ຫົວໜ້າ ອອປສ ຕ້ອນຮັບທູດໄທ ເຂົ້າຢ້ຽມພົບປະ

ຫົວໜ້າ ອອປສ ຕ້ອນຮັບທູດໄທ ເຂົ້າຢ້ຽມພົບປະ

ຫົວໜ້າ ອອປສ ຕ້ອນຮັບທູດໄທ ເຂົ້າຢ້ຽມພົບປະ
ໃນວັນທີ 1 ກັນຍາ ນີ້, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະອໍາລາຂອງທ່ານນາງມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທປະຈຳ ສປປ ລາວ ທີ່ໄດ້ປະຕິບັດໜ້າທີ່ສຳເລັດຄົບວາລະ ແລະ ຈະເດີນທາງກັບຄືນສູ່ປະເທດ.

 

ຫວໜາ ອອປສ ຕອນຮບທດໄທ ເຂາຢຽມພບປະ - image 1
 

ໃນໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດໃນຕະຫຼອດໄລຍະ 75 ປີຜ່ານມາ ທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໂດຍເຫັນໄດ້ຈາກມີການແລກປ່ຽນສານສະແດງຄວາມຊົມເຊີຍໃນໂອກາດສໍາຄັນຕ່າງໆ ແລະ ມີການພົບປະຂອງການນໍາຂັ້ນສູງຂອງສອງປະເທດໃນໂອກາດເຂົ້າຮ່ວມກອງປະຊຸມສາກົນຕ່າງໆຢ່າງເປັນປົກກະຕິ, ພ້ອມທັງໄດ້ສະໜັບສະໜູນຊຶ່ງກັນ ແລະ ກັນ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານເອກອັກຄະຣາຊະທູດໄທທີ່ໄດ້ສໍາເລັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທີ່ດີລະຫວ່າງລາວ ແລະ ໄທ ໃຫ້ກ້າວຂຶ້ນສູ່ລະດັບສູງ ພ້ອມທັງໄດ້ປະກອບສ່ວນສະໜັບສະໜູນ ແລະ ຊ່ວຍເຫຼືອໃນການພັດທະນາທາງດ້ານວິຊາການ ໂດຍສະເພາະການຕ້ານອາດຊະຍາກໍາຂ້າມຊາດກ່ຽວກັບບັນຫາຢາເສບຕິດ, ການຟອກເງິນ, ການຄ້າມະນຸດ ແລະ ການດໍາເນີນຄະດີທາງປົກຄອງ ແກ່ອົງການໄອຍະການປະຊາຊົນສູງສຸດ ໃນໄລຍະຜ່ານມາ.

ພ້ອມກັນນີ້, ທ່ານນາງ ມໍຣະກົດ ສີສະຫວັດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນແລະ ໄດ້ສະແດງຄວາມໝາຍໝັ້ນວ່າສະຖານເອກອັກຄະຣາຊະທູດໄທປະຈຳ ສປປ ລາວ ຍັງຈະສືບຕໍ່ສະໜັບສະໜູນ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດກໍຄືອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

(ຂ່າວ-ພາບ: ອອປສ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ຈັດກິດຈະກຳວັດທະນະທຳບຸນກຸດຈີນກ້າວເຂົ້າສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026

ລາວ-ຈີນ ຈັດກິດຈະກຳວັດທະນະທຳບຸນກຸດຈີນກ້າວເຂົ້າສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026

ກິດຈະກໍາວັດທະນະທໍາບຸນ ກູດຈີນກ້າວເຂົ້າສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026, ງານດື່ມນໍ້າ ຊາຫຼວງພະບາງ ແລະ ຖະແຫຼງຂ່າວ ເດັ່ນ 10 ຂ່າວໃນຂອບການຮ່ວມມື ແມ່ນໍ້າຂອງລ້ານຊ້າງ-ແມ່ນໍ້າຂອງ ປະຈຳປີ 2025 ຈັດຂຶ້ນໃນວັນທີ 4 ກຸມພານີ້ ທີ່ແຂວງຫຼວງພະບາງ ໂດຍ ມີທ່ານ ຄໍາມອນ ຈັນທະຈິດ ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງ ພັກ (ຄອສພ) ຮອງປະທານຜູ້ປະຈໍາ ການສະພາທິດສະດີສູນກາງພັກ, ມີທ່ານ ຢູຢຸ້ນຊຽນ ຮອງຫົວໜ້າອົງ ການພິມຈຳໜ່າຍພາສາຕ່າງປະເທດ ຈີນ, ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາພັກແຂວງຫຼວງພະບາງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.
ສະຫາຍ ໂຕເລິມ ຢ້ຽມຢາມ ສປປ ລາວ ສັນຍາລັກແຫ່ງການພົວພັນຍຸດທະສາດພິເສດ ລາວ - ຫວຽດນາມ

ສະຫາຍ ໂຕເລິມ ຢ້ຽມຢາມ ສປປ ລາວ ສັນຍາລັກແຫ່ງການພົວພັນຍຸດທະສາດພິເສດ ລາວ - ຫວຽດນາມ

ວັນທີ 5 ກຸມພາ 2026, ທີ່ນະຄອນຫຼວງວຽງຈັນ, ການຢ້ຽມຢາມ ສປປ ລາວ ໃນລະດັບລັດຖະບານ ຂອງສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ພ້ອມດ້ວຍຄະນະການຂັ້ນສູງຂອງຫວຽດນາມ ໄດ້ເລີ່ມຕົ້ນຢ່າງເປັນທາງການ ໃນບັນຍາກາດແຫ່ງມິດຕະພາບ, ຄວາມເຊື່ອໝັ້ນ ແລະ ຄວາມສາມັກຄີພິເສດອັນອົບອຸ່ນ. ສໍາລັບພັກ, ລັດ ແລະ ປະຊາຊົນລາວ, ນີ້ແມ່ນເຫດການທາງການເມືອງ – ການຕ່າງປະເທດ ທີ່ມີຄວາມໝາຍສໍາຄັນພິເສດ, ເປັນຂີດໝາຍແຫ່ງບາດກ້າວພັດທະນາໃໝ່ ໃນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ.
ລາວ-ຮົງກາຣີ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຮົງກາຣີ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ) ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 4 ກຸມພາ ນີ້ ເພື່ອສືບຕໍ່ຮັດແໜ້ນການພົວພັນມິດຕະພາບ ທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີ, ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຮົງກາຣີ.
ຄະນະຜູ້ແທນ ສປ ຈີນ ເດີນທາງມາເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນກ້າວສູ່ລາວປີ 2026  ຢູ່ ສປປ ລາວ

ຄະນະຜູ້ແທນ ສປ ຈີນ ເດີນທາງມາເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນກ້າວສູ່ລາວປີ 2026 ຢູ່ ສປປ ລາວ

ຄະນະຜູ້ແທນ ສປ ຈີນ ນໍາໂດຍ ສະຫາຍ ຢູຢຸ້ນຊຽນ ຮອງຫົວໜ້າອົງການພິມ ແລະ ຈໍາໜ່າຍພາສາຕ່າງປະເທດຈີນ ພ້ອມຄະນະທັງໝົດ 9 ສະຫາຍ ເດີນທາງມາເຖິງສະໜາມບິນສາກົນຫຼວງພະບາງໃນຕອນບ່າຍວັນທີ 4 ກຸມພານີ້ ໂດຍມີສະຫາຍ ຄໍາເຮືອງ ຄໍາປະສິດ ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາ ຊົນ ສຽງຂອງສູນກາງພັກປະຊາຊົນ ປະຕິວັດລາວ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມດ້ວຍຄະນະໃຫ້ການຕ້ອນຮັບທີ່ສະໜາມບິນດັ່ງກ່າວ.
ຄະນະນຳ ສນຊ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ຄະນະນຳ ສນຊ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ເຂົ້າອວຍພອນເອກອັກຄະລັດຖະທູດຫວຽດນາມປະຈຳລາວ ໃນວັນທີ 2 ກຸມພາຜ່ານມາ ທີ່ສະ ຖານທູດຫວຽດນາມປະຈຳ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ (3/2/1930 - 3/2/2026) ໂດຍໄດ້ຮັບການຕ້ອນຮັບຂອງສະຫາຍ ຫວຽນ ມິງ ເຕິມ ເອກອັກຄະລັດຖະທູດຫວຽດນາມ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາສປປ ລາວ ພ້ອມດ້ວຍຄະນະ.
ລມຕ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ລມຕ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໂດຍຕອບສະໜອງຕາມຄຳເຊີນ ຂອງ ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າອວຍພອນ ທູດຫວຽດນາມ ປະຈໍາ ສປປ ລາວ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າອວຍພອນ ທູດຫວຽດນາມ ປະຈໍາ ສປປ ລາວ

ເນື່ອງໃນໂອກາດ ວັນສ້າຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ (3/2/1930-3/2/2026); ໃນຕອນເຊົ້າຂອງວັນທີ 3 ກຸມພາ2026, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັງການສະຖານທູດ.
ຄະນະບໍລິຫານງານສູນກາງພັກ ປປ ລາວ ສົ່ງສານອວຍພອນວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ຄະນະບໍລິຫານງານສູນກາງພັກ ປປ ລາວ ສົ່ງສານອວຍພອນວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ໃນວັນທີ 3 ກຸມພາ ນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານ ອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ, ໂດຍມີເນື້ອໃນ ດັ່ງນີ້:
ຄະນະຜູ້ແທນ ສປ ຈີນ ເດີນທາງມາເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນ ກ້າວສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026 ຢູ່ ສປປ ລາວ

ຄະນະຜູ້ແທນ ສປ ຈີນ ເດີນທາງມາເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນ ກ້າວສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026 ຢູ່ ສປປ ລາວ

ຄະນະຜູ້ແທນ ສປ ຈີນ ນໍາໂດຍສະຫາຍ ນາງ ຊຸນ ຈີເຊີ້ງ ຮອງຫົວໜ້າສະຖາບັນການຕ່າງປະເທດຈີນ, ມີສະຫາຍ ລີ ຟູຈຽນ ຮອງນັກຄົ້ນຄວ້າ ສະຖາບັນຄົ້ນຄວ້າອາຊີທີ່ຂຶ້ນກັບສະຖາບັນການຕ່າງປະເທດຈີນ, ສະຫາຍ ນາງ ເຊ້ຍເມິ້ງ ຮອງຫົວໜ້າພະແນກເລຂາສູນຄົ້ນຄວ້າປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ ໄດ້ເດີນທາງມາ ເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນບ່າຍວັນທີ 3 ກຸມພານີ້.
ການເດີນທາງມາຢ້ຽມຢາມລາວ ຂອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແມ່ນມີຄວາມໝາຍສຳຄັນທາງປະຫວັດສາດ

ການເດີນທາງມາຢ້ຽມຢາມລາວ ຂອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແມ່ນມີຄວາມໝາຍສຳຄັນທາງປະຫວັດສາດ

ການເດີນທາງມາຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຫຼາຍທາງປະຫວັດສາດ ສາມາດເວົ້າໄດ້ວ່າມາຢ້ຽມຢາມ ສປປ ລາວ ເປັນປະເທດທໍາອິດ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ (XIV) ຂອງພັກກອມມູນິດຫວຽດນາມ ແລະ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກສະ ໄໝໜຶ່ງ ຊຶ່ງການຈະມາຢ້ຽມຢາມລັດຖະກິດຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ເພີ່ມເຕີມ