ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງສາລະວັນ

ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ແຂວງສາລະວັນ ສຸມໃສ່ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ແຂວງສາລະວັນ ສຸມໃສ່ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ
ໃນວັນທີ 3 ກັນຍາ ຜ່ານມາ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງສາລະວັນ, ໂດຍມີ ສະຫາຍ ດາວວົງ ພອນແກ້ວ

ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີບັນດາຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງພ້ອມດ້ວຍບັນດາຫົວໜ້າພະແນກການ ທີ່ກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມ ຕ້ອນຮັບທີ່ສະໂມສອນຂອງແຂວງ.

ສະຫາຍ ດາວວົງ ພອນແກ້ວ ໄດ້ລາຍງານໂດຍສັງເຂບໃນການຊີ້ນຳໆພາວຽກງານທີ່ພົ້ນເດັ່ນຂອງແຂວງ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ເປັນຕົ້ນ: ການພັດທະນາເສດຖະກິດມີການຂະຫຍາຍຕົວໃນທ່ວງທ່າດີຂຶ້ນ, ການສຸມໃສ່ປະຕິບັດວຽກງານໃນຈຸດສຸມຕ່າງໆ ທີ່ເງື່ອນໄຂດ້ານທ່າແຮງບົ່ມຊ້ອນໃນການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນ: ການຊຸກຍູ້ສົ່ງເສີມການຜະລິດເຂົ້າ ຊຶ່ງມີຈຳນວນໜຶ່ງໄດ້ສົ່ງອອກຂາຍ ໄປ ສປ ຈີນ, ການປູກພຶດອຸດສາຫະກຳ, ພຶດສະບຽງອາຫານ, ສົ່ງເສີມການລ້ຽງສັດເປັນຟາມ ແລະ ແບບຄອບຄົວ ມີທ່າອ່ຽງເພີ່ມຂຶ້ນຫຼາຍກ່ອນເກົ່າ, ສຸມໃສ່ການກະກຽມເປັນເຈົ້າພາບງານມະຫາກໍາກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ແລະ ວຽກງານອື່ນໆ.

ໃນໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ໂອ້ລົມ, ຊຶ່ງກ່ອນອື່ນໄດ້ສະແດງຄວາມຊົມເຊີຍຕໍ່ການເອົາໃຈໃສ່ດ້ວຍຄວາມເປັນເຈົ້າການຂອງຄະນະພັກ, ຄະນະນໍາຂອງແຂວງ ແລະ ເມືອງ ກໍຄືຂະແໜງ ການຕ່າງໆ ທີ່ມີຄວາມຮັບຜິດຊອບຕໍ່ກັບໜ້າທີ່ການເມືອງ ທີ່ພັກ ແລະ ລັດ ກໍຄືປະຊາຊົນບັນດາເຜົ່າມອບໝາຍໃຫ້. ຈາກນັ້ນ ສະຫາຍ ກໍໄດ້ເນັ້ນໃຫ້ເພີ່ມທະວີຄວາມຮັບຜິດຊອບໃນການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ເພື່ອຮັບປະກັນດ້ານເນື້ອໃນ, ດ້ານໂຄງປະກອບບຸກຄະລາກອນ ແລະ ດ້ານເວລາ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບບັນດານິຕິກໍາ ກໍຄືຄໍາແນະນໍາ ເພື່ອເລືອກເຟັ້ນພະນັກງານ ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ສ້າງພະນັກງານຮຸ່ນໜຸ່ມໃຫ້ໜັກແໜ້ນ, ເຂັ້ມແຂງ ເພື່ອຮັບປະກັນການສ້າງພະນັກງານສືບທອດປ່ຽນແທນ ໃຫ້ມີຄຸນນະພາບ ແລະ ກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍ. ຄຽງຄູ່ກັນນັ້ນກໍເອົາໃຈໃສ່ເພີ່ມທະວີຈັດຕັ້ງປະຕິບັດໜ້າທີ່ການເມືອງ ຢ່າງແຂງແຮງ ເພື່ອສ້າງຂະບວນການໃຫ້ຟົດຟື້ນ ໂດຍສະເພາະວຽກງານວິຊາສະເພາະໃນແຕ່ລະຂົງເຂດວຽກງານ, ປະຕິບັດໃຫ້ບັນລຸຕາມແຜນການທີ່ວາງໄວ້ ຕິດພັນກັບການຄົ້ນຄວ້າຢ່າງເລີກຊຶ່ງຕໍ່ກັບແຜນພັດທະນາຂອງຂະແໜງການດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ.

(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ວັນທີ 22 ມັງກອນຜ່ານມານີ້, ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງພາຍໃນແຂວງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ເພື່ອອວຍພອນ ນາຍ ແລະ ພົນທະຫານຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ ປີ 1949 - 20 ມັງກອນ 2026) ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ພົນຈັດຕະວາ ບົວໄລ ສີລັກສາ ຫົວໜ້າການ ເມືອງ ວິທະຍາຄານນາຍທະຫານບົກກົມມະດຳ ພ້ອມດ້ວຍ ຄະນະ.
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ອອປສ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ໃນວັນທີ 23 ທັນວາ ນີ້ ຢູ່ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີການຈັດພິທີປາຖະກະຖາເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີV ແລະ ເຜີຍແຜ່ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026).ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມ.
ຊາວໜຸ່ມ ຄອສພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX

ຊາວໜຸ່ມ ຄອສພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX

ຄະນະບໍລິຫານງານຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ (ຄອພສ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX ແລະ ປະກາດການຈັດຕັ້ງຄະນະບໍລິຫານງານຊາວໜຸ່ມ ຄອສພ ສະໄໝທີ V ຂຶ້ນໃນວັນທີ 22 ມັງກອນນີ້ ທີ່ ຄອສພ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ແລະ ເປັນປະທານຂອງສະຫາຍ ພູວຽງ ພົງສະຫວັດດີ ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ມີຄະນະເລຂາຊາວໜຸ່ມ ຄອສພ, ຊາວໜຸ່ມຮາກຖານ-ໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງ ໄຊຍະບູລີ ສະຫຼຸບວຽກງານຮອບດ້ານ

ກອງບັນຊາການທະຫານເມືອງ ໄຊຍະບູລີ ສະຫຼຸບວຽກງານຮອບດ້ານ

ໃນວັນທີ 22 ມັງກອນ 2026ນີ້, ກອງບັນຊາການທະຫານເມືອງ ໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ທິດທາງແຜນການປີ 2026ຂຶ້ນ ທີ່ຫ້ອງປະຊຸມກອງບັນຊາການດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີກຳມະການພັກເມືອງ, ຄະນະພັກ, ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.
ສາລະວັນ ສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ

ສາລະວັນ ສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ

ວັນທີ 21 ມັງກອນຜ່ານມານີ້, ສະຫະພັນກຳມາບານ ແຂວງສາລະວັນ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ ພາຍໃຕ້ຮົ່ມທຸງໄຊ ປະຕິວັດ ຂອງພັກ ປະຊາຊົນ ປະຕິວັດລາວ ພາຍໃຕ້ຫົວຂໍ້ “ການພັດທະນາວຽກງານກຳມະບານໃນໄລຍະໃໝ່” ຊຶ່ງຈັດຂຶ້ນທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງ; ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີທ່ານ ຈິດຕະກອນ ສາຍສະໝຸດ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີພາກສ່ວນກ່ຽວຂ້ອງ ອ້ອມຂ້າງແຂວງເຂົ້າຮ່ວມ.
ອັດຕະປື ມອບ-ຮັບ​ ເລຂາພັກແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ອັດຕະປື ມອບ-ຮັບ​ ເລຂາພັກແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີ ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ລະຫວ່າງ ສະຫາຍ ພົທ ວັນທອງ ກອງມະນີ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ຜູ້ເກົ່າ ແລະ ສະຫາຍ ບຸນເຖິງ ດວງສະຫວັນ ກໍາມະການສູນ​ກາງພັກ ເລຂາຄະນະບໍລິຫານງານພັກ ແຂວງອັດຕະປື ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ່ 22 ມັງກອນ 2026ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະ​ມົນ​ຕີ, ພ້ອມດ້ວຍພາກ​ສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.
ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV

ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV

ຄະນະກຳມະການເລືອກຕັ້ງລະດັບຊາດຮ່ວມກັບຄະນະກຳມະການເລືອກຕັ້ງຂັ້ນແຂວງໄຊສົມບູນ ຈັດກອງປະຊຸມຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 22 ມັງກອນຜ່ານມາ ທີ່ຫ້ອງວ່າການແຂວງ, ໂດຍການເປັນປະທານຂອງທ່ານພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ ອະນຸກຳມະການປຸກລະດົມຂະບວນການ, ມີທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານກໍາມະການຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງທີ່ກ່ຽວຂ້ອງເຂົ້າຮ່ວມ.
ການເລືອກຕັ້ງ ສສຊ ແລະ ສສຂ ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງ

ການເລືອກຕັ້ງ ສສຊ ແລະ ສສຂ ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງ

ມະຕິກົມການເມືອງສູນກາງພັກ ໄດ້ເນັ້ນໜັກວ່າ ອົງຄະນະພັກທຸກຂັ້ນຕ້ອງກຳແໜ້ນ, ເຊື່ອມຊຶມ ແລະ ນໍາພາ-ຊີ້ນໍາການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງລະດັບຄາດ ໝາຍ.
ລັດຖະມົນຕີກະຊວງການເງິນເນັ້ນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງການເງິນເປັນທັນສະໄໝ

ລັດຖະມົນຕີກະຊວງການເງິນເນັ້ນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງການເງິນເປັນທັນສະໄໝ

ໃນໂອກາດທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກລັດຖະມົນຕີກະຊວງການເງິນເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວປະເທດປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ໃນວັນທີ 22 ມັງກອນນີ້ ທີ່ກົມສ່ວຍສາອາກອນ ກະຊວງການເງິນ, ພາຍໃຕ້ການເປັນປະທານຂອງທ່ານ ຄຳພັນ ພັນທຸລັກ ວ່າການຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ