ທ່ານ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມວ່າ: ການປົກປ້ອງສິດທິມະນຸດ ແລະ ການສຶກສາສິດທິມະນຸດແມ່ນໜ້າທີ່ຂອງທົ່ວປວງຊົນ. ລາຍການສຶກສາກ່ຽວກັບສິດທິມະນຸດແມ່ນລາຍການເປັນທາງການ, ໃນນັ້ນ, ຖືເອົານັກຮຽນ, ນັກສຶກສາເປັນໃຈກາງ, ເປັນເຈົ້າກຳ. ພວກເຮົາເຊື່ອໝັ້ນວ່າ: ດ້ວຍຄວາມສາມັກຄີ, ເປັນເອກະພາບ, ການຮ່ວມແຮງຮ່ວມໃຈຂອງທັງລະບົບການເມືອງ, ທົ່ວປວງຊົນ, ທົ່ວກອງທັບ, ວຽກງານປົກປ້ອງສິດທິມະນຸດ ແລະ ການສຶກສາສິດທິມະນຸດ ຈະນັບມື້ນັບບັນລຸໝາກຜົນຢ່າງດີງາມ, ປະກອບສ່ວນສຳຄັນເຂົ້າໃນການຫັນບັນດາຄວາມຄາດຫວັງສ້າງສາປະເທດຫວຽດນາມ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລໃຫ້ປະກົດຜົນເປັນຈິງ, ກ້າວເຂົ້າສູ່ສັງກາດໃໝ່, ສັງກາດປະເທດຊາດເຮັ່ງມີ, ເຂັ້ມແຂງ.
ອົງການເພື່ອການຮ່ວມມືດ້ານເສດຖະກິດ ແລະ ພັດທະນາ ປັບການຄາດຄະເນການເຕີບໂຕເສດຖະກິດໂລກຂຶ້ນເປັນ 2.9%
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 23 ກັນຍາ ຜ່ານມາ, ອົງການເພື່ອການຮ່ວມມືດ້ານເສດຖະກິດ ແລະ ພັດທະນາ(OECD) ໄດ້ເຜີຍແຜ່ບົດລາຍງານສະພາບທ່າອຽງການພັດທະນາເສດຖະກິດສະບັບຫຼ້າສຸດ ໂດຍໄດ້ປັບການຄາດຄະເນຈັງຫວະການເຕີບໂຕຂອງເສດຖະກິດໂລກໃນປີ2026ຈາກ2.8%ຂຶ້ນເປັນ 2.9%. ບົດລາຍງານລະບຸວ່າ: ເຖິງວ່າໄດ້ຮັບຜົນກະທົບຈາກສະຖານະການຢູ່ເຂດຕາເວັນອອກກາງກໍຕາມ, ແຕ່ເສດຖະກິດຂອງຫຼາຍປະເທດຍັງຄົງສະແດງໃຫ້ເຫັນຄວາມເຂັ້ມແຂງ ແລະ ທົນທານ, ມີຄັງສຳຮອງນ້ຳມັນເຊື້ອໄຟ ແລະ ການສະໜອງພະລັງງານເພີ່ມໃໝ່ຢ່າງພຽງພໍແລະ ມາດຕະການສະໜັບສະໜູນຂອງບາງປະເທດໄດ້ຊ່ວຍຜ່ອນຄາຍຜົນກະທົບດັ່ງກ່າວ, ການພັດທະນາຢ່າງຄຶກຄື້ນຂອງຂົງເຂດປັນຍາປະດິດໄດ້ຊຸກຍູ້ໃຫ້ການລົງທຶນແລະການຄ້າຂະຫຍາຍຕົວເຊັ່ນກັນ.
ຄໍາເຫັນ