ພະອາຈານໃຫຍ່ ວັນຄຳ ວົງສາສຸລິນ ຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ເພັດສະໝອນ ດາວົງສອນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງວ່າການແຂວງຊຽງຂວາງ, ຊຶ່ງພະອາຈານໃຫຍ່ ວັນຄຳ ວົງສາສຸລິນ ໄດ້ລາຍງານການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ເພື່ອເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX ຂອງສູນກາງ ອົງການພຸດທະສາສະໜາສຳພັນລາວ, ເພື່ອໃຫ້ອົງການພຸດທະສາສະໜາສຳພັນລາວ ແຂວງຊຽງຂວາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຮັບຮູ້ ແລະຈັດຕັ້ງປະຕິບັດ.
ໂອກາດນີ້, ທ່ານ ເພັດສະໝອນ ດາວົງສອນ ໄດ້ກ່າວສະແດງຄວາມຂອບໃຈ ຮູ້ບຸນຄຸນ ຕໍ່ການມາຢ້ຽມຢາມໃນຄັ້ງນີ້. ນອກນີ້, ທ່ານຍັງໄດ້ລາຍງານ ການຈັດຕັ້ງປະຕິບັດວຽກງານ ພຸດທະສາສະໜາຂອງແຂວງ ຄວາມກະຕືລືລົ້ນຢາກສ້າງວັດ, ໂຮງຮຽນສົງ, ປະຕິສັງຂອນວັດ ຂອງອົງການພຸດທະສາສະໜາ ແລະ ອອກຕົນ ຍາດໂຍມ ຢູ່ບັນດາເມືອງຕ່າງໆຂອງແຂວງ ຊຶ່ງທາງແຂວງ, ເມືອງ ຈະພະຍາຍາມ ຮ່ວມມືປະສານວຽກງານໃຫ້ຫັດແໜ້ນ ລວມສູນ ເພື່ອໃຫ່້ວຽກງານຕ່າງໆມີຜົນສຳເລັດ. ນອກນີ້, ຈະໄດ້ພ້ອມກັນຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຢ່າງຈິງຈັງ.
(ຂ່າວ: ບຸນມີ ແສງທຸມມີ)
ຄໍາເຫັນ