ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຢ້ຽມຂໍ່ານັບການນໍາຂັ້ນສູງພັກກອມມູນິດຈີນ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຢ້ຽມຂໍ່ານັບການນໍາຂັ້ນສູງພັກກອມມູນິດຈີນ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຢ້ຽມຂໍ່ານັບການນໍາຂັ້ນສູງພັກກອມມູນິດຈີນ
ວັນທີ 19 ສິງຫາ ຜ່ານມານີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫຼີ ຊູເຫຼີຍ ກໍາມະການກົມການເມືອງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ຢູ່ ຫໍສະພາປະຊາຊົນທົ່ວປະເທດຈີນ ໃນໂອກາດທີ່ນໍາພາຄະນະ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ສປ ຈີນ ແຕ່ວັນທີ 18-21 ສິງຫາ 2025.

 

ສະຫາຍ ຫຼີ ຊູເຫຼີຍ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການນໍາພາອັນໜັກແໜ້ນຂອງ ພັກ ປປ ລາວ ທີ່ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ຍາດໄດ້ຜົນສຳເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ປປ ລາວ ໄລຍະທ້າຍສະໄໝ ແລະ ອວຍພອນໃຫ້ການກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ໃນຕົ້ນປີ 2026 ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ; ພ້ອມນີ້ ໄດ້ສະແດງຄວາມຊົມເຊີຍ ຕໍ່ການປະສານສົມທົບກັນ ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ຈີນ-ລາວ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຈີນ-ລາວ ກໍຄື ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ໃຫ້ນັບມື້ມີປະສິດທິຜົນ, ຄຸນນະພາບ ແລະ ລະດັບສູງກວ່າເກົ່າ. ນອກນັ້ນ, ຍັງໄດ້ມີຄໍາເຫັນແລກປ່ຽນ ກ່ຽວກັບ ທິດທາງແຜນການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ໃນຕໍ່ໜ້າ, ໂດຍສະເພາະແມ່ນ ການກະກຽມຈັດກອງປະຊຸມສໍາມະນາທິດສະດີ 2 ພັກ ລາວ-ຈີນ ຄັ້ງທີ 13 ທີ່ ນະຄອນຫຼວງວຽງຈັນ ໃນທ້າຍປີ 2025 ນີ້ ແລະ ວຽກງານອື່ນໆ.

ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ ຊຶ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຂອງ ສະຫາຍ ຫຼີ ຊູເຫຼີຍ ຕໍ່ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ; ພ້ອມນໍາເອົາຄວາມຢ້ຽມຢາມຖາມຂ່າວ ຈາກການນໍາຂັ້ນສູງຂອງ ພັກ, ລັດລາວ ເຖິງການນໍາຂັ້ນສູງຂອງ ພັກ, ລັດຈີນ; ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງຮອບດ້ານ ທີ່ປະຊາຊົນຈີນອ້າຍນ້ອງ ຍາດໄດ້ໃນຕະຫຼອດໄລຍະຜ່ານມາ ໃນການສ້າງສາປະເທດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ພາຍໃຕ້ການນໍາພາອັນຖືກຕ້ອງ ຂອງ ພັກກອມມູນິດຈີນ ທີ່ຖື ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ເປັນແກນກາງ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບພົ້ນເດັ່ນພາຍໃນ ສປປ ລາວ ແລະ ຜົນການພົບປະປຶກສາຫາລື ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ໃນວັນທີ 18 ສິງຫາ ຜ່ານມານີ້; ພ້ອມນີ້ ກໍໄດ້ຕາງໜ້າໃຫ້ ພັກ, ລັດລາວ ສະແດງຄວາມຂອບໃຈ ພັກ, ລັດຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ໃນໄລຍະຜ່ານມາ ກໍຄືປັດຈຸບັນ.

ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນຕີລາຄາສູງ ຕໍ່ການພົວພັນຮ່ວມມື ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຈີນ-ລາວ ທີ່ພວມຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ ແລະ ເຊື່ອໝັ້ນວ່າພາຍໃຕ້ການນໍາພາຊີ້ນໍາ ຂອງ ການນໍາສູງສຸດ ສອງພັກ, ສອງລັດ ຈີນ-ລາວ, ການພົວພັນຮ່ວມມືສອງຝ່າຍ ກໍຄື ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຮອບດ້ານ, ເລິກເຊິ່ງ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດນັບມື້ນັບຫຼາຍຂຶ້ນກວ່າເກົ່າ.

(ຂ່າວ: ຄຕພ)

ຄໍາເຫັນ

ຂ່າວການຮ່ວມມື

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງແຫ່ງສະຫະພັນຣັດເຊຍໄດ້ຈັດຂຶ້ນໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ. ການພົບປະຄັ້ງນີ້ຝ່າຍລາວນໍາໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ ແລະ ຝ່າຍ ສ ຣັດເຊຍນໍາໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ ປະທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ (ສພຊ) ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ.
ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ພິທີວາງສີລາລືກໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ຢູ່ທີ່ບ້ານຄອນໄຫຼນະຄອນປາກເຊແຂວງຈຳປາສັກ ຊຶ່ງເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 1975) ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 - 13 ທັນວາ 2025).
ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

1. ໂດຍຕອບຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກປະ​ຊາ​ຊົນປະ​ຕິ​ວັດລາວ ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາຊົນລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ, ສະ​ຫາຍ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ພ້ອມດ້ວຍ ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຂອງ ​ພັກ, ລັດ​ ແຫ່ງ ສສ ຫວຽດ​ນາມ ໄດ້​ຢ້ຽມ​ຢາມ​ລັດ​ຖະ​ກິດ ​ສ​າ​ທາ​ລະ​ນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນລາວ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສະ​ຖາ​ປະ​ນາ​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ​ຄົບ​ຮອບ 50 ປີ ແລະ ເປັນ​ປະ​ທານ​ຮ່ວມ​ກອງປະຊຸມ​ພົບ​ປະ ​ປະຈໍາປີ 2026 ລະຫວ່າງ ​ສອງ​ກົມ​ການ​ເມືອງ​ ພັກ​ປະ​ຊາ​ຊົນປະ​ຕິວັດລາວ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແຕ່​ວັນ​ທີ 1 - 2 ທັນວາ 2025.
ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ  “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ພາຍໃນກອບຂອງກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ລາວ ທີ່ຈັດຂຶ້ນໃນວັນທີ 3 ທັນວາ 2025 ຊຶ່ງມີ ນາຍົກລັດຖະມົນຕີຂອງທັງສອງປະເທດ ພ້ອມດ້ວຍການນໍາຂອງບັນດາກະຊວງ, ອົງການກ່ຽວຂ້ອງເຂົ້າຮ່ວມ; ທ່ານ ຟຸ້ງ ກວາງ ຫຽບ (Phùng Quang Hiệp) ກໍາມະການຄະນະບໍລິຫານງານພັກລັດຖະບານ, ເລຂາຄະນະພັກ, ປະທານສະພາສະມາຊິກກຸ່ມບໍລິສັດເຄມີຫວຽດນາມ (Vinachem) ໄດ້ຖືກເຊີນໃຫ້ປະກອບຄໍາເຫັນໃນກອງປະຊຸມ. ການກ່າວຂອງທ່ານໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນຂອງສອງປະເທດ, ເມື່ອພິຈາລະນາຮອບດ້ານເຖິງທິດທາງການຮ່ວມມື, ຄວາມສາມາດບົ່ມຊ້ອນຂອງການພັດທະນາ ແລະ ລະດັບຄວາມຄືບໜ້າຂອງໂຄງການ ໃນຈຸດທີ່Vinachem ຜັນຂະຫຍາຍຢູ່ລາວ, ພິເສດແມ່ນໂຄງການຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ຢູ່ແຂວງຄໍາມ່ວນ.
ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກົມລົງທຶນຕ່າງປະເທດ, ກະຂວງການເງິນ ສສ ຫວຽດນາມ, ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມື ຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”ຂຶ້ນໃນວັນທີ 3 ທັນວານີ້ ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຈໍານວນປະມານ 500 ຄົນເຂົ້າຮ່ວມ.
ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ (CSG) ຮ່ວມກັບບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ແລະ ມູນນິທິຊົນນະບົດຂອງຈີນ (CFRD) ໄດ້ຈັດຕັ້ງພິທີ ມອບ-ຮັບ ຫ້ອງສະໝຸດ CSG ຈຳນວນ 5 ຫ້ອງ ແລະ ອຸປະກອນການຮຽນ-ການສອນ ໃຫ້ ໂຮງຮຽນປະຖົມສຶກສາສົມບູນ ລາວ-ຈີນ ບ້ານໜອງປີງ,ເມືອງຈັນທະບູລີ,ໂຮງຮຽນປະຖົມສຶກສາສົມບູນສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂຮງຮຽນປະຖົມສຶກສາສົມບູນບ້ານຫ້ວຍອອນ ແລະ ໂຮງຮຽນມັດທະຍົມສົມບູນ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມນາເຕີຍ ແຂວງຫຼວງນ້ຳທາ ທັງ 5 ຫ້ອງສະໝຸດດັ່ງກ່າວ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໃນຕອນເຊົ້າທີ 1 ທັນວາ 2025ນີ້ ທີ່ໂຮງຮຽນປະຖົມສົມບູນລາວ-ຈີນ,ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີ ຜູ້ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງ ຂອງ 5 ໂຮງຮຽນດັ່ງກ່າວເປັນຜູ້ຮັບ ໂດຍການມີ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທັງເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ,ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ,ທ່ານ Zhoujian ຮອງຜູ້ຈັດການຝ່າຍວາງແຜນ ບໍລິສັດ CSG, ທານ ນາງ Wei Dandan ຫົວໜ້າກອງເລຂາ ມູນນິທິພັດທະນາຊົນນະບົດຈີນ, ທ່ານ Lin Rui ຮອງຜູ້ຈັດການບໍລິສັດ CSG-LMI ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງວິສາຫະກິດຈີນ ປະຈຳຢູ່ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ໃນວັນທີ 28 ພະຈິກ 2025, ສະຖານເອກອັກຄະລັດຖະທູດລາວ ປະຈໍາ ຮົງກາຣີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ທີ່ນະຄອນຫຼວງບູດາເປັດ.
ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ວັນທີ 2 ທັນວາ 2025, ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ເລຂາທິການທີ່ໜຶ່ງ ຄະນະກຳມະການສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາ ລະນະລັດ ກູບາ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິ ວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ສະຫາຍທີ່ຮັກແພງ, ເນື່ອງໃນໂອກາດວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ, ຂ້າພະເຈົ້າຂໍຝາກຄຳອວຍພອນອັນອົບອຸ່ນທີ່ສຸດມາເຖິງສະຫາຍ.
ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານອວຍພອນ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ພະນະທ່ານປະທານປະເທດ ທີ່ນັບຖື, ຂ້າພະເຈົ້າມີຄວາມປິຕິຍິນດີ ສົ່ງຄໍາອວຍພອນອັນປະເສີດ ແລະ ຂໍຊົມເຊີຍຢ່າງສຸດໃຈມາຍັງ ພະນະທ່ານ ພ້ອມດ້ວຍ ປະຊາຊົນລາວ ທຸກທົ່ວໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ