![]() |
ກອງປະຊຸມຄະນະປະຈໍາຄັ້ງນີ້ ເປັນກອງປະຊຸມປະຈຳປີ 2025 ຊຶ່ງໄດ້ປຶກສາຫາລືໂດຍມີຫົວຂໍ້ປິ່ນອ້ອມ ກ່ຽວກັບການຕອບໂຕ້ການປະຕິບັດຂອງລັດທິລ່າເມືອງຂຶ້ນແບບໃໝ່ໃນສະຕະວັດທີ21 ເຊັ່ນ:ບັນຫາການສວຍໃຊ້ການເລືອກຕັ້ງຂອງລັດທິລ່າເມືອງຂຶ້ນແບບໃໝ່ ແລະ ພາລະກິດປະຈຸບັນຂອງຂະບວນການເສລີພາບເພື່ອບັນດາຊາດພາຍໃຕ້ສະພາບການຫັນເປັນໂລກຫຼາຍຂົ້ວ.
![]() |
ໃນພິທີເປີດ ທ່ານ ດີມີຕຣີ ເມັດເວເດັບ, ປະທານພັກຣັດເຊຍເອກະພາບ ໄດ້ກ່າວເນັ້ນໜັກ ກ່ຽວກັບ ສະພາບການສາກົນໃນປະຈຸບັນ, ບັນດາການເຄື່ອນໄຫວຜ່ານມາ ຂອງຂະບວນການ ແລະ ຊີ້ໃຫ້ເຫັນເຖິງ ຄວາມຈຳເປັນໃນການເສີມຂະຫຍາຍການພົວພັນຮ່ວມມື ຂອງບັນດາພັກການເມືອງ ເພື່ອຕ້ານການເຄື່ອນໄຫວຂອງລັດທິລ່າເມືອງຂຶ້ນແບບໃໝ່; ຈາກນັ້ນ ບັນດາຜູ້ແທນກອງປະຊຸມ ໄດ້ປະກອບຄຳເຫັນ ຕໍ່ບັນດາຫົວຂໍ້ຂອງກອງປະຊຸມ ໂດຍໄດ້ແລກປ່ຽນບົດຮຽນຂອງຕົນ ຕໍ່ກັບການເຄື່ອນໄຫວ ແລະ ຜົນກະທົບຂອງລັດທິລ່າເມືອງຂຶ້ນແບບໃໝ່ ຢູ່ບັນດາພາກພື້ນຕ່າງໆຂອງໂລກ ລວມທັງຜົນກະທົບຕໍ່ ບັນດາຈຸດຮ້ອນຕ່າງໆຂອງໂລກ ໃນປະຈຸບັນ. ໂອກາດດັ່ງກ່າວ,ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ປະກອບຄໍາເຫັນ ໂດຍໄດ້ຊີ້ໃຫ້ເຫັນເຖິງ ບົດບາດຂອງພັກປະຊາຊົນປະຕິວັດລາວ ໃນການນຳພາປະຊາຊົນລາວ ຕໍ່ສູ້ຍາດເອົາໄຊຊະນະ ຈາກພວກລ່າເມືອງຂຶ້ນ ໃນເມື່ອກ່ອນ, ໄດ້ຕີລາຄາສູງຕໍ່ຜົນງານຂອງຂະບວນການໃນໄລຍະຜ່ານມາ ແລະ ໄດ້ຢໍ້າຄືນ ທັດສະນະອັນສະ
ເໝີຕົ້ນສະເໝີປາຍ ຂອງພັກປະຊາຊົນປະຕິວັດລາວ ໃນການເປີດກວ້າງການພົວພັນຮ່ວມມືກັບບັນດາພັກການເມືອງເພື່ອນມິດ, ປະຕິບັດພັນທະສາກົນຂອງຕົນ ກໍ່ຄື ການສະໜັບສະໜູນຂະບວນການ “ເພື່ອເສລີພາບຂອງບັນດາຊາດ” ໃຫ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງ. ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຕົກລົງເຫັນດີເປັນເອກະພາບ ກ່ຽວກັບ ທິດທາງການເຄື່ອນໄຫວໃນຕໍ່ໜ້າ ແລະ ແຜນການສຳລັບປີ 2026 ຂອງຄະນະປະຈໍາດັ່ງກ່າວ.
![]() |
ການເຄື່ອນໄຫວຂອງຄະນະຜູ້ແທນ ພັກປະຊາຊົນປະຕິວັດລາວ ຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ ໂດຍນອກຈາກຈະເປັນການຊຸກຍູ້ຂະບວນການເພື່ອເສລີພາບຂອງບັນດາຊາດ, ຍັງເປັນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ລາວ-ຣັດເຊຍ ເວົ້າສະເພາະກໍຄື ການຮັດແໜ້ນສາຍພົວພັນ ລະຫວ່າງ ພັກປະຊາຊົນປະຕິວັດລາວ ກັບພັກຣັດເຊຍເອກະພາບ ໃຫ້ກວ້າງຂວາງກວ່າເກົ່າ. ຂ່າວ:ຄຕພ



ຄໍາເຫັນ