ຫສພ ເຜີຍແຜ່ເອກະສານສຳຄັນ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ

ຫສພ ເຜີຍແຜ່ເອກະສານສຳຄັນ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ

ຫສພ ເຜີຍແຜ່ເອກະສານສຳຄັນ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ
ໃນຕອນເຊົ້າວັນທີ 30 ມິຖຸນາ ນີ້, ຫ້ອງວ່າການສູນກາງພັກ (ຫສພ) ໄດ້ເຊື່ອມຊຶມມະຕິ 10 ສະ ໄໝ XI ຂອງສູນກາງພັກ ແລະ ເອກະສານວັນສຳຄັນຂອງພັກຂອງຊາດຈຳນວນໜຶ່ງ, ໂດຍການເຂົ້າຮ່ວມແລະ ເຜີຍແຜ່ຂອງ ສະຫາຍ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ຊຶ່ງມີຄະນະພັກ, ຄະນະນຳ, ພະນັກງານ-ລັດຖະກອນທົ່ວ ຫສພ ເຂົ້າຮ່ວມ.
ຫສພ ເຜຍແຜເອກະສານສຳຄນ ແລະ ປະກາດແຕງຕງຕຳແໜງບລຫານ - image 1
 

ໃນໂອກາດດັ່ງກ່າວ, ສະຫາຍຫົວໜ້າຫ້ອງວ່າການສູນກາງພັກ ໄດ້ມີຄຳເຫັນວ່າ: ການເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ແມ່ນມີຄວາມສໍາຄັນຫຼາຍ ເພື່ອເປັນການສະຫຼຸບຕີລາຄາກ່ຽວກັບການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາ 6 ເດືອນ ຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບ 2 ວາລະແຫ່ງຊາດ. ກອງປະຊຸມໄດ້ຕີລາຄາຢ່າງພາວະວິໄສຕໍ່ກັບບັນດາຜົນສໍາເລັດພື້ນຖານ ໃນການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ, ແຜນງົບປະ ມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາ 6 ເດືອນຕົ້ນປີ 2025 ຊຶ່ງເຫັນວ່າລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນທຸກຂັັ້ນ ໄດ້ມີຄວາມພະຍາຍາມສູງ ໃນການແກ້ບັນຫາເຄັ່ງຮ້ອນໃຫ້ຜ່ອນຄາຍລົງ, ເຮັດໃຫ້ປະເທດເຮົາສາມາດຜ່ານຜ່າ ແລະ ແກ້ໄຂບັນຫາໄດ້ໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມ ຍັງຮັກສາໄດ້ຈັງຫວະການຂະຫຍາຍຕົວຕໍ່ເນື່ອງ ເປັນຕົ້ນການຜະລິດສິນຄ້າການຈັດເກັບລາຍຮັບງົບປະມານ ປະຕິບັດໄດ້ຕາມຄາດໝາຍ, ຍັງຮັກສາໄດ້ຄວາມສະຖຽນລະພາບທາງການເມືອງ ແລະ ສັງຄົມມີຄວາມສະຫງົບ-ປອດໄພ ໂດຍພື້ນຖານ. ຕໍ່ມາໃນຕອນເຊົ້າວັນດຽວກັນ ກໍໄດ້ຈັດພິທີປະກາດການແຕ່ງຕັ້ງຕຳ ແໜ່ງບໍລິຫານ ພາຍໃນ ຫສພ, ສະຫາຍ ຄຳພອນ ສຸວັນນະແສງ ຫົວໜ້າກົມຈັດຕັ້ງ - ພະນັກງານ ຫສພ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຕຳແໜ່ງບໍລິຫານ, ມະຕິຕົກລົງ ເລກທີ 514/ຄລສພ ລົງວັນທີ 23/5/2025 ແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,ມະຕິຕົກລົງຂອງຄະນະບໍລິຫານງານສູນກາງພັກ ເລກທີ 515/ຄລສພ, ລົງວັນທີ 23/5/2025 ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ ຄວບຕຳແໜ່ງເປັນເລຂານຸການປະຈຳສະຫາຍຜູ້ປະຈຳການຄະນະເລຂາທິການສູນກາງພັກ, ໂດຍແມ່ນ ສະຫາຍຫົວໜ້າຫ້ອງວ່າການສູນກາງພັກເປັນຜູ້ມອບຂໍ້ຕົກລົງໃຫ້ແກ່ສອງສະຫາຍ, ໂອກາດດັ່ງກ່າວ ສະຫາຍຫົວໜ້າຫ້ອງວ່າການສູນກາງພັກ ໄດ້ມີຄຳເຫັນວ່າ: ການແຕ່ງຕັ້ງຕໍາແໜ່ງບໍລິຫານຄັ້ງນີ້ແມ່ນມີຄວາມໝາຍສໍາຄັນຫຼາຍ, ຖືເປັນເລື່ອງປົກກະຕິຂອງການຈັດຕັ້ງຂອງພັກ-ລັດເຮົາ, ເພື່ອແນໃສ່ປັບປຸງບຸກຄາລາກອນ ໃຫ້ສອດຄ່ອງສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລຍະ ແລະ ຮັບປະກັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມການມອບໝາຍໃຫ້ສໍາເລັດ.

ຫສພ ເຜຍແຜເອກະສານສຳຄນ ແລະ ປະກາດແຕງຕງຕຳແໜງບລຫານ - image 2
 

ສໍາລັບບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ກໍລ້ວນແລ້ວແຕ່ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ໄດ້ຜ່ານການທົດສອບໃນຂະບວນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ, ໄດ້ຜ່ານການທາບທາມຄັດເລືອກຕາມຂັ້ນຕອນ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຂັ້ນເທິງ ກໍຄືຄວາມເປັນເອກະພາບໃນຄະນະປະຈໍາພັກ ພາຍໃນຫ້ອງວ່າການສູນກາງພັກ,

ພາຍຫຼັງບັນດາສະຫາຍສະມາຊິກພັກ-ພະນັກງານໄດ້ເຊື່ອມຊຶມມະຕິຄັ້ງນີ້ ແລະ ບັນດາສະຫາຍທີ່ໄດ້ຮັບຕໍາແໜ່ງໃໝ່ ຂ້າພະເຈົ້າຂໍມີບາງຄວາມເຫັນເພື່ອໃຫ້ບັນດາສະຫາຍເອົາໃຈໃສ່ຕື່ມບາງຈຸດ ດັ່ງນີ້:

1. ໃຫ້ບັນດາສະຫາຍສະມາຊິກພັກ, ພະນັກງານ - ລັດຖະກອນ ພາຍໃນຫ້ອງວ່າການສູນກາງພັກ ຈົ່ງພ້ອມກັນເຊື່ອມຊຶມ, ກໍາແໜ້ນເນື້ອໃນມະຕິ 10 ຂອງສູນກາງພັກຄັ້ງນີ້ໃຫ້ລະອຽດເລິກເຊິ່ງ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນ, ພ້ອມກັນເຊີດຊູຄວາມເປັນເຈົ້າການບຸກບືນສູ້ຊົນໃນການຈັດຕັັ້ງປະຕິບັດບັນດາໜ້າທີ່ວຽກງານ ທີ່ກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກວາງອອກໃຫ້ໄດ້ຮັບຜົນສໍາເລັດອັນຈົບງາມ;

2. ການປັບປຸງລັດຖະທໍາມະນູນສະບັບນີ້ ມີຄວາມໝາຍສໍາຄັນຍິ່ງ, ຍ້ອນວ່າແນໃສ່ສືບຕໍ່ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນລະບົບອໍານາດລັດໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ, ຍູ້ແຮງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະ ໃໝ່. ທັງເປັນການປັບປຸງນິຕິກໍາສູງສຸດຂອງລັດເຮົາທີ່ເປັນກົດໝາຍພື້ນຖານຂອງຊາດໃຫ້ສອດຄ່ອງກັບແນວທາງປ່ຽນແປງໃໝ່ ແລະ ການຄຸມຄອງບໍລິຫານລັດໃນໄລຍະໃໝ່

3. ຜູ້ທີ່ໄດ້ຮັບຕໍາແໜ່ງໃໝ່ຕ້ອງເອົາໃຈໃສ່ຍົກສູງລະດັບຄວາມຮູ້, ຄວາມສາມາດດ້ານວຽກງານຂອງຕົນຢູ່ສະເໝີ ເພື່ອຮັບປະກັນໃນການເປັນເສນາທິການຮອບດ້ານໃນການປະຕິບັດລະບອບ ແລະ ແບບແຜນເຮັດວຽກການ ໃຫ້ການນໍາຂັ້ນສູງ ໃນແຕ່ລະໄລຍະມີຜົນສໍາເລັດຕາມຄາດໝາຍ, ສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າ, ກໍາແໜ້ນແນວທາງນະໂຍບາຍ, ມະຕິ-ຄໍາສັ່ງຂອງພັກ-ລັດ ເພື່ອເຮັດໃຫ້ການສັງລວມຮ່າງເນື້ອໃນບົດຄໍາເຫັນ, ບົດໂອ້ລົມ, ບົດສູນທອນພົດ ແລະ ອື່ນໆ ມີເນື້ອໃນຄົບຖ້ວນ ແລະ ປະສານສົມທົບພາກສ່ວນກ່ຽວຂ້ອງ ເພື່ອຕິດຕາມ ແລະ ອໍານວຍຄວາມສະດວກໃນການເຄື່ອນໄຫວວຽກງານ, ການເບິ່ງແຍງສຸຂະພາບ, ການດໍາລົງຊີວິດ, ການປະຕິບັດນະໂຍບາຍຕໍ່ການນໍາ, ຮັກສາຄວາມປອດໄພໃຫ້ເປັນປົກກະຕິປະຈໍາວັນ ລວມທັງຄວາມປອດໄພໃນໄລຍະການເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ແລະ ຕ່າງປະເທດ.

ຂ່າວ-ພາບ: ພູວຽງຄຳ

ຄໍາເຫັນ

ຂ່າວການເມືອງ

ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານນາງໄກຍະສອນສີດາສະມາຊິກສະພາແຫ່ງຊາດ(ສຊຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ (ຍທຂ)ໄດ້ສະເໜີເຫດຜົນ, ຄວາມຈໍາເປັນຂອງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານນາງດາລານີພົມມະວົງສາສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລະນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ແລະ ເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ

​ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີX ໃນວັນທີ 13ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.ທ່ານ ພັນໂທ ຈອນ ອຸດລາຍັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໄດ້ມີຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ)ໃນບາງມາດຕາທີ່ສຳຄັນ ຄື:
ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍກໍາລັງປ້ອງກັນສະຫງົບປະຊາຊົນລາວ

ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍກໍາລັງປ້ອງກັນສະຫງົບປະຊາຊົນລາວ

ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ສະເໜີກົດໝາຍວ່າດ້ວຍ ກໍາລັງປ້ອງກັນສະຫງົບປະຊາຊົນລາວ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ສະເໜີປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍນາຍທະຫານກອງທັບເພື່ອໃຫ້ມີເນື້ອໃນຄົບຖ້ວນ

ສສຊ ຄຳມ່ວນ ສະເໜີປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍນາຍທະຫານກອງທັບເພື່ອໃຫ້ມີເນື້ອໃນຄົບຖ້ວນ

ທ່ານນາງ ສຸກຂະເສີມ ສິດທິເດດ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊສະເໜີປັບປຸງຫຼາຍມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບ

ສສຊສະເໜີປັບປຸງຫຼາຍມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບ

ສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ປກຊ ສະເໜີປັບປຸງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ

ປກຊ ສະເໜີປັບປຸງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ

ກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ພາຍຫຼັງຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນເຄື່ອງມືອັນສໍາຄັນໃຫ້ລັດໃນການຄຸ້ມຄອງວຽກງານນາຍທະຫານແບບລວມສູນ, ສ້າງສະຕິຕື່ນຕົວໃຫ້ນາຍທະຫານຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ. ທ່ານ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ) ໄດ້ສະເໜີກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ຊຶ່ງເປັນກົດໝາຍສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ