ຫ້ອງວ່າການສູນກາງພັກສະຫຼຸບວຽກງານກວດກາປະຈຳປີ2023

ຫ້ອງວ່າການສູນກາງພັກສະຫຼຸບວຽກງານກວດກາປະຈຳປີ2023
ກອງປະຊຸມສະຫຼຸບວຽກງານກວດກາຂອງຫ້ອງວ່າສູນກາງພັກ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024ພ້ອມທັງເຜີຍແຜ່ບົດສະຫຼຸບ-ຕີລາຄາການເຄື່ອນໄຫວວຽກງານກວດກາປະຈຳປີ 2023 ແລະທິດທາງແຜນການປະຈຳປີ 2024 ຂອງອົງການກວດກາແຫ່ງລັດ,ເຜີຍແຜ່ຄຳແນະນຳການກະກຽມ ແລະດຳເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່ 3 ຂັ້ນຂອງພັກ,ຄຳແນະນຳກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາສູນກາງພັກ ແລະອົງການກວດກາລັດແຕ່ລະຂັ້ນແລະບັນດາເອກະສານສຳຄັນຕ່າງໆ ຈັດຂຶ້ນໃນວັນທີ 26 ເມສາ ນີ້ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກເລຂາຄະນະພັກຫົວໜ້າຫ້ອງວ່າການສູນກາງພັກພ້ອມດ້ວຍຄະນະພັກ, ຄະນະນຳ ແລະ ພະນັກງານພາຍໃນເຂົ້າຮ່ວມ.
ໃນພິທີ, ສະຫາຍ ກິ່ງເພັດ ມົງຄົນວິໄລຄະນະປະຈຳພັກປະທານກວດກາ ຫ້ອງວ່າການສູນກາງພັກຮອງຫົວໜ້າຫ້ອງວ່າການສູນກາງພັກ ໄດ້ໃຫ້ຮູ້ວ່າ: 1 ປີຜ່ານມາຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ນຳພາຄົ້ນຄວ້າ, ປັບປຸງກົດໝາຍ ແລະ ສ້າງນິຕິກຳທີ່ກ່ຽວຂ້ອງສຳເລັດ 6 ນິຕິກຳ ແລະ ໄດ້ເຜີຍແຜ່ນິຕິກຳດັ່ງກ່າວຜ່ານສື່ສິ່ງພິມຕ່າງໆ; ຄະນະກວດກາແຕ່ລະຂັ້ນໄດ້ຕັ້ງໜ້າປະຕິບັດການຕິດຕາມ, ກວດກາໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ທຸກຂະແໜງການ ແລະ ທ້ອງຖິ່ນ ເປັນເຈົ້າການສູ່ຊົນປະຕິບັດໂຕເລກຄາດໝາຍດ້ານຕ່າງໆ ຢ່າງເປັນຂະບວນຟົດຟື້ນ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ຄະນະພັກ, ຄະນະນໍາແຕ່ລະຂັ້ນ ສ່ວນຫຼາຍຍັງຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍຢ່າງຈະແຈ້ງ, ປະຕິບັດຢ່າງເຂັ້ມງວດຕໍ່ລະບອບປະຊຸມ, ການສ່ອງແສງລາຍງານທີ່ໄດ້ກຳນົດໃນກົດລະບຽບຂອງພັກ ເຮັດໃຫ້ແຕ່ລະຂອດຂອງວຽກງານໄດ້ຮັບການຊີ້ນຳຢ່າງໃກ້ຊິດ. ຄະນະພັກສ່ວນຫຼາຍ ໄດ້ຖືເອົາວຽກງານຕິດຕາມ, ກວດກາປົກກະຕິຕິດພັນກັບການນຳພາ-ຊີ້ນຳ ແລະ ປັບປຸງແບບແຜນວິທີເຮັດວຽກຂອງຕົນ ໂດຍມີການປະສານສົມທົບລະຫວ່າງການກວດກາພັກ, ການກວດກາລັດ ໃນການຕິດຕາມ, ຊຸກຍູ້ວຽກງານແຕ່ລະດ້ານເປັນປົກກະຕິ ແລະ ຕໍ່ເນື່ອງ; ຄະນະພັກແຕ່ລະຂັ້ນ ໄດ້ສືບຕໍ່ຍົກສູງການກໍ່ສ້າງ ແລະ ປັບປຸງຄຸນນະພາບຂອງການຈັດຕັ້ງພັກ, ສະມາຊິກພັກຕາມ 5 ຫຼັກການ ແລະ 3 ທິດນຳຂອງພັກ; ໄດ້ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ ແລະ ມະຕິຕ່າງໆຂອງພັກ ດ້ວຍການນຳພາ-ຊີ້ນຳການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຊຶ່ງມີຫຼາຍໜ່ວຍພັກສາມາດຮັກສາໄດ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຫຼາຍສະໄໝຊ້ອນ ໂດຍອີງຕາມການເກັບກໍາ ແລະສະຫຼຸບຂໍ້ມູນຈາກ 16 ກະຊວງ, 16 ອົງການ, 15 ແຂວງ ແລະ ນະຄອນຫຼວງວຽງຈັນ, ມີໜ່ວຍພັກທັງໝົດ 18.977 ໜ່ວຍພັກ (ທຽບໃສ່ປີ 2022 ເພີ່ມຂຶ້ນ 259 ໜ່ວຍພັກ ໄດ້ຈັດແບ່ງປະເພດໜ່ວຍພັກແລ້ວ 14.777 ໜ່ວຍພັກ ໃນນີ້ ໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 12.486 ໜ່ວຍ, ກາງ 2.171 ໜ່ວຍ, ອ່ອນ 120 ໜ່ວຍ, ບໍ່ໄດ້ຈັດປະເພດ 4.200 ໜ່ວຍ (ກໍາລັງປະເມີນ); ເອົາໃຈໃສ່ຂະຫຍາຍພັກໂດຍຖືເອົາຄຸນນະພາບເປັນກົກ, ເລືອກເອົາມະຫາຊົນຜູ້ທີ່ມີກ້າວໜ້າ ແລະ ຜົນງານພົ້ນເດັ່ນຈາກຂະບວນການຕົວຈິງ.ໃນໂອກາດເຂົ້າຮ່ວມກອງປະຊຸມ ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳເຫັນຕໍ່ກອງປະຊຸມຄັ້ງນີ້ວ່າ:
ຄຽງຄູ່ກັບດ້ານດີຜົນສຳເລັດທີ່ກ່າວມານັ້ນ, ພວກເຮົາກໍຍັງມີດ້ານອ່ອນ-ຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ສຸມໃສ່ແກ້ໄຂໃນຕໍ່ໜ້າ, ໃນການເຄື່ອນໄຫວວຽກງານຕິດຕາມ-ກວດກາ, ການສະກັດກັ້ນຕ້ານ ແລະ ການສໍ້ລາດບັງຫຼວງຕິດພັນກັບການສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ XI  ແລະ ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ IV ຂ້າພະເຈົ້າຂໍມີຄວາມເປັນເອກະພາບສູງຕໍ່ທິດທາງໜ້າທີ່ ທີ່ໄດ້ຍົກຂຶ້ນໃນບົດລາຍງານ ແລະ ເຊື່ອໝັ້ນວ່າວຽກງານກວດກາຈະສືບຕໍ່ກ້າວຂຶ້ນຢ່າງແຂງແຮງ, ສະນັ້ນຈຶ່ງຢາກມີຄວາມເຫັນບາງດ້ານຕໍ່ກອງປະຊຸມອັນສຳຄັນໃນຄັ້ງນີ້ ຕໍ່ວຽກງານກວດກາ ຂອງຫ້ອງວ່າການສູນກາງພັກ ດັ່ງນີ້:
    ໜຶ່ງ;ຄະນະພັກ, ຄະນະກວດກາ ຫ້ອງວ່າການສູນກາງພັກ  ເປັນເຈົ້າການສຶກສາອົມຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເຊື່ອມຊຶມຮັບຮູ້, ເຂົ້າໃຈແຈ້ງເຖິງພາລະບົດບາດ, ສິດໜ້າທີ່ຄວາມໝາຍ ຄວາມສຳຄັນຂອງວຽກງານກວດກາພັກ, ກວດກາລັດໃຫ້ຫຼາຍຂຶ້ນ.
    ສອງ;ຕ້ອງສຸມໃສ່ກວດກາ ແລະ ແກ້ໄຂບັນຫາການເຊື່ອມຖອຍທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ກໍຄືມານະຈິດປະຕິວັດ ໃນຖັນແຖວສະມາຊິກພັກ-ພະນັກງານແຕ່ລະກົມກອງ, ຍົກສູງຂີດຄວາມສາມາດຂອງຄະນະພັກ, ສະມາຊິກພັກແຕ່ລະກົມກອງໃນການນໍາພາແກ້ໄຂບັນຫາທີ່ເກີດຂຶ້ນຢູ່ແຕ່ລະບ່ອນໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີການຫັນປ່ຽນທີ່ຈະແຈ້ງ, ອັນນີ້ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ, ຄະນະກວດກາແຕ່ລະກົມ; ຕ້ອງກວດກາ ແລະ ແກ້ໄຂໃຫ້ໄດ້ສະພາບການຂະຫຍາຍສະມາຊິກພັກ, ທີ່ຂາດການຝຶກຝົນຫຼໍ່ຫຼອມໜັກແໜ້ນ ແລະ ບໍ່ຖືກຕາມກົດລະບຽບຂອງພັກ, ມີຜົນປະໂຫຍດແອບແຝງ ແລະ ອື່ນໆ.
    ສາມ; ປັບປຸງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປັບປຸງກົນໄກການຕິດຕາມ. ກວດກາ,ຊຸກຍູ້ການດຳເນີນຊີວິດການເມືອງປະຈຳເດືອນຂອງໜວຍພັກໃຫ້ຮັບປະກັນຄຸນນະພາບແທ້, ຄົ້ນຄວ້າ, ວິທີການການປະເມີນໜ່ວຍພັກ ແລະ ສະມາຊິກພັກໃຫ້ຕິດພັນກັບຄວາມຮູ້, ຄວາມສາມາດ, ຄວາມຮັບຜິດຊອບ ແລະ ວັດແທກຜົນສຳເລັດຕົວຈິງ ໂດຍກົງ(ບໍ່ປະໃຫ້ເກີດມີສະພາບໜ່ວຍພັກໃດກໍປອດໃສ, ເຂັ້ມແຂງ, ໜັກແໜ້ນ)ແຕ່ບັນຫາຫຍໍ້ທໍ້ຍັງມີຫຼາຍ.
    ສີ່; ຄະນະກວດກາຕ້ອງຕິດຕາມ ການປະຕິບັດໜ້າທີ່ການເມືອງຂອງກົມໂດຍສະເພາະແມ່ນການປະຕິບັດໜ້າທີ່, ພາລະບົດບາດຄວາມຮັບຜິດຊອບຂອງກົມ, ການປະຕິບັດມະຕິ, ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງພັກ-ລັດ ຢູ່ບັນດາໜ່ວຍພັກ ກໍຄືກົມໃຫ້ຖືກຕ້ອງສອດຄ່ອງແທດເໝາະກັບເງື່ອນໄຂຕົວຈິງ.
    ຫ້າ; ຕິດຕາມ-ກວດກາຄືນການປັບປຸງສັບຊ້ອນກົງຈັກການຈັດຕັ້ງ, ການຈັດວາງພະນັກງານຄືນໃໝ່ໄປຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງ ແລະ ພາລະບົດບາດ, ໜ້າທີ່, ຂອບເຂດສິດ ຂອງຄະນະກວດກາສອດຄ່ອງກັບລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ. (ເພີ່ມທະວີຫັນການກວດກາເປັນທັນສະໄໝ, ເຂົ້າໃນການກວດກາ ເພື່ອຄວາມສະດວກ, ວອງໄວ ແລະ ຊັດເຈນ ກ່ວາເກົ່າ.
ຂ່າວ-ພາບ:ພູວຽງຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ