ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ
ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ໃນໂອກາດນີ້, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ນາງ ເບ່ເນ່ດິກ ເດ່ຊັອງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ຝຣັ່ງ ຄົນໃໝ່ ປະຈໍາ ສປປລາວ; ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຝຣັ່ງ ຕະຫຼອດໄລຍະ 72 ປີ ຜ່ານມາ ກໍຄື ປັດຈຸບັນ ແລະ ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອເຂົ້າໃນການສ້າງສາພັດທະນາ ສປປ ລາວ ໄລຍະຜ່ານມາ, ໂດຍສະເພາະແມ່ນການຊຸກຍູ້ໃຫ້ວັດຖຸ ແລະ ສະຖານທີ່ສໍາຄັນທາງປະຫວັດສາດ ຂອງ ສປປ ລາວ ເຂົ້າເປັນມໍລະດົກໂລກທີ່ຜ່ານມາ. ພ້ອມນັ້ນ, ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງທ່ານທູດຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ໂດຍສະເພາະການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນຂອງຄະນະຜູ້ແທນຂັ້ນຕ່າງໆ, ລວມທັງການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດເພື່ອເປັນພື້ນຖານໃຫ້ແກ່ການເສີມຂະຫຍາຍການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ມີທ່າແຮງ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາການຮ່ວມມືທີ່ສອງຝ່າຍໄດ້ຮ່ວມກັນລົງນາມຜ່ານມາໃຫ້ປະກົດຜົນເປັນຈິງ.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານຫົວໜ້າ ຄຕພ ທີ່ໄດ້ໃຫ້ການຕ້ອນຢ່າງອົບອຸ່ນ, ພ້ອມທັງຕີລາສູງການພົວພັນຮ່ວມມືລະຫວ່າງສອງປະເທດ ຝຣັ່ງ ແລະ ລາວ ຊຶ່ງກວມເອົາຫຼາຍຂົງເຂດວຽກງານດັ່ງກ່າວ ແລະ ໄດ້ຢືນຢັນວ່າໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕົນເອງຈະພະຍາຍາມຢ່າງສຸດຄວາມສາມາດໃນການເປັນຂົວຕໍ່ປະສານສົມທົບ ລະຫວ່າງ ພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງ ຝຣັ່ງ ແລະ ລາວ ເພື່ອສືບຕໍ່ປະກອບສ່ວນຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ໃຫ້ມີບາດກ້າວໃໝ່ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໄປ.
ໃນຕອນທ້າຍ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດສູງສົ່ງຂອງຕົນຢູ່ ສປປ ລາວ.  
ສປປ ລາວ ແລະ ສ. ຝຣັ່ງ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 22 ຕຸລາ 1953(ຄົບຮອບ 72 ປີ). (ຂ່າວ: ຄຕພ, ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ອົງການອາຫານໂລກ ຢ້ຽມຢາມການຈັດຕັ້ງປະຕິບັດໂຄງການ ທີ່ຈໍາປາສັກ ແລະ ເຊກອງ

ອົງການອາຫານໂລກ ຢ້ຽມຢາມການຈັດຕັ້ງປະຕິບັດໂຄງການ ທີ່ຈໍາປາສັກ ແລະ ເຊກອງ

ອົງການອາຫານໂລກ (WFP) ໄດ້ນຳພາສື່ມວນຊົນຈາກສູນກາງ ລົງຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆທີ່ໄດ້ຮັບການສະໜັບສະໜູນຈາກອົງການ WFP ໃນລະຫວ່າງວັນທີ 15-19 ທັນວານີ້ ທີ່ແຂວງຈໍາປາສັກ ແລະ ແຂວງເຊກອງ ຊຶ່ງນຳພາການເຄື່ອນໄຫວໃນຄັ້ງນີ້ໂດຍທ່ານ ວິລະກອນ ສີປະເສີດ ຜູ້ປະສານງານວຽກງານສື່ມວນຊົນ ອົງການອາຫານໂລກ.
ມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ກອງທັບ

ມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ກອງທັບ

ກະຊວງປ້ອງກັນປະເທດຈັດພິທີມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ຂຶ້ນໃນວັນທີ 16 ທັນວາຜ່ານມາ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ສີພອນໄຊ ຄໍາທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີສະຫາຍ ພົນຈັດຕະວາ ເຊເວຍຣົບ ເກນາດີ ຮອງຜູ້ບັນຊາການເຫຼົ່າຮົບຊ່າງແສງ ກຳລັງປະກອບອາວຸດແຫ່ງ ສ ຣັດເຊຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ 2 ຝ່າຍເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ (ຕອນ 1)

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ (ຕອນ 1)

ປະເທດຈີນ ແລະ ປະເທດລາວ ມີສາຍພູ ແລະ ສາຍນ້ຳຕິດຈອດກັນ, ເປັນປະເທດເພື່ອນບ້ານທີ່ເປັນມິດສັງຄົມນິຍົມ ທີ່ມີອະນາຄົດຜູກພັນກັນ ແລະ ເປັນຄູ່ຮ່ວມຊະຕາກຳ. ນັບຕັ້ງແຕ່ປີ 1961 ທີ່ ປະເທດຈີນ ແລະປະ​ເທດລາວ ໄດ້ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ພາຍໃຕ້ການນຳພາທາງຍຸດທະສາດ ຂອງຜູ້ນຳສູງສຸດຂອງສອງພັກ-ສອງລັດ, ສອງຝ່າຍໄດ້ສ້າງສາຍພົວພັນ 4 ດີ ຄື: "ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ". ແຂວງຢຸນນານ ໃນນາມເປັນເມືອງແຖວໜ້າ ໃນການເປີດປະຕູສູ່ພາຍນອກຂອງຈີນ ຕໍ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ມີພູມສັນຖານໃກ້ຄຽງກັນ ແລະ ປະຊາຊົນມີຄວາມໃກ້ຊິດສະໜິດສະໜົມກັບປະ​ຊາ​ຊົນລາວ, ຫຼາຍປີມານີ້ ສອງຝ່າຍ ຢຸນນານ-ລາວ ໄດ້ສ້າງຕັ້ງສາຍພົວພັນເມືອງມິດຕະພາບຫຼາຍຄູ່,ກາຍເປັນເສົາຄ້ຳທີ່ສຳຄັນໃນການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ.ປັດຈຸບັນ,ພາຍໃຕ້ການຊີ້ນຳຂອງ "ແຜນປະຕິບັດງານ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຂອງ ພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ (ປີ 2024-2028)", ການເຮັດໃຫ້ການຮ່ວມມືເມືອງມິດຕະພາບ ຢຸນນານ-ລາວ ເລິກເຊິ່ງ ແລະ ໜັກແໜ້ນຂຶ້ນ, ບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ໃນການສ້າງພື້ນຖານຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ໃນການພົວພັນມິດຕະພາບ ຈີນ-ລາວ ໃຫ້ແໜ້ນແກ່ນເທົ່ານັ້ນ, ແຕ່ຍັງແມ່ນເສັ້ນທາງແຫ່ງການປະຕິບັດຕົວຈິງທີ່ສຳຄັນໃນການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ອີກດ້ວຍ.
ສິລະປະພື້ນເມືອງ ສ ເກົາຫຼີ ສະແດງຮັບໃຊ້ຊາວ ນວ

ສິລະປະພື້ນເມືອງ ສ ເກົາຫຼີ ສະແດງຮັບໃຊ້ຊາວ ນວ

ໃນຄໍ່າຄືນຂອງວັນທີ 15 ທັນວາຜ່ານມານີ້, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ (ນວ), ໄດ້ມີການຈັດງານສະແດງສິລະປະພື້ນເມືອງ ຂອງ ສ. ເກົາຫຼີ ໂດຍສະມາຄົມແລກປ່ຽນການສະແດງສິລະປະ-ວັດທະນະທຳສາກົນ ຂອງ ສ. ເກົາຫຼີ ເພື່ອເປັນແລກປ່ຽນບົດຮຽນ ແລະ ເປັນການຂໍ່ານັບຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄົບຮອບ 30 ປີ ກໍຄືການສະແດງຮັບໃຊ້ມວນຊົນ ຊາວນະຄອນຫຼວງວຽງຈັນ ແລະ ທັງເປັນການຊົມເຊີຍ ຕໍ່ຜົນສຳເລັດ ຂອງການພົບປະຢ່າງເປັນທາງການ ຂອງພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພະນະທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ທີ່ໄດ້ບັນລຸການຕົກລົງຫຼາຍບັນຫາສຳຄັນ ແລະ ໄດ້ຍົກລະດັບສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນວັນທີ 15 ທັນວານີ້ ທີ່ ສ.ເກົາຫຼີ.
ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຊີນ ທ່ານ ຮຸນກຣັງ ພະນອງ (HULKRANG Phanang), ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຈິຣັດສະຍາ ພີຣານົນ, ອຸປະທູດຊົ່ວຄາວ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ເຂົ້າພົບ ເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການທີ່ ເກີດຂຶ້ນ ຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ ໃນປັດຈຸບັນ.
ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ວັນທີ 15 ທັນວາຜ່ານມາ, ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ) ນຳໂດຍທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງ ສສກ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມໃນລະຫວ່າງວັນທີ 15-17 ທັນວາ 2025 ໃຫ້ກຽດສົ່ງຄະນະຜູ້ແທນໃນຄັ້ງນີ້ໂດຍທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ.
ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຈິຣັດສະຍາພີຣານົນ, ອຸປະທູດຊົ່ວຄາວແຫ່ງຣາຊະອານາຈັກໄທປະຈໍາ ສປປ ລາວ.
ໂຮງໝໍນ້ອຍໃນແຂວງສາລະວັນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໂຮງໝໍນ້ອຍໃນແຂວງສາລະວັນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ວັນທີ 12 ທັນວາຜ່ານມານີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 86,200ໂດລາໃນການສະໜັບສະໜູນໂຄງການດ້ານສາທາລະນະສຸກໃນແຂວງສາລະວັນເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ(GGP).
ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ເພີ່ມເຕີມ