ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 20 ກໍລະກົດ ຜ່ານມາວ່າ: ໜຶ່ງໃນບັນດາໜ້າທີ່ທີ່ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ໄດ້ກ່າວໃນບົດຄຳເຫັນເປີດກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV ທີ່ຈັດຂຶ້ນໃນວັນທີ 20 ກໍລະກົດ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ແມ່ນກຳນົດຮູບແບບການເຕີບໂຕອີງຕາມສະມັດຖະພາບ, ພູມປັນຍາ, ເຕັກໂນໂລຊີ ແລະ ມະນຸດ. ການຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ໃນນັ້ນຖືວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນກຳລັງໜູນຫຼັກຕິດພັນກັບການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຍົກສູງສະມັດຖະພາບ, ຄຸນນະພາບ, ປະສິດທິຜົນ, ມູນຄ່າເພີ່ມ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ, ຖືນີ້ແມ່ນເຂັມຊີ້ທິດເພື່ອຫັນເປົ້າໝາຍການເຕີບໂຕ GDP ບັນລຸລະດັບ 2 ໂຕເລກໃນໄລຍະ 2026 – 2030.
ເຂດເສດຖະກິດມີເງິນລົງທຶນຈາກຕ່າງປະເທດ (FDI) ປະກອບສ່ວນກວ່າ 85% ຍອດວົງເງິນສົ່ງອອກຂອງທົ່ວປະເທດ, ສຸມໃສ່ສິນຄ້າອຸດສາຫະກຳປະເພດປຸງແຕ່ງ ແລະ ເຕັກໂນໂລຊີສູງ ແຕ່ລະບົບສະໜອງຍັງມີຈຳກັດເປັນຕົ້ນ.
ທ່ານ ປ.ອ ເລຢຸຍບິ່ງ ນັກຊ່ຽວຊານເສດຖະກິດ ຜູ້ອຳນວຍການ Economica ຫວຽດນາມ ກ່າວວ່າ: ສ່ວນຫຼາຍພວກເຮົານຳເຂົ້າເຕັກໂນໂລຊີ, ນະວັດຕະກຳກ່ຽວກັບເຕັກໂນໂລຊີຍັງມີຈຳກັດ. ມະຕິຂອງພັກກ່ຽວກັບເລື່ອງປ່ຽນແປງ ໃໝ່ວິທະຍາສາດເຕັກໂນໂລຊີ ໄດ້ແກ້ໄຂຖືກຕ້ອງບັນດາຂໍ້ຈຳກັດຂອງພື້ນຖານເສດຖະກິດພວກເຮົາໃນປັດຈຸບັນ ແລະ ປຸກລະດົມຄວາມມານະພະຍາຍາມຂອງປະຊາຄົມວິສາຫະກິດກໍຄືບັນດາອົງການຄຸ້ມຄອງ ເພື່ອໃຫ້ພວກເຮົາມີມາດຕະການຊ່ວຍວິທະຍາສາດເຕັກໂນໂລຊີກາຍເປັນຂໍ້ກຸນແຈຢ່າງແທ້ຈິງ ເພື່ອຍູ້ແຮງການຮັບເອົາເຕັກໂນໂລຊີ, ເຜີຍແຜ່ເຕັກໂນໂລຊີ ແລະ ກ້າວໄປເຖິງການປະດິດຄິດສ້າງເຕັກໂນໂລຊີ.
ຄໍາເຫັນ