ຮອດກາງສະໄໝ ກວດສອບໄດ້ 54,5% ຊຶ່ງປີນີ້ກວດສອບລື່ນແຜນໄດ້ 104%

ຮອດກາງສະໄໝ ກວດສອບໄດ້ 54,5% ຊຶ່ງປີນີ້ກວດສອບລື່ນແຜນໄດ້ 104%
ໃນວັນທີ 7 ພະຈິກນີ້, ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ຊຶ່ງກອງປະຊຸມມື້ນີ້ມີວາລະໃຫ້ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ລາຍງານການຈັດຕັ້ງເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ປະຈໍາປີ 2023, ແຜນການທ້າຍສະໄໝ ຮອດປີ 2025 ແລະ ປະຈໍາປີ 2024; ລາຍງານຜົນການກວດສອບ ປະຈໍາປີ 2022 ຂອງອົງການກວດສອບແຫ່ງລັດ.
    ທ່ານ ວຽງທະວີສອນ ເທບພະຈັນ ໄດ້ກ່າວລາຍງານໃຫ້ຮູ້ວ່າ: ບັນດາຄາດໝາຍ ແລະ ວຽກງານຈຸດສຸມກາງສະໄໝ 5 ປີ (2021-2025) ມາຮອດປັດຈຸບັນ ໄດ້ປັບປຸງການຈັດຕັ້ງແຕ່ລະຂັ້ນ ໃຫ້ໜັກແໜ້ນ, ເຂັ້ມແຂງ; ໄດ້ສໍາເລັດການສ້າງຕັ້ງອົງການກວດສອບປະຈໍາພາກ ເພີ່ມອີກ 2 ແຫ່ງຄື: ອົງການກວດສອບປະຈໍາພາກເໜືອ 2 ທີ່ແຂວງອຸດົມໄຊ ແລະ ອົງການກວດສອບປະຈໍາພາກກາງ 2 ທີ່ແຂວງສະຫວັນນະເຂດ, ທຽບໃສ່ແຜນການ 5 ປີ ແມ່ນສາມາດປະຕິບັດໄດ້ 100%. ພ້ອມນີ້, ໄດ້ຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກໍາ ສໍາເລັດ 52 ສະບັບ ປະຕິບັດໄດ້ 100% ຂອງແຜນການ 5 ປີ; ໃນນີ້, ສ້າງນິຕິກໍາໃໝ່ 24 ສະບັບ ແລະ ປັບປຸງນິຕິກໍາໃໝ່ 28 ສະບັບ ເປັນຕົ້ນໄດ້ປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປີ 2022, ກົນໄກການປະສານງານກັບ ອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ຈໍານວນ 15 ສະບັບ, ນິຕິກໍາຜັນຂະຫຍາຍມາດຕະຖານການກວດສອບແຫ່ງລັດ, ລະບຽບການ, ກົນໄກ ແລະ ແບບແຜນວິທີການເຮັດວຽກ. ນອກນັ້ນ, ກໍຍັງ ໄດ້ສໍາເລັດການສ້າງນັກກວດສອບ ຂັ້ນ 1 ຈໍານວນ 25 ທ່ານ, ປັດຈຸບັນ ພວມສືບຕໍ່ສ້າງ ນັກກວດສອບ ຂັ້ນ 1 ຈໍານວນ 37 ທ່ານ ຊຶ່ງຄາດກະຈະສໍາເລັດໃນທ້າຍປີ 2023.
    ສຳລັບ, ວຽກງານວິຊາສະເພາະ ທີ່ໄດ້ປະຕິບັດຜ່ານມາ ຊຶ່ງແຜນການກວດສອບ 5 ປີ ຈໍານວນ 600 ເປົ້າໝາຍ, ສໍາເລັດ 827 ເປົ້າໝາຍ ເທົ່າກັບ 54,5%, ຍັງເຫຼືອຈໍານວນ 278 ເປົ້າໝາຍ ສໍາລັບ 2 ປີ ຊຶ່ງຈະສືບຕໍ່ກວດສອບໃຫ້ສໍາເລັດ ໃນໄລຍະທ້າຍສະໄໝ; ໃນນັ້ນ, ແມ່ນກວດສອບງົບປະມານແຫ່ງລັດ 82 ເປົ້າໝາຍ, ກວດສອບໂຄງການລົງທຶນຂອງລັດ 105 ເປົ້າໝາຍ, ກວດສອບທະນາຄານ 18 ເປົ້າໝາຍ, ກວດສອບວິສາຫະກິດ 30 ເປົ້າໝາຍ, ກວດສອບໂຄງການກູ້ຢືມ ແລະ ຊ່ວຍເຫຼືອລ້າ 40 ເປົ້າໝາຍ; ຈະຊຸກຍູ້ ແລະ ຕິດຕາມ ຢ່າງແຂງແຮງ ວຽກງານແກ້ໄຂຜົນການກວດສອບ ດ້ວຍການດໍາເນີນ 4 ຮູບການ ໄປພ້ອມໆກັນຄື: (1) ເປີດບັ້ນກວດສອບໃນຂັ້ນສູນກາງ ເພື່ອປະກາດແຜນການກວດສອບ ປະຈໍາປີ; (2) ລົງຕິດຕາມ ແລະ ຊຸກຍູ້ການແກ້ໄຂຜົນການກວດສອບ; (3) ກວດສອບຄືນການແກ້ໄຂຕາມຜົນການກວດສອບ ຕາມແຜນການກວດສອບ ປະຈໍາປີ; (4) ອອກໜັງສືແຈ້ງເຖິງອົງການຄຸ້ມຄອງເປົ້າໝາຍຖືກກວດສອບ ແລະ ເປົ້າໝາຍຖືກກວດສອບ ເພື່ອໃຫ້ລາຍງານຄວາມ ຄືບໜ້າໃນການແກ້ໄຂຜົນການກວດສອບ; ພ້ອມກັນນັ້ນ, ກໍຈະໄດ້ລົງເລິກປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອປະຕິບັດມາດຕະການທາງກົດໝາຍ; ພ້ອມທັງສືບຕໍ່ຊຸກຍູ້ການຮ່ວມມື 2 ຝ່າຍ, ຫຼາຍຝ່າຍ ກັບ ຄູ່ຮ່ວມພັດທະນາ ເປັນຕົ້ນ: ອົງການກວດສອບ ສສ ຫວຽດນາມ, ສປ ຈີນ ແລະ ອິນໂດຍເນເຊຍ; ສະຖາບັນກວດສອບສູງສຸດສາກົນ, ສະຫະພັນສະຖາບັນກວດສອບສູງສຸດອາຊີ ແລະ ສະຫະພັນສະຖາບັນກວດສອບສູງສຸດອາຊຽນ ແລະ ຄູ່ຮ່ວມພັດທະນາອື່ນໆ ໃນພາກພື້ນ ແລະ ສາກົນ.
    ທ່ານປະທານອົງການກວດສອບແຫ່ງລັດ ຍັງກ່າວລາຍງານໃຫ້ຮູ້ວ່າ: ໂດຍປະຕິບັດຕາມເນື້ອໃນຂອງມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 76/ສພຊ, ລົງວັນທີ 30/12/2022 ທີ່ຮັບຮອງເອົາຜົນການກວດສອບບົດສະຫຼຸບຂາດຕົວງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການກວດສອບແຫ່ງລັດ, ໃນນັ້ນ ແຜນການກວດສອບ ປະຈໍາປີ ມີ 99 ເປົ້າໝາຍ, ປະຕິບັດໄດ້ ຈໍານວນ 104 ເປົ້າໝາຍຊຶ່ງລວມເປົ້າໝາຍທີ່ຕົກຄ້າງມາແຕ່ປີກ່ອນ ແລະ ເປົ້າໝາຍຈໍາເປັນທີ່ໄດ້ຮັບການສະເໜີມາໃໝ່ (ເທົ່າກັບ 104% ຂອງແຜນການປີ).
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ