ຮອງປະທານປະເທດ ຢ້ຽມຢາມຄອບຄົວຕົວແບບໃນການລ້ຽງປາ

ຮອງປະທານປະເທດ ຢ້ຽມຢາມຄອບຄົວຕົວແບບໃນການລ້ຽງປາ
ເມື່ອບໍ່ດົນມານີ້, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ ແລະ ໃນໂອກກາດດຽວກັນກໍໄດ້ເດີນທາງມາຢ້ຽມຢາມເມືອງໂຂງ ພ້ອມທັງຢ້ຽມຢາມຄອບຄົວຕົວແບບໃນການລ້ຽງປາເພື່ອຂາຍພາຍໃນເມືອງ ແລະ ຕ່າງແຂວງ.
ທ່ານ ຄຳຈັນ ໄຊສົມບັດ ອາຍຸ 39 ປີ, ອາຊີບຄ້າ-ຂາຍ ເປັນເຈົ້າຂອງທຸລະກິດລ້ຽງປາ ຫຼື ຊື່ຟາມປາພອຍໄພລິນ ໃຫ້ຮູ້ວ່າ: ຄອບຄົວຂ້າພະເຈົ້າມີທັງໝົດ 4 ຄົນ ຍິງ 2 ຄົນ, ໃນເມື່ອກ່ອນຄອບຄົວຂອງຂ້າພະເຈົ້າແມ່ນມີອາຊີບຄ້າ-ຂາຍ; ໂດຍຢຶດໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ສູ້ຊົນໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ພັດທະນາໃຫ້ຮັ່ງມີຂຶ້ນເລື້ອຍໆ ດ້ວຍຄວາມບໍລິສຸດ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ເພື່ອເປັນການປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ, ອົງຄະນະພັກເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ, ຂອງເມືອງ ກໍຄືການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະແມ່ນທິດທາງການສ້າງເມືອງໂຂງ ເປັນຖານຂະຫຍາຍພັນປານໍ້າຂອງ ແລະ ການສົ່ງເສີມການຜະລິດເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກເປັນສິນຄ້າ; ໂດຍອີງໃສ່ສະພາບທີ່ຕັ້ງ ແລະ ຈຸດພິເສດຂອງທ້ອງຖິ່ນທີ່ເອື້ອອຳນວຍ, ເໝາະສົມໃຫ້ແກ່ການປູກ, ການລ້ຽງ ແລະ ທີ່ສຳຄັນເຫັນໄດ້ໃນປັດຈຸບັນປານໍ້າຂອງ ແມ່ນມີຈຳນວນຫຼຸດໜ້ອຍຖອຍລົງ; ດັ່ງນັ້ນ ຂ້າພະເຈົ້າຈຶ່ງມີແນວຄວາມຄິດຢາກລ້ຽງປາຕິດພັນກັບການຜະລິດແນວພັນປານໍ້າຂອງ ເພື່ອຮັບປະກັນທາງດ້ານສະບຽງອາຫານ, ຕອບສະໜອງໃຫ້ແກ່ຊາວກະສິກອນພາຍໃນເມືອງ, ພາຍໃນແຂວງ ແລະ ຕ່າງແຂວງ; ສະນັ້ນ ຈຶ່ງໄດ້ເລີ່ມສຳຫຼວດເນື້ອທີ່ຕົ້ນປີ 2017 ແລະ ບຸກເບີກໃນປີ 2018 ເນື້ອທີ່ຈຳນວນ 30 ເຮັກຕາ ຊຶ່ງເນື້ອທີ່ເດີມ ແມ່ນເປັນເຂດພື້ນທີ່ຕໍ່າ ແລະ ນໍ້າຖ້ວມທຸກໆປີໃນລະດູຝົນ, ຈຶ່ງໄດ້ມີແນວຄິດໃນການຂຸດໜອງເພື່ອລ້ຽງປາ ໂດຍການຂຸດແລ້ວຍົກຄັນຄູໜອງຂຶ້ນໃຫ້ພົ້ນລະດັບນ້ຳຖ້ວມ ເພື່ອໃຫ້ສາມາດລ້ຽງປາ ແລະ ປູກພືດເສດຖະກິດໄປພ້ອມໆກັນ. ໃນປີ 2021 ບຸກເບີກຈົກໜອງໄດ້ຈຳນວນ 50 ໜອງ ແລະ ໄດ້ເລີ່ມລົງມືປ່ອຍປາ, ມີໜອງທີ່ປ່ອຍປາໄດ້ທັງໝົດ 25 ໜອງ ແລະ ໜອງອະນຸບານລູກປາ 25 ໜອງ, ຕາມຄັນຄູໜອງແມ່ນໄດ້ປູກຕົ້ນພ້າວຈຳນວນ 1.500 ຕົ້ນ; ນອກຈາກນັ້ນ ມີອ່າງເພາະພັນປາ ຈຳນວນ 40 ອ່າງ, ມີຫ້ອງການ 1 ຫຼັງ, ເຮືອນພັກຂອງກຳມະກອນ 1 ຫຼັງ ແລະ ນຳໃຊ້ແຮງງານຫຼັກທັງໝົດ 10 ຄົນ. ປັດຈຸບັນມີປາຈຳນວນ 18 ຊະນິດ, ລວມທັງໝົດ 2 ລ້ານກວ່າໂຕ, ລວມມີ ປາເຄິງ, ປາເພ້ຍ, ປາພອນ, ປາປື່ງ, ປາຍອນ, ປາເຜາະ, ປາສ້ອຍ, ປາກົດ, ປາຄໍ່, ປາເຂັງ, ປາປາກ, ປາເອີນ, ປານິນ, ປາເຈລະມິດ, ປາສະຫວາຍ, ປາຕອງ, ປາວ່າ ແລະ ປາໂຈກ. 
ສົກປີ 2022-2023 ສາມາດຈຳໜ່າຍປາອອກສູ່ຕະຫຼາດໄດ້ 4,8 ໂຕນ, ສ່ວນທີ່ເຫຼືອແມ່ນລໍຖ້າການຈະເລີນເຕີບໂຕ ແລະ ເກັບໄວ້ເພາະພັນເອົາລູກເພື່ອລ້ຽງຕໍ່ໄປອີກຈຳນວນໜຶ່ງ ຊຶ່ງໃນການຈໍາໜ່າຍແມ່ນມີແມ່ຄ້າມາຮັບຊື້ຢູ່ກັບທີ່ ແລະ ສົ່ງຕາມການສັ່ງຈອງຕາມຫ້ອງຕະຫຼາດພາຍໃນເມືອງ, ພາຍໃນແຂວງ ແລະ ຕ່າງແຂວງ. ໃນປັດຈຸບັນ ທາງຄອບຄົວແມ່ນມີແຜນຈະບຸກເບີກຂຸດໜອງຕື່ມອີກຈໍານວນ 30 ໜອງ ແລະ ຊອກຫາແຫຼ່ງວັດຖຸດິບເພື່ອນຳມາແປຮູບເປັນອາຫານປາ, ຄາດຄະເນຈະນຳໃຊ້ທຶນທັງໝົດ 15,8 ຕື້ກີບ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ 

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ