້າ ແລະ ການລົງທຶນ

ຫວຽດນາມ - ຣັດເຊຍ ເຊື່ອມຕໍ່ການຄ້າ ແລະ ການລົງທຶນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ຂອງ ​ທ່ານ ເລ​ມິງຮຶງ ນາ​ຍົ​ກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ ຢູ່​ສະ​ຫະ​ພັນ ຣັດ​ເຊຍ. ໃນວັນ​ທີ 17 ມິ​ຖຸ​ນາ ຜ່ານມາ, ສະ​ຫະ​ພັນການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ຣັດ​ເຊຍ, ສະ​ມາ​ຄົມສົ່ງ​ອອກ - ນໍາ​ເຂົ້າ​ ສະ​ຫະ​ພັນ ຣັດ​ເຊຍ ແລະ ບໍ​ລິ​ສັດສາຍ​ການ​ບິນ Vietjet ໄດ້​ຈັດ​ລາຍ​ການ​ເຊື່ອ​ມ​ຕໍ່​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ. ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ​ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ແລະ ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ພ້ອມ​ກັບ​ວິ​ສາ​ຫະ​ກິດ ​ ຫວຽດ​ນາມ ແລະ ສະ​ຫະ​ພັນ ຣັດ​ເຊຍ 100 ກວ່າແຫ່ງ.
Fed ຮັກສາອັດຕາດອກເບ້ຍໄລຍະສັ້ນ ໄວ້ 3.50-3.75%

Fed ຮັກສາອັດຕາດອກເບ້ຍໄລຍະສັ້ນ ໄວ້ 3.50-3.75%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງສະຫະລັດ ອາເມຣິກາ (Fed) ໄດ້ອອກຖະແຫຼງການພາຍຫຼັງກອງປະຊຸມຄະນະກຳມະການນະໂຍບາຍການເງິນ (FOMC) ສຳເລັດ ໃນ 17 ມິຖຸນາ ຜ່ານມາ (ຕາມເວລາສະຫະລັດ ອາເມຣິກາ). FOMC ໄດ້ລົງຄະແນນສຽງ 12-0 ເພື່ອຮັກສາອັດຕາດອກເບ້ຍໄລຍະສັ້ນໄວ້ທີ່ 3.50-3.75%, ເພື່ອສະໜັບສະໜູນພາລະກິດ 2 ຂໍ້ ຂອງ Fed ຄື: ການຈ້າງງານເຕັມຮູບແບບ ແລະ ອັດຕາເງິນເຟີ້ທີ່ກ້າວໄປສູ່ເປົ້າໝາຍ 2%. ທັງນີ້, FOMC ຍັງໄດ້ຢືນຢັນເຖິງນະໂຍບາຍຂອງຕົນໃນການຮັກສາຄັງສຳຮອງໃຫ້ພຽງພໍໃນລະບົບທະນາຄານ.
ສິງກະໂປ ກຽມເປີດລະບົບການຊຳລະບັນຊີຄຳ ໃນທ້າຍປີ 2026

ສິງກະໂປ ກຽມເປີດລະບົບການຊຳລະບັນຊີຄຳ ໃນທ້າຍປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ມິຖຸນາ ຜ່ານມາວ່າ: ທ່ານ ການ ກິມ ຢົງ ຮອງນາຍົກລັດຖະມົນຕີສິງກະໂປ ໄດ້ກ່າວໃນລະຫວ່າງກອງປະຊຸມໂລຫະທີ່ມີຄ່າປະຈຳພາກພື້ນອາຊີ-ປາຊີຟິກ ວ່າ: ຕະຫຼາດຫຼັກຊັບສິງກະໂປ (SGX) ຈະສ້າງຕັ້ງລະບົບການຊຳລະ ແລະ ຈັດສົ່ງຄຳແບບຊື້-ຂາຍຫຼັກຊັບນອກຕະຫຼາດ (OTC ) ສຳລັບ Loco Singapore ຫຼື ຄຳ ທີ່ເກັບໄວ້ໃນສິງກະໂປ, ໃນທ້າຍປີ 2026. ໂດຍມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ສິງກະໂປໃນຖານະເປັນສູນກາງການຊື້-ຂາຍຄຳໃນພາກພື້ນ.
ກອງປະຊຸມສຸດຍອດ ອາຊຽນ - ຣັດເຊຍ ສ້າງໂອກາດການຮ່ວມມື ອາຊຽນ - ຣັດເຊຍ

ກອງປະຊຸມສຸດຍອດ ອາຊຽນ - ຣັດເຊຍ ສ້າງໂອກາດການຮ່ວມມື ອາຊຽນ - ຣັດເຊຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມສຸດຍອດ ອາຊຽນ - ຣັດເຊຍ ປີ 2026 ເປີດຂຶ້ນຢ່າງເປັນທາງການໃນວັນທີ 17 ມິຖຸນາ ຜ່ານມາ ຢູ່ນະຄອນຄາຊານ ສະຫະພັນ ຣັດເຊຍ, ໄດ້ສ້າງຂີດໝາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອາຊຽນ ແລະ ສະຫະພັນ ຣັດເຊຍ ຄົບຮອບ 35 ປີ (1991 – 2026).
ເຄິ່ງຫຼັງຂອງປີ 2026 ແອວນີໂຢຈະຮຸ່ນແຮງທີ່ສຸດໃນຮອບ 70 ປີ

ເຄິ່ງຫຼັງຂອງປີ 2026 ແອວນີໂຢຈະຮຸ່ນແຮງທີ່ສຸດໃນຮອບ 70 ປີ

ຂ່າວຕ່າງປະເທດລາຍງານໃນວັນທີ 16 ມິຖຸນາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາອົສຕຣາລີໄດ້ເຕືອນວ່າ,ປະກົດການແອວນີໂຢ ໄດ້ເກີດຂຶ້ນແລ້ວໃນມະຫາສະໝຸດປາຊີຟິກເຂດຮ້ອນ ແລະ ອາດຈະຮຸນແຮງຂຶ້ນໃນເຄິ່ງຫຼັງຂອງປີ 2026 ຈົນກາຍເປັນຄັ້ງທີ່ຮຸ່ນແຮງທີ່ສຸດຄັ້ງໜຶ່ງໃນຮອບ 70 ປີ.
ເພີ່ມເຕີມ