![]() |
ທ່ານ ພົງໄຊສັກ ອິນຖາລາດ ກ່າວວ່າ: ຂໍ້ມູນຂ່າວສານຕະຫຼາດແຮງງານ (LMIS) ແມ່ນປັດໄຈຫຼັກ ແລະ ຄວາມຈໍາເປັນຢ່າງຍິ່ງຕໍ່ການວາງແຜນພັດທະນາເສດຖະກິດ-ສັງຄົມ. ເຖິງແມ່ນວ່າໄລຍະຜ່ານມາ ສປປ ລາວ ຈະມີບາດກ້າວບຸກທະລຸທາງນິຕິກຳ ເຊັ່ນ: ການຮັບຮອງກົດໝາຍວ່າດ້ວຍແຮງງານ (2013), ການສ້າງລະບົບ LMIS ຂັ້ນພື້ນຖານ (2017) ແລະ ການປະກາດໃຊ້ດຳລັດວ່າດ້ວຍ LMIS (2022); ແຕ່ລະບົບປັດຈຸບັນຍັງປະເຊີນຂໍ້ຈຳກັດດ້ານເຕັກໂນໂລຊີ, ກົນໄກການສະໜອງຂໍ້ມູນຂ້າມຂະແໜງການ, ຂີດຄວາມສາມາດໃນການພະຍາ ກອນສີມືແຮງງານ ແລະ ການຂາດລະຫັດສາລະບານສີມືແຮງງານແຫ່ງຊາດ. ເພື່ອຂ້າມຜ່ານຂໍ້ຈຳກັດດັ່ງກ່າວ, ເອກະສານວິໄສທັດ ແລະ ຍຸດທະສາດສະບັບນີ້, ຈຶ່ງຖືກສ້າງຂຶ້ນຈາກການຄົ້ນຄວ້າຮ່ວມກັນຂອງທຸກພາກສ່ວນ ໂດຍມີເປົ້າໝາຍຫຼັກດັ່ງນີ້: ຮອດປີ 2035 ສປປ ລາວ ຈະມີລະບົບຂໍ້ມູນຂ່າວສານຕະຫຼາດແຮງງານແຫ່ງຊາດທີ່ທັນສະໄໝ, ເຊື່ອມໂຍງໄດ້, ຍືນຍົງຕາມມາດຕະຖານສາກົນ ແລະ ສະໜັບສະໜູນການເຂົ້າສູ່ຕະຫຼາດແຮງງານຢ່າງທົ່ວເຖິງ. ຮອດປີ 2055 ພັດທະນາລະບົບ LMIS ໃຫ້ກາຍເປັນສູນກາງຂໍ້ມູນຂ່າວສານຕະຫຼາດແຮງງານລະດັບຊາດຢ່າງເຕັມຮູບແບບ ສະໜອງຂໍ້ມູນທີ່ຖືກຕ້ອງ, ຊັດເຈນ ແລະ ເຂົ້າເຖິງງ່າຍສຳລັບພາກລັດ, ເອກະສານ ສະຖາບັນການສຶກສາ ແລະ ປະຊາຊົນ.
![]() |
ຕອນທ້າຍພິທີ, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍ ແລະ ຂອບໃຈຢ່າງເລິກເຊິ່ງມາຍັງແຜນງານ STAF ທີ່ໃຫ້ການສະໜັບສະໜູນດ້ານເຕັກນິກ ແລະ ງົບປະມານ ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະ ບານລຸກຊຳບວກ ປະເທດສະວີດສ໌ເຊີແລນ, ສະຫະພາບເອີຣົບ ແລະ ຈັດຕັ້ງປະຕິບັດຜ່ານອົງການ LuxDev ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມມືກັນຜັນຂະຫຍາຍຍຸດທະສາດນີ້ໃຫ້ເກີດຜົນເປັນຮູບປະທຳໃນຕໍ່ໜ້າ.
(ຂ່າວສານຮສສ)


ຄໍາເຫັນ