ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປິດບັ້ນຝຶກອົບຮົມ “ໃຕ້ຝຸ່ນ-2025”

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປິດບັ້ນຝຶກອົບຮົມ “ໃຕ້ຝຸ່ນ-2025”

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປິດບັ້ນຝຶກອົບຮົມ “ໃຕ້ຝຸ່ນ-2025”
ໃນຕອນເຊົ້າວັນທີ 10 ເມສາ 2025, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງປະທານ ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີປິດບັ້ນຝຶກອົບຮົມການທະຫານໄລຍະສັ້ນ ພາຍໃຕ້ຫົວຂໍ້ “ໃຕ້ຝຸ່ນ-2025” ຂອງກໍາລັງຕີພິເສດກອງທັບປະຊາຊົນລາວ,

 

 ມີສະຫາຍພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ພ້ອມດ້ວຍບັນດາສະຫາຍການນໍາ ກະຊວງປ້ອງກັນປະເທດ, ຜູ້ຊ່ວຍຜູ້ບັນຊາການທະຫານເຂດຕາເວັນອອກ ກອງທັບຣັດເຊຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ ໄດ້ດຳເນີນມາແຕ່ວັນທີ 20 ມີນາ 2025 ມີພະນັກງານ-ນັກຮົບ ເຂົ້າຮ່ວມຝຶກອົບຮົມ, ທັງນີ້ ກໍເພື່ອຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານຍຸດທະວິທີສູ້ຮົບແບບທັນສະໄໝ ໃຫ້ແກ່ນາຍ ແລະ ພົນທະຫານກອງທັບປະຊາຊົນລາວໃຫ້ມີຄວາມພ້ອມໃນການປະຕິບັດໜ້າທີ່ ໃນສະຖານະການຕ່າງໆ ຢ່າງມີປະສິດທິພາບ ແລະ ປະສິດທິຜົນເປັນຕົ້ນ ການນຳໃຊ້ອາວຸດ ໃນສະຖານະການຈຳລອງການປະທະກັບສັດຕູ; ການໂຍນຕົວລົງມາຈາກເຮືອບິນ ເພື່ອໂຈມຕີສັດຕູ; ການນຳໃຊ້ລົດເພື່ອໄລ່ຈັບ ແລະ ຕອບໂຕ້ການໂຈມຕີ; ການຕອບໂຕ້ການບຸກລຸກ, ການນຳໃຊ້ເຕັກໂນໂລຊີ ໂດຍສະເພາະ ໂດນບິນ ເພື່ອສຳຫຼວດ ແລະ ປະຕິບັດໜ້າທີ່ທາງທະຫານ.

ໃນໂອກາດນີ້, ສະຫາຍ ຮອງປະທານ, ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດານາຍ ແລະ ພົນທະຫານ ທີ່ໄດ້ມີຄວາມເອົາໃຈໃສ່ ຕໍ່ການຝຶກອົບຮົມຄັ້ງນີ້ ມີຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກຳນົດໄວ້; ພ້ອມທັງ ຕີລາຄາສູງ ຕໍ່ການຝຶກແອບສິນລະປະຍຸດທະວິທີ ຂອງເຫຼົ່າຮົບຕີພິເສດວ່າ: ເປັນການສືບຕໍ່ອັນສໍາຄັນ ໃນການເສີມຂະຫຍາຍຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີມາແຕ່ດົນນານ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມດຽວກັນ, ສະຫາຍຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະຄູຝຶກຝ່າຍລາວ ແລະ ຝ່າຍຣັດເຊຍ ທີ່ໄດ້ມີຄວາມອົດທົນ, ມີຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ໂດຍໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ເຂົ້າໃນການຖ່າຍທອດຄວາມຮູ້ ເຂົ້າໃນການສິດສອນ ທາງດ້ານເຕັກນິກ ແລະ ບົດຮຽນຕ່າງໆ ໃຫ້ກຳລັງຕີພິເສດຂອງກອງທັບປະຊາຊົນລາວ, ອັນໄດ້ເຮັດໃຫ້ບັນດາກໍາລັງ ກໍຄືຜູ້ທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ກຳໄດ້ ແລະ ສາມາດປະຕິບັດໄດ້ຢ່າງຖືກຕ້ອງ, ມີຄວາມສໍານິຊໍານານ ໃນການນໍາໃຊ້ອາວຸດ ແລະ ພາຫະນະການທະຫານ ຢ່າງຄ່ອງແຄ້ວ ແລະ ມີປະສິດທິຜົນ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ກໍາລັງຕີພິເສດກອງທັບປະຊາຊົນລາວ ຫຼາຍຂຶ້ນ.

ໃນຕອນທ້າຍ, ສະຫາຍ ພັນເອກ ອີວານ ຕາໄຣເຢັບ ຜູ້ຊ່ວຍຜູ້ບັນຊາການທະຫານເຂດຕາເວັນອອກຣັດເຊຍ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ສະຫາຍ ຮອງປະທານ, ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີທີ່ໄດ້ໃຫ້ກຽດເຂົ້າຮ່ວມຮັບຊົມ ແລະ ຕີລາຄາສູງຕໍ່ໝາກຜົນ ຂອງການຝຶກອົບຮົມການທະຫານ ໃນຄັ້ງນີ້ ເພື່ອເປັນການກະກຽມຄວາມພ້ອມ ໂດຍສະເພາະ ດ້ານຄວາມຮູ້, ຄວາມສາມາດຂອງກຳລັງພົນ ລວມທັງ ດ້ານເຕັກນິກຕ່າງໆ ເພື່ອປ້ອງກັນ ແລະ ຮັກສາສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບ, ປອດໄພທາງດ້ານສັງຄົມ, ປະເທດຊາດມີຄວາມໝັ້ນຄົງ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ