ຫໍສະໝຸດແຫ່ງຊາດເປັນບ່ອນສະໜອງຂໍ້ມູນຂ່າວສານຕ່າງໆໃຫ້ແກ່ມວນຊົນ

ຫໍສະໝຸດແຫ່ງຊາດເປັນບ່ອນສະໜອງຂໍ້ມູນຂ່າວສານຕ່າງໆໃຫ້ແກ່ມວນຊົນ
ໂດຍ: ວັນເພັງ
ຫໍສະໝຸດແຫ່ງຊາດເປັນໜຶ່ງສະຖານທີ່ ທີ່ເຮັດໜ້າທີ່ເປັນບ່ອນຂົນຂວາຍຫາຊັບພະຍາກອນປຶ້ມແລະສິ່ງພິມເຂົ້າຫໍສະໝຸດ ເພື່ອສະໜອງຂໍ້ມູນຂ່າວສານຕ່າງໆໃຫ້ແກ່ມວນຊົນໄດ້ມາຊົມໃຊ້ບໍລິການແຫຼ່ງຂໍ້ມູນຕ່າງໆ. ໃນຂະນະດຽວກັນນັບແຕ່ມື້ກໍ່ຕັ້ງເຖິງປັດຈຸບັນຫໍສະໝຸດດັ່ງກ່າວກໍໄດ້ມີການພັດທະນາຂຶ້ນເປັນກ້າວໆ.
ທ່ານສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ກົມວັນນະຄະດີແລະພິມຈຳໜ່າຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລາຍງານກ່ຽວກັບຫໍສະໝຸດແຫ່ງຊາດໂດຍຫຍໍ້ ຕໍ່ພິທີມອບ-ຮັບປຶ້ມ ທ່ານວົງເພັດ ໄຊເກີຢາຈົງຕົວ ນັກປະຕິວັດ 5 ຢາໃຫ້ແກ່ຫໍສະໝຸດແຫ່ງຊາດ ເມືອບໍ່ດົນມານີ້ວ່າ: ໃນໄລຍະຜ່ານມາຫໍສະໝຸດແຫ່ງຊາດ ໄດ້ຜະລິດປຶ້ມບັນດາທ່ານຜູ້ນຳຮຸ່ນກໍ່ຕັ້ງ ສປປ ລາວ ຫຼາຍສະບັບເຊັ່ນ: ປຶ້ມຊີວິດ ແລະ ການເຄື່ອນໄຫວຂອງທ່ານໄກສອນ ພົມ ວິຫານ, ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ສຸພານຸວົງ,ການເຄື່ອນໄຫວປະຕິວັດຂອງທ່ານຄຳໄຕ ສີທັນດອນ, ຊີວິດ ແລະ ພາລະກິດຂອງທ່ານກິນິມ ພົນເສນາ, ວິລະຊົນທໍ່ຕູ້ ຢາໄຊຈູ 52 ປີ ກັບສຽງປືນຈາກທົ່ງໄຫຫີນ, ທ່ານຕົງປາວທໍ່ ໃຈກ້າ, ປຶ້ມທ່ານໄກສອນ ພົມວິຫານ ພົມ 4 ດ້ານ ແລະ ບົດຂອງທ່ານຜູ້ນຳ, ວິລະຊົນຂອງຜູ້ນຳອື່ນໆ ທີ່ມີຜົນງານໃນການຕໍ່ສູ້ກູ້ຊາດ, ໄລຍະສ້າງສາ ແລະ ພັດທະນາປະເທດຊາດຂອງລາວ ແຕ່ອະດີດຈົນເຖິງປັດຈຸບັນໂດຍໄດ້ໃຫ້ນັກຂຽນ, ນັກປະພັນເປັນຜູ້ບັນທຶກຈົດກ່າຍອອກມາ ແລະ ຈັດພິມເຜີຍແຜ່ ເພື່ອໃຫ້ສັງຄົມຮັບຮູ້ເຖິງຄຸນງາມຄວາມດີຂອງເພິ່ນ ແລະ ຄອບຄົວທີ່ມີຕໍ່ປະເທດຊາດ ແລະ ປະຊາຊົນລາວ.
ຫໍສະໝຸດແຫ່ງຊາດສ້າງຕັ້ງຂຶ້ນໃນປີ 1956 ໂດຍການໄດ້ຮັບມອບໝາຍຈາກຫໍສະໝຸດພຸດທະບັນດິດສະພາ (ວັດຈັນ) ໂດຍມີສະເດັດເຈົ້າຣາຊະພາຄີໄນເພັດສະຣາດຣັດຕະນະວົງສແລະທ່ານມະຫາສິລາວີຣະວົງສໄດ້ມອບໃຫ້ກະຊວງສຶກສາທິການ ແລະ ກິລາ (ສສກ) ເປັນຜູ້ສືບທອດ. ຈາກນັ້ນ, ກໍໄດ້ຈັດເປັນກອງເລຂາວິຊາການຂຶ້ນກັບກົມສິນລະປະກອນຂອງກະຊວງສຶກສາກິລາແລະເຍົາວະຊົນ.ໃນຊຸມປີ 1960 ຫໍສະໝຸດດັ່ງກ່າວ ໄດ້ມີບົດບາດໃນການພັດທະນາບຸກຄະລາກອນໄປອົບຮົມແລະສຶກສາຢູ່ຕ່າງປະເທດຫຼາຍຊຸດທາງກະຊວງ ສສກ ຈຶ່ງໄດ້ຍົກຖານະຂອງຫໍສະໝຸດແລະພິພິທະພັນເຂົ້າເປັນກົມໜຶ່ງຂອງກະຊວງ ສສກ ໂດຍໃສ່ຊື່ວ່າ: ກົມຫໍສະໝຸດແລະພິພິທະພັນແຫ່ງຊາດ.ມາຮອດປີ 1975 ພາຍຫຼັງປະເທດລາວໄດ້ສະຖາປານາສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ຫໍສະໝຸດແຫ່ງຊາດໄດ້ເຮັດໜ້າທີ່ຂອງຕົນໃນການຂົນຂວາຍຫາຊັບພະຍາກອນປຶ້ມແລະສິ່ງພິມເຂົ້າຫໍສະໝຸດເພື່ອສະໜອງຂໍ້ມູນຂ່າວສານໃຫ້ແກ່ມວນຊົນໄດ້ມາຊົມໃຊ້ບໍລິການແຫຼ່ງຂໍ້ມູນຕ່າງໆ.ນັບແຕ່ປີ 1989 ເຖິງປັດຈຸບັນຫໍສະໝຸດແຫ່ງຊາດໄດ້ຂຶ້ນກັບກົມວັນນະຄະດີແລະພິມຈຳໜ່າຍກະຊວງ ຖວທມີພາລະບົດບາດໃນການຄຸ້ມຄອງ, ເກັບກຳ, ຮີບໂຮມໜັງສືຄວາມຮູ້ທີ່ເປັນສິ່ງພິມລວມທັງໜັງສືໃບລານພັບສາແລະການໃຫ້ບໍລິການຂໍ້ມູນຂ່າວສານແກ່ປວງຊົນ.
ທ່ານສຳລານຫຼວງອາໄພໃຫ້ຮູ້ຕື່ມວ່າ: ເມື່ອກ່ອນຫໍສະໝຸດແຫ່ງຊາດຕັ້ງຢູ່ບໍລິເວນວົງວຽນນໍ້າພຸ ບ້ານຊຽງຢືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ຊຶ່ງໄດ້ຍົກຍ້າຍມາຢູ່ອາຄານຫຼັງໃໝ່ ໃນປີ2017ທີ່ຕັ້ງຢູ່ໃກ້ກັບຫໍພິພິທະພັນປະທານ ໄກສອນ ພົມວິຫານ (ຫຼັກ 6) ບ້ານພະຂາວ ເມືອງໄຊທານີ ນວຊຶ່ງເປັນອາຄານທີ່ໃຫຍ່ກວ່າເກົ່າມີ 4 ຊັ້ນແລະມີເນື້ອທີ່ກວ້າງຂວາງ. ປັດຈຸບັນກຳລັງບູລະນະສ້ອມແປງຄືນເນື່ອງຈາກວ່າການກໍ່ສ້າງບໍ່ໄດ້ມາດຕະຖານ ຊຶ່ງໄດ້ສ້ອມແປງນັບແຕ່ຫຼັງຄາ, ຊັ້ນ 3 ແລະຊັ້ນ 4 ໂດຍໄດ້ຮັບງົບປະມານບ້ວງລາຍຈ່າຍເກັບລາຍຮັບເກີນແຜນປີ 2022ຈາກລັດຖະບານຈໍານວນ 3 ຕື້ກີບ. ພາຍຫຼັງສຳເລັດການບູລະນະແລ້ວທາງຫໍສະໝຸດແຫ່ງຊາດ ໄດ້ເປີດບໍລິການວັນເສົາແລະວັນອາທິດ, ບໍລິການການອ່ານແລະປະຊາສຳພັນໂດຍແມ່ນຂະແໜງສົ່ງເສີມການອ່ານສໍາລັບເດັກນັບແຕ່ວັນທີ 2 ເດືອນມີນາ 2024 ເປັນຕົ້ນໄປເພື່ອໃຫ້ເດັກນ້ອຍນັກຮຽນ, ນັກສຶກສາແລະປະຊາຊົນ ກໍຄືປວງຊົນໄດ້ມາໃຊ້ບໍລິການ. 
ປັດຈຸບັນຫໍສະໝຸດແຫ່ງຊາດມີພະນັກງານທັງໝົດ 28 ຄົນ, ຍິງ 16 ຄົນ, ແບ່ງອອກເປັນ 6 ຂະແໜງການຄື: 1. ຂະແໜງຄຸ້ມຄອງບໍລິຫານ; 2.ຂະແໜງຂົນຂວາຍຊັບພະຍາກອນ, ແຈ້ງສິ່ງພິມແລະອອກເລກໝາຍສາກົນປະຈໍາປຶ້ມISBN; 3.ຂະແໜງວິເຄາະຊັບພະຍາກອນແລະເຕັກນິກສິ່ງພິມ; 4.ຂະແໜງບໍລິການການອ່ານແລະປະຊາສຳພັນ; 5.ຂະແໜງມູນເຊື້ອແລະໜັງສືຫາຍາກ; 6. ຂະແໜງສົງເສີມການອ່ານແລະຂະຫຍາຍຕາໜ່າງຫ້ອງສະໝຸດ. ແນວໃດກໍຕາມ ຜູ້ອໍານວຍການຫໍສະໝຸດແຫ່ງຊາດ ຍັງໄດ້ກ່າວວ່າ: ປັດຈຸບັນທາງຫໍສະໝຸດຍັງມີຄວາມຫຍຸ້ງຍາກດ້ານຍານພາຫະຮັບໃຊ້ ໂດຍສະເພາະລົດເຄື່ອນທີ່ເປັນລົດເກົ່າແກ່ເປ່ເພ 3 ມື້ດີ 4 ມື້ໄຂ້, ບໍ່ມີພາຫະນະລົງເຄື່ອນໄຫວກິດຈະກໍາຢູ່ຕາມໂຮງຮຽນ, ຖ້າໄດ້ຮັບການແກ້ໄຂຈະເປັນການດີ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ