ຫົວໜ້າຄອສພຊີ້ນຳຄະນະໂຄສະນາອົບຮົມແຂວງໄຊສົມບູນເປັນເຈົ້າການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ

ຫົວໜ້າຄອສພຊີ້ນຳຄະນະໂຄສະນາອົບຮົມແຂວງໄຊສົມບູນເປັນເຈົ້າການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ
ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ຍຄະນະ ໄດ້ເຄື່ອນໄຫວເຮັດວຽກກັບ ຄະນະໂຄສະນາອົບຮົມແຂວງໄຊສົມບູນ. ໃນວັນທີ 10 ທັນວານີ້  ຊຶ່ງມີ ທ່ານ ພົນຕີ ວົງສອນ ອິນປານພີມ ຮອງເລຂາພັກຜູ້ຊີ້ນຳວຽກງານພັກ ແລະ ພະນັກງານ,ທ່ານ ຄົວຈັ້ງ ດຣາເຊັ້ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ ມີພະນັກງານ,ລັດຖະກອນ ຄະນະໂຄສະນາອົບຮົມເຂົ້າຮ່ວມ.
    ໃນການເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຂອງ ທ່ານຫົວໜ້າ ຄອສພ  ໃນຄັ້ງນີ້ແມ່ນເພື່ອຮັບຟັງລາຍງານການສະພາບການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ຕິດກັບວຽກງານກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃນຄວາມຮັບຜິດຊອບຂອງຄະນະໂຄສະນາອົບຮົມແຂວງແລະ ວຽກງານປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດປະທານ ຄຳໄຕ ສີພັນດອນຄົບຮອບ 100 ປີ.
ທ່ານ ພົນຕີ ວົງສອນ ອິນປານພີມ ໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບຂອງແຂວງ ໂດຍຫຍໍ້ວ່າ:ແຂວງໄຊສົມບູນ ເປັນແຂວງທີ່ຕັ້ງຂຶ້ນໃໝ່ ໃນປີ 2013 ເປັນແຂວງທີ 18,ປະກອບມີ 5 ເມືອງ 89 ບ້ານ ມີ 6 ເຜົ່າ, ມາຮອດປັດຈຸບັນນີ້ ຄົບຮອບ 10 ປີ. ການພັດທະນາແມ່ນມີລັກສະນະຊັກຊ້າເນື່ອງຈາກສະພາບເສັ້ນທາງ ແລະ ສະພາບຄວາມບໍສະຫງົບ ໃນໄລຍະກ່ອນ ແຕ່ມາຮອດປັດຈຸບັນນີ້ ໂດຍພື້ນຖານແມ່ນສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍດີ, ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າມີຄວາມເປັນເອກະພາບສູງ ຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມສາມັກຄີບັນດາເຜົ່າໜັກແໜ້ນ, ຄະນະພັກ-ອົງການປົກຄອງແຕ່ລະຂັ້ນ ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນສໍາຄັນໃນການສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າຢ່າງເປັນປົກກະຕິ  ແລະ ພື້ນຖານເສດຖະກິດຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ຈາກນັ້ນ, ທ່ານ ຄົວຈັ້ງ ດຣາເຊັ້ງ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດວຽກງານໂຄສະນາໃນໄລຍາຜ່ານມາສະມາຊິກພັກມີການຫັນປ່ຽນຢ່າງຕັ້ງໜ້າ, ມີຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍບາຍ, ຢຶດໝັ້ນອຸດົມການຂອງພັກຫຼາຍຂຶ້ນ, ສ່ວນຫຼາຍມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນໃນການປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ບຸກບືນຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ ແລະ ທິດສະດີການເມືອງ-ການປົກຄອງ ນັບມື້ນັບສູງຂຶ້ນເລື້ອຍໆ.ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນຳພາແນວຄິດຢ່າງຕັ້ງໜ້າ ໂດຍຈັດພິທີໂຄສະນາ-ປາຖະກະຖາ ເລົ່າມູນເຊື້ອ ເນື່ອງໃນວັນສຳຄັນຕ່າງໆຂອງພັກ, ຂອງຊາດ, ຂອງທ່ານຜູ້ນຳໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ.ໂດຍພື້ນຖານ ພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າ ມີແນວຄິດຮັກຊາດ, ຮັກລະບອບໃໝ່, ແນວຄິດເປັນເຈົ້າຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຮັດໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ,ຮາກຖານການເມືອງໄດ້ຮັບການປັບປຸງ ແລະ ກໍ່ສ້າງເປັນລະບົບຄົບຊຸດ ເທື່ອລະກ້າວ, ພື້ນຖານເສດຖະກິດຂະຫຍາຍຕົວເພີ່ມຂຶ້ນ, ຊີວິດການເປັນຢູ່ຂອງພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນ, ຄວາມທຸກຍາກໄດ້ຮັບການແກ້ໄຂຫຼຸດລົງໃນແຕ່ລະປີ ຕາມຄໍາຂັວນວ່າ: ເພີ່ມທະວີຄວາມສາມັກຄີປອງດອງທົ່ວແຂວງໃຫ້ເປັນປຶກແຜ່ນ, ສ້າງແຂວງໄຊສົມບູນໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ, ໄດ້ຮັບການພັດທະນາ ໃນ 5 ທ່າແຮງ, ຕາມທິດສີຂຽວ, ສະອາດ ແລະ ຍືນຍົງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ໃນໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ກໍໄດ້ໂອ້ລົມ ແລະ ມີຄຳເຫັນຊື້ນຳ ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ບັນດາສະຫາຍຍາດມາໃນໄລຍະຜ່ານມາຮຽກຮອງໃຫ້ຄະນະໂຄສະນາອົບຮົມແຂວງໄຊສົມບູນເອົາໃຈໃສ່ດັ່ງນີ້: ໃຫ້ເອົາໃຈໃສຕື່ມໃນການສຶກສາອົບຮົມການເມືອງແນວຄິດໃຫ້ຄະນະພັກໃຫ້ມັນເລິກເຊິ່ງ ແລະ ກວ້າງຂວາງກວ່າເກົ່າ ຕໍ່ກັບປະຊາຊົນທີ່ຢູ່ຫ່າງໄກສອກຫຼີກ ທີ່ມີຄວາຫຍຸ້ງຍາກ ຈະສຶກສາອົບຮົມການເມືອງແນວຄິດໃຫ້ເຂົາເຈົ້າດ້ວຍວິທີໃດທີ່ຈະເໝາະສົມ ແລະ ຕໍ່ກັບບັນດານັກທຸລະກິດ ຜູ້ປະກອບການຕ່າງໆຢູ່ໃນແຂວງ ນັບມື້ນັບຫຼາຍຂຶ້ນ ຈະສຶກສາອົບຮົມໃຫ້ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ໃຫ້ປະຕິບັດຕາມກົດໝາຍຄືແນວໃດ,ສືບຕໍ່ເສີມຂະຫຍາຍມູນເຊື້ອຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາໃຫ້ດີກວ່າເກົ່າເປັນຕົ້ນແມ່ນການໂຄສະນາເຜີຍແຜ່ການຫັນລົງຮາກຖານໃຫ້ສືບຕໍ່ຢ່າງຕໍ່ເນື່ອງແລະ ເລິກຊຶ່ງ ພ້ອມກັນແກ້ໄຂບັນຫາທີ່ຍັງຄົງຄ້າງຈະແກ້ໄຂ ແລະ ປັບປຸງແນວໃດໃຫ້ມີຄວາມໜັກແໜ້ນເຂັ້ມແຂວງ,ການຍົກລະດັບຄວາມຮູ້ຄວາມສາມາດຂອງສະມາຊິກພັກ ແລະ ພະນັກງານ ໃຫ້ກຳໄດ້ເນື້ອໃນແນວທາງ ແລະ ນະໂຍບານຂອງພັກ ໃນສະເພາະພາຍໃນຄະນະໂຄສະນາອົບຮົມ ເປັນເຈົ້າການໃນການໄປໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ໃຫ້ປະຊາຊົນ ແລະ ຊັ້ນຄົນຕ່າງໆ ຈະເຜີຍແຜ່ໄດ້ເຮົາຕ້ອງຄົ້ນຄວ້າຕ້ອງໄດ້ມີຄວາມຮູ້ຄວາມສາມາດ ຕ້ອງກຳບັນຫາໃຫ້ມັນໄດ້ ຈຶ່ງຈະໄປເຜີຍແຜ່ໄດ້. ໃຫ້ບັນດາສະຫາຍສືບຕໍ່ຈັດຕັ້ງປະຕິບັດຍົກສູງຄວາມຮັບຜິດຊອບການເມືອງດ້ວຍຄວາມເປັນເຈົ້າການ ໃນການປະຕິບັດພາລະບົດບາດຂອງຄະນະໂຄສະນາອົບຮົມແຂວງແຕ່ນີ້ຫາທ້າຍປີມີຫຼາຍເຫດການທີ່ຈະໄດ້ສືບຕໍ່ສະເຫຼີມສະຫຼອງມີຄື: ວັນຊາດທີ 2 ທັນວາຄົບຮອບ48 ປີ,ວັນເກີດຂອງປະທານ ໄກສອນ ພົມວິຫານ,ວັນເກີດຂອງປະທານ ຄຳໄຕ ສີພັນດອນ ແລະ ວັນສ້າງຕັ້ງກອງທັບ ແລະ ວຽກງອື່ນໆ ແລະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.
ຂ່າວ-ພາບ: ບຸນຕອມ

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ