ກອງປະຊຸມເພື່ອແນໃສ່ຕີລາຄາສະພາບການປະຕິບັດບັນດາມະຕິຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ເຊື່ອມຊຶມ, ຜັນຂະຫຍາຍປະຕິບັດມະຕິເລກທີ 57 ອອກໃນວັນທີ 22 ທັນວາ 2024 ຂອງກົມການເມືອງ ກ່ຽວກັບບາດກ້າວບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ, ສ້າງການຫັນປ່ຽນທີ່ມີລັກສະນະບຸກທະລຸກ່ຽວກັບຄວາມຮັບຮູ້ ແລະ ການຈັດຕັ້ງປະຕິບັດ, ປະກອບສ່ວນນຳປະເທດຊາດໃຫ້ພັດທະນາຮັ່ງມີເຂັ້ມແຂງໃນສັງກາດໃໝ່ - ສັງກາດບຸກບືນຂອງຊາດ.
ໃນກອງປະຊຸມ, ຄະນະຈັດຕັ້ງສູນກາງພັກໄດ້ປະກາດຂໍ້ຕົກລົງຂອງກົມການເມືອງວ່າດ້ວຍການສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ - ເຕັກໂນໂລຊີ - ນະວັດຕະກຳ ແລະ ຫັນເປັນດີຈີຕອນ ຂຶ້ນກັບກົມການເມືອງ ໂດຍທ່ານ ໂຕເລິມເລຂາທິການໃຫຍ່ ເປັນຫົວໜ້າຄະນະຊີ້ນຳ.
ກ່າວຄຳເຫັນໃນກອງປະຊຸມ, ທ່ານ ໂຕເລິມ ເນັ້ນໜັກວ່າ: ພັກ ແລະ ລັດ ຍາມໃດກໍຖືວິທະຍາສາດ - ເຕັກໂນໂລຊີແມ່ນປັດໄຈຕັດສິນ ແລະ ເປັນພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດຊາດ, ແມ່ນລັດຖະນະໂຍບາຍແຖວໜ້າ.
ຄໍາເຫັນ