ນັກຊ່ຽວຊານຂອງHSBC ກ່າວວ່າ:ເສດຖະກິດຫວຽດນາມ ໃນປີນີ້ໄດ້ຮັບໝາກຜົນອັນຕັ້ງໜ້າຫຼາຍດ້ານເຊັ່ນ: ການຜະລິດ, ການສົ່ງອອກ, ການລົງທຶນໂດຍກົງຈາກຕ່າງປະເທດ. ພາຍຫຼັງການເລີ່ມຕົ້ນທີ່ຫຍຸ້ງຍາກໃນໄຕມາດທຳອິດຂອງປີນີ້, ພາບລວມເສດຖະກິດພາຍໃນປະເທດ ສ່ວນຫຼາຍນັບມື້ນັບພັດທະນາຢ່າງແຂງແຮງ, ເຮັດໃຫ້ ຫວຽດນາມ ກັບຄືນສູ່ລະດັບເຕີບໂຕທີ່ດີເດັ່ນໃນກຸ່ມອາຊຽນ. ໂດຍສະເພາະ, ຄວາມໄວຂອງຂະບວນການຟື້ນຕົວເສດຖະກິດໃນໄລຍະ 6 ເດືອນທ້າຍປີນີ້ຍັງສືບຕໍ່ໂດຍທ່າແຮງຂອງການຜະລິດ ດ້ວຍລະດັບການເຕີບໂຕຂອງດັດຊະນີການຜະລິດຂະແໜງອຸດສາຫະກໍາ (IIP) ໄລ່ລວມ 11 ເດືອນ ເພີ່ມຂຶ້ນ 8,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ອົງການເພື່ອການຮ່ວມມືດ້ານເສດຖະກິດ ແລະ ພັດທະນາ ປັບການຄາດຄະເນການເຕີບໂຕເສດຖະກິດໂລກຂຶ້ນເປັນ 2.9%
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 23 ກັນຍາ ຜ່ານມາ, ອົງການເພື່ອການຮ່ວມມືດ້ານເສດຖະກິດ ແລະ ພັດທະນາ(OECD) ໄດ້ເຜີຍແຜ່ບົດລາຍງານສະພາບທ່າອຽງການພັດທະນາເສດຖະກິດສະບັບຫຼ້າສຸດ ໂດຍໄດ້ປັບການຄາດຄະເນຈັງຫວະການເຕີບໂຕຂອງເສດຖະກິດໂລກໃນປີ2026ຈາກ2.8%ຂຶ້ນເປັນ 2.9%. ບົດລາຍງານລະບຸວ່າ: ເຖິງວ່າໄດ້ຮັບຜົນກະທົບຈາກສະຖານະການຢູ່ເຂດຕາເວັນອອກກາງກໍຕາມ, ແຕ່ເສດຖະກິດຂອງຫຼາຍປະເທດຍັງຄົງສະແດງໃຫ້ເຫັນຄວາມເຂັ້ມແຂງ ແລະ ທົນທານ, ມີຄັງສຳຮອງນ້ຳມັນເຊື້ອໄຟ ແລະ ການສະໜອງພະລັງງານເພີ່ມໃໝ່ຢ່າງພຽງພໍແລະ ມາດຕະການສະໜັບສະໜູນຂອງບາງປະເທດໄດ້ຊ່ວຍຜ່ອນຄາຍຜົນກະທົບດັ່ງກ່າວ, ການພັດທະນາຢ່າງຄຶກຄື້ນຂອງຂົງເຂດປັນຍາປະດິດໄດ້ຊຸກຍູ້ໃຫ້ການລົງທຶນແລະການຄ້າຂະຫຍາຍຕົວເຊັ່ນກັນ.
ຄໍາເຫັນ