![]() |
ໃນໂອກາດດັ່ງກ່າວ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານເອກອັກຄະລັດຖະທູດ ທັງ 2 ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງໄດ້ມີການເຄື່ອນໄຫວຢ່າງຫ້າວຫັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ-ຣາຊະອານາຈັກໄທ ແລະ ສປປ ລາວ-ສາທາລະນະລັດ ສິງກະໂປ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີການຂະຫຍາຍຍິ່ງໆຂຶ້ນ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ໄທ ກໍຄື ປະຊາຊົນສອງຊາດ ລາວ-ສິງກະໂປ. ພ້ອມນີ້ ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຍັງໄດ້ສະແດງຄວາມຂອບໃຈ ຕໍ່ ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຂອງ ລັດຖະບານ ແລະ ປະຊາຊົນໄທ ກໍຄືລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ມີຕໍ່ ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ໃນໄລຍະຜ່ານມາ ກໍຄືປັດຈຸບັນ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງສາພັດທະນາ ເສດຖະກິດ-ສັງຄົມ ສປປ ລາວ.
ທ່ານທູດທັງສອງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງທີ່ມີໂອກາດເຂົ້າຢ້ຽມຂ່ຳນັບອໍາລາ ແລະ ສະແດງຄວາມຊົມເຊີຍ ທ່ານ ບຸນເຫຼືອ ພັນດານຸວົງ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຖືກເລືອກເປັນ ເລຂາຄະນະບໍລິຫານງານພັກຄະນະພົວພັນຕ່າງປະເທດສູນກາງພັກ ໃນກອງປະຊຸມໃຫຍ່ອົງຄະນະພັກ ຄຕພ ຄັ້ງທີ III ໃນບໍ່ເທົ່າໃດວັນທີ່ຜ່ານມາ, ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ພັກ ແລະ ລັດຖະບານ ສປປ ລາວ ທີ່ໄດ້ອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ. ພ້ອມນີ້, ຍັງໄດ້ຢືນຢັນວ່າ ເຖິງວ່າຈະສິ້ນສຸດການປະຕິບັດໜ້າທີີ່ການທູດຢູ່ ສປປ ລາວ ກໍຕາມ, ແຕ່ກໍຍັງຈະສືບຕໍ່ເຮັດສຸດຄວາມສາມາດໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງລະຫວ່າງໄທ-ລາວ ກໍຄືສາຍພົວພັນມິດຕະພາບ ລະຫວ່າງ ສິງກະໂປ-ລາວໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນໃຫ້ທ່ານທູດທັງສອງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບທຸກປະການ ແລະ ສືບຕໍ່ການເປັນຂົວເຊື່ອມຕໍ່ມິດຕະພາບທີ່ດີງາມ ລະຫວ່າງ ສປປ ລາວ ກັບໄທ ແລະ ສິງກະໂປ, ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
ຂ່າວ: ຄຕພ, ພາບ: ສຳນານ
ຄໍາເຫັນ