ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ກໍ່​ສ້າງ​ພັກ 2024

ຫວຽດນາມ ຈັດກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ກໍ່​ສ້າງ​ພັກ 2024

ຫວຽດນາມ ຈັດກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ກໍ່​ສ້າງ​ພັກ 2024
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ທັນວາ ຜ່ານມາຢູ່ສຳນັກງານສູນກາງພັກ ນະຄອນຫຼວງຮ່າໂນ້ຍ, ຄະນະຈັດຕັ້ງສູນກາງພັກໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກປີ 2024ທົ່ວປະເທດ ແລະ ຜັນຂະຫຍາຍໜ້າທີ່ປີ 2025.

ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຕໍ່ກອງປະຊຸມ.

ຂ່າວລະບຸວ່າ: ກ່າວຄຳເຫັນຊີ້ນຳຕໍ່ກອງປະຊຸມ, ທ່ານ ໂຕເລິມ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນຮອບດ້ານຂອງທົ່ວຂະແໜງຈັດຕັ້ງກໍ່ສ້າງພັກ, ຈາກບັນດາວຽກງານຕັ້ງໜ້າຄືເປັນເສນາທິການບູລະນະລະບອບລະບຽບການ, ວຽກງານກໍ່ສ້າງປັບປຸງພັກ ຕະຫຼອດຮອດວຽກງານພະນັກງານ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານຮຽກຮ້ອງໃຫ້ທົ່ວຂະແໜງຈັດຕັ້ງກໍ່ສ້າງພັກສືບຕໍ່ສຸມໃສ່ເປັນເສນາທິການ, ສະເໜີການກໍ່ສ້າງປັງປຸງກົງຈັກການເມືອງໃຫ້ກະທັດຮັດ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ. ທ່ານ ໂຕເລິມ ເນັ້ນໜັກວ່າ: ຕ້ອງເຮັດແນວໃດໃຫ້ມີຖັນແຖວພະນັກງານທີ່ສຸດຈິດສຸດໃຈເພື່ອປະເທດຊາດ, ເພື່ອປະຊາຊົນ, ເພື່ອພາລະກຳຂອງພັກ. ເພື່ອເຮັດໃຫ້ໄດ້ສິ່ງນັ້ນຕ້ອງມີຈິນຕະນາການໃໝ່ໃນຂະບວນວິວັດແຫ່ງການຜັນຂະຫຍາຍປະຕິບັດບັນດາຂໍ້ກຳນົດຂອງພັກ, ຍ້ອນວ່າກຳລັງໜູນຂອງພວກເຮົາແມ່ນຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ເພື່ອພາລະກິດຂອງພັກ.

ໃນຕອນບ່າຍວັນດຽວກັນ, ທ່ານ ໂຕເລິມໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມຄະນະພັກ ກອງທັບສູນກາງຄັ້ງທີ 12. ໂດຍມີທ່ານ ເລືອງເກືອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ໂຕເລິມ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກ ກອງທັບສູນກາງກະຊວງປ້ອງກັນປະເທດ ແລະ ພະນັກງານ, ນັກຮົບທົ່ວກອງທັບ ໄດ້ສຳເລັດຫຼາຍກິດຈະກຳສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22 ທັນວາ 1944 – 22 ທັນວາ 2024) ແລະ 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22 ທັນວາ 1989 – 22 ທັນວາ2024) ດ້ວຍຫຼາຍກິດຈະກຳທີ່ແທດຈິງ, ມີຄວາມໝາຍ, ທ່ານຢັ້ງຢືນບັນດາໝາກຜົນທີ່ພົ້ນເດັ່ນໃນການຊີ້ນຳ-ນຳພາ ບໍລິຫານຂອງຄະນະພັກ, ກອງທັບສູນກາງ, ກະຊວງປ້ອງກັນປະເທດ.

ຄໍາເຫັນ

ຂ່າວຕ່າງປະເທດ

ປີ 2025 ໜີ້ສິນທົ່ວໂລກ ບັນລຸລະດັບສູງສຸດ 348 ພັນຕື້ໂດລາ

ປີ 2025 ໜີ້ສິນທົ່ວໂລກ ບັນລຸລະດັບສູງສຸດ 348 ພັນຕື້ໂດລາ

ຂ່າວຕ່າງປະເທດລາຍງານວ່າ: ສະຖາບັນການເງິນສາກົນ (IIF) ໄດ້ເປີດເຜີຍບົດລາຍງານໃນວັນທີ 25 ກຸມພາ ຜ່ານມາ ໂດຍລະບຸວ່າ, ໜີ້ສິນທົ່ວໂລກບັນລຸລະດັບສູງສຸດເປັນປະຫວັດການທີ່ 348 ພັນຕື້ໂດລາ ໃນປີ 2025, ເພີ່ມຂຶ້ນ 29 ພັນຕື້ໂດລາ. ນີ້ຖືເປັນການເຕີບໂຕປະຈຳປີທີ່ໄວທີ່ສຸດນັບຕັ້ງແຕ່ການລະບາດຂອງພະຍາດໂຄວິດ-19.
ອິນ​ເດຍ ​ແລະ ບຣາຊິນ ​ເຊັນ​ສັນຍາ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ​

ອິນ​ເດຍ ​ແລະ ບຣາຊິນ ​ເຊັນ​ສັນຍາ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ​

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ກຸມພາ ຜ່ານມາວ່າ: ອິນເດຍ ແລະ ບຣາຊິນ ໄດ້ປະກາດການລົງນາມໃນຂໍ້ຕົກລົງການຮ່ວມມືໃນຂະແໜງການຂຸດຄົ້ນບໍ່ແຮ່ ແລະ ແຮ່ທາດ ເພື່ອເສີມສ້າງສາຍພົວພັນການຄ້າ ແລະ ຕອບສະໜອງຄວາມຕ້ອງການເຫຼັກພາຍໃນປະເທດທີ່ເພີ່ມຂຶ້ນ.
ຕີ​ມໍແລັ​ດສະ​ເຕ ​ກະ​ກຽມ​ເປັນ​ປະ​ເທດ​ປະ​ທານ​ໝູ​ນ​ວຽນ​ອາ​ຊຽນ 2029

ຕີ​ມໍແລັ​ດສະ​ເຕ ​ກະ​ກຽມ​ເປັນ​ປະ​ເທດ​ປະ​ທານ​ໝູ​ນ​ວຽນ​ອາ​ຊຽນ 2029

ຂ່າວສານຊີອາໄອລາຍງານໃນວັນທີ 25 ກຸມພາ ຜ່ານມາວ່າ: ຕີ​ມໍ​ແລັດ​ສະ​ເຕ​ ເລີ່ມ​​ກະ​ກຽມ​ຢ່າງ​ເປັນ​ທາງ​ການ​ສຳ​ລັບ​ການ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ປີ 2029. ທ່ານ ​ຊາ​ນາ​ນາ ກູ​ສ​ມາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕີ​ມໍແ​ລັດ​ສະ​ເຕ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ອົງ​ການ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ ຫຼື ACNOC ແລະ ເປັນ​ປະ​ທານ​ພິ​ທີ​ສ້າງ​ຕັ້ງ ACNOC ​ແລະ ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ​ຂອງ​ອົງ​ການ​ດັ່ງ​ກ່າວໃນ​ວັນ​ທີ 23 ກຸມ​ພາຜ່ານມາ​.
ກຳປູເຈຍ ເນລະເທດຜູ້ຕ້ອງສົງໄສຫຼອກລວງທາງອອນລາຍຫຼາຍກວ່າ 30,000 ຄົນ

ກຳປູເຈຍ ເນລະເທດຜູ້ຕ້ອງສົງໄສຫຼອກລວງທາງອອນລາຍຫຼາຍກວ່າ 30,000 ຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ກຸມພາ ຜ່ານມາວ່າ: ທ່ານ ຊາ ໂສກາ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກຳປູເຈຍກ່າວວ່າ: ກໍາປູເຈຍໄດ້ເນລະເທດຄົນຕ່າງປະເທດຫຼາຍກວ່າ 30,000 ຄົນທີ່ສົງໃສວ່າສໍ້ໂກງທາງອອນລາຍ ຫຼື ຜູ້ຫຼອກລວງກັບຄືນປະເທດຂອງເຂົາເຈົ້າ, ໃນຂະນະທີ່ອີກ 210,000 ຄົນໄດ້ເດີນທາງອອກຈາກກຳປູເຈຍໂດຍສະໝັກໃຈ. ຫຼັງຈາກກຳປູເຈຍເຂັ້ມງວດການປາບປາມການສໍ້ໂກງທາງອອນລາຍນັບແຕ່ເດືອນມິຖຸນາ 2025.
ທ່ານ ສີຈິ້ນຜິງ ພົບປະກັບນາຍົກລັດຖະມົນຕີເຢຍລະມັນ

ທ່ານ ສີຈິ້ນຜິງ ພົບປະກັບນາຍົກລັດຖະມົນຕີເຢຍລະມັນ

ຂ່າວສານຊີອາໄອລາຍງານວ່າ: ໃນ​ວັນ​ທີ 25 ກຸມ​ພາ ຜ່ານມາ, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ຟ​ຣີດ​ຣິ​ສ ເມີ​ສ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ທີ່​ມາ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການຢູ່​ຫໍ​ຮັບ​ແຂກ​ເມືອງ​ຕ້ຽວຢ​ວີ​​ຖາຍ ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ຫວຽດນາມ ຜັນຂະຫຍາຍການພັດທະນາ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຫວຽດນາມ ຜັນຂະຫຍາຍການພັດທະນາ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 25 ກຸມພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຫົວໜ້າຄະນະຊີ້ນຳຂອງລັດຖະບານ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ແຜນຮ່າງເລກທີ 6 (ຄະນະຊີ້ນຳ) ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ປີ 2026 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ດຳເນີນຢູ່ສຳນັກງານລັດຖະບານ ແລະ ເຊື່ອມຕໍ່ທາງໄກກັບ 34 ແຂວງ, ນະຄອນ. ກອງປະຊຸມແນໃສ່ຜັນຂະຫຍາຍບັນດາໜ້າທີ່ ແລະ ວິທີການຈຸດສຸມ ຊຶ່ງທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຊີ້ນຳແມ່ນ “ມີການກະທຳບຸກທະລຸ ແລະ ແຜ່ກະຈາຍໝາກຜົນ”.
ການບາດເຈັບທີ່ຫົວອາດເຮັດໃຫ້ເກີດການປ່ຽນແປງຂອງສະໝອງໃນໄລຍະຍາວ

ການບາດເຈັບທີ່ຫົວອາດເຮັດໃຫ້ເກີດການປ່ຽນແປງຂອງສະໝອງໃນໄລຍະຍາວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ກຸມພາ ຜ່ານມາວ່າ: ມະຫາວິທະຍາໄລ Adelaide ໃນອົສຕຣາລີ ໄດ້ເປີດເຜີຍຜົນການສຶກສາເບື້ອງຕົ້ນທີ່ຊີ້ໃຫ້ເຫັນວ່າ, ການບາດເຈັບທີ່ສະໝອງ (TBI) ຊຶ່ງລວມທັງສະໝອງໄດ້ຮັບການກະທົບກະເທືອນ, ອາດຈະເຮັດໃຫ້ເກີດການປ່ຽນແປງຂອງສະໝອງທີ່ສາມາດກວດພົບໄດ້ເຖິງແມ່ນວ່າຜ່ານໄປຫຼາຍທົດສະວັດ, ແມ່ນແຕ່ໃນຜູ້ໃຫຍ່ທີ່ມີສຸຂະພາບແຂງແຮງ.
20 ມື້ທຳອິດຂອງເດືອນກຸມພາ ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 23.5%

20 ມື້ທຳອິດຂອງເດືອນກຸມພາ ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 23.5%

ຂ່າວຕ່າງປະເທດລາຍງານວ່າ: ຫ້ອງການພາສີ ສ ເກົາຫຼີ ໄດ້ເປີດເຜີຍຫວ່າງມໍ່ໆມານີ້ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1 ຫາ 20 ກຸມພາ ເພີ່ມຂຶ້ນ 23.5% ເມື່ອທຽບກັບປີກ່ອນ ເປັນ 43.5 ຕື້ໂດລາ ຈາກ 35.2 ຕື້ໂດລາ ໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການເຊມິຄອນດັກເຕີທີ່ເຂັ້ມແຂງ ເຖິງວ່າຈະມີຄວາມບໍ່ແນ່ນອນຈາກພາສີຂອງສະຫະລັດ ອາເມຣິກາ.
ອິນ​ເດຍ ​ແລະ ບຣາຊິນ ​ເຊັນ​ສັນຍາ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ​

ອິນ​ເດຍ ​ແລະ ບຣາຊິນ ​ເຊັນ​ສັນຍາ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ​

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ກຸມພາ ຜ່ານມາວ່າ: ອິນເດຍ ແລະ ບຣາຊິນ ໄດ້ປະກາດການລົງນາມໃນຂໍ້ຕົກລົງການຮ່ວມມືໃນຂະແໜງການຂຸດຄົ້ນບໍ່ແຮ່ ແລະ ແຮ່ທາດ ເພື່ອເສີມສ້າງສາຍພົວພັນການຄ້າ ແລະ ຕອບສະໜອງຄວາມຕ້ອງການເຫຼັກພາຍໃນປະເທດທີ່ເພີ່ມຂຶ້ນ.
ອາ​ຊຽນ ອອກ​ຖະ​ແຫຼງ​ການໃນໂອ​ກາດ​ 50 ປີ​ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ອາ​ຊຽນ ອອກ​ຖະ​ແຫຼງ​ການໃນໂອ​ກາດ​ 50 ປີ​ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 24 ກຸມພາ ຜ່ານມາວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ (TAC) (24/02/1976-24/02/2026), ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ອອກຖະແຫຼງການເນັ້ນໜັກເຖິງຄວາມສຳຄັນ ແລະ ລັກສະນະເໝາະສົມຂອງສົນທິສັນຍາຄືດັ່ງເປັນຫຼັກແຫ່ງການປະພຶດພື້ນຖານໃຫ້ແກ່ສາຍພົວພັນລະຫວ່າງບັນດາປະເທດໃນພາກພື້ນ ແລະ ແມ່ນພື້ນຖານຂອງສັນຕິພາບ, ສະຖຽນລະພາບໃນພາກພື້ນ.
ເພີ່ມເຕີມ