ຫົວໜ້າຫ້ອງວ່າການສູນກາງພັກ ເນັ້ນໃຫ້ຊາວໜຸ່ມແຕ່ລະຂັ້ນສືບຕໍ່ເອົາໃຈໃສ່ຫຼາຍບັນຫາ

ຫົວໜ້າຫ້ອງວ່າການສູນກາງພັກ ເນັ້ນໃຫ້ຊາວໜຸ່ມແຕ່ລະຂັ້ນສືບຕໍ່ເອົາໃຈໃສ່ຫຼາຍບັນຫາ
ທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມສາມັນຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ 5 ສະໄໝທີ VIII ໃນວັນທີ 2 ເມສານີ້ ທີ່ສູນກິດຈະກຳຄົບວົງຈອນ ສຊປລ ນະຄອນ ຫຼວງວຽງຈັນ (ນວ) ໂດຍມີ ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີຮອງເລຂາຄະນະບໍລິຫານງານ ສຊປລ, ບັນດາສະຫາຍຄະນະເລຂາທິການ, ຫົວໜ້າກົມ-ຮອງກົມ, ຄະນະບໍລິຫານງານຊາວໜຸ່ມກະຊວງ, ອົງການ, ແຂວງ, ນວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຫຼາຍດ້ານໃນໄລຍະຜ່ານມາພ້ອມທັງເນັ້ນໜັກໃຫ້ຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນສືບຕໍ່ເອົາໃຈໃສ່ຫຼາຍບັນຫາດັ່ງນີ້: 1) ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງນໍາພາແນວຄິດຂອງສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ໄວໜຸ່ມໃຫ້ຍົກສູງຈິດໃຈຮັກຊາດ, ເອກະລາດເປັນເຈົ້າຕົນເອງ, ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຮູ້ຈໍາແນກອັນຜິດ, ອັນຖືກ, ຕີຖອຍບັນຫາຫຍໍ້ທໍ້ຕ່າງໆໃນຖັນແຖວຊາວໜຸ່ມ, ເຍົາວະຊົນ, ສ້າງແນວຄິດບຸກບືນແຂ່ງຂັນພັດທະນາຕົນເອງຮອບດ້ານ, ສ້າງອຸດົມການທີ່ຖືກຕ້ອງ, ມີຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດທີ່ກ້າວໜ້າສົດໃສ ຊຶ່ງກ່ອນອື່ນໝົດຄະນະຊາວໜຸ່ມທຸກຂັ້ນຕ້ອງຖືເອົາວຽກດັ່ງກ່າວເປັນວຽກງານກົກ, ເປັນໜ້າທີ່ສໍາຄັນຕົ້ນຕໍອັນດັບໜຶ່ງເປັນວຽກງານຍຸດທະສາດຕ້ອງເຮັດຢ່າງເນື່ອງນິດລຽນຕິດເປັນປົກກະຕິ; ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ, ຈັດຕັ້ງນໍາພາ, ສຶກສາອົບຮົມໄວໜຸ່ມ ທັງເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງເຂົາເຈົ້າ, ກໍ່ສ້າງ, ບຳລຸງຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນທັນວາໃຫ້ກາຍເປັນກໍາລັງແຮງໃນການປະຕິບັດພາລະກິດປະຕິວັດຂອງພັກ ດັ່ງຄໍາຂວັນທີ່ວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ ຊຶ່ງຢາກເຮັດແນວນັ້ນຄະນະຊາວໜຸ່ມແຕ່ລະຂັ້ນໃຫ້ເອົາໃຈໃສ່ຄື: ຕ້ອງຖືສໍາຄັນວຽກງານຄົ້ນຄວ້າສຶກສາ, ຮໍ່າຮຽນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ບັນດາມະຕິ, ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດເປັນຕົ້ນກົດໝາຍ, ນິຕິກຳລຸ່ມກົດໝາຍ ແລະ ບົດຮຽນພຶດຕິກໍາວຽກງານຊາວໜຸ່ມຜ່ານມາ ແລະ ການປະດິດສ້າງໃນວຽກງານຊາວໜຸ່ມຮຸ່ນກ່ອນ, ຕ້ອງສ້າງເງື່ອນໄຂ ໃຫ້ສະມາຊິກຊາວໜຸ່ມຢູ່ແຕ່ລະຂັ້ນ ໄດ້ໄປສຶກສາຮໍ່າຮຽນທິດສະດີການ ເມືອງ-ການປົກຄອງຢ່າງເປັນລະບົບ; 2) ຄະນະຊາວໜຸ່ມແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ວຽກງານປັບປຸງກົງຈັກການຈັດຕັ້ງຂອງຕົນໃຫ້ເຂັ້ມແຂງ-ໜັກແໜ້ນ, ຕ້ອງເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ໄປຕາມທິດກະທັດຮັດ, ສົມເຫດສົມຜົນ, ສອດຄ່ອງຕາມພາລະບົດບາດຂອງຕົນ, ສັບຊ້ອນຕໍາແໜ່ງງານໃຫ້ເໝາະສົມກັບຄວາມຮູ້ຄວາມສາມາດ ແລະ ວິຊາສະເພາະຂອງແຕ່ລະສະຫາຍ, ສ້າງກົນໄກການນໍາພາ, ແບບແຜນວິທີການເຮັດວຽກ ແລະ ການເຄື່ອນໄຫວຢ່າງມີຈຸດສຸມ ແລະ ມີເປົ້າໝາຍທີ່ລະອຽດຊັດເຈນສາມາດຕີລາຄາສະຫຼຸບລາຍງານໄດ້; ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານຊາວໜຸ່ມ ຖືເອົາບັນຫານີ້ເປັນຂອດຕັດສິນຜົນໄດ້ຜົນເສຍ ຫຼື ສ້າງຄວາມເຂັ້ມແຂງຂອງຜູ້ທີ່ເຮັດວຽກຊາວໜຸ່ມ-ເຍົາວະຊົນ ໃນສະພາບການໃໝ່. ສະນັ້ນ, ພະນັກງານຕ້ອງໄດ້ຮັບການບຳລຸງສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ສູງຂຶ້ນກ່ວາເກົ່າ, ຊອກໄດ້ຜູ້ທີ່ຫ້າວຫັນ, ເດັ່ນແທ້, ມີຄວາມຈົງຮັກພັກດີໄປຕາມອຸດົມການຂອງພັກ ເພື່ອຮັບປະກັນກໍ່ສ້າງໃຫ້ເປັນພະນັກງານສືບທອດປ່ຽນແທນທີ່ມີຄຸນນະພາບ ແລະ ເປັນລະບົບຕໍ່ເນື່ອງ; ເອົາໃຈໃສ່ຊີ້ນໍາຊຸກຍູ້ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງຊາວໜຸ່ມໃຫ້ຕໍ່ເນື່ອງ ໂດຍສະເພາະດ້ານເນື້ອໃນຕ້ອງເລິກເຊິ່ງແທດຕົວຈິງ ແລະ ບຸກທະລຸເພື່ອແກ້ໄຂສະພາບຫຍໍ້ທໍ້ຕ່າງໆໃນຖັນແຖວຊາວໜຸ່ມ; ເອົາໃຈໃສ່ເລືອກເຟັ້ນບຸກຄະລາກອນ ທີ່ຈະປະກອບເຂົ້າໃນຄະນະບໍລິ ຫານງານຊາວໜຸ່ມແຕ່ລະຂັ້ນ ຕ້ອງຮັບປະກັນມາດຖານ-ເງື່ອນໄຂ ທີ່ໄດ້ກໍານົດໄວ້, ມີຄຸນທາດການ ເມືອງ, ມີຄຸນສົມບັດສິນທໍາປະຕິວັດຖືກຕ້ອງ, ກຽມເງື່ອນໄຂໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໃນຕໍ່ໜ້າ. ໃຫ້ສືບຕໍ່ຄົ້ນຄວ້າກະກຽມເງື່ອນໄຂຕ່າງໆ ລວມທັງບຸກຄະລາກອນ ທີ່ຈະປະກອບເຂົ້າໃນຄະນະບໍລິຫານງານສະຫະພັນຊາວໜຸ່ມລາວ ເພື່ອເປີດກອງປະຊຸມໃຫຍ່ປະກາດການສ້າງຕັ້ງສະຫະພັນຊາວໜຸ່ມໂດຍໄວຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 221/ຄລສພ, ລົງວັນທີ 04/11/2019 ວ່າດ້ວຍການອະນຸມັດໃຫ້ສ້າງຕັ້ງສະຫະພັນຊາວໜຸ່ມລາວ, ອັນນີ້ເປັນວຽກໃໝ່, ພາຍຫຼັງປະກາດສ້າງຕັ້ງຢູ່ສູນກາງແລ້ວຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນ ກໍຕ້ອງມີການຈັດຕັ້ງ ແລະ ນໍາພາການເຄື່ອນໄຫວຕົວຈິງເພື່ອເຕົ້າໂຮມໄວໜຸ່ມທັງໝົດທີ່ຢູ່ໃນທ້ອງຖິ່ນຂອງຕົນ; 3) ການເຄື່ອນໄຫວຂອງຄະນະບໍລິຫານງານສູນກາງຊາວໜຸ່ມຕ້ອງຕິດແໜ້ນກັບຮາກຖານແທ້ ໂດຍສຸມໃສ່ກໍ່ສ້າງການຈັດຕັ້ງຊາວໜຸ່ມຢູ່ຂັ້ນຮາກຖານໄປຄຽງຄູ່ ກັບການປັບປຸງການຈັດຕັ້ງອື່ນໆ ໃນທົ່ວລະບົບການເມືອງ ຢູ່ຂັ້ນຮາກຖານ ຕາມມະຕິ 056/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງ ແລະ ໜັກ ແໜ້ນ; 4) ສືບຕໍ່ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຢ່າງແຂງແຮງເປັນຮູບປະທໍາຕົວຈິງໃນຖັນແຖວຊາວໜຸ່ມ-ໄວໜຸ່ມ, ເອົາຂະບວນການ 4 ບຸກຍູ້ແຮງການປະຕິບັດ 2 ວາລະແຫ່ງຊາດ ເຮັດໃຫ້ກາຍເປັນການກະທໍາ, ກາຍເປັນຂະບວນການອັນກວ້າງຂວາງ ແລະ ເລິກເຊິ່ງຂອງຊາວໜຸ່ມ-ເຍົາວະຊົນຢ່າງແທ້ຈິງ ໂດຍໃຫ້ຖືເອົາຄໍາຂວັນປຸກລະດົມທີ່ວ່າ: ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ; 5) ສ້າງການຫັນປ່ຽນໃໝ່, ຍົກລະດັບຄຸນນະພາບການສ້າງຂະບວນການຂອງຊາວໜຸ່ມລາວ ໃນການສ້າງສາພັດທະນາປະເທດຊາດໃນເງື່ອນໄຂໃໝ່, ສືບຕໍ່ປຸກລະດົມກໍາລັງແຮງຂອງຊາວໜຸ່ມລາວບັນດາເຜົ່າເຂົ້າສູ່ຂະບວນການພັດທະນາເສດຖະກິດ-ສັງຄົມຂອງຊາດ ເນັ້ນໜັກຈັດຕັ້ງປະຕິບັດຂະບວນການແຂ່ງຂັນເຮັດວຽກງານວິຊາສະເພາະຢູ່ແຕ່ລະຂະແໜງການສູນກາງ ແລະ ທ້ອງຖິ່ນຢ່າງແຂງແຮງ; ເສີມຂະຫຍາຍມູນເຊື້ອປະຈັນບານຂອງຊາວໜຸ່ມແຫ່ງຍຸກສະໄໝຊ່ວຍເຫຼືອສັງຄົມ. ພ້ອມນັ້ນ, ໃຫ້ຍົກລະດັບຄຸນນະພາບຂອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ແລະ ຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ໃຫ້ມີຄວາມເຂັ້ມແຂງ ແລະ ເປັນຂະບວນການຟົດພື້ນ ແລະ ມີໝາກຜົນຕົວຈິງ; 6) ປັບປຸງແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນໃນສະພາບປັດຈຸບັນທີ່ກຳລັງປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ; 7) ຍົກສູງບົດບາດຂອງອົງການຊາວໜຸ່ມໃນການປະສານສົມທົບກັນຢ່າງສະໜິດແໜ້ນກັບບັນດາການຈັດຕັ້ງຕ່າງໆ ໃນລະບົບການເມືອງເພີ່ມທະວີການປະສານງານສົມທົບກັບບັນດາອົງການຈັດຕັ້ງມະຫາຊົນນໍາກັນໃຫ້ກົມກຽວ (ກໍາມະບານ, ແມ່ຍິງ) ເພື່ອສຸມໃສ່ຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX. ທຸກການເຄື່ອນໄຫວຂອງຊາວໜຸ່ມ ກໍຄືອົງການຈັດຕັ້ງມະຫາຊົນອື່ນໆ ແມ່ນຕ້ອງສ້າງໃຫ້ເປັນກ້ອນກໍາລັງແຮງໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ ເພື່ອປະກອບສ່ວນໃນການສືບຕໍ່ສ້າງບູລະນະລະບອບປະຊາທິປະໄຕປະຊາຊົນສ້າງປະຖົມປັດໄຈກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ; 8) ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດຢ່າງເປັນເຈົ້າການ ໂດຍສືບຕໍ່ເອົາໃຈໃສ່ໃນການພົວພັນຮ່ວມມື ກັບປະເທດຕ່າງໆ ຕາມແນວທາງນະໂຍບາຍຂອງພັກ ໂດຍສະເພາະການພົວພັນກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດສາກົນອື່ນໆ, ອົງການຈັດຕັ້ງສາກົນຕ່າງໆ ເພື່ອຍາດແຍ່ງເອົາການສະໜັບສະໜູນ ແລະ ຮຽນຮູ້ບົດຮຽນທາງດ້ານວິຊາການ, ຍາດແຍ່ງການຊ່ວຍເຫຼືອດ້ານວັດຖຸເຕັກນິກຕ່າງໆ ມາພັດທະນາຊາວໜຸ່ມ-ເຍົາວະຊົນລາວ, ອັນສໍາຄັນຕ້ອງເຊີດຊູແນວຄິດເອກະ ລາດເປັນເຈົ້າຕົນເອງໃຫ້ສູງຂຶ້ນ ເພື່ອພັດທະນາສ້າງລາຍຮັບກຸ້ມຕົນເອງເທື່ອລະກ້າວຕາມແນວທາງຂອງພັກ, ນໍາໃຊ້ການຊ່ວຍເຫຼືອຈາກຕ່າງປະເທດຢ່າງມີປະສິດທິຜົນສູງ. ພ້ອມນັ້ນ, ໃຫ້ມີສະຕິລະວັງຕົວຕໍ່ທຸກກົນອຸບາຍມ້າງເພລະບອບໃໝ່ຂອງພວກເຮົາ, ສະກັດກັ້ນການແຊກແຊງຂອງອິດທິກຳລັງປໍລະປັກໃນທຸກຮູບແບບ.
(ຂ່າວ: ວັນເພັງ, ຂໍ້ມູນພາບ: ສຊປລ )

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ