ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມວັນວັດຕະກຳ ຫວຽດນາມ ປີ 2024 ແລະ ສະເຫຼີມສະຫຼອງ 5 ປີ ແຫ່ງວັນສ້າງຕັ້ງສູນນະວັດຕະກຳແຫ່ງຊາດ (NIC). ໃນພິທີ, ທ່ານນາຍົກລັດຖະມົນຕີ ປະກາດວ່າ: ວັນທີ 1 ຕຸລາ ຂອງແຕ່ລະປີ ແມ່ນວັນນະວັດຕະກຳແຫ່ງຊາດ.
ທ່ານ ຟ້າມມິງຈິງ ກ່າວຄຳເຫັນໃນພິທີວ່າ: ພັກ, ລັດ ຍາມໃດກໍໃຫ້ຄວາມເອົາໃຈໃສ່ເປັນພິເສດເຖິງວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ, ຖືນີ້ແມ່ນໜຶ່ງໃນບັນດາລັດຖະນະໂຍບາຍແຖວໜ້າແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ທ່ານໃຫ້ຮູ້ວ່າ: ລັດຖະບານ ຈະສຸມໃສ່ຊີ້ນຳສຳຫຼວດກວດກາ, ສ້າງຍຸດທະສາດ, ກົນໄກ, ນະໂຍບາຍ, ມາດຕະການໃຫ້ສົມບູນແບບ ເພື່ອແນໃສ່ຊຸກຍູ້ນະວັດຕະກຳ, ເລີ່ມຕົ້ນທຸລະກິດຢ່າງແຮງ ດ້ວຍເນື້ອໃນຈິດໃຈອຳນວຍທຸກຄວາມສະດວກ ແລະ ປົກປ້ອງສິດ, ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍ, ຊອບທຳໃຫ້ປະຊາຄົມວິສາຫະກິດ, ນັກລົງທຶນ ແລະ ປະຊາຊົນ.
ໃນໄລຍະຈະມາເຖິງ, ທ່ານ ຟ້າມມິງຈິງ ຮຽກຮ້ອງໃຫ້ເສີມຂະຫຍາຍບົດບາດຂອງສູນນະວັດຕະກຳແຫ່ງຊາດໃຫ້ຫຼາຍຂຶ້ນກວ່າເກົ່າ. ທ່ານກ່າວວ່າ: ພວກຂ້າພະເຈົ້າປາຖະໜາ ແລະ ເຊື່ອໝັ້ນວ່າ ສູນນະວັດຕະກຳແຫ່ງຊາດ ຈະແມ່ນຫົວໃຈຂອງລະບົບນິເວດນະວັດຕະກຳ, ແມ່ນບ່ອນອີງແກ່ການພັດທະນາຢ່າງກ້າວກະໂດດຂັ້ນ, ຍືນຍົງ ແລະ ເຊື່ອມໂຍງທົ່ວໂລກຂອງ ຫວຽດນາມ. ສູນກໍນຳພາທ່າອ່ຽງ, ແຜ່ກະຈາຍຈິນຕະນາການປະດິດຄິດສ້າງ, ຍົກລະດັບ ຫວຽດນາມ ໃຫ້ກາຍເປັນປະເທດສ້າງແຫຼ່ງບັນດານໃຈຂອງນະວັດຕະກຳ, ມີຄວາມສາມາດເປັນເຈົ້າເຕັກໂນໂລຊີ, ບືນຕົວຂຶ້ນສູ່ລະດັບພາກພື້ນ ແລະ ສາກົນ, ບໍ່ພຽງແຕ່ເພື່ອໝູນໃຊ້ເທົ່ານັ້ນ, ຫາກຍັງປະກອບສ່ວນກຳນົດທິດ, ນຳພາອະນາຄົດຂອງມະນຸດອີກດ້ວຍ.
ຄໍາເຫັນ