ແລະ ບັນດາໜ້າທີ່ສຳຄັນຂອງເດືອນສິງຫານີ້, ພາຍໃຕ້ການເປັນປະທານຂອງທ່ານ ໂຕເລີມ ເລຂາທິການໃຫຍ່ປະທານປະເທດຫວຽດນາມ. ນີ້ແມ່ນກອງປະຊຸມການນຳຫຼັກແຫຼ່ງຄັ້ງທຳອິດພາຍຫຼັງທ່ານ ໂຕເລີມ ປະທານປະເທດ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ທ່ານ ໂຕເລີມ ກ່າວຄຳເຫັນໃນກອງປະຊຸມວ່າ: ສະເໜີໃຫ້ທົ່ວພັກ ແລະ ລະບົບການເມືອງຕ້ອງສຸມໃສ່ສຳຫຼວດກວດກາຄືນບັນດາວຽກງານທີ່ຍັງຄົງຄ້າງນັບແຕ່ນີ້ຮອດທ້າຍປີ ແລະ ສະເໜີບັນດາມາດຕະການແກ້ໄຂໃຫ້ສຳເລັດໂດຍໄວ ແລະ ມີປະສິດທິຜົນ; ສືບຕໍ່ວຽກງານກະກຽມກອງປະຊຸມຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ເປັນຢ່າງດີ.
ສຳລັບວຽກງານພັດທະນາເສດຖະກິດ-ສັງຄົມ ແມ່ນຕ້ອງໄດ້ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ອຸປະສັກ ແລະ ຂໍ້ຄົງຄ້າງ ເພື່ອສ້າງກົນໄກອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດ ແລະ ຜູ້ປະກອບການໃຫ້ມີເງື່ອນໄຂພັດທະນາ, ລົງທຶນ, ດຳເນີນທຸລະກິດ ແລະ ຊຸກຍູ້ການຜະລິດໃຫ້ມີປະສິດທິຜົນ. ກອງປະຊຸມຍັງໄດ້ປະກອບຄຳເຫັນ ແລະ ທິດທາງແກ້ໄຂຫຼາຍບັນຫາສຳຄັນຂອງປະເທດໃນໄລຍະຈະມາເຖິງ.
ຄໍາເຫັນ