ຮອງປະທານປະເທດ ສສ ຫວຽດນາມ ຢ້ຽມຢາມສະມາຄົມແມ່ຍິງພິການ ຢູ່ລາວ

ຮອງປະທານປະເທດ ສສ ຫວຽດນາມ ຢ້ຽມຢາມສະມາຄົມແມ່ຍິງພິການ ຢູ່ລາວ

ຮອງປະທານປະເທດ ສສ ຫວຽດນາມ ຢ້ຽມຢາມສະມາຄົມແມ່ຍິງພິການ ຢູ່ລາວ
ໂອກາດມາຢ້ຽມ ສປປ ລາວ ຢ່າງເປັນທາງການ, ທ່ານ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໄດ້ມາຢ້ຽມຢາມ ສະມາຄົມແມ່ຍິງພິການ ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 22 ສິງຫານີ້ ໂດຍການຕ້ອນຮັບຂອງ ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ຈັນເພັງ ສີວິລາ ປະທານສະມາຄົມແມ່ຍິງພິການ ແລະ ສູນພັດທະນາແມ່ຍິງພິການ ພ້ອມດ້ວຍຄະນະ.

 

ທ່ານ ນາງ ແກ້ວ ຈັນທະວີໄຊ ໄດ້ກ່າວວ່າ: ໂອກາດທີ່ ທ່ານ ນາງ ຫວໍ ທິ ແອັງ ຊວນ ພ້ອມຄະນະມາຢ້ຽມຢາມຄັ້ງນີ້, ຖືເປັນນິມິດໝາຍອັນສຳຄັນຕໍ່ມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຍຸດທະສາດຮອບດ້ານຢ່າງແໜ້ນແຟ້ນ ລະຫວ່າງ ສອງພັກ ສອງລັດ ກໍຄືປະຊາຊົນສອງຊາດ ທີ່ໄດ້ສືບທອດກັນມາແຕ່ດົນນານ ເວົ້າລວມ, ເວົ້າສະເພາະ ແມ່ນການສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນພິເສດ ລະຫວ່າງ ສອງຊາດສູ່ລວງເລິກໃນວຽກງານການພັດທະນາຄົນພິການໃຫ້ນັບມື້ດີຂຶ້ນ, ເປັນການປະກອບສ່ວນອັນສຳຄັນ ໃນການເພີ່ມພູນຄູນສ້າງຄວາມເຂັ້ມແຂງ ໃຫ້ການຮ່ວມມືໃນວຽກງານຄົນພິການຂອງສອງຊາດ.

ທ່ານ ນາງ ຈັນເພັງ ສີວິລາ ໄດ້ກ່າວວ່າ: ສູນພັດທະນາແມ່ຍິງພິການ ສ້າງຂຶ້ນເມື່ອປີ 2001 ແລະ ໄດ້ຍົກລະດັບໃຫ້ເປັນ ສະມາຄົມແມ່ຍິງພິການ ໃນປີ2021 ໂດຍມີບົດບາດໜ້າທີ່ເປັນຕົວແທນໃຫ້ແມ່ຍິງພິການລາວບັນດາເຜົ່າ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທໍາ ແລະ ຊຸກຍູ້ສົ່ງເສີມ ສິດທິຂັ້ນພື້ນຖານໃນການພັດທະນາ, ການສຶກສາ, ການຝຶກອົບຮົມທັກສະອາຊີບ, ການມີວຽກເຮັກງານທໍາ ແລະ ການດຳລົງຊີວິດໃນສັງຄົມຢ່າງມີກຽດສະຫງ່າ. ປັດຈຸບັນ, ສະມາຄົມ ມີພະນັກງານ ແລະ ສະມາຊິກ 55 ຄົນ, ຊາຍ 5 ຄົນ; ມີ 2 ພະແນກ ຄືພະແນກໂຄສະນາຜັນຂະຫຍາຍນິຕິກຳ ຊຶ່ງຕິດພັນກັບວຽກພັດທະນາແຫ່ງຊາດ ເພື່ອຄົນພິການ, ພະແນກສົ່ງເສີມວິຊາຊີບ ແລະ ຝຶກອົບຮົມການຈ້າງງານແກ່ແມ່ຍິງພິການ ຊຶ່ງເຄື່ອນໄຫວວຽກງານສັງຄົມ ພາຍໃຕ້ການຄຸ້ມຄອງດ້ານວິຊາການຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ພັກ ແລະ ລັດຖະບານລາວ ຍາມໃດກໍໃຫ້ຄວາມສຳຄັນໃນການສ້າງເງື່ອນໄຂສະດວກໃຫ້ແກ່ສະມາຄົມ ກໍຄືແມ່ຍິງພິການ ໂດຍໄດ້ມອບເນື້ອທີ່ດິນໃຫ້ສະມາຄົມ ເພື່ອນໍາໃຊ້ໃນການເຄື່ອນໄຫວຕາມພາລະບົດບາດຢ່າງເຕັມສ່ວນ; ເຊັ່ນດຽວກັນກັບ ພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ຊ່ວຍເຫຼືອແມ່ຍິງພິການລາວ ໂດຍໃຫ້ການສະໜັບສະໜູນດ້ານວັດຖຸອຸປະກອນເຄື່ອງໃຊ້ຕ່າງໆ ໃນການຝຶກອົບຮົມ ແລະ ການບໍລິຫານ ເປັນຕົ້ນໂອກາດທີ່ ທ່ານ ຮອງປະທານສະພາແຫ່ງຊາດຫວຽດນາມ ແລະ ຄະນະພັນລະຍາການນໍາຂັ້ນສູງ ແຫ່ງ ສສ ຫວຽດນາມ ມາຢ້ຽມຢາມ ໂດຍສະເພາະໄດ້ອຳນວຍຄວາມສະດວກໃນການພັດທະນາອາຊີບ ໃຫ້ນັກຮຽນເຂົ້າຝຶກອົບຮົມ ໄດ້ 156 ຄົນ, ສາມາດສ້າງວຽກເຮັດງານທໍາ ໂດຍພວກເຂົາເຈົ້າ ມີລາຍຮັບ ເພິ່ງພາຕົນເອງໄດ້ 70% ຂອງຈໍານວນຜູ້ເຂົ້າຮ່ວມ. ພ້ອມນີ້, ກໍໄດ້ລາຍງານໃຫ້ຊາບກ່ຽວກັບສິ່ງທ້າຍທາຍຈໍານວນໜຶ່ງ.

ໂອກາດນີ້, ທ່ານ ນາງ ຫວໍ ທິ ແອັງ ຊວນ ກໍໄດ້ມີຄໍາເຫັນ ໂດຍໄດ້ຕີລາຄາສູງຕໍ່ນະໂຍບາຍຂອງພັກ-ລັດຖະບານລາວ ທີ່ມີໃຫ້ແກ່ຄົນພິການລາວ ໂດຍສະເພາະແມ່ຍິງພິການ; ສຳລັບແຜນນະໂຍບາຍຂອງລາວຕໍ່ຄົນພິການຂອງລາວ ແມ່ນສຸດທີ່ເໝາະສົມສອດຄ່ອງກັບແຜນນະໂຍບາຍຂອງພັກ-ລັດຖະບານຫວຽດນາມ ໂດຍສະເພາະແມ່ນ ບໍ່ປ່ອຍປະໃຫ້ຄົນພິການ ໂດຍສະເພາະແມ່ຍິງພິການ ຕ້ອງຢູ່ຄົນດຽວໃນສັງຄົມ. ຢູ່ຫວຽດນາມ, ປັດຈຸບັນມີຄົນພິການ 7 ລ້ານກວ່າຄົນ, ໃນນີ້ມີແມ່ຍິງພິການກວມເອົາ 58%; ແຜນນະໂຍບາຍຕໍ່ຄົນພິການຫວຽດນາມ ນັບມື້ແມ່ນມີຫຼາຍຂຶ້ນ ຊຶ່ງຕ້ອງໄດ້ໄປຄຽງຄູ່ກັບທ່າອ່ຽງການພັດທະນາໃຫ້ຄົນພິການ ເພື່ອຊ່ວຍໃຫ້ຄົນພິການ ກໍຄືແມ່ຍິງພິການ ໄດ້ເຂົ້າເຖິງການສຶກສາ, ສາທາລະນະ ກໍຄືມີໂອກາດໃນການມີວຽກເຮັດງານທໍາ ສາມາດຫາລາຍໄດ້ດ້ວຍຕົນເອງເພື່ອຍົກລະດັບ ຊີວິດການເປັນຢູ່ຂອງຕົນເອງ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ. ປັດຈຸບັນ, ບົນພື້ນຖານເງື່ອນໄຂການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຍັງບໍ່ທັນສູງຫຼາຍ ແຕ່ພັກ-ລັດຖະບານລາວ ແລະ ສັງຄົມ ກໍໄດ້ໃຫ້ຄວາມເອົາໃຈໃສ່ ແລະ ໃຫ້ຄວາມຊ່ວຍເຫຼືອແກ່ຄົນພິການລາວ ໃນນັ້ນກໍມີແມ່ຍິງພິການ ຊຶ່ງສູນແຫ່ງນີ້ ກໍ່ສ້າງຕັ້ງຂຶ້ນບໍ່ດົນປານໃດ ກໍໄດ້ຮັບການຊ່ວຍເຫຼືອ ບວກກັບຄວາມພະຍາຍາມຂອງສູນ ຈົນໄດ້ຍົກລະດັບເປັນສະມາຄົມ, ໄດ້ສ້າງເງື່ອນໄຂຊ່ວຍໃຫ້ແມ່ຍິງພິການລາວ ມີຄວາມກ້າວໜ້າ ແລະ ປະກອບສ່ວນພັດທະນາປະເທດຊາດ. ໃນໄລຍະຈະມາເຖິງນີ້, ກໍຫວັງວ່າ ຫວຽດນາມ ແລະ ລາວ ກໍຈະມີການຈັດຕັ້ງທີ່ມີບົດບາດທີ່ຄ້າຍຄືກັນ ເພື່ອເບິ່ງແຍງເປົ້າໝາຍທີ່ດ້ອຍໂອກາດໃນສັງຄົມ ຊຶ່ງໃນນັ້ນມີຄົນພິການ ຊຶ່ງຫວັງວ່າສອງຝ່າຍ ມີການແລກປ່ຽນບົດຮຽນປະສົບການນໍາກັນ ເພື່ອສືບຕໍ່ໃຫ້ມີການປ່ຽນແປງໃໝ່ ເຄື່ອນໄຫວເບິ່ງແຍງຄົນພິການ ໃຫ້ນັບມື້ນັບດີຂຶ້ນກວ່າເກົ່າ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງແຫ່ງສະຫະພັນຣັດເຊຍໄດ້ຈັດຂຶ້ນໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ. ການພົບປະຄັ້ງນີ້ຝ່າຍລາວນໍາໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ ແລະ ຝ່າຍ ສ ຣັດເຊຍນໍາໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ ປະທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ (ສພຊ) ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ.
ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ພິທີວາງສີລາລືກໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ຢູ່ທີ່ບ້ານຄອນໄຫຼນະຄອນປາກເຊແຂວງຈຳປາສັກ ຊຶ່ງເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 1975) ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 - 13 ທັນວາ 2025).
ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

1. ໂດຍຕອບຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກປະ​ຊາ​ຊົນປະ​ຕິ​ວັດລາວ ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາຊົນລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ, ສະ​ຫາຍ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ພ້ອມດ້ວຍ ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຂອງ ​ພັກ, ລັດ​ ແຫ່ງ ສສ ຫວຽດ​ນາມ ໄດ້​ຢ້ຽມ​ຢາມ​ລັດ​ຖະ​ກິດ ​ສ​າ​ທາ​ລະ​ນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນລາວ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສະ​ຖາ​ປະ​ນາ​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ​ຄົບ​ຮອບ 50 ປີ ແລະ ເປັນ​ປະ​ທານ​ຮ່ວມ​ກອງປະຊຸມ​ພົບ​ປະ ​ປະຈໍາປີ 2026 ລະຫວ່າງ ​ສອງ​ກົມ​ການ​ເມືອງ​ ພັກ​ປະ​ຊາ​ຊົນປະ​ຕິວັດລາວ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແຕ່​ວັນ​ທີ 1 - 2 ທັນວາ 2025.
ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ  “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ພາຍໃນກອບຂອງກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ລາວ ທີ່ຈັດຂຶ້ນໃນວັນທີ 3 ທັນວາ 2025 ຊຶ່ງມີ ນາຍົກລັດຖະມົນຕີຂອງທັງສອງປະເທດ ພ້ອມດ້ວຍການນໍາຂອງບັນດາກະຊວງ, ອົງການກ່ຽວຂ້ອງເຂົ້າຮ່ວມ; ທ່ານ ຟຸ້ງ ກວາງ ຫຽບ (Phùng Quang Hiệp) ກໍາມະການຄະນະບໍລິຫານງານພັກລັດຖະບານ, ເລຂາຄະນະພັກ, ປະທານສະພາສະມາຊິກກຸ່ມບໍລິສັດເຄມີຫວຽດນາມ (Vinachem) ໄດ້ຖືກເຊີນໃຫ້ປະກອບຄໍາເຫັນໃນກອງປະຊຸມ. ການກ່າວຂອງທ່ານໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນຂອງສອງປະເທດ, ເມື່ອພິຈາລະນາຮອບດ້ານເຖິງທິດທາງການຮ່ວມມື, ຄວາມສາມາດບົ່ມຊ້ອນຂອງການພັດທະນາ ແລະ ລະດັບຄວາມຄືບໜ້າຂອງໂຄງການ ໃນຈຸດທີ່Vinachem ຜັນຂະຫຍາຍຢູ່ລາວ, ພິເສດແມ່ນໂຄງການຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ຢູ່ແຂວງຄໍາມ່ວນ.
ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກົມລົງທຶນຕ່າງປະເທດ, ກະຂວງການເງິນ ສສ ຫວຽດນາມ, ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມື ຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”ຂຶ້ນໃນວັນທີ 3 ທັນວານີ້ ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຈໍານວນປະມານ 500 ຄົນເຂົ້າຮ່ວມ.
ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ (CSG) ຮ່ວມກັບບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ແລະ ມູນນິທິຊົນນະບົດຂອງຈີນ (CFRD) ໄດ້ຈັດຕັ້ງພິທີ ມອບ-ຮັບ ຫ້ອງສະໝຸດ CSG ຈຳນວນ 5 ຫ້ອງ ແລະ ອຸປະກອນການຮຽນ-ການສອນ ໃຫ້ ໂຮງຮຽນປະຖົມສຶກສາສົມບູນ ລາວ-ຈີນ ບ້ານໜອງປີງ,ເມືອງຈັນທະບູລີ,ໂຮງຮຽນປະຖົມສຶກສາສົມບູນສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂຮງຮຽນປະຖົມສຶກສາສົມບູນບ້ານຫ້ວຍອອນ ແລະ ໂຮງຮຽນມັດທະຍົມສົມບູນ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມນາເຕີຍ ແຂວງຫຼວງນ້ຳທາ ທັງ 5 ຫ້ອງສະໝຸດດັ່ງກ່າວ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໃນຕອນເຊົ້າທີ 1 ທັນວາ 2025ນີ້ ທີ່ໂຮງຮຽນປະຖົມສົມບູນລາວ-ຈີນ,ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີ ຜູ້ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງ ຂອງ 5 ໂຮງຮຽນດັ່ງກ່າວເປັນຜູ້ຮັບ ໂດຍການມີ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທັງເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ,ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ,ທ່ານ Zhoujian ຮອງຜູ້ຈັດການຝ່າຍວາງແຜນ ບໍລິສັດ CSG, ທານ ນາງ Wei Dandan ຫົວໜ້າກອງເລຂາ ມູນນິທິພັດທະນາຊົນນະບົດຈີນ, ທ່ານ Lin Rui ຮອງຜູ້ຈັດການບໍລິສັດ CSG-LMI ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງວິສາຫະກິດຈີນ ປະຈຳຢູ່ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ໃນວັນທີ 28 ພະຈິກ 2025, ສະຖານເອກອັກຄະລັດຖະທູດລາວ ປະຈໍາ ຮົງກາຣີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ທີ່ນະຄອນຫຼວງບູດາເປັດ.
ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ວັນທີ 2 ທັນວາ 2025, ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ເລຂາທິການທີ່ໜຶ່ງ ຄະນະກຳມະການສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາ ລະນະລັດ ກູບາ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິ ວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ສະຫາຍທີ່ຮັກແພງ, ເນື່ອງໃນໂອກາດວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ, ຂ້າພະເຈົ້າຂໍຝາກຄຳອວຍພອນອັນອົບອຸ່ນທີ່ສຸດມາເຖິງສະຫາຍ.
ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານອວຍພອນ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ພະນະທ່ານປະທານປະເທດ ທີ່ນັບຖື, ຂ້າພະເຈົ້າມີຄວາມປິຕິຍິນດີ ສົ່ງຄໍາອວຍພອນອັນປະເສີດ ແລະ ຂໍຊົມເຊີຍຢ່າງສຸດໃຈມາຍັງ ພະນະທ່ານ ພ້ອມດ້ວຍ ປະຊາຊົນລາວ ທຸກທົ່ວໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ