ທ່ານ ທະວິນ ພິມແກ້ວ ນາຍບ້ານໆນາບອນ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານນນາບອນ ແມ່ນບ້ານໜຶ່ງ ໃນ 47 ບ້ານຂອງເມືອງແກ່ນທ້າວ ຕັ້ງຢູ່ເທດສະບານເມືອງ, ທົ່ວບ້ານມີເນື້ອທີ່ທັງໝົດ 4,000 ກວ່າເຮັກຕາ, ມີ 26 ໜ່ວຍຄຸ້ມຄອງພົນລະເມືອງ, ມີ 300 ກວ່າຄອບຄົວ, ມີພົນລະເມືອງ 1,900 ກວ່າຄົນ ຍິງ 900 ກວ່າຄົນ. ໃນນັ້ນ, ເຜົ່າລາວ ກວມເອົາ 99.78%. ປະຊາຊົນພາຍໃນບ້ານ ສ່ວນຫຼາຍແມ່ນເຮັດກະສິກໍາ ເປັນຕົ້ນແມ່ນ ປູກຝັ່ງ-ລ້ຽງສັດ ແລະ ເຮັດບໍລິການຈໍານວນໜຶ່ງ. ບ້ານນາບອນ ໄດ້ສ້າງຕັ້ງກອງທຶນບ້ານສາມັກຄີແນວລາວສ້າງຊາດ ໃນວັນທີ 18 ກັນຍາ 2019 ມີຄະນະກອງທຶນ 5 ທ່ານໄດ້ຮັບທຶນອະນຸມັດທັງໝົດ 5 ຕື້ກີບ ຈາກກຸ່ມບໍລິສັດພົງສະຫວັນ, ປ່ອຍກູ້ 2 ຕື້ກວ່າກີບ ປັດຈຸບັນ ມີສະມາຊິກ 28 ຄອບຄົວ.
ການລົງເຄື່ອນໄຫວຄັ້ງນີ້, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ມອບເຄື່ອງຊ່ວຍເຫຼືອຈໍານວນໜຶ່ງ ໃຫ້ປະຊາຊົນບ້ານນາບອນຕື່ມອີກ.
(ຂ່າວ: ແກ່ນທ້າວ)
ຄໍາເຫັນ