ທ່ານ ເຈິ່ນແທັງເໝິນ ກ່າວຄຳເຫັນເປີດກອງປະຊຸມວ່າ: ບັນດາກົນໄກ, ນະໂຍບາຍໃນຮ່າງກົດໝາຍມີລັກສະນະຕິດແທດກັບບັນດາແຜນນະໂຍບາຍໃຫຍ່ຂອງກົມການເມືອງໂດຍພື້ນຖານ, ພິເສດແມ່ນມະຕິເລກທີ 09 ແລະ ບັນດາມະຕິຍຸດທະສາດພັດທະນາປະເທດຊາດ, ພັດທະນາຕົວເມືອງ. ພິເສດ, ມີບາດກ້າວຫັນປ່ຽນຢ່າງແຮງໃນຈິນຕະນາການສ້າງກົດໝາຍຈາກກົນໄກທົດລອງກາຍເປັນຂອດນິຕິກຳທີ່ເປັນປົກກະຕິ, ຍາວນານ.
ທ່ານໃຫ້ຮູ້ວ່າ: ສະເໜີບັນດາອົງການຮຽບຮຽງສືບຕໍ່ສຳຫຼວດກວດກາຢ່າງຮອບດ້ານແຕ່ລະກຸ່ມນະໂຍບາຍ, ແຕ່ລະກົນໄກພາຍໃຕ້ແງ່ມູມແມ່ນແກ້ໄຂຈຸດອຸດຕັນດ້ານນິຕິກຳ, ມີຄວາມສາມາດບົ່ມຊ້ອນພັດທະນາໃໝ່ ແລະ ມີຄວາມສາມາດຢ່າງພຽງພໍເພື່ອຈັດຕັ້ງປະຕິບັດໃນຕົວຈິງ ໃນໄລຍະຈະມາເຖິງ ຫຼື ບໍ? ຕົວຢ່າງຄືຮູບແບບການຈັດຕັ້ງ, ແຜນກຳນົດ, ທີ່ດິນ, ການເງິນ, ກົນໄກນະໂຍບາຍເຄື່ອນໄຫວເຂດເສດຖະກິດພິເສດ. ຈິດໃຈກົດໝາຍຕ້ອງເດີນທັນຄຳຮຽກຮ້ອງຕ້ອງການພັດທະນາ, ແຕ່ວ່າຕ້ອງເດີນກ່ອນບາດໜຶ່ງເພື່ອນຳພາພັດທະນາ.
ຄໍາເຫັນ