![]() |
ໃນກອງປະຊຸມ, ໄດ້ຜ່ານເອກະສານຄຸນທາດການເມືອງ ແລະ ຄຸນສົມບັດ ສິນທໍາປະຕິວັດ, ຄຳແນະນຳຂອງຄະນະປະຈຳພັກແຂວງຄຳມ່ວນ ສະບັບເລກທີ 02/ຄປຈ.ຄມ, ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຜ່ານເອກະສານ 7 ໜ້າທີ່ ແລະ 11 ຂໍ້ຫ້າມຂອງສະມາຊິກພັກ. ຈຸດປະສົງຂອງການເຊື່ອມຊຶມຄັ້ງນີ້, ເພື່ອຍົກສູງຄຸນນະພາບການຈັດຕັ້ງ ຂອງຮາກຖານພັກ ແລະ ສະມາຊິກພັກທຸກສະຫາຍ ຕ້ອງໄດ້ເພີ່ມທະວີບົດບາດ ຄວາມສາມາດໃນການນຳພາ-ຊີ້ນຳ ແລະ ການບັນຊາ ຂອງຄະນະພັກ ແຕ່ລະຂັ້ນ ຕໍ່ກັບວຽກງານ ທີ່ຕົນຮັບຜິດຊອບໃຫ້ມີບາດກ້າວອັນໃໝ່, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ - ລັດ, ການນຳພາ-ຊີ້ນຳ ແມ່ນໄດ້ປະຕິບັດຕາມຫຼັກການ ລວມສູນປະຊາທິປະໄຕ ນຳພາເປັນໜູ່ຄະນະ, ມີການຄົ້ນຄວ້າປຶກສາຫາລື ແລະ ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ມີການກວດກາປະເມີນຜົນໃນແຕ່ລະໄລຍະຢ່າງເປັນປົກກະຕິທີ່ກຳນົດໄວ້ໃນກົດລະບຽບຂອງພັກ, ກົດ ໝາຍຂອງລັດ, ຍົກສູງຄຸນທາດທາງດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້-ຄວາມສາມາດ, ແບບແຜນວິທີນຳພາ - ວິທີເຮັດວຽກໃຫ້ມີປະສິດທິຜົນສູງ ເພື່ອຊອກຫາສາເຫດທີ່ພາໃຫ້ມີຈຸດດີ-ຈຸດອ່ອນ.
(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ