ທ່ານ ສົມແວວເພັດ ດວງປະສິດ ກຳມະການພັກແຂວງເລຂາພັກເມືອງ ເຈົ້າເມືອງຊຽງເງິນ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງ

ຮອງປະທານປະເທດຢ້ຽມຢາມ ແລະເຮັດວຽກຢູ່ເມືອງຊຽງເງິນ

ຮອງປະທານປະເທດຢ້ຽມຢາມ ແລະເຮັດວຽກຢູ່ເມືອງຊຽງເງິນ
ໃນວັນທີ21 ມິຖຸນານີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດ ໄດ້ເດີນທາງຢ້ຽມຢາມ ແລະເຮັດວຽກຢູ່ເມືອງຊຽງເງິນ ແຂວງຫຼວງພະບາງ, ມີ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກເຈົ້າແຂວງຫຼວງພະບາງພ້ອມດ້ວຍການນຳຂັ້ນສູນກາງ, ຂັ້ນແຂວງ, ພະນັກງານຫຼັກແຫຼ່ງຂອງເມືອງ ແລະປະຊາຊົນບ້ານສາມັກຄີໄຊ ເມືອງຊຽງເງິນ ໃຫ້ການຕ້ອນຮັບອັນອົບອຸ່ນ.

ໂອກາດນີ້, ທ່ານ ສົມແວວເພັດ ດວງປະສິດ ກຳມະການພັກແຂວງເລຂາພັກເມືອງ ເຈົ້າເມືອງຊຽງເງິນ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງ, ຕິດພັນກັບການຈັດຕັ້ງປະຕິບັດວຽກງານກະກຽມ ແລະດຳເນີນກອງປະຊຸມໃຫຍ່ 3 ຂັ້ນ, ທ່ານກ່າວວ່າ: ປັດຈຸບັນເສດຖະກິດຂອງເມືອງ ໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະຖືກທິດ, ສະເລ່ຍ 5,96%ຕໍ່ປີ; ສະເລ່ຍລາຍຮັບບັນລຸ 14 ລ້ານກວ່າກີບ ຫຼື ຫຼາຍກວ່າ 734 ໂດລາຕໍ່ຄົນຕໍ່ປີ; ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ ປະຊາຊົນບັນດາເຜົ່າຍູ່ທ່າງທຳມາຫາກິນ, ມີວຽກເຮັດງານທຳນັບມື້ນັບຫຼາຍ, ຊີວິດການເປັນຢູ່ນັບມື້ນັບມີຄວາມສະດວກ, ມີຫຼາຍຄອບຄົວກາຍເປັນຕົວແບບດ້ານການປູກຝັງ-ລ້ຽງສັດ, ການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ໄດ້ກໍານົດເອົາຢູ່ 3 ຈຸດຄື: ບ້ານສວນຫຼວງ, ບ້ານກີ່ວກະຈຳ ແລະບ້ານພູຊ້າງ ຊຶ່ງມາເຖິງປັດຈຸບັນສາມາດບັນລຸຕາມມາດຖານ, ເງື່ອນໄຂ ທີ່ໄດ້ກຳນົດຕາມດຳລັດ 348 ຂອງລັດຖະບານ ໃນນັ້ນ ບ້ານສວນຫຼວງ ສາມາດບັນລຸທຸກເງື່ອນໄຂ ທີ່ໄດ້ກຳນົດໄວ້ທັງໝົດ ແລະພວມກະກຽມປະກາດຢ່າງເປັນທາງການໃນມໍ່ໆນີ້, ບ້ານກີ່ວກະຈຳ ສາມາດບັນລຸ 12 ເງື່ອນໄຂ, ຍັງບໍ່ທັນບັນລຸ 4 ເງື່ອນໄຂ ແລະບ້ານພູຊ້າງ ສາມາດບັນລຸ 12 ເງື່ອນໄຂ, ຍັງບໍ່ທັນບັນລຸ 4 ເງື່ອນໄຂ. ສຳລັບການຫ້າງຫາກະກຽມ ແລະດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໄດ້ສຳເລັດການລົງປັບປຸງລະບົບການເມືອງຢູ່ຂັ້ນຮາກຖານບ້ານ ແລະພວມດຳເນີນການລົງປັບປຸງ ຢູ່ຂັ້ນຮາກຖານພັກສຳນັກງານ-ອົງການ,ກ່ຽວກັບການຫ້າງຫາກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ ຄັ້ງທີ VII ຂອງເມືອງຊຽງເງິນ ແມ່ນສາມາດກະກຽມສຳເລັດຂັ້ນພື້ນຖານ ເປັນຕົ້ນດ້ານເນື້ອໃນ, ດ້ານສະຖານທີ່-ພິທີການ ແລະດ້ານບຸກຄະລາກອນ.

ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ເນັ້ນໃຫ້ການນໍາເມືອງ ສືບຕໍ່ເອົາໃຈໃສ່ນໍາພາເຮັດວຽກງານການເມືອງ-ແນວຄິດ ໃນທົ່ວລະບົບການເມືອງ ແລະທົ່ວສັງຄົມ ໃຫ້ເລິກເຊິ່ງ, ທົ່ວເຖິງ ແລະແທດກັບຕົວຈິງຕາມແຕ່ລະເປົ້າໝາຍ, ສືບຕໍ່ຍູ້ແຮງການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລວມທັງການຈັດຕັ້ງປະຕິບັດບັນດາມາດຕະການ ແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢ່າງຕັ້ງໜ້າໜັກແໜ້ນກວ່າເກົ່າ, ເອົາໃຈໃສ່ພັດທະນາຂົງເຂດວັດທະນະທໍາ-ສັງຄົມຂອງເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງໃຫ້ເປັນຂະບວນຟົດຟື້ນ, ສຳລັບການກະກຽມ ແລະດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມແຜນການທີ່ກຳນົດ ຮັບປະກັນເຮັດໃຫ້ກອງປະຊຸມບັນລຸຜົນສຳເລັດ.

ໂອກາດຢ້ຽມຢາມ ແລະເຮັດວຽກຢູ່ເມືອງຊຽງເງິນ ແຂວງຫຼວງພະບາງ ຄັ້ງນີ້ ທ່ານຮອງປະທານປະເທດ ໄດ້ໃຫ້ກຽດເຂົ້າຮ່ວມຢອດຢາປ້ອງກັນພະຍາດໃຫ້ເດັກນ້ອຍ ພ້ອມທັງມອບອຸປະກອນການສຶກສາ-ກິລາ ແລະອຸປະກອນການແພດໃຫ້ອົງການປົກຄອງເມືອງ ຕື່ມອີກ.

(ຂ່າວ: ອາພຸດເດດ ບຸບຜາ;ພາບ: ທະນູສິນ ອິດທິພົນ)

 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ