ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບເອກອັກຄະລັດຖະທູດ ເບລາຣຸດຊີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບເອກອັກຄະລັດຖະທູດ ເບລາຣຸດຊີ
ໃນຕອນບ່າຍ ຂອງວັນທີ 27 ກຸມພາ ນີ້ ທີ່ສໍານັກງານ ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອູລາດຊີເມຍ ບາຣາວິກູ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເບລາຣຸດຊີ ປະຈໍາ ສປປ ລາວ ທີ່ມີສໍານັກງານສະຖານທູດຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວສະແດງຄວາມຍິນດີຕໍ່ ການເດີນທາງມາເຄື່ອນໄຫວວຽກງານຢູ່ລາວ ແລະ ຍາດໂອກາດມາພົບປະເຮັດວຽກຢູ່ ຄຕພ ຊຶ່ງເປັນຄັ້ງທໍາອິດຂອງການເດີນທາງມາຢ້ຽມຢາມລາວ ຂອງທ່ານທູດ ອັນເປັນການປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ທີ່ພວມຢູ່ໃນບັນຍາກາດແຫ່ງການກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ເບລາຣຸດຊີ ຄົບຮອບ 30 ປີ ຢູ່ນະຄອນຫຼວງວຽງຈັນ. ພ້ອມກັນນີ້, ທ່ານ ທອງສະຫວັນ ພົມວິຫານ ກໍໄດ້ຍົກໃຫ້ທ່ານທູດ ເຫັນພາລະບົດບາດຂອງ ຄຕພ ກໍຄືຂອງ ພັກ ປປ ລາວ ໃນການເຄື່ອນໄຫວວຽກງານການຕ່າງປະເທດດ້ານພັກ ແລະ ການທູດປະຊາຊົນ, ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນເບລາຣຸດຊີ ໃນເມື່ອກ່ອນທີ່ມີຕໍ່ ປະຊາຊົນລາວ ໂດຍສະເພາະດ້ານການສຶກສາ ຊຶ່ງໃນປັດຈຸບັນ ມີອະດີດນັກສຶກສາຫຼາຍທ່ານ ທີ່ຈົບຈາກ   ສ ເບລາຣຸດຊີ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າຢູ່ໃນຖັນແຖວ ພັກ, ລັດ ແລະ ທຸລະກິດໃນ ສປປ ລາວ. ທ່ານຫົວໜ້າ ຄຕພ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ລາວ-ເບລາຣຸດຊີ ທີ່ມີມາແຕ່ດົນນານ ແລະ ໄດ້ຮັບການສືບຕໍ່ພັດທະນາໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ ເປັນຕົ້ນດ້ານການເມືອງ ທີ່ມີບາດກ້າວຂະຫຍາຍຕົວດີ ແລະ ໄດ້ປຶກສາຫາລື ເພື່ອຊອກຫາຊ່ອງທາງສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ, ສາທາລະນະສຸກ, ການສຶກສາ ແລະ ດ້ານອື່ນໆ ລວມເຖິງການພົວພັນດ້ານພັກ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນສອງຊາດ ກໍຄືການທູດປະຊາຊົນ ເພື່ອເຮັດໃຫ້ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ມີບາດກ້າວຂະຫຍາຍຕົວໃໝ່, ມີລັກສະນະກວ້າງຂວາງ, ເລິກເຊິ່ງ ແລະ ມີໝາກມີຜົນເພີ່ມຂຶ້ນ.
ທ່ານທູດ ເບລາຣຸດຊີ ໄດ້ສະແດງຄວາມເຫັນດີເປັນເອກະພາບໃນການຊຸກຍູ້ການພົວພັນຮ່ວມມື ລາວ-ເບລາຣຸດຊີ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ ໂດຍສະເພາະ ເພີ່ມທະວີການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນນໍາກັນໃຫ້ຫຼາຍຂຶ້ນ, ຊຸກຍູ້ໃຫ້ນັກທຸລະກິດ ຂອງສອງປະເທດ ໄດ້ມີການພົບປະກັນ, ຂະຫຍາຍການຮ່ວມມືທາງດ້ານທະນາຄານ, ດ້ານການທ່ອງທ່ຽວ, ການແລກປ່ຽນຄະນະຜູ້ແທນຊາວໜຸ່ມເຍົາວະຊົນ, ຊຸກຍູ້ໃຫ້ມີການຕິດຕໍ່ພົວພັນໄປມາຫາສູ່ກັນ ລະຫວ່າງ ບຸກຄົນກັບບຸກຄົນ ແລະ ອົງການຈັດຕັ້ງທາງສັງຄົມ ກໍ່ຄືວຽກງານການພົວພັນດ້ານພັກ ແລະ ການທູດປະຊາຊົນ. ພ້ອມດຽວກັນນີ້, ທ່ານທູດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງ ສປປ ລາວ ທີ່ມີຕໍ່ ສ.ເບລາຣຸດຊີ ໃນເວທີພາກພື້ນ ແລະ ສາກົນ ກໍ່ຄືໃນຂອບຂອງ ສປຊ ພ້ອມທັງຂໍການສະໜັບສະໜູນຈາກ ສປປ ລາວ ໃນການເຄື່ອນໄຫວວຽກງານອາຊຽນ-ເບລາຣຸດຊີ.
ໃນຕອນທ້າຍຂອງການພົບປະ, ທ່ານຫົວໜ້າ ຄຕພ ໄດ້ອວຍພອນໃຫ້ ການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ເບລາຣຸດຊີ ຄົບຮອບ 30 ປີ ຢູ່ນະຄອນຫຼວງວຽງຈັນ ແລະ ການມາເຄື່ອນໄຫວວຽກງານຂອງທ່ານທູດເບລາຣຸດຊີ ໃນຄັ້ງນີ້ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ, ອວຍພອນໃຫ້ການພົວພັນຮ່ວມມືລະຫວ່າງ ສອງປະເທດ ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ທ່ານ ອູລາດຊີເມຍ ບາຣາວິກູ ໄດ້ສະແດງຄວາມຂອບໃຈ ທ່ານຫົວໜ້າ ຄຕພ ທີ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ອວຍພອນໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປິ 2024 ຈະມີໝາກມິຜົນ ແລະ ປະສົບຜົນສໍາເລັດເປັນຢ່າງດີ. (ຂ່າວ: ຄຕພ)

ຄໍາເຫັນ

ຂ່າວການຮ່ວມມື

ສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ຮາຊິມິດ ຊອກດານີ

ສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ຮາຊິມິດ ຊອກດານີ

ໃນວັນທີ 7 ມັງກອນ ຜ່ານມານີ້ຢູ່ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈຳອົງການສະຫະປະຊາຊາດ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ຮາຊິມິດ ຊອກດານີ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງຣາຊະອານາຈັກ ຣາຊິມິດ ຊອກດານີ ແມ່ນ ທ່ານ ວາລີດ ຄາລີດ ໂອເບດັດ (H.E. Mr. Walid Obeidat) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ລາວ -ໄທ ວາງສະແດງສິລະປະ ຮັດແໜ້ນສາຍສຳພັນວັດທະນະທຳ

ລາວ -ໄທ ວາງສະແດງສິລະປະ ຮັດແໜ້ນສາຍສຳພັນວັດທະນະທຳ

ວັນທີ 9 ມັງກອນ ຜ່ານມາ ທີ່ສະຖາບັນວິຈິດສິນແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳແລກປ່ຽນສິລະປະວັດທະນະທຳ ພາຍໃຕ້ຫົວຂໍ້: “ສືບຮອຍສິນ ວິຖີຖິ່ນລຸ່ມນ້ຳຂອງ ແຂວງໜອງຄາຍ” ປະຈຳປີ 2026 ເພື່ອ ເຊື່ອມໂຍງສາຍໃຍວັດທະນະທຳຂອງປະຊາຊົນສອງຝັ່ງຂອງ ແລະ ສົ່ງເສີມການຮຽນຮູ້ດ້ານວິຈິດສິນລະຫວ່າງຊາດ, ໂດຍການຮ່ວມມືລະຫວ່າງ ສະຖາບັນວິຈິດສິນແຫ່ງຊາດ ສະມາຄົມວິຈິດສິນລາວ ແລະ ສຳນັກງານວັດທະນະທຳແຂວງໜອງຄາຍ ພ້ອມດ້ວຍ ກຸ່ມສິລະປິນ “River Arts” ຈາກຣາຊະອານາຈັກໄທ ເພື່ອສ້າງເວທີແລກປ່ຽນທັກສະແນວຄິດ ແລະ ການສ້າງສັນຜົນງານສິລະປະທີ່ເປັນເອກະລັກຂອງລຸ່ມແມ່ນ້ຳຂອງ.
ມອບ-ຮັບ ອຸປະກອນໄອທີ ເພື່ອການຮຽນ-ການສອນ

ມອບ-ຮັບ ອຸປະກອນໄອທີ ເພື່ອການຮຽນ-ການສອນ

ໃນວັນທີ 12 ມັງກອນ ນີ້, ຜູ້ຕາງໜ້າຈາກລັດຖະບານເຢຍລະມັນ ແລະ ສະຫະພາບເອີຣົບ ໄດ້ຮ່ວມກັນມອບຊຸດອຸປະກອນໄອທີ ເພື່ອການຮຽນ-ການສອນ ທີ່ທັນສະໄໝ ໃຫ້ແກ່ ຄະນະວິທະຍາສາດປ່າໄມ້ (FFS), ມະຫາວິທະຍາໄລແຫ່ງຊາດ (ມຊ) ທີ່ນະຄອນຫຼວງວຽງຈັນ.
“ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ເປັນ​ຂໍ​ກຸນ​ແຈ​ທີ່ບັນ​ລຸ​ການ​ພັດ​ທ​ະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຍືນ​ຍົງ

“ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ເປັນ​ຂໍ​ກຸນ​ແຈ​ທີ່ບັນ​ລຸ​ການ​ພັດ​ທ​ະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຍືນ​ຍົງ

ປີ​ 2026 ແມ່ນ​ປີ​ທຳ​ອິດ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ​ແຫ່ງ​ຊາດ​ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ. “ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ທີ່​ເປັນ​ສະ​ຕິ​ປັນ​ຍາ​ເກົ່າ​ແກ່​ຂອງ​ບັນ​ພະ​ບູລຸດ, ໄດ້​ກາຍ​ເປັນ​ວິ​ທີ​ວິ​ທະ​ຍາ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ. ມັນ​ບໍ່​ພຽງ​ແຕ່​ເປັນ​ປັດ​ຊະ​ຍາ​ລຽບ​ງ່າຍ​ໃນ​ອະ​ລິ​ຍະ​ທຳ​ກະ​ສິ​ກຳຄື “ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ອຳ​ນວຍ​ທາງ​ດິນ​ຟ້າ​ອາ​ກາດ ແລະ ພູມ​ສາດ” ເທົ່າ​ນັ້ນ, ຍິ່ງ​ເປັນ​ຂໍ​ກຸ​ນ​ແຈ​ດ້ານ​ພຶດ​ຕິ​ກຳ​ທີ່​ຮັບ​ມື​ກັບ​ຄວາມ​ສ່ຽງສິ່ງ​ທ້າ​ທາຍແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃນ​ຍຸກ​ປັດ​ຈຸ​ບັນ.
ເລີ່ມສຶກສາຄວາມເປັນໄປໄດ້ໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ

ເລີ່ມສຶກສາຄວາມເປັນໄປໄດ້ໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ

ວັນທີ 12 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມລິເລີ່ມຂັ້ນສູນກາງ ການສຶກສາຄວາມເປັນໄປໄດ້ ພາຍໃຕ້ໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ ໂດຍການເປັນປະທານຮ່ວມຂອງທ່ານ ເດດສົງຄາມ ທໍາມະວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທ່ານ ຄໍາແສງ ອາລີ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ແລະ ທ່ານ ອາເມີ ຄາຣີ ຫົວໜ້າຝ່າຍຈັດຕັ້ງປະຕິບັດໂຄງການ ທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງໂຮງໝໍຢູ່ເຂດພາກໃຕ້

ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງໂຮງໝໍຢູ່ເຂດພາກໃຕ້

ວັນທີ 9 ມັງກອນຜ່ານມາ ທີ່ກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນຈັດພິທີເຊັນສັນຍາຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ສຳລັບໂຄງການປັບປຸງໂຮງໝໍຢູ່ເຂດພາກໃຕ້ (ໂຮງໝໍແຂວງຈຳປາສັກໃນ​ມູນ​ຄ່າ 2,865,000,000 ເຢນ ຫຼື​ ປະ​ມານ 18,300,000 ໂດ​ລ​າ​ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ເດືອນມັງກອນ 2026 ຈົນເຖິງທ້າຍປີ 2028).
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ໃນຕອນແລງຂອງວັນທີ 8 ມັງກອນ ນີ້ ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງສະຫວັນ ພົມວິການ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເລ ຮວາຍ ຈູງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນຜູ້ຕາງໜ້າພິເສດຈາກ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມາຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ
ທູດຈີນເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ສະໄໝທີ XII

ທູດຈີນເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ສະໄໝທີ XII

ໃນຕອນບ່າຍວັນທີ 8 ມັງກອນ 2026, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ສະໄໝທີ XII ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍນາງ ຟາງຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ເພື່ອມອບສານຊົມເຊີຍຈາກ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ເຖິງ ສະຫາຍ ທອງລຸນ ສີສຸລິດ ໃນໂອກາດສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ພັກ ປປ ລາວ ໃນກອງປະຊຸມດັ່ງກ່າວ.
ຜູ້ຕາງໜ້າພິເສດຂອງສູນກາງພັກກອມມູນິດຫວຽດນາມເຂົ້າຢ້ຽມຂໍ່ານັບຊົມເຊີຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ

ຜູ້ຕາງໜ້າພິເສດຂອງສູນກາງພັກກອມມູນິດຫວຽດນາມເຂົ້າຢ້ຽມຂໍ່ານັບຊົມເຊີຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ

ໃນຕອນແລງຂອງວັນທີ 8 ມັງກອນ 2026, ທີ່ ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ຮວາຍ ຈູງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າພິເສດຂອງ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂອງ ສູນກາງພັກກອມມູນິດຫວຽດນາມ ທີ່ເດີນທາງມາຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ.
ບັນດາພັກການເມືອງ ຂະບວນການກອມມູນິດ ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ສົ່ງສານອວຍພອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ

ບັນດາພັກການເມືອງ ຂະບວນການກອມມູນິດ ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ສົ່ງສານອວຍພອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ

ເນື່ອງໃນໂອກາດການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026, ບັນດາພັກການເມືອງຕ່າງປະເທດ, ຂະບວນການກອມມູນິດ, ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ໄດ້ສົ່ງສານອວຍພອນກອງປະຊຸມດັ່ງກ່າວ
ເພີ່ມເຕີມ