ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ
ທ່ານ ຄໍາຜອຍ ວັນນະສານ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນໃນວັນທີ 15 ທັນວານີ້, ໂອກາດນີ້ໄດ້ເຂົ້າພົບປະທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ເພື່ອແຈ້ງຈຸດປະສົງໃນການລົງມາເຄື່ອນໄຫວໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ ໂດຍສະເພາະລົງເຄື່ອນໄຫວຊີ້ນໍາ ວຽກງານກະກຽມດຳເນີນກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ ແລະ ວຽກກອງທຶນສາມັກຄີພັດທະນາຂອງແນວລາວສ້າງຊາດຢູ່ແຂວງຄຳມ່ວນ. ຈາກນັ້ນ, ໄດ້ສືບຕໍ່ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງຂອງແນວລາວສ້າງຊາດແຂວງ.
ຮອງປະທານ ສນຊ ເຄອນໄຫວເຮດວຽກຢແຂວງຄຳມວນ - image 1
 

ທ່ານ ພິດສະໄໝ ກອງຊາເດດ ປະທານແນວລາວສ້າງຊາດແຂວງ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານໃນໄລຍະທີ່ຜ່ານມາ. ໂດຍປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່ຂອງແນວລາວສ້າງຊາດເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດ, ເສີມຂະຫຍາຍນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສະຕິຊາດ ແລະ ຄວາມເປັນເຈົ້າຂອງປະເທດຊາດໃຫ້ປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມຂົນຂວາຍປະຊາຊົນຊັ້ນຄົນຕ່າງໆ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ວຽກງານກະກຽມກອງປະຊຸມໃຫຍ່ ພາຍຫຼັງສໍາເລັດການຊຸກຍູ້ກະກຽມຈັດຕັ້ງດຳເນີນກອງປະຊຸມໃຫຍ່ຂອງບັນດາແນວລາວສ້າງຊາດເມືອງ ຕິດພັນກັບການຊຸກຍູ້ການປະຕິບັດຄາດໝາຍມະຕິກອງປະຊຸມໃຫຍ່ຂອງພັກ ແລະ ກອງປະຊຸມໃຫຍ່ຂອງຕົນ, ຄະນະກຳມະການແນວລາວສ້າງຊາດແຂວງໄດ້ມີແຜນດຳເນີນງານຕາມ 3 ເນື້ອໃນໃຫຍ່ຄື: ວຽກງານຊຸກຍູ້ຂະບວນການ, ວຽກງານກະກຽມເນື້ອໃນເອກະສານ ແລະ ວຽກງານກະກຽມດ້ານໂຄງປະກອບບຸກຄະລາກອນ. ມາຮອດປັດຈຸບັນແມ່ນສໍາເລັດການປັບປຸງຄະນະກໍາມະການແນວລາວສ້ງຊາດຂັ້ນບ້ານທັງໝົດ 574 ບ້ານ ໂດຍມີຄະນະກໍາມະການແນວບ້ານ 4,958 ທ່ານ ຍິງ 644 ທ່ານ, ພະສົງ 51 ອົງ, ທົ່ວແຂວງມີປະທານແນວລາວສ້າງຊາດຂັ້ນບ້ານ 574 ທ່ານ, ປະທານແນວລາວສ້າງຊາດຂັ້ນບ້ານທີ່ຄວບຕໍາແໜ່ງເລຂາພັກບ້ານມີ 10 ທ່ານ, ຄວບຮອງເລຂາພັກບ້ານ 30 ທ່ານ, ຄວບຕໍາແໜ່ງນາຍບ້ານ 9 ທ່ານ ຄວບຕໍາແໜ່ງຮອງນາຍບ້ານ 35 ທ່ານ, ມີປະທານຄະນະກຳມະການແນວລາວສ້າງຊາດເມືອງທີ່ຄວບຕໍາແໜ່ງກໍາມະການປະຈໍາພັກເມືອງທັງໝົດ 9 ທ່ານ ຍິງ 4 ທ່ານ, ຄວບຕໍາແໜ່ງກໍາມະການພັກເມືອງ 1 ທ່ານ, ມີຄະນະປະຈໍາແນວລາວສ້າຊາດເມືອງທັງໝົດ 49 ທ່ານ ຍິງ 16 ທ່ານ, ມີຮອງປະທານແນວລາວສ້າງຊາດເມືອງ 14 ທ່ານ ຍິງ 5 ທ່ານ ແລະ ມີກໍາມະການແນວລາວສ້າງຊາດເມືອງທັງໝົດ 576 ທ່ານ ຍິງ 49 ທ່ານ, ພະສົງ 8 ອົງ, ຄຸນພໍ່ 2 ທ່ານ. ໃນນີ້ມີເປົ້າໝາຍກໍາມະການແນວລາວສ້າງຊາດແຂວງທີ່ປະຈໍາຢູ່ 10 ເມືອງ ລວມທັງໝົດ 48 ທ່ານ ຍິງ 6 ທ່ານ.

ຮອງປະທານ ສນຊ ເຄອນໄຫວເຮດວຽກຢແຂວງຄຳມວນ - image 2
 

ໂອກາດນີ້, ທ່ານ ຄໍາຜອຍ ວັນນະສານ ໄດ້ມີຄໍາເຫັນໃຫ້ຄະນະກຳມະການແນວລາວສ້າງຊາດແຂວງ ສືບຕໍ່ເອົາ ໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ, ກຳໄດ້ສິດ, ໜ້າທີ່ ເພື່ອຍົກສູງພາລະບົດບາດຂອງແນວລາວສ້າງຊາດໃຫ້ສູງຂຶ້ນ. ສຳລັບການກະກຽມກອງປະຊຸມຂອງແນວລາວສ້າງຊາດແຂວງແມ່ນໃຫ້ຖື 3 ວຽກງານເສົາຄໍ້າເປັນຕົ້ນຕໍ.

ຮອງປະທານ ສນຊ ເຄອນໄຫວເຮດວຽກຢແຂວງຄຳມວນ - image 3
 

ຂ່າວ-ພາບ: ກອງຄໍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເຫຼົ່າຮົບກຳລັງທະຫານຊາຍແດນ ແມ່ນເຫຼົ່າຮົບໜຶ່ງທີ່ສໍາຄັນໃນຖັນແຖວກຳລັງກອງທັບ ເປັນກຳລັງຢູ່ແນວໜ້າຂອງປະເທດຊາດ ມີພາລະບົດບາດ, ໜ້າທີ່ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນ, ຄຸ້ມຄອງຫຼັກໝາຍຊາຍແດນ ແລະ ເຄື່ອນໄຫວລາດຕະເວນຕາມບໍລິເວນຊາຍແດນໃຫ້ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ.
ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 (16 ທັນວາ 1975-16 ທັນວາ 2025) ຄົບຮອບ 50 ປີ ຈັດຂຶ້ນໃນວັນທີ 16 ທັນວານີ້, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເຈົ້າແຂວງອັດຕະປື ພ້ອມດ້ວຍນາຍ ແລະ ພົນທະຫານທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ.
ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ຕອນເຊົ້າວັນທີ 16 ທັນວາ ນີ້, ທີ່ຫ້ອງປະຊຸມນ້ອຍຊັ້ນ II ຂອງຄະນະໂຄສະນາອົບຮົມສູນກາງພັກ(ຄອສພ); ກົມອົບຮົມ ຄອສພ ໄດ້ຈັດຕັ້ງຂະບວນການແຂ່ງຂັນວິຊາສະເພາະຂອງກົມ ຄັ້ງທີ 2 ປະຈໍາປີ 2025 ພາຍໃຕ້ຫົວຂໍ້ “ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ຂອງປະທານ ໄກສອນ ພົມວິຫານ” ຊຶ່ງພິທີຈັດຂຶ້ນ ໂດຍ ການເປັນປະທານ ຂອງ ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຂອງກົມອົບຮົມ ເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 9 ສະຫາຍ.
ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ພິທີມອບ-ຮັບໜ້າທີ່ ການນຳຂອງຫຼາຍພະແນກການ ຂອງແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ16 ທັນວາ 2025ນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານຂັ້ນແຂວງ, ມີຄະນະປະຈຳພັກແຂວງ ກຳມະການພັກແຂວງ ຫົວໜ້າ ຮອງຫົວໜ້າພະແນກການ ກອງບັນຊາການ, ອົງການ ແລະ ພະນັກງານພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ) ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະ ໃຫ້ແກ່ເລຂາພັກເມືອງ ຊຸດທີ VIII ປະຈຳປີ 2025 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 15 ທັນວານີ້, ທີ່ ສມປຊ, ພິທີດັ່ງກ່າວດຳເນີນພາຍໃຕ້ການເປັນປະທານ ແລະ ກ່າວເປີດ ຂອງທ່ານ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫນງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີບັນດາຄະນະພັກ-ຄະນະນຳສະຖາບັນ, ຄູ-ອາຈານ ແລະ ນັກຝຶກອົບຮົມໂດຍແມ່ນເລຂາພັກເມືອງຈາກ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເພື່ອໂຄສະນາສົ່ງເສີມວັດທະນະທໍາແຜ່ນແພ ແລະ ການທ່ອງທ່ຽວຂອງຊາດລາວ, ກະຊວງວັດທະ ນະທໍາ ແລະ ການທ່ອງທ່ຽວ (ວທ), ສະຖານທູດລາວປະຈໍາປະເທດຝຣັ່ງ ຜູ້ກໍ່ຕັ້ງ Lao Fashion Week, ສະມາຄົມທຸລະກິດການທ່ອງທ່ຽວລາວ ແລະ ຫົວໜ່ວຍທຸລະກິດກ່ຽວກັບການຜະລິດແຜ່ນແພເຄື່ອງນຸ່ງທີ່ນໍາ ສະໄໝ ຮ່ວມກັນຈັດງານວັນລາວ (Lao Festival) ຂຶ້ນເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໂດຍການເປັນປະທານຂອງທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດປະຈໍາສປປ ລາວ ທີ່ປະ ເທດຝຣັ່ງ, ມີຜູ້ຕາງໜ້າຈາກກະຊວງວັດທະນະທໍາ-ການທ່ອງທ່ຽວ (ວທ) ສປປ ລາວ, ມີຜູ້ເຂົ້າຮ່ວມ 300 ກວ່າທ່ານມາຈາກສະຖານທູດຕ່າງໆ, ກະຊວງການຕ່າງປະເທດທີ່ປະເທດຝຣັ່ງ, ພາກທຸລະກິດ, ຄົນເຊື້ອ ຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ  ຈະເປີດບໍລິການຕົ້ນປີ 2026

ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ຈະເປີດບໍລິການຕົ້ນປີ 2026

ພິທີເຊັນບົດບັນທຶກຮ່ວມມືໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລະຫວ່າງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ແລະ ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ ຈັດຂຶ້ນໃນວັນທີ 15 ທັນວານີ້ ທີ່ສຳນັກງານພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ.
ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ກອງ​ປະຊຸມ​ສະ​ໄໝສາມັນເທື່ອ​ທີ 10 ຂອງສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນຊຸດ​ທີ IV, ວັນທີ 16 ທັນວານີ້ ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າ​ຄອງນະຄອນຫຼວງວຽງຈັນ, ຮອງ​ເຈົ້າ​ຄອງ​, ມີບັນ​ດາ​ທ່ານ​ການ​ນໍານະຄອນຫຼວງ​ວຽງຈັນ, ບັນດາ​ທ່ານສະມາຊິກ​ສະພາ​ແຫ່ງ​ຊາດປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ແລະ ສະມາຊິກ​ສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ ພ້ອມດ້ວຍແຂກຖືກເຊີນ.
ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ພິທີເຊັນສັນຍາວ່າດ້ວຍການພັດທະນາລະບົບຄຸ້ມຄອງແບບຟອມດິຈີຕອນແລະການເບີກຈ່າຍງົບປະມານຂອງຂະແໜງການພາກລັດ (Digital Filing)ລະຫວ່າງກະຊວງການເງິນແລະບໍລິສັດພູນຜົນນະຄອນຈໍາກັດ, ໄດ້ຈັດຂຶ້ນ ໃນວັນທີ12ທັນວາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ທ່ານບຸນສະຫວາດ ວົງປະເສີດຄອງຊະນະເລີດການແຂ່ງຂັນຊົງກາເຟ ປາກຊ່ອງປະຈຳປີ 2025

ທ່ານບຸນສະຫວາດ ວົງປະເສີດຄອງຊະນະເລີດການແຂ່ງຂັນຊົງກາເຟ ປາກຊ່ອງປະຈຳປີ 2025

ການແຂ່ງຂັນຊົງກາເຟ ປາກຊ່ອງ (Paksong Drip Battle) ປະຈຳປີ 2025 ຈັດຂຶ້ນ ໃນງານບຸນກາເຟ-ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ທີ່ອານຸສາວະລີທ່ານສີທົນ ກົມມະດຳ ເມືອງປາກຊ່ອງ ແຂວງຈຳປາສັກ, ໄດ້ສະທ້ອນໃຫ້ເຫັນເຖິງການເຕີບໂຕຂອງທັກສະ ແລະ ຄວາມມຸ່ງໝັ້ນຂອງ ບາຣິສຕ້າໃນ ສປປ ລາວ ແລະ ພາກພື້ນທີ່ໃກ້ຄຽງ. ການແຂ່ງຂັນດັ່ງກ່າວໄດ້ຮວບຮວມບາຣິສຕ້າຈຳນວນ 32 ຄົນ ຈາກທົ່ວປະເທດລາວ ພ້ອມທັງມີຜູ້ເຂົ້າແຂ່ງຂັນຈາກປະເທດໄທ ສະແດງໃຫ້ເຫັນຄວາມສົນໃຈທີ່ມີຕໍ່ກາເຟພິເສດທີ່ເພີ່ມຂຶ້ນໃນລະດັບພາກພື້ນ.
ເພີ່ມເຕີມ