ຫ້ອງວ່າການແຂວງຜົ້ງສາລີ ຖອດຖອນບົດຮຽນ ແລະ ແລກປ່ຽນຄຳຄິດເຫັນ.

ຫ້ອງວ່າການແຂວງຜົ້ງສາລີ ຖອດຖອນບົດຮຽນ ແລະ ແລກປ່ຽນຄຳຄິດເຫັນ.

ຫ້ອງວ່າການແຂວງຜົ້ງສາລີ ຖອດຖອນບົດຮຽນ ແລະ ແລກປ່ຽນຄຳຄິດເຫັນ.
ວັນທີ 4 ສິງຫານີ້ ທີຫ້ອງປະຊຸມຊັ້ນ 5 ຕຶກອົງການປົກຄອງແຂວງຜົ້ງສາລີ, ຫ້ອງວ່າກາແຂວງຜົ້ງສາລີ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານ, ໂດຍການເປັນປະທານຂອງ ທ່ານ ອຸ່ຄຳ ຕຸລາພັນ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງຜົ້ງສາລີ.
ຫອງວາການແຂວງຜງສາລ ຖອດຖອນບດຮຽນ ແລະ ແລກປຽນຄຳຄດເຫນ. - image 1
 

ທ່ານ ອຸຄຳ ຕຸລາພັນ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງຜົ້ງສາລີ ໄດ້ມີຄໍາເຫັນພ້ອມທັງກ່າວເປີດກອງປະຊຸມ ແລະ ໄດ້ເຜີຍແຜ່ເອກະສານເປັນຕົ້ນແມ່ນຮ່າງມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 25/ສພຂ, ລົງວັນທີ 18 ກໍລະກົດ ປີ 2025 ວ່າດ້ວຍການຮັບເອົາການສ້າງຕັ້ງຕາແສງ ພາຍໃນແຂວງຜົ້ງສາລີ: ຢູ່ 7 ເມືອງ ໃນທົ່ວແຂວງ ລວມທັງໝົດມີ: 11 ຕາແສງ, ປະກອບມີເມືອງຜົ້ງສາລີມີ 66 ບ້ານ ສ້າງຕັ້ງເປັນ 4 ຕາແສງຄື: ຕາແສງຫາດສາ, ຕາແສງກົກຊາ, ຕາແສງຢາວຟາງ, ຕາແສງ ຫຼັກ 18; ເມືອງໃໝ່ມີ 78 ບ້ານ ສ້າງຕັ້ງເປັນ 5 ຕາແສງຄື: ຕາແສງນໍ້າງາ, ຕາແສງສົບຮຸ່ນ, ຕາແສງປາລັນ, ຕາແສງຫົວເມິກ, ຕາແສງແສນເງິນ; ເມືອງຂວາມີ 93 ບ້ານ ສ້າງຕັ້ງເປັນ 5 ຕາແສງຄື: ຕາແສງບວມພັນ, ຕາແສງລາດຊາງ, ຕາແສງຢາງເຕີຍ, ຕາແສງສິນໄຊ, ຕາແສງເມືອງຂວາ; ເມືອງສຳພັນມີ 62 ບ້ານສ້າງຕັ້ງເປັນ 5 ຕາແສງຄື: ຕາແສງຢາງເໜືອ, ຕາແສງສະນຳຣະ, ຕາແສງນໍ້າລີ, ຕາແສງແສນຄຳ, ຕາແສງນໍ້າຮາງ; ເມືອງບຸນເໜືອມີ 65 ບ້ານ ສ້າງຕັ້ງເປັນ 4 ຕາແສງຄື: ຕາແສງບ້ານຢໍ້, ຕາແສງງາຍເໜືອ, ຕາແສງຊຽງຟ້າ, ຕາແສງບຸນເໜືອ; ມືອງຍອດອູມີ 73 ບ້ານ ສ້າງຕັ້ງເປັນ 5 ຕາແສງຄື: ຕາແສງຍອດອູ, ຕາແສງອູເໜືອ, ຕາແສງສຸມຄຳ, ຕາແສງມາລີເທົາ, ຕາແສງອູໃຕ້; ເມືອງບຸນໃຕ້ມີ 65 ບ້ານ ສ້າງຕັ້ງເປັນ 3 ຕາແສງຄື: ຕາແສງລ້ອງນາຍ, ຕາແສງບຸນໃຕ້, ຕາແສງສຳພັນໄຊ.ທົດລອງສ້າງຢູ່ພາຍໃນແຂວງຜົ້ງສາລີມີ 4 ເມືອງ ປະກອບມີ ເມືອງຜົ້ງສາລີ ຕາແສງກົກຊາ, ເມືອງບຸນໃຕ້ ຕາແສງສຳພັນໄຊ, ເມືອງຂວາ ຕາແສງສິນໄຊ, ເມືອງບຸນເໜືອ ຕາແສງບ້ານຢໍ້.

ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ພັດປ່ຽນກັນປະກອບຄຳຄິດເຫັນແລກປ່ຽນບັນດາວຽກງານທີ່ຈັດຕັ່ງປະຕິບັດໃນໄລຍະຜ່ານມາຢ່າງກົງໄປກົງມາຕາມພາລະບົດບາດ, ໜ້າທີຄວາມຮັບຜິດຊອບ ແລະ ຍົກໃຫ້ເຫັນຜົນງານດ້ານດີ ແລະ ຈຸດອ່ອນຂໍ້ຄົງຄ້າງ ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງແຕ່ລະຂົງເຂດທີຕົນຮັບຜິດຊອບໃຫ້ມີຄວາມເປັນເອກະພາບ ແລະ ໃຫ້ໄດ້ຮັບຜົນດີ.

(ພາບ,ຂ່າວ: ຍີນໄຊ ສີບຸນເຮືອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

5 ປີຜ່ານມາ ກບຮຖ.ຄຂສພ ແຂວງສະຫວັນນະເຂດ ສາມາດດຶງດູດເອົາການລົງທຶນ ໄດ້ 48 ວິສາຫະກິດ

5 ປີຜ່ານມາ ກບຮຖ.ຄຂສພ ແຂວງສະຫວັນນະເຂດ ສາມາດດຶງດູດເອົາການລົງທຶນ ໄດ້ 48 ວິສາຫະກິດ

ສະຫາຍ ອະນຸສອນ ພິມມະສານ ປະທານກໍາມະບານຮາກຖານ ຄະນະຄຸ້ມຄອງເຂດເສດຖະກິດພິເສດ (ກບຮຖ.ຄຂສພ) ແຂວງສະຫວັນນະເຂດ ໄດ້ລາຍງານສະພາບລວມຂອງສະຫະພັນກຳມະບານແຂວງ ແລະ ແຜນພັດທະນາວຽກງານກຳມະບານ ໃນເຂດເສດຖະກິດພິເສດ ສະຫວັນນະເຂດ ຕໍ່ກອງປະຊຸມໃຫຍ່ ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ IX ວ່າ:
ທິດທາງການນຳພາຂອງຄະນະພັກແຂວງວຽງຈັນ ໄດ້ຊ່ວຍເຮັດໃຫ້ບັນດາທຸລະກິດມີຄວາມໝັ້ນໃຈໃນການລົງທຶນຫຼາຍຂຶ້ນ

ທິດທາງການນຳພາຂອງຄະນະພັກແຂວງວຽງຈັນ ໄດ້ຊ່ວຍເຮັດໃຫ້ບັນດາທຸລະກິດມີຄວາມໝັ້ນໃຈໃນການລົງທຶນຫຼາຍຂຶ້ນ

ໃນໂອກາດດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ໃນລະຫວ່າງວັນທີ 15-16 ຕຸລາ ຜ່ານມາ, ທ່ານ ຄໍາໄພ ສົມຊະນະ ປະທານບໍລິສັດກຸ່ມ ຄໍາໄພຊະນະ ຈໍາກັດຜູ້ດຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ເປັນໂອກາດດີໃຫ້ພວກເຮົາໄດ້ຮັບຮູ້ທິດທາງໃໝ່ໆ ຈາກພັກ-ລັດ ໃນການພັດທະນາເສດຖະກິດທ້ອງຖິ່ນ. ໃນໄລຍະ 5 ປີ ຜ່ານມາ ພາຍໃຕ້ຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກແຂວງ, ການຈັດຕັ້ງພັກ-ລັດທຸກຂັ້ນ ເຫັນວ່າແຂວງວຽງຈັນກໍຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ ແລະ ເສດຖະກິດຂອງແຂວງຕະຫຼອດ 5 ປີ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການພັດທະນາດີຂຶ້ນເປັນແຕ່ລະໄລຍະ ແລະ ເຊື່ອໝັ້ນວ່າ ຄະນະບໍລິຫານງານພັກແຂວງຊຸດໃໝ່ ຈະສືບຕໍ່ຊຸກຍູ້ບັນດານັກທຸລະກິດມີຄວາມໝັ້ນໃຈໃນການລົງທຶນຫຼາຍຂຶ້ນ, ໂດຍສະເພາະໃນຂະແໜງການຜະລິດ, ການທ່ອງທ່ຽວ ແລະ ການຄ້າ. ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ແມ່ນຫົວໃຈສຳຄັນຂອງຄວາມສຳເລັດ ໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ກໍຄືການພັດທະນາເສດຖະກິດ-ສັງຄົມຢູ່ແຂວງວຽງຈັນ ໃຫ້ກ້າວໄປຂ້າງໜ້າ.
ຫ້ອງວ່າການສໍານັກງານປະທານປະເທດເຜີຍແຜ່ວັນສ້າງຕັ້ງການທູດ

ຫ້ອງວ່າການສໍານັກງານປະທານປະເທດເຜີຍແຜ່ວັນສ້າງຕັ້ງການທູດ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ ວັນສ້າງຕັ້ງການທູດລາວ 12 ຕຸລາ 1945 ຄົບຮອບ 80 ປີ ຂຶ້ນໃນວັນທີ 29 ຕຸລານີ້ ທີ່ ຫສປທ, ກອງປະຊຸມຈັດຂຶ້ນພາຍໃຕ້ການເປັນປະທານ ແລະ ກ່າວເຜີຍແຜ່ເອກະສານ ໂດຍ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຄະນະບໍລິຫານງານພັກ ຫສປທ; ມີບັນດາສະຫາຍຄະນະນໍາ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ຫສປທ ເຂົ້າຮ່ວມ.
ເມືອງພຽງ ປິດການເຝິກອົບຮົມການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V

ເມືອງພຽງ ປິດການເຝິກອົບຮົມການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V

ເມືອງພຽງ ແຂວງໄຊຍະບູລີ ປິດການເຝິກອົບຮົມໃຫ້ແກ່ນັກເດີນສຳຫຼວດ ແລະ ນັກກວດກາ ໃນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025ຂຶ້ນໃນວັນທີ 28 ຕຸລານີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ກອງໄຊ ໄຊຍະລາດ ຮອງປະທານຄະນະກຳມະການປົກຄອງເມືອງ ຮອງຫົວໜ້າຄະນະຊີ້ນຳສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນເມືອງ, ມີບັນດາຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງພ້ອມດ້ວຍນັກກວດກາ ແລະ ນັກເດີນສຳຫຼວດຂັ້ນເມືອງເຂົ້າຮ່ວມ.
ເຈົ້າແຂວງຄຳມ່ວນ ຊຸກຍູ້ການຜະລິດເຄື່ອງປັ່ນດິນເຜົາຢູ່ເມືອງໜອງບົກ

ເຈົ້າແຂວງຄຳມ່ວນ ຊຸກຍູ້ການຜະລິດເຄື່ອງປັ່ນດິນເຜົາຢູ່ເມືອງໜອງບົກ

ເພື່ອແນໃສ່ ໃນການອານຸລັກຮັກສາ ແລະ ສົ່ງເສີມມູນເຊື້ອທີ່ເຄີຍສືບຕໍ່ກັນມາແຕ່ດົນນານ ເປັນຕົ້ນແມ່ນການປະກອບອາຊີບສ້າງລາຍຮັບໃນການປັ້ນໝໍຫຼໍໄຫ ຂອງປະຊາຊົນບ້ານໜອງບົກ ເມືອງ ໜອງບົກ ທີ່ເຄີຍສືບທອດກັນມາຈາກລຸ້ນຕໍ່ລຸ້ນ. ດັ່ງນັ້ນ, ໃນວັນທີ 27 ຕຸລານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວ ຕິດຕາມຊຸກຍູ້ການຜະລິດເຄື່ອງປັ້ນດິນເຜົາຂອງຄອບຄົວ ທ່ານ ໄວພົດ ບຸນຍັງ ຄະນະກຸ່ມຫັດຖະກໍາເຄື່ອງປັ້ນດິນເຜົາບ້ານໜອງບົກ ແຂວງຄໍາມ່ວນ.
ເປີດວາງສະແດງລົດໄຟຟ້າຫຼູສູ່ໂລກແຫ່ງພະລັງງານສະອາດ

ເປີດວາງສະແດງລົດໄຟຟ້າຫຼູສູ່ໂລກແຫ່ງພະລັງງານສະອາດ

ໃນວັນທີ 27 ຕຸລາຜ່ານມານີ້ ທີ່ສູນ Deepal ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດວາງສະແດງລົດໄຟຟ້າຫຼູຍີ່ຫໍ້ Deepal ໂດຍແມ່ນບໍລິສັດສັນຕິພາບມໍເຕີ ເປັນຕົວແທນຈໍາໜ່າຍຢ່າງເປັນທາງການແຫ່ງທໍາອິດໃນນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ, ທ່ານນາງລີຊີເສີນ ທີ່ປຶກສາສະຖານທູດຈີນປະຈຳ ສປປ ລາວ, ທ່ານ ກວນສິນ ຮອງປະທານເຂດອາຊີຕາເວັນອອກສ່ຽງໃຕ້, ພ້ອມຜູ້ຕາງໜ້າ ບໍລິສັດ ChanAnAutomobile, ບັນດາແຂກຖືກເຊີນເຂົ້າຮ່ວມ.
ຍົກສູງການພົວພັນຮ່ວມມືວຽກງານ ສນຊ ແລະ ສະຫະພັນກໍາມະບານລາວ

ຍົກສູງການພົວພັນຮ່ວມມືວຽກງານ ສນຊ ແລະ ສະຫະພັນກໍາມະບານລາວ

ການພົວພັນຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ (ສນຊ) ແລະ ສະຫະພັນກໍາມະບານລາວ ເນື້ອແທ້ເພື່ອເປັນການເສີມຂະຫຍາຍມູນເຊື້ອ ແລະ ເຕົ້າໂຮມຄວາມສາມັກຄີໃນຖັນແຖວສະມາຊິກກໍາມະບານກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ແໜ້ນແຟ້ນເປັນຈິດໜຶ່ງໃຈດຽວກັນ.
ປະທານຄະນະກວດກາສູນກາງພັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ

ປະທານຄະນະກວດກາສູນກາງພັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ

ວັນທີ 27 ຕຸລານີ້ ທີ່ຫ້ອງປະຊຸມເຮືອນພັກເບີ 1 ຂອງແຂວງຄໍາມ່ວນ, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສຸນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເຄື່ອນໄຫວພົບປະພະນັກງານການນຳຫຼັກແຫຼ່ງຂອງແຂວງຄຳມ່ວນ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະ, ມີບັນດາຄະນະນຳຈາກພາກສ່ວນຕ່າງໆ ຂັ້ນແຂວງ, ເມືອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງໄຊຍະບູລີ ສະໄໝທີ V

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງໄຊຍະບູລີ ສະໄໝທີ V

ໃນຕອນເຊົ້າວັນທີ 28 ຕຸລານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງໄຊຍະບູລີ ສະໄໝທີ V ພາຍໃຕ້ການເປັນປະທານຂອງພະອາຈານ ບຸນທຽນ ພຸດທະວະໂຣ ກໍາມະການສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ປະທານພຸດທະສາສະໜາສໍາພັນລາວແຂວງໄຊຍະບູລີ, ມີພະອາຈານໃຫຍ່ ອ່ອນແກ້ວ ສິດທິວົງ ຜູ້ຊ່ວຍປະທານ ສູນກາງອົງການພຸດທະສາສະໜາສໍາພັນລາວ, ທ່ານ ເພັງນິລັນ ຄໍາພັນເພັງ ປະທານສະພາປະຊາຊົນແຂວງໄຊຍະບູລີ ແລະ ພາກສ່ວນກ່ຽວຂ້ອງທົ່ວແຂວງ ເຂົ້າຮ່ວມ.
ພິທີແນະນຳລົດໄຟຟ້າຫຼູ ສູ່ໂລກແຫ່ງພະລັງງານສະອາດ

ພິທີແນະນຳລົດໄຟຟ້າຫຼູ ສູ່ໂລກແຫ່ງພະລັງງານສະອາດ

ໃນວັນທີ 27 ຕຸລາ ນີ້ ທີ່ສູນ Deepal ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີແນະນຳລົດໄຟຟ້າຫຼູ Deepal ສູ່ໂລກແຫ່ງພະລັງງານສະອາດ, ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ, ທ່ານ ນາງ ລີຊີເສີນ ທີ່ປຶກສາສະຖານທູດຈີນປະຈຳ ສປປ ລາວ, ທ່ານ ກວນ ສິນ ຮອງປະທານເຂດອາ ຊີຕາເວັນອອກສ່ຽງໃຕ້, ພ້ອມຜູ້ຕາງໜ້າບໍລິສັດ Chan An Automobile, ບັນດາແຂກຖືກເຊີນເຂົ້າ ຮ່ວມ.
ເພີ່ມເຕີມ